ຮັດແໜ້ນການພົວພັນຫວຽດນາມ-ໂມຊຳບິກຕື່ມອີກ

(VOVWORLD) -ທ່ານນາຍົກລັດຖະມົນຕີປະເທດສ.ໂມຊຳບິກ Carlos Agostinho do Rosario ເລີ່ມຕົ້ນຢ້ຽມຢາມຫວຽດນາມ ໃນວັນທີ 31 ກໍລະກົດ, ຕາມຄຳເຊີນຂອງທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ.

ຮັດແໜ້ນການພົວພັນຫວຽດນາມ-ໂມຊຳບິກຕື່ມອີກ - ảnh 1ບໍລິສັດ Movitel ມີຍອດເງິນລົງທຶນເກືອບ 500 ລ້ານ USD 

(ພາບປະກອບ: Viettel)

ການຢ້ຽມຢາມແມ່ນເພື່ອແນໃສ່ເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ໂມຊຳບິກ, ແລກປ່ຽນບັນດາມາດຕະການເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມືດ້ານການຄ້າ, ການລົງທຶນ ກໍຄືບັນດາຂົງເຂດອື່ນໆເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈ.

        ໂດຍຕັ້ງຢູ່ອາຟະລິກາຕາເວັນອອກສ່ຽງໃຕ້, ໂມຊຳບິກ ໄດ້ສ້າງຕັ້ງການພົວພັນທາງການທູດກັບຫວຽດນາມ ເມື່ອວັນທີ 25 ມິຖຸນາ 1975, ກົງກັບວັນ ໂມຊຳບິກ ຖະແຫຼງປະກາດເອກະລາດ. ໂດຍເຄີຍແມ່ນປະເທດທີ່ສະໜັບສະໜູນເຊິ່ງກັນ ແລະ ກັນໃນການຕໍ່ສູ້ຍາດເອົາເອກະລາດ, ປະຈຸບັນ, ປະຊາຊົນ 2 ປະເທດສືບຕໍ່ສະໜັບສະໜູນ, ຊ່ວຍເຫຼືອເຊິ່ງກັນ ແລະ ກັນໃນພາລະກິດສ້າງສາ, ພັດທະນາເສດຖະກິດຢູ່ແຕ່ລະປະເທດ.

ຄູ່ຮ່ວມມືສຳຄັນຂອງຫວຽດນາມ ຢູ່ອາຟະລິກາ

        ໂມຊຳບິກ ແມ່ນຄູ່ຮ່ວມມືທີ່ສຳຄັນຂອງຫວຽດນາມ ຢູ່ອາຟະລິກາ, ມີການພົວພັນພັດທະນາຮອບດ້ານກັບຫວຽດນາມ ນັບທັງພາກພັກ, ລັດ ແລະ ການພົບປະແລກປ່ຽນປະຊາຊົນ. ພັກກອມມູນິດຫວຽດນາມ ແລະ ພັກຂະບວນການປົດປ່ອຍ ໂມຊຳບິກ (FRELIMO) ໄດ້ເພີ່ມທະວີການພົວພັນຮ່ວມມືໃນຂົງເຂດບຳລຸງສ້າງພະນັກງານ, ການຄົ້ນຄວ້າວິທະຍາສາດ. ຫວຽດນາມ ໄດ້ຊ່ວຍ ແລະ ແບ່ງປັນບົດຮຽນອັນລ້ຳຄ່າຫຼາຍຢ່າງໃນການສ້າງ, ຄຸ້ມຄອງ, ຍົກສູງຄຸນນະພາບພະນັກງານ, ພິເສດແມ່ນພະນັກງານຫຼັກແຫຼ່ງ, ພະນັກງານຄຸ້ມຄອງ.

