ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານທາງເຄືອຂ່າຍອິນເຕີແນດ ແມ່ນວຽກງານຕ້ອງເຮັດຂອງທຸກປະເທດ

(VOVWORLD) -ໃນຍຸກເຕັກໂນໂລຊີພັດທະນາຢ່າງແຮງຄືປະຈຸບັນ ຄວາມຕ້ອງການໄດ້ສຳຜັດ ແລະ ແບ່ງປັນຂໍ້ມູນຂ່າວສານທາງເຄືອຂ່າຍອິນເຕັດແນັດ ແມ່ນສິ່ງທີ່ຈຳເປັນຢ່າງແທ້ຈິງ. ເພາະສະນັ້ນ ບັນດາການບຸກໂຈມຕີໂດຍອາດຊະຍາກຳທາງເຄືອຂ່າຍອິນເຕີແນັດ ປະຕິບັດນັບມື້ນັບສັບສົນ, ແຍບຍົນ, ກໍ່ໃຫ້ເກີດສິ່ງທ້າທາຍບໍ່ແມ່ນຫນ້ອຍໃນວຽກງານປົກປັກຮັກສາຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານ. ກໍ່ເຊັ່ນດຽວກັນກັບທຸກປະເທດມີອະທິປະໄຕອື່ນ, ຫວຽດນາມ ໄດ້ປະຕິບັດກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ເພື່ອຮັບປະກັນຄວາມປອດໄພດ້ານຂໍ້ມູນຂ່າວສານໃນເຄືອຂ່າຍອິນເຕີແນັດ, ປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ, ສ້າງສາ ແລະ ພັດທະນາປະເທດຊາດ.

ເຄືອຂ່າຍອິນເຕີແນັດ ຂອງຫວຽດນາມ ຍາມໃດກໍ່ຖືກບັນດາອິດທິກຳລັງປະຕິການ, ເປັນປໍລະປັກ, ອາດຊະຍາກຳນຳໃຊ້ເພື່ອປະຕິບັດບັນດາການເຄື່ອນໄຫວລ່ວງລະເມີດຄວາມປອດໄພແຫ່ງຊາດ ແລະ ຄວາມເປັນລະບຽບຮຽບຮ້ອຍທາງສັງຄົມ. ອັນຕະລາຍພິເສດນັ້ນແມ່ນ ບັນດາອາດຊະຍາກຳໂຄສະນາເຜີຍແຜ່, ປຸກປັ່ນຍຸແຍ່ການກໍ່ຄວາມວຸນວາຍຈາລະຈົນ, ຕ້ານທຳລາຍສັງຄົມ, ປະຕິບັດ “ການປະຕິວັດສີ”, “ການປະຕິວັດຖະຫນົນ”..ເພື່ອແນໃສ່ປ່ຽນແປງລະບອບການເມືອງ. ສະພາບການຂ່າວລື, ຂ່າວຮ້າຍ ກໍ່ໄດ້ລົງຢ່າງຫລວງຫລາຍທາງເຄືອຂ່າຍອິນເຕັດແນັດ ໄດ້ສົ່ງຜົນສະທ້ອນເຖິງອະທິປະໄຕ, ຜົນປະໂຫຍດ, ຄວາມໝັ້ນຄົງ ແລະ ກໍ່ຜົນຮ້າຍເຖິງສິດ, ຜົນປະໂຫຍດຂອງບັນດາອົງການ, ສ່ວນບຸກຄົນຢູ່ພາຍໃນປະເທດ. ຕາມການສະຖິຕິຂອງກະຊວງຕຳຫລວດ ຫວຽດນາມແລ້ວ, ປະຈຸບັນ ພວມມີປະມານ 2.500 ຫນ້າເວັບປະຕິການຢູ່ຕ່າງປະເທດເຄື່ອນໄຫວໂຄສະນາຕ້ານທຳລາຍພັກ, ລັດຫວຽດນາມ.

ຮັບປະກັນຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານທາງເຄືອຂ່າຍອິນເຕີແນດ ແມ່ນວຽກງານຕ້ອງເຮັດຂອງທຸກປະເທດ - ảnh 1 (ພາບປະກອບ:  Internet)

ປະຕິບັດກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດເພື່ອປົກປັກຮັກສາຄວາມສະຫງົບປອດໄພແຫ່ງຊາດ ແລະ ພັດທະນາປະເທດຊາດ.

ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ຂອງຫວຽດນາມ ມີຜົນສັກສິດນັບແຕ່ວັນທີ 1 ມັງກອນ ປີ 2019, ຢືດໝັ້ນບັນຫາມີລັກສະນະເປັນຫລັກການ ນັ້ນແມ່ນບັນດາບໍລິສັດສະຫນອງຂໍ້ມູນຂ່າວສານ, ສະຫນອງບໍລິການ ອິນເຕີແນັດ, ຂຸດຄົ້ນບໍລິການທາງອິນເຕັດແນັດ ເປັນຕົ້ນແມ່ນບັນດາວິສາຫະກິດສະຫນອງບໍລິການຂ້າມຊາຍແດນ ຕ້ອງມີຄວາມຮັບຜິດຊອບປະຕິບັດຕາມກົດໝາຍຫວຽດນາມ, ເຄົາລົບອະທິປະໄຕ,ຜົນປະໂຫຍດ, ຄວາມໝັ້ນຄົງຂອງຊາດຫວຽດນາມ. ຫວຽດນາມ ຮຽກຮ້ອງບັນດາຄູ່ຮ່ວມມືຕ້ອງສະແດງໃຫ້ໄດ້ການຮ່ວມມື, ເຄົາລົບບັນດາຂໍ້ກຳນົດເມື່ອເຂົ້າມາເຄື່ອນໄຫວຢູ່ຫວຽດນາມ.

ພາຍຫລັງມີຜົນປະກາດໃຊ້ ເກືອບ 1 ປີ, ບັນດາຂໍ້ກຳນົດກ່ຽວກັບຄວາມໝັ້ນຄົງດ້ານຂໍ້ມູນຂ່າວສານທາງເຄືອຂ່າຍອິນເຕີແນັດຂອງກົດໝາຍສະບັບດັ່ງກ່າວໄດ້ເຂົ້າສູ່ຊີວິດ, ປະກອບສ່ວນເຮັດໃຫ້ຂໍ້ມູນຂ່າວສານໂລກເໝືອນຈິງໃຫ້ມີຄວາມປອດໃສ ສ້າງການກະທົບຕອບເປັນຢ່າງດີ ໃນຫລາຍດ້ານຂອງຊີວິດສັງຄົມ. ສິ່ງນີ້ໄດ້ພິສູດໃຫ້ເຫັນບັນດາເປົ້າໝາຍຕົ້ນຕໍຂອງ ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດຂອງຫວຽດນາມແມ່ນຖືກຕ້ອງ. ທ່ານ ບຸ່ຍວັນນາມ, ຮອງລັດຖະມົນຕີກະຊວງຕຳຫລວດ ຫວຽດນາມ ເນັ້ນຫນັກວ່າ:

“ຫນຶ່ງໃນບັນດາຈຸດສຸມຂອງກົດໝາຍສະບັບດັ່ງກ່າວແມ່ນປົກປັກຮັກສາລະບົບຄວາມໝັ້ນຄົງຂອງປະເທດຊາດ ແຕ່ພ້ອມກັນນັ້ນ ກໍ່ປະກອບສ່ວນເພື່ອພັດທະນາເສດຖະກິດ ສັງຄົມ ປະກອບສ່ວນຮັບປະກັນດ້ານປ້ອງກັນຊາດ, ອະທິປະໄຕຂອງຊາດ ກໍ່ຄື ປະກອບສ່ວນເພື່ອຍົກສູງທີ່ຕັ້ງບົດບາດການຕ່າງປະເທດຂອງຫວຽດນາມ.”

ກໍ່ເຊັ່ນດຽວກັນກັບທຸກປະເທດອື່ນ, ລັດຫວຽດນາມ ຕ້ອງຄຸ້ມຄອງ ແລະ ປົກປ້ອງຂໍ້ມູນຂ່າວສານຂອງປະຊາຊົນຫວຽດນາມ ແລະ ຂໍ້ມູນຂ່າວສານທີ່ສ້າງຂຶ້ນໃນ ຜືນແຜ່ນດິນຂອງຫວຽດນາມ. ກົດໝາຍວ່າດ້ວຍຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດ ແມ່ນເຄື່ອງມືມີປະສິດທິຜົນ ເພື່ອໃຫ້ລັດຖະບານຫວຽດນາມ ປະຕິບັດຫນ້າທີ່ນີ້.

ປົກປັກຮັກສາອະທິປະໄຕຄວາມໝັ້ນຄົງທາງເຄືອຂ່າຍອິນເຕີແນັດແມ່ນວຽກງານທີ່ຕ້ອງເຮັດຂອງທຸກປະເທດ.

