ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງມະ​ນຸດ​ ຢູ່ ຫວຽດ​ນາມ

(VOVWORLD) -ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຕັ້ງປັດໄຈມະນຸດ ແລະ ຄວາມປອດໄພມະນຸດ ເປັນບັນຫາໃຈກາງຂອງທຸກການເຄື່ອນໄຫວ. ມະຕິຂອງພັກ ກໍ່ຢັ້ງຢືນ ການຮັບປະກັນຄວາມປອດໄພຂອງມະນຸດ ທັງແມ່ນເປົ້າໝາຍສູ້ຊົນ, ທັງແມ່ນກຳລັງຫນູນໃຫ້ແກ່ສະຖຽນລະພາບດ້ານການເມືອງ ສັງຄົມ ແລະ ພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ສັນຕິສຸກ, ໝັ້ນຄົງເຂັ້ມແຂງ, ຍືນຍົງຄົງຕົວຕະຫລອດການ.
ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງມະ​ນຸດ​ ຢູ່ ຫວຽດ​ນາມ - ảnh 1ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຕັ້ງປັດໄຈມະນຸດ, ຄວາມປອດໄພຂອງມະນຸດເປັນບັນຫາໃຈກາງຂອງທຸກການເຄື່ອນໄຫວ.(ພາບ:VOV)

ພາຍຫລັງ 35 ປີແຫ່ງການປ່ຽນແປງໃຫມ່, ຫວຽດນາມ ບັນລຸໄດ້ບັນດາຜົນງານໃຫຍ່, ມີຄວາມໝາຍປະຫວັດສາດ, ເສດຖະກິດເຕີບໂຕດີພໍສົມຄວນ, ພື້ນຖານເສດຖະກິດການຕະຫລາດຕາມການກຳນົດທິດສັງຄົມນິຍົມໄດ້ເປັນຮູບເປັນຮ່າງຂຶ້ນເທື່ອລະກ້າວ. ສະພາບການດ້ານການເມືອງມີສະຖຽນລະພາບ, ຊີວິດດ້ານວັດທະນະທຳ, ຈິດໃຈຂອງປະຊາຊົນໄດ້ຮັບການຍົກສູງຂຶ້ນຢ່າງບໍ່ຢຸດຢັ້ງ.. ໝາກຜົນນີ້ປະກອບສ່ວນສ້າງພື້ນຖານຮັບປະກັນຄວາມໝັ້ນຄົງແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍ ຄວາມປອດໄພທາງສັງຄົມ, ຮັບປະກັນຄວາມປອດໄພມະນຸດຢູ່ ຫວຽດນາມ. ເຖິງວ່າ ໃນສະພາບການໃຫມ່ຂອງໂລກ ແລະ ພາກພື້ນ, ຫວຽດນາມ ພວມຢືນຢູ່ຕໍ່ຫນ້າສິ່ງທ້າທາຍນາໆປະການ ກ່ຽວກັບຄວາມສະຫງົບປອດໄພຂອງສັງຄົມ, ຄວາມປອດໄພຂອງມະນຸດ ຄວນໄດ້ຮັບການແກ້ໄຂ .

ແກ້ໄຂສິ່ງທ້າທາຍນີ້, ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກອມມູນິດ ຫວຽດນາມ ໄດ້ຕັ້ງປັດໄຈມະນຸດ, ຄວາມປອດໄພຂອງມະນຸດເປັນບັນຫາໃຈກາງຂອງທຸກການເຄື່ອນໄຫວ, ກຳນົດ ການປົກປັກຮັກສາຄວາມປອດໄພຂອງມະນຸດ ທັງແມ່ນ ເປົ້າໝາຍສູ້ຊົນ ທັງແມ່ນກຳລັງຫນູນຂອງພາລະກິດການປະຕິວັດຢູ່ ຫວຽດນາມ. ມະຕິກໍ່ຢັ້ງຢືນເຖິງຄວາມເອົາໃຈໃສ່ບັນຫາຄວາມໝັ້ນຄົງ ຄວາມປອດໄພ ແມ່ນຫນຶ່ງໃນບັນດາປັດໄຈແຖວຫນ້າໃນຊີວິດຂອງປະຊາຊົນ ສະນັ້ນ ການປົກປັກຮັກສາຄວາມສະຫງົບປອດໄພຂອງຊາດ ກໍ່ແມ່ນປົກປັກຮັກສາຊີວິດຂອງປະຊາຊົນ.

ພິເສດ ມະຕິ ກໍ່ຍົກອອກຄວາມຮັບຮູ້ໃຫມ່, ຈີນຕະນາການໃຫມ່ກ່ຽວກັບຄວາມສະຫງົບປອດໄພຂອງຊາດ ນັ້ນແມ່ນ “ຄວາມໝັ້ນຄົງທົ່ວໂລກ” ແລະ “ຄວາມປອດໄພຂອງມະນຸດ”.

ເພື່ອປະຕິບັດເປົ້າໝາຍ “ຄວາມປອດໄພຂອງມະນຸດ”, ພັກກອມມູນິດ ຫວຽດນາມ ບໍ່ພຽງແຕ່ຢັ້ງຢືນທີ່ຕັ້ງ “ຄວາມປອດໄພມະນຸດ” ແມ່ນບັນຫາໃຈກາງຂອງການພັດທະນາເທົ່ານັ້ນ ຫາກຍັງຍົກອອກລະບົບບັນດາຫນ້າທີ່, ມາດຕະການພັດທະນາປະເທດຊາດໃນໄລຍະພັດທະນາໃຫມ່ ດ້ວຍຈຸດສຸມແມ່ນຕິດພັນກັບຄວາມປອດໄພຂອງປະຊາຊົນຫວຽດນາມ.

ກ່ອນອື່ນໝົດ, ພັກ ໄດ້ກຳນົດ ຄວາມປອດໄພມະນຸດແມ່ນຕິດພັນກັບເອກະລາດ ອະທິປະໄຕຂອງປະເທດ ຂອງຊາດ ຂອງລະບອບສັງຄົມນິຍົມ, ຄວາມສະຫງົບປອດໄພຂອງຊາດ, ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ທີສອງ: ມະນຸດແມ່ນໃຈກາງ, ແມ່ນແຫລ່ງກຳລັງຂອງການພັດທະນາ. ສະນັ້ນ ພັກໄດ້ສຸມໃສ່ປຸກລຸກຈິດໃຈຮັກຊາດຢ່າງແຮງກ້າ, ຄວາມເອກອ້າງທະນົງໃຈ, ເຈດຈຳນົງສ້າງຄວາມເຂັ້ມແຂງດ້ວຍຕົນເອງ, ມີຈິດໃຈເມດຕາປານີ, ສາມັກຄີກັນ, ເປັນຈິດຫນຶ່ງໃຈດຽວໃນສັງຄົມ ແລະ ຄວາມຄາດຫວັງພັດທະນາປະເທດຊາດຂອງທົ່ວປວງຊົນທັງຊາດ.

ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ຂອງມະ​ນຸດ​ ຢູ່ ຫວຽດ​ນາມ - ảnh 2ກຳລັງຕຳຫລວດຜັນຂະຫຍາຍການປ້ອງກັນ ຄວບຄຸມໂລກລະບາດໂຄວິດ- 19 ຢູ່ ນະຄອນ ໂຮ່ຈີມິນ.(ພາບ:VOV)

ຕໍ່ຈາກນັ້ນ ເລື່ອງຮັບປະກັນຄວາມປອດໄພມະນຸດ ໝາຍຄວາມວ່າ ຕ້ອງສ້າງໄດ້ເງື່ອນໄຂດ້ານວັດຖຸ ແລະ ຈິດໃຈໃຫ້ນັບມື້ນັບຫລາຍກວ່າ ເພື່ອໃຫ້ມະນຸດມີຊີວິດການເປັນຢູ່ເປັນປົກກະຕິ ສະຫງົບສຸກ ແລະ ມີກາລະໂອກາດພັດທະນາ.

ມະຕິກອງປະຊຸມໃຫຍ່ຄັ້ງທີ XIII ຂອງພັກກໍ່ໄດ້ເຕື້ອງເຖິງການພັດທະນາປະເທດຊາດໃຫ້ຮັ່ງມີເຂັ້ມແຂງ ດ້ວຍປັດໄຈຖືມະນຸດເປັນໃຈກາງ. ມະຕິຊີ້ແຈ້ງວ່າ: “ປຸກລຸກຈິດໃຈ ແລະ ເຈດຈຳນົງ, ຄວາມຕັດສິນໃຈພັດທະນາປະເທດຊາດໃຫ້ມີຄວາມຈະເລີນຮຸ່ງເຮືອງ, ສັນຕິສຸກ; ປະເທດຊາດພັດທະນາຢ່າງໝັ້ນຄົງເຂັ້ມແຂງ, ຍືນຍົງຄົງຕົງຕະຫລອດການ; ເສີມຂະຫຍາຍຄຸນຄ່າດ້ານວັດທະນະທຳ, ກຳລັງແຮງຂອງປະຊາຊົນ ຫວຽດນາມ ໃນພາລະກິດແຫ່ງການສ້າງສາ ແລະ ປົກປັກຮັກສາປະເທດຊາດ.

ເພີ່ມທະວີການທູດດ້ານເສດຖະກິດ ຮັບໃຊ້ການພັດທະນາ, ຖືປະຊາຊົນ ແລະ ວິສາຫະກິດເປັນໃຈກາງຮັບໃຊ້. ມະຕິກໍ່ຢັ້ງຢືນ ເລື່ອງຄຸ້ມຄອງພັດທະນາສັງຄົມຢ່າງມີປະສິດທິຜົນ, ເຂັ້ມງວດ ແມ່ນຮັບປະກັນຄວາມສະຫງົບປອດໄພຂອງສັງຄົມ, ຄວາມປອດໄພຂອງມະນຸດ. ປະຕິບັດຄວາມກ້າວຫນ້າ ແລະ ຄວາມຍຸຕິທຳສັງຄົມ; ສ້າງສະພາບແວດລ້ອມດ້ານວັດທະນະທຳ, ຄຸນສົມບັດທາງສັງຄົມໃຫ້ປອດໃສ, ສີວິໄລ; ເອົາໃຈໃສ່ຍົກສູງຄຸນນະພາບການບໍລິການສາທາລະນະສຸກ, ຄຸນນະພາບຂອງປະຊາກອນ, ຕິດພັນປະຊາກອນກັບການພັດທະນາ; ເອົາໃຈໃສ່ເຖິງປະຊາຊົນທຸກຄົນ, ຮັບປະກັນນະໂຍບາຍດ້ານແຮງງານ, ວຽກເຮັດງານທຳ, ລາຍຮັບ, ປະຕິບັດສະຫວັດດີການສັງຄົມ, ຮັບປະກັນຊີວິດສັງຄົມ, ປັບປຸງຊີວິດການເປັນຢູ່ດ້ານວັດຖຸ ແລະ ຈິດໃຈຂອງປະຊາຊົນຢ່າງບໍ່ຢຸດຢັ້ງ ນັ້ນແມ່ນຮັບປະກັນຄວາມປອດໄພຂອງມະນຸດຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