        ການຮ່ວມມືດ້ານເສດຖະກິດ, ການຄ້າລະຫວ່າງຫວຽດນາມ ແລະ ໂມຊຳບິກ ໃນຊຸມປີຜ່ານມາກໍ່ດຳເນີນໄປຟົດຟື້ນພໍສົມຄວນ. ນັບແຕ່ປີ 2006 ຮອດປີ 2010, ວົງເງິນ ແລກປ່ຽນການຄ້າລະຫວ່າງຫວຽດນາມ - ໂມຊຳບິກ ໄດ້ເພີ່ມຂຶ້ນທົບ 3 ເທົ່າ (ແຕ່ 13,8 ຂຶ້ນເຖິງ 45,3 ລ້ານ USD). ປີ 2016, ວົງເງິນການຄ້າ 2 ສົ້ນບັນລຸກວ່າ 100 ລ້ານ USD. ໂມຊຳບິກ ຢືນອັນດັບທີ 11 ໃນຈຳນວນ 72 ປະເທດ, ເຂດແຄ້ວນເຊິ່ງຫວຽດນາມ ມີການເຄື່ອນໄຫວລົງທຶນ. ປະຈຸບັນ, ກຸ່ມບໍລິສັດໂທລະຄົມມະນາຄົມກອງທັບ Viettel ແລະ Hapro ພວມລົງທຶນຢູ່ ໂມຊຳບິກ ໃນຂົງເຂດໂທລະຄົມມະນາຄົມ ແລະ ການຄ້າ. ບໍລິສັດ Movitel (ຮ່ວມທຸລະກິດລະຫວ່າງ Viettel ແລະ SPI), ມີຍອດເງິນລົງທຶນເກືອບ 500 ລ້ານ USD, ໃນນັ້ນ Viettel ປະກອບສ່ວນ 70%. ເຄືອຂ່າຍເຄື່ອນທີ Movitel ຂອງກຸ່ນບໍລິສັດໂທລະຄົມມະນາຄົນກອງທັບ Viettel ຢູ່ ໂມຊຳບິກ ແມ່ນໂຄງການມີປະສິດທິຜົນທີ່ສຸດໃນການພົວພັນຮ່ວມມືດ້ານເສດຖະກິດ 2 ຝ່າຍ, ຊ່ວຍໃຫ້ ໂມຊຳບິກ ສ້າງການປະຕິວັດກ່ຽວກັບດ້ານຂໍ້ມູນຂ່າວສານ. ເຄືອຂ່າຍເຄື່ອນທີ Movitel ໄດ້ນຳເຂົ້າເຄື່ອນໄຫວເມື່ອເດືອນ ພຶດສະພາ 2012, ມາຮອດປະຈຸບັນໄດ້ກາຍເປັນເຄືອຂ່າຍໂທລະຄົມທີ່ນຳໃຊ້ຫຼາຍທີ່ສຸດ ແລະ ສົ່ງສັນຍານໃນຂອບເຂດກວ້າງອັນດັບ 2, ປະກອບສ່ວນຢ່າງຕັ້ງໜ້າເຂົ້າການພັດທະນາເສດຖະກິດສັງຄົມຂອງ ໂມຊຳບິກ.

ຍັງມີຄວາມສາມາດບົ່ນຊ້ອນຫຼາຍຢ່າງເພື່ອພັດທະນາ

        ວິວັດແຫ່ງການປະຕິຮູບເສດຖະກິດຂອງ ໂມຊຳບິກ ພວມເປີດກາລະໂອກາດຮ່ວມມືລົງທຶນກັບຫວຽດນາມ ໃນບັນດາຂົງເຂດຄື: ກະສິກຳ, ສິນໃນນ້ຳ, ຊັບພະຍາກອນໂລຫະ, ອຸດສາຫະກຳພົນລະເຮືອນ, ກໍ່ສ້າງ, ພະລັກງງານ ແລະ ພື້ນຖານໂຄງລ່າງສາທາລະນະ. ກະສິກຳກໍ່ແມ່ນໜຶ່ງໃນບັນດາຂົງເຂດຮ່ວມມືສຳຄັນທີ່ສຸດ ເຊິ່ງ 2 ຝ່າຍເອົາໃຈໃສ່ຊຸກຍູ້ຢ່າງແທດຈິງ, ມີປະສິດທິຜົນ. 2 ປະເທດໄດ້ລົງນາມໃນສັນຍາຂັ້ນລັດຖະບານ ກ່ຽວກັບການຮ່ວມມືດ້ານກະສິກຳປີ 2008. ເຊິ່ງຕາມນັ້ນແລ້ວ, ກະຊວງກະສິກຳ ແລະ ພັດທະນາຊົນນະບົດຫວຽດນາມ ໜູນຊ່ວຍ ໂມຊຳບິກ ປະຕິບັດໂຄງການ “ຮ່ວມມືຄົ້ນຄວ້າພັດທະນາຕົ້ນໄມ້ທັນຍາຫານ ແລະ ຕົ້ນໄມ້ສະບຽງອາຫານ ຢູ່ ໂມຊຳບິກ ໄລຍະ 2013 - 2017”. ພາຍຫຼັງ 3 ປີແຫ່ງການຜັນຂະຫຍາຍ, ໂຄງການໄດ້ນຳມາເຊິ່ງໝາກຜົນເບື້ອງຕົ້ນບາງຢ່າງ ໃນການເພີ່ມທະວີກຳລັງຄວາມສາມາດຄົ້ນຄວ້າ ແລະ ພັດທະນາຕົ້ນໄມ້ທັນຍາຫານ, ຕົ້ນໄມ້ສະບຽງອາຫານ, ນຳໃຊ້ກົນຈັກເຂົ້າໃນການຜະລິດກະສິກຳ. ໂຄງການໄດ້ຄົ້ນຄວ້າແນວພັນເຂົ້າສານທີ່ມີສະມັດຕະພາບອາດຈະເພີ່ມຂຶ້ນແຕ່ 4 – 5 ເທົ່າ, ເພື່ອແນໃສ່ໜູນຊ່ວຍໃຫ້ ໂມຊຳບິກ ແກ້ໄຂບັນຫາຮັບປະກັນດ້ານທັນຍາຫານ.