ຕໍ່ຫນ້າສິ່ງທ້າທາຍເກີດຂຶ້ນປະຈຸບັນ ແລະ ຄວາມສ່ຽງພວມຊ້ອນແຝງ ຮຽກຮ້ອງຕ້ອງມີຮູບແບບ, ວິທີຄຸ້ມຄອງເຄືອຂ່າຍອິນເຕີແນັດ, ສະນັ້ນ ຫລາຍປະເທດ ພວມຮີບເຮັ່ງສ້າງບັນດາຮົ້ວປົກປັກຮັກສາ ດ້ວຍການວາງອອກບັນດາມາດຕະການແຂງກະດ້າງ.  ເຢຍລະມັນ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍການຄຸ້ມຄອງສື່ສັງຄົມອອນລາຍ.  ອົດສະຕາລີ ຖະແຫລງວ່າ ຈະປັບໄຫມບັນດາບໍລິສັດ ສະຫນອງການບໍລິການເຄືອຂ່າຍອິນເຕີແນັດ ແລະ ສື່ສັງຄົມອອນລາຍ ດ້ວຍ 10% ຍອດລາຍຮັບແຕ່ລະປີ ຊ້ຳບໍ່ໜຳ ຈຳຄຸກ 3 ປີ ສຳລັບຜູ້ບໍລິຫານ ຖ້າຫາກບໍ່ຍົກເລີກເນື້ອໃນຊົ່ວຮ້າຍ. ກົດໝາຍວ່າດ້ວຍການຕ້ານຂ່າວປອມ, ຂ່າວບໍ່ດີ ຂອງ ອີຢີບ ກໍ່ອະນຸຍາດໃຫ້ອົງການມີຫນ້າທີ່ຮັບຜິດຊອບມີສິດຕິດຕາມກວດກາບັນດາບັນຊີສ່ວນບຸກຄົນທາງສື່ສັງຄົມອອນລາຍ ຊື່ງມີກວ່າ 5000 ຄົນຕິດຕາມ. ກົດໝາຍວ່າດ້ວຍຄວາມໝັ້ນຄົງຂອງໄທ ກໍ່ໄດ້ກຳນົດ ຜູ້ແຜ່ຂ່າວລື ຕ້ອງຈຳຄຸກ 7 ປີ. ຫວ່າງແລ້ວນີ້ ຟີລີບປີນ ກໍ່ໄດ້ປະກາດໃຊ້ກົດໝາຍກຳນົດການເຄື່ອນໄຫວໂຄສະນາເຜີຍແຜ່ຂ່າວລື ທີ່ຖືກຮັບຖືວ່າ ແມ່ນອາດຊະຍາກຳອາຍາ, ຖືກຈຳຄຸກ 6 ເດືອນ ພ້ອບກັບເງິນປັບໄຫມກວ່າ 3000  USD. ສ່ວນ ສິງກະໂປ ກໍ່ຫາກໍ່ຮັບຮອງເອົາ ຮ່າງກົດໝາຍປົກປ້ອງການຄອບງຳ ແລະ ລອກລວງອອນລາຍ. ວັນທີ 26 ພະຈິກ ປີ 2019, ກະຊວງການຄ້າ ອາເມລິກາ ປະກາດຂໍ້ສະເຫນີຫລັກການໃຫມ່ ອະນຸຍາດໃຫ້ກະຊວງນີ້ ມີສິດຫ້າມບັນດາບໍລິສັດ ອາເມລິກາ ເຮັດທຸລະກິດກັບບັນດາບໍລິສັດຕ່າງປະເທດ ມີໄພນາບຂູ່ຄວາມໝັ້ນຄົງແຫ່ງຊາດ ສຳລັບລະບົບສະຫນອງຂໍ້ມູນຂ່າວສານ ແລະ ສື່ສານຂອງ ອາເມລິກາ.

ຫວຽດນາມ ພວມແມ່ນປະເທດມີສະຖຽນລະພາບດ້ານການເມືອງ, ສັງຄົມ ແລະ ໃນທ່ວງທ່າພັດທະນາ, ເຖິງຢ່າງໃດກໍຕາມ ກໍ່ຍັງຊ້ອນແຝງຄວາມສ່ຽງຫລາຍຢ່າງກໍ່ໃຫ້ເກີດຂາດສະຖຽນລະພາບ. ສະນັ້ນ ສ້າງສະພາບແວດລ້ອມດ້ານຂໍ້ມູນຂ່າວສານປອດໄສ, ປອດໄພ ທາງເຄືອຂ່າຍອິນເຕີແນັດ ຈະປະກອບສ່ວນຕັ້ງຫນ້າໃນການປົກປັກຮັກສາສະພາບແວດລ້ອມດ້ານການເມືອງ, ສັງຄົມ ໃຫ້ມີສະຖຽນລະພາບ, ປົກປັກຮັກສາອະທິປະໄຕຂອງປະເທດຊາດ, ສ້າງພື້ນຖານໃຫ້ປະເທດຊາດພັດທະນາຢ່າງໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