ຮັບປະກັນການຜັນຂະຫຍາຍປະຕິບັດກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງປີ 2013 ຢ່າງມີປະສິດທິຜົນ

ຮັບປະກັນການຜັນຂະຫຍາຍປະຕິບັດກົດໝາຍ ວ່າດ້ວຍທີ່ດິນສະບັບປັບປຸງປີ 2013 ຢ່າງມີປະສິດທິຜົນ - ảnh 1
ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຫວຽດນາມ ຫງວຽນ​ມິນ​ກວາງ

(vovworld)- ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ປີ 2013 ​ເລີ່​ມມີ​ຜົນ​ສັກສິດ ນັບແຕ່ວັນ​ທີ 1/7 ​ເປັນ​ຕົ້ນ​ໄປ. ການ​ປະຕິບັດ​ກົດໝາຍ​ສະບັບ​ນີ້​ມີ​ຄວາມ​ໝາຍ​ສຳຄັນ, ຕອບ​ສະໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ພັດທະນາ​ເສດຖະກິດ​ສັງຄົມ, ຮັບປະກັນ​ການ​ຄຸ້ມ​ຄອງ​ທີ່​ດິນ​ຢ່າງ​ແໜ້ນ​ແຟ້ນ, ມີ​ປະສິດທິ​ຜົນ, ກະຈ່າງ​ແຈ້ງ ​ແລ​ະ ມີ​ປະຊາທິປະ​ໄຕ. ​ເພາະສະ​ນັ້ນ, ການ​ກະກຽມ​ເພື່ອ​ຜັນ​ຂະຫຍາຍ​ກົດໝາຍ​ສະບັບນີ້​ມີ​ປະສິດທິ​ຜົນ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ຄົບ​ຊຸດ ​ແລະ ຕັ້ງໜ້າຈາກ​ບັນດາ​ທ້ອ​ງຖິ່ນ, ຂະ​ແໜງ​ການ​, ຂັ້ນຕ່າງໆ​ໃນ​ໄລຍະ​ທີ່​ຜ່ານ​ມາ.

     ຕົ້ນ​ປີ 2014, ທ່ານ​ນາຍົກລັດຖະມົນຕີຫວຽດນາມ​ໄດ້​ອອກ​ຄຳ​ສັ່ງ​ກ່ຽວ​ກັບ​ການ​ຜັນ​ຂະຫຍາຍ​ປະຕິບັດ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​, ​ໃນ​ນັ້ນ, ຮຽກຮ້ອງ​ໃຫ້​ຮີບ​​ເຮັ່ງ​ກະກຽມ​ບັນດາ​ເງື່ອນ​ໄຂ​ເພື່ອ​ປະຕິບັດ​ກົດໝາຍ, ຈັດ​ຕັ້ງ​ປະຕິບັດກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​​ເປັນ​ຢ່າງ​ດີ, ສ້າງ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ່ດິນ​. ​ໂດຍ​ຖັດຈາກ​ ຄຳ​ສັ່ງຂອງນາຍົກລັດຖະມົນຕີ, ບັນດາ​ແຂວງ, ນະຄອນ​ໄດ້​ໄດ້​ສ້າງ​ແຜນການ, ຜັນ​ຂະຫຍາຍ​ປະຕິບັດ ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ, ຈັດ​ຕັ້ງ​ກອງ​ປະຊຸມ​ຝຶກ​ອົບຮົມ, ​ເຜີ​ຍ​ແຜ່ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​​ປີ 2013 ​ໃຫ້​ແກ່​ບັນດາ​ພະນັກງານ, ການ​ນຳ​ເມືອງ, ຕາ​ແສງ​ທີ່​ກ່ຽວຂ້ອງ​ເຖິງ​ການ​ຄຸ້ມ​ຄອງ​ລັດ​ກ່ຽວ​ກັບ​ທີ່​ດິນ.

  ​ເອົາ​ໃຈ​ໃສ່​ປະກາດ​ໃຊ້​ເອກະສານ​ນິຕິ​ກຳ, ​ເຜີຍ​ແຜ່​ກົດໝາຍ​ໃຫ້​ແກ່​ປະ​ຊາ​ຊົນ

 ​ໃນ​ຕະຫຼອດ​ໄລຍະ​ທີ່​ຜ່ານ​ມາ, ບັນດາ​ກະຊວງ, ຂະ​ແໜງ​ການ​ໄດ້​ກວດກາ​ລະບົບ​ຈົດໝາຍ​ລະຫວ່າງ​ຂະ​ແໜງ, ​ເອກະ​ສານ​ນິຕິ​ກຳທີ່​ຂຶ້ນ​ກັບ​ຂົງ​ເຂດ​ຂອງກະຊວງ, ຂະ​ແໜງ​ຕົນ​ຄຸ້ມ​ຄອງ​ເພື່ອ​ປັບປຸງ​ເພີ່ມ​ເຕີມ, ຫຼື​ຍື່ນ​ສະ​ເໜີ​ຕໍ່​ອົງການ​ມີ​ສິດ​ອຳນາດ​ປັບປຸງ​ເພີ່ມ​ເຕີມ​ໃຫ້​ສອດຄ່ອງ​ກັບ​ບັນດາ​ຂໍ້​ກຳນົດ​ຂອງກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ ​ແລະ ດຳລັດ​ຕ່າງໆ ທີ່​ແນະນຳ​ການ​ປະຕິ​ບັດກົດໝາຍ​ໂດຍ​ລະອຽດ. ພ້ອມ​ກັນ​ນັ້ນ, ບັນດາ​ອົງການ​ສື່​ມວນ​ຊົນຍູ້​ແຮງ​ການ​ໂຄສະນາ​ເຜີຍ​ແຜ່​ກົດໝາຍ​ກ່ຽວ​ກັບ​ທີ່​ດິນ​ໃຫ້​ແກ່​ປະຊາຊົນ.  ​ເມື່ອ​ຕີ​ລາຄາ​ໂດຍ​ສັງ​ເຂ​ບກ່ຽວ​ກັບ​ວິວັດ​ການ​ນີ້, ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິນ​ກວາງ ​ໃຫ້​ຮູ້​ວ່າ :  

   “ ​ໃນ​ໄລະ​ທີ່​ຜ່ານ​ມາ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໄດ້​ຍື່ນ​ສະ​ເໜີ​ລັດຖະບານຄຳ​ສັ່ງ​ຮຽກຮ້ອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ຜັນ​ຂະຫຍາຍ​ປະຕິບັດ ກົດໝາຍ​. ທີ 2, ພວກ​ຂ້າພະ​ເຈົ້າ​ໄດ້​ສົມທົບ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນປະຕິບັດ​ວຽກ​ງານ ໂຄສະນາ​ເຜີຍ​ແຜ່​ກົດໝາຍ​​ເປັນ​ຢ່າງ​ດີ​ເພື່ອ​ໃຫ້​ປະຊາຊົນ ​ແລະ ວິ​ສາ​ຫະກິດ​ເຂົ້າ​ໃຈ ​ແລະ ປະຕິບັດ​ກົດໝາຍ​ນີ້​ໃຫ້​ດີ ພ້ອມ​ທັງ​ສົມທົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ​ທີ່​ກ່ຽວຂ້ອງ ສ້າງ​ບັນດາ​ເອກະສານ​ນະ​ແນຳ​ການ​ປະຕິບັດ​ກົດໝາຍ. ປະຈຸ​ບັນ, ລັດຖະບານ​ໄດ້​ປະກາດ​ໃຊ້​ດຳລັດ 5 ສະບັບ. ກ່ຽວກັບ​ຈົດໝາຍ​ລະຫວ່າງ​ຂະ​ແໜງ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ​ໄດ້​ຮຽບຮຽງ​ຈົດໝາຍ​ລະຫວ່າງ​ຂະ​ແໜງ 10 ສະບັບ​​ໃຫ້​ສຳ​ເລັດ​ໂດຍ​ພື້ນຖານແລ້ວ ​ແລະ ຈະ​ປະກາດ​ໃຊ້​ໃນ​ໄລຍະ​ທີ​່ຈະ​ມາ​ເຖິງ”

     ສ້າງ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງກ່ຽວ​ກັບ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ່ດິນ

  ການຈັດ​ຕັ້ງປະຕິບັດກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​​ແມ່ນ​ວິວັດ​ການ​ໜຶ່ງ ​ແລະ ຕ​້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງຮອບດ້ານ, ຄົບ​ຊຸດ. ລັດຖະບານ​ໄດ້​ວາງ​ຈຸດ​ໝາຍ​ສະ​ເພາະ​ໜ້າ​ໃນ 2 ປິ 2014-2015 ​ແມ່ນ​ຕ້ອງສ້າງ​ການ​ຫັນປ່ຽນ​ຢ່າງ​ຈະ​ແຈ້ງ​ໃນ​ທຸກ​ດ້ານ. ບົນ​ຈິດ​ໃຈ​ດັ່ງກ່າວ, ​ແມ່ນ​ອົງການ​ເສນາ​ທິການ​ຊ່ວຍ​ລັດຖະບານກ່ຽວ​ກັບ​ການ​ຄຸ້ມ​ຄອງທີ່ດິນ​, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຈັດ​ຕັ້ງ​ປະຕິບັດ​ແຜນ​ກຳນົດ​ສັງ​ລວມ, ​ແຜນການນຳ​ໃຊ້​ທີ່ດິນ​ລະດັບ​ຊາດ​ຊຶ່ງ​ໄດ້​ຮັບ​ການ​ຮັບຮອງ​ເອົາຈາກ​ສະພາ​ແຫ່ງ​ຊາດ. ຄະນະ​ກຳມະການ​ປະຊາຊົນ ບັນດາ​ແຂວງ, ນະຄອນ​ໄດ້​ປະກາດ​ຢ່າງ​ເປີດ​ເຜີຍ ​ແລະ ຈັດ​ຕັ້ງ​ປະຕິບັດ​ແຜນ​ກຳນົດ​ສັງ​ລວມ, ​ແຜນການນຳ​ໃຊ້​ທີ່ດິນ​ລະດັບ​ແຂວງ​ຊຶ່ງ​ໄດ້​ຮັບ​ການ​ອະນຸມັດ​; ຊີ້​ນຳ​ແກ້​ໄຂ​ສະພາບ​ການ​ມອບ​ດິນ, ​ໃຫ້​ເຊົ່າທີ່​ດິນ​ຕາມ​ລຳພັງ​ໃຈ, ຄວບ​ຄຸມ​ຢ່າງ​ແໜ້ນ​ແຟ້ນການ​ຫັນປ່ຽນ​ຈຸດປະສົງ​ນຳ​ໃຊ້​ທີ່​ດິນ​ປູກ​ເຂົ້າ, ດິນ​ປ່າ​ນຳ​ໃຊ້​ເພື່ອ​ຈຸດປະສົງ​ພິ​ເສດ, ດິນ​ປ່າ​ປ້ອງ​ກັນ​ໄປ​ສູ່​ການ​ນຳ​ໃຊ້​ເພື່ອ​ຈຸດປະສົງ​ອື່ນໆ, ມີ​ຮູບ​ການ​ມອບ​ດິນ, ​ໃຫ້​ເຊົ່າ​ທີ່​ດິນ​ໃຫ້​ສອດຄ່ອງ​ກັບ​ຂໍ້​ກຳນົດ​ຂອງກົດໝາຍ​ວ່າ​ດ້ວຍ​ທີ່​ດິນ. ​ເພື່ອ​ຫຼີກ​ລ້ຽງ​ສະພາບ​ນຳ​ໃຊ້​ທີ່​ດິນ​ແບບ​ບໍ່​ມີ​ປະສິດທິ​ຜົນ, ທ່ານ​ລັດຖະມົນຕີ​ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ຫງວຽນ​ມິນ​ກວາງ ​ໃຫ້​ຮູ້​ວ່າ :

          “​ ນາຍົກລັດຖະມົນຕີຫວຽດນາມ​ໄດ້​ອອກ​ຄຳ​ສັ່ງກະຕຸກຊຸກຍູ້ດຳ​ເນີນ​ການ​ກວດກາ, ຖອນ​ທີ່​ດິນ​ຄືນ ​ແລະ ​ແກ້​ໄຂ​ສຳລັບ​ບັນດາ​ໂຄງການ​ທີ່​ນຳ​ເຂົ້າ​ເຄື່ອນ​ໄຫວ​ຢ່າງ​ຊັກ​ຊ້າ, ໝາກຜົນ​ມີ​ຢູ່​ວ່າ ທົ່ວ​ປະ​ເທດ​ໄດ້​ແກ້​ໄຂ, ຖອນ​ທີ່​ດິນ​ຄືນ​ໃນ​ເນື້ອ​ທີ່​ເກືອ​ບ 20.000 ​​ແຮັກ​ຕາ. ​ແຕ່​ໝາກຜົນ​ດັ່ງກ່າວ​ຍັງ​ຖືກ​ຈຳກັດ​ຢູ່ ​ເພາະ​ເນື້ອ​ທີ່​ດິນ​ຕ້ອງການ​ຖອນ​ຄືນຍ້ອນ​ຄວາມ​ຊັກ​ຊ້າ​ໃນ​ການ​ປະຕິບັດ. ​ເພື່ອ​ແກ້​ໄຂ​ສະພາບ​ດັ່ງກ່າວ, ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງຄັ້ງ​ນີ້ ມີ​ລະບອບ​ກຳນົດ​ຢ່າງ​ເຄັ່ງ​ຄັດ ​ເຮັດໃຫ້ບັນດາ​ນັກ​ລົງທຶນ​ໃນ​ວິວັດ​ການ​ພິຈາລະນາ​ເຊົ່າ​ທີ່​ດິນ​ຕອ້ງມອບ​ເງິນ​ເປັນ​ຈຳນວນ​ເທົ່າ​ທຽມ​ກັບ​ຄ່າ​ເຊ​ົ່າທີ່​ດິນ​ໃນ​ກຳນົດ​ເວລາ​ນັ້ນ ​ແລະ ຖ້າ​ຫາກ​ໝົດ​ກຳນົດ 24 ​ເດືອນ ​ເຊິ່ງບັນດາ​ນັກ​ລົງທຶນ​ຍັງ​ບໍ່​ສາມາດ​ນຳ​ເນື້ອ​ທີ່​ດິນ​ເຂົ້າ​ນຳ​ໃຊ້ນັ້ນ, ລັດ​ຈະ​ຖອນ​ເນື້ອ​ທີ່​ດິນ​ນັ້ນ​ຄືນ. ​ໄລຍະ​ທີ່​ຈະ​ມາ​ເຖິງ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມຈະ​ເພີ່ມ​ທະວີ​ວຽກ​ງານ​ກວດກາ​ເພື່ອ​ຫຼີກ​ລ້ຽງ​ການ​ລະ​ເມີດກົດໝາຍ”

    ​ໄປ​ຄຽງ​ຄູ່​ກັບ​ບັນດາ​ວຽກ​ງານ​ດັ່ງກ່າວ, ການ​ກຳນົດ​ລາຄາ​ທີ່​ດິນ ກໍ​ໄດ້​ຮັບ​ຄວາມ​ເອົາ​ໃຈ​ໃສ່​ຈາກບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ. ຕາມ​ນັ້ນ​ນັ້ນ​ແລ້ວ, ກະຊວງ​ຊັບພະຍາກອນ ​ແລະ ສິ່ງ​ແວດ​ລ້ອມ ສົມທົບ​ກັບບັນດາ​ກະຊວງ, ຂະ​ແໜງ​ການ, ຄະນະ​ກຳມະການ​ປະຊາຊົນ​ບັນດາ​ແຂວງ, ນະຄອນ ດຳ​ເນີນ​ການ​ສ້າງສາ​ລະ​ບານ​ລາຄາ​ທີ່​ດິນເພື່ອຍື່ນສະເໜີລັດຖະບານ; ຊີ້ນຳ, ແນະນຳ, ກວດກາການສ້າງສາ​ລະ​ບານ​ລາຄາ​ທີ່​ດິນ ແລະ ກຳນົດລາຄາທີ່ດິນ ໂດຍລະອຽດຢູ່ທ້ອງຖິ່ນ; ຄົ້ນຄ້ວາ, ທົດລອງສ້າງແຜນທີ່ລາຄາທີ່ດິນ ແລະ ສ້າງຖານຂໍ້ມູນກ່ຽວກັບລາຄາທີ່ດິນ.

    ກົດໝາຍ​ວ່າ​ດ້ວຍ​ທີ່​ດິນ​ສະບັບ​ປັບປຸງ​ປີ 2013 ມີຄວາມສຳຄັນພິເສດໃນ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້​ທີ່ດິນ​ ກໍຄືໃນການພັດທະນາເສດຖະກິດສັງຄົມ. ເລື່ອງບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງຖິ່ນຕ່າງໆກະກຽມທຸກເງື່ອນໄຂທີ່ດີ ເພື່ອປະຕິບັດກົດໝາຍ ຈະຊ່ວຍໃຫ້ກົດໝາຍເຂົ້າສູ່ຊີວິດຕົວຈິງໂດຍໄວ, ຮັບປະກັນການຄຸ້ມຄອງທີ່ດິນຢ່າງແໜ້ນແຟ້ນ ແລະ ມີປະສິດທິຜົນ.

ຕອບກັບ

ນ ຫອມຫວນ ອະໄພ

ດີ

ຂ່າວ/ບົດ​ອື່ນ