ຮັບປະກັນຊີວິດສັງຄົມໃນໄລຍະເກີດໂລກລະບາດໂຄວິດ-19

(VOVWORLD) -ມະຕິເລກທີ 68 ດ້ວຍຈຳນວນເງິນ 26.000 ຕື້ດົ່ງ (ປະມານ 1,13 ຕື້ USD) ໄດ້ກາດໃຊ້ໃນຈຸດເວລາການແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ ແລະ ຮ້າຍແຮງ.
ຮັບປະກັນຊີວິດສັງຄົມໃນໄລຍະເກີດໂລກລະບາດໂຄວິດ-19 - ảnh 1ເມື່ອທຽບໃສ່ບັນດາບ້ວງເງິນໜູນຊ່ວຍກ່ອນນີ້, ມະຕິເລກທີ 68 ແມ່ນໜຶ່ງໃນບັນດານະໂຍບາຍທີ່ງ່າຍດ່າຍສຳລັບຜູ້ອອກແຮງງານ
(ພາບປະກອບ: TTXVN)

ລັດຖະບານຫວຽດນາມ ຫາກໍ່ປະກາດໃຊ້ມະຕິເລກທີ 68 ກ່ຽວກັບບາງນະໂຍບາຍໜູນຊ່ວຍຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານທີ່ປະສົບກັບຄວາມຫຍຸງຍາກຍ້ອນໂລກລະບາດໂຄວິດ-19. ນີ້ບໍ່ແມ່ນຄັ້ງທຳອິດທີ່ລັດຖະບານຫວຽດນາມ ມີນະໂຍບາຍໜູນຊ່ວຍວິສາຫະກິດ, ປະຊາຊົນທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ-19, ແຕ່ໃນຄັ້ງນີ້ປະຊາຊົນ ແລະ ວິສາຫະກິດໄດ້ຊົມໃຊ້ນະໂຍບາຍໄວທີ່ສຸດເທົ່າທີ່ສາມາດປະຕິບັດໄດ້.

        ມະຕິເລກທີ 68 ດ້ວຍຈຳນວນເງິນ 26.000 ຕື້ດົ່ງ (ປະມານ 1,13 ຕື້ USD) ໄດ້ກາດໃຊ້ໃນຈຸດເວລາການແຜ່ລະບາດຮອບທີ 4 ຂອງໂລກລະບາດໂຄວິດ-19 ມີການຜັນແປຢ່າງສັບສົນ ແລະ ຮ້າຍແຮງ. ນັບແຕ່ເດືອນ ເມສາ ມາຮອດປະຈຸບັນ, ປະຊາຄົມວິສາຫະກິດ, ບັນດາຜູ້ນຳໃຊ້ແຮງງານ ແລະ ຜູ້ອອກແຮງງານຖືກຜົນສະທ້ອນທີ່ບໍ່ດີຈາກການແຜ່ລະບາດຈຸດສູງພວມເກີດຂຶ້ນໄປຢູ່ຫຼາຍທ້ອງຖິ່ນ. ຕາມມະຕິແລ້ວ, ມີ 12 ໝວດນະໂຍບາຍໜູນຊ່ວຍໄດ້ຖືກນຳໃຊ້. ໃນນັ້ນ, 7 ໝວດນະໂຍບາຍກ່ຽວຂ້ອງເຖິງຜູ້ອອກແຮງງານ ແລະ 5 ໝວດນະໂຍບາຍໜູນຊ່ວຍຜູ້ນຳໃຊ້ແຮງງານ.