        ໂມຊຳບິກ ມີແຫຼ່ງຊັບພະຍາກອນທີ່ດິນກວ້າງຂວາງ, ມີທ່າແຮງພັດທະນາຕົ້ນໄມ້ອຸດສາຫະກຳ, ປ່າໄມ້ຄື: ຕົ້ນໝາກພ້າວ, ຕົ້ນງິ້ວ, ໝາກຖົ່ວເຫຼືອງ… ນີ້ແມ່ນບັນດາຜະລິດຕະພັນເຊິ່ງຫວຽດນາມ ມີຄວາມຕ້ອງການນຳໃຊ້ຫຼາຍ. ໃນຂະນະນັ້ນ, ຫວຽດນາມ ກໍ່ມີແນວພັນເຂົ້າສານ, ສາລີ, ມັນດ້າງ ອາດຈະແບ່ງປັນກັບ ໂມຊຳບິກ ເພື່ອຊຸກຍູ້ການຜະລິດ. ຄຽງຂ້າງນັ້ນ, 2 ຝ່າຍຍັງມີຫຼາຍໂຄງການຮ່ວມມື, ແບ່ງປັນບົດຮຽນ ແລະ ບຳລຸງສ້າງເຕັກນິກພັດທະນາກະສິກຳ, ສິນໃນນ້ຳ. 2 ປະເທດຍັງຮ່ວມມືໃນບັນດາຂົງເຂດການຄ້າ, ຮ່ວມທຸລະກິດລົງທຶນ, ສາທາລະນະສຸກ, ການສຶກສາ, ແລກປ່ຽນນັກສຶກສາໃນຂອບເຂດທຶນຂອງລັດຖະບານ.

        ການພົວພັນດ້ານການເມືອງອັນດີງາມ ໄດ້ຮັບການເພີ່ມພູນຄຸນສ້າງເປັນປະຈຳໃນອະດີດຕະການ ແລະ ໃນປະຈຸບັນ, ແຕ່ການພົວພັນດ້ານເສດຖະກິດ, ການຄ້າ ຍັງບໍ່ທັນເໝາະສົມກັບຄວາມສາມາດບົ່ມຊ້ອນ ແລະ ຄວາມຫວັງຂອງປະຊາຊົນ 2 ປະເທດໄດ້ເທື່ອ. ໃນໄລຍະຈະມາເຖິງ, 2 ຝ່າຍສືບຕໍ່ເພີ່ມທະວີການຮ່ວມມືໃນບັນດາຂົງເຂດໂທລະຄົມມະນາຄົມ, ສາທາລະນະສຸກ, ການສຶກສາ, ການຂຸດຄົ້ນແຫ່ທາດກວ່າອີກ, ສ້າງເງື່ອນໄຂໃຫ້ບັນດາວິສາຫະກິດຫວຽດນາມ ໄປລົງທຶນ, ຮ່ວມມືໃນຂົງເຂດກະສິກຳ. ເພື່ອສ້າງພື້ນຖານດ້ານກົດໝາຍໃຫ້ແກ່ການຮ່ວມມືລະຫວ່າງ 2 ຝ່າຍນັບມື້ນັບບໍລິບຸນ. ຫວຽດນາມ ແລະ ໂມຊຳບິກ ໄດ້ລົງນາມໃນສັນຍາຮ່ວມມືໃນບັນດາຂົງເຂດສົ່ງເສີມ, ອາລັກຂາການລົງທຶນ, ການຄ້າ, ກະສິກຳ, ການສຶກສາ, ສາທາລະນະສຸກ, ຍົກເວັ້ນວີຊາໃຫ້ຜູ້ຖືກປັດສະປໍການທູດ, ປັດສະປໍລັດຖະການ… ບັນດາສັນຍາດັ່ງກ່າວແມ່ນພື້ນຖານສະດວກເພື່ອຍູ້ແຮງການຮ່ວມມື ເພື່ອຜົນປະໂຫຍດຂອງປະຊາຊົນ 2 ປະເທດ.

        ການຢ້ຽມຢາມຫວຽດນາມ ຂອງທ່ານນາຍົກລັດຖະມົນຕີ ໂມຊຳບິກ Carlos Agostinho do Rosario ຄັ້ງນີ້ແມ່ນສ້າງທ່າໃຫ້ແກ່ການພົວພັນມິດຕະພາບທີ່ເປັນມູນເຊື້ອລະຫວ່າງຫວຽດນາມ - ໂມຊຳບິກ ສືບຕໍ່ພັດທະນາ, ຊຸກຍູ້ການຮ່ວມມືດ້ານການຄ້າ, ການລົງທຶນໃຫ້ມີປະສິດທິຜົນກວ່າ.

ຕອບກັບ

ຂ່າວ/ບົດ​ອື່ນ