ມີຈຸດໃໝ່ຫຼາຍຈຸດ

        ເມື່ອທຽບໃສ່ບັນດາບ້ວງເງິນໜູນຊ່ວຍກ່ອນນີ້, ມະຕິເລກທີ 68 ແມ່ນໜຶ່ງໃນບັນດານະໂຍບາຍທີ່ງ່າຍດ່າຍສຳລັບຜູ້ອອກແຮງງານ. ຈຸດພົ້ນເດັ່ນແມ່ນຫຼຸດ 2/3 ຈຳນວນລະບຽບການ, ບັນດາເປົ້າໝາຍຈະໄດ້ສຳຜັດ, ຮັບຊົມໃຊ້ຢ່າງສະດວກສະບາຍກວ່າ. ເປົ້າໝາຍໄດ້ຮັບການເປີດກວ້າງຄື: ຜູ້ອອກແຮງງານຢຸດຕິການປະຕິບັດສັນຍາແຮງງານຊົ່ວຄາວ ຫຼື ພັກງານບໍ່ຮັບເງິນເດືອນ ຈາກ 15 ວັນຢ່າງລຽນຕິດຂຶ້ນໄປ, ນັບແຕ່ວັນທີ 01 ພຶດສະພາ 2021 ຮອດໝົດວັນທີ 31 ທັນວາ 2021,ພວມເຂົ້າຮ່ວມປະກັນສັງຄົມແບບບັງຄັບ. ບັນດາກໍລະນີຜູ້ອອກແຮງງານຖືພາ, ພວມລ້ຽງລູກຄີງ ແລະ ລູກລ້ຽງ. ນະໂຍບາຍຄັ້ງນີ້ໄດ້ໜູນຊ່ວຍຄ່າກິນທັງໝົດໃຫ້ແກ່ຜູ້ອອກແຮງງານຕິດເຊື້ອພະຍາດໂຄວິດ-19 ຫຼື ຖືກແຍກຄົວເພື່ອປ້ອງກັນ, ຕ້ານໂລກລະບາດໂຄວິດ-19…

ຮັບປະກັນຊີວິດສັງຄົມໃນໄລຍະເກີດໂລກລະບາດໂຄວິດ-19 - ảnh 2ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ເລວັນແທັງ
(ພາບ: baodansinh.vn)

ມະຕິເລກທີ 68 ກໍ່ເພີ່ມເຕີ່ມຫຼາຍນະໂຍບາຍໃໝ່ຄື: ຫຼຸດຄ່າປະກັນໄພອຸບັດຕິເຫດໃນການອອກແຮງງານ, ຕິດພະຍາດອາຊີບ; ໃຫ້ກູ້ຢືມເງິນເພື່ອຈ່າຍເງິນເດືອນເພື່ອຟື້ນຟູການຜະລິດດຳເນີນທຸລະກິດ. ທ່ານຮອງລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ເລວັນແທັງ, ໃຫ້ຮູ້ວ່າ:

        “ໂລກລະບາດຮອບທີ 4 ນີ້ໄດ້ສົ່ງຜົນກະທົບຢ່າງຮ້າຍແຮງເຖິງຜູ້ອອກແຮງງານ, ເຂດອຸດສາຫະກຳ, ເຂດຜະລິດເພື່ອສົ່ງອອກ ແລະ ບາງແຂວງ, ນະຄອນມີພົນລະເມືອງເປັນຈຳນວນຫຼວງຫຼາຍ. ເລື່ອງປະກາດໃຊ້ມະຕິແມ່ນຈຳເປັນທີ່ສຸດ ແລະ ຕອບສະໜອງໄດ້ຕາມຄວາມຕ້ອງການຂອງຜູ້ອອກແຮງງານ ແລະ ຜູ້ນຳໃຊ້ແຮງງານ. ສຳລັບຜູ້ອອກແຮງງານນອກລະບົບ, ລັດຖະບານໄດ້ມອບໃຫ້ທ້ອງຖິ່ນ ດ້ວຍການກຳນົດລະດັບໜູນຊ່ວຍຕ່ຳສຸດແມ່ນ 1,5 ລ້ານດົ່ງ/ຄົນ/ເດືອນ. ອີ່ງໃສ່ເງື່ອນໄຂ, ບັນດາທ້ອງຖິ່ນສາມາດໜູນຊ່ວຍໃນລະດັບຫຼາຍກວ່າໃຫ້ແກ່ຜູ້ອອກແຮງງານນອກລະບົບຢູ່ບໍລິເວນທີ່ຕົນຄຸ້ມຄອງ”.

        ນັກຊ່ຽວຊານ Andre Gama, ຜູ້ຮັບຜິດຊອບໂຄງການກ່ຽວກັບການຮັບປະກັນຊີວິດສັງຄົມ, ອົງການແຮງງານສາກົນ (ILO) ປະຈຳຫວຽດນາມ ໃຫ້ຮູ້ວ່າ:

        “ILO ມີຄວາມພາກພູມໃຈເມື່ອຫວຽດນາມ ໄດ້ປະກາດໃຊ້ມະຕິເລດທີ 68 ນີ້. ໃນໄລຍະໂລກລະບາດໂຄວິດ-19 ສືບຕໍ່ມີການຜັນແປຍາກທີ່ຈະຄາດຄະເນໄດ້ຢູ່ຫວຽດນາມ, ເລື່ອງລັດຖະບານ ຫວຽດນາມ ສາມາດມີການເຄື່ອນໄຫວຢ່າງໄວຄືແນວນັ້ນ ແມ່ນຈຸດພົ້ນເດັ່ນຢ່າງແທ້ຈິງ. ຜ່ານການໜູນຊ່ວຍເງິນສົດ, ສ້າງລາຍຮັບໃຫ້ແກ່ບັນດາຄອບຄົວ, ປະຊາຊົນສາມາດສືບຕໍ່ຊື້ເຄື່ອງຂອງ, ໃຊ້ຈ່າຍຕ່າງໆ, ຍ້ອນເຫດນັ້ນກໍ່ຊ່ວຍຮັກສາ ແລະ ຟື້ນຟູເສດຖະກິດໂດຍໄວ ພາຍຫຼັງບັນດາຄວາມເສຍຫາຍຍ້ອນໂລກລະບາດ”.

ຜັນຂະຫຍາຍໂດຍໄວ, ຖືກເປົ້າໝາຍ, ບັນລຸປະສິດທິຜົນ

        ຕາມທ່ານລັດຖະມົນຕີກະຊວງແຮງງານ, ທະຫານເສຍອົງຄະ ແລະ ສັງຄົມຫວຽດນາມ ດ່າວງອັກຢຸງ ແລ້ວ, ນະໂຍບາຍໜູນຊ່ວຍໃນຄັ້ງນີ້ຈະໄດ້ຮັບການຜັນຂະຫຍາຍຢ່າງຮີບເຮັ່ງ, ແຕ່ຍັງຮັບປະກັນບັນດາຂໍ້ກຳນົດຂອງກົດໝາຍ. ກະຊວງແຮງງານ, ທະຫານເສຍອົງຄະ ແລະສັງຄົມຫວຽດນາມ ໄດ້ແລກປ່ຽນກັບທະນາຄານແຫ່ງລັດ ແລະ ຜູ້ອຳນວຍການໃຫຍ່ທະນາຄານນະໂຍບາຍສັງຄົມ ກ່ຽວກັບການສົ່ງເອກະສານມື້ໃດກໍ່ພິຈາລະນາເອກະສານໃນມື້ນັ້ນ. ຫຼາຍສຸດແມ່ນ 7 ວັນຕ້ອງສະໜອງທຶນ. ທ່ານຫົວໜ້າທະນາຄານນະໂຍບາຍສັງຄົມຫວຽດນາມ ຮີ່ນວັນທ້ວນ, ໃຫ້ຮູ້ວ່າ:

        “ພວກຂ້າພະເຈົ້າໄດ້ເປີດຊຸດຝຶກອົບຮົມແນະນຳບັນດາຂັ້ນຕອນໃຫ້ກູ້ຢືມ. ຂັ້ນຕອນຢູ່ນີ້ແມ່ນໃຫ້ຜູ້ນຳໃຊ້ແຮງງານກູ້ຢຶມທຶນເພື່ອຈ່າຍເງິນເດືອນໃຫ້ແກ່ຜູ້ອອກແຮງງານທີ່ຢຸດງານ ແລະ ຈ່າຍເງິນເດືອນສຳລັບຜູ້ອອກແຮງງານຮັບໃຊ້ການຜະລິດ. ພາຍຫຼັງຊຸດຝຶກອົບຮົມ, ພວກຂ້າພະເຈົ້າສົມທົບກັບບັນດາຫົວໜ່ວຍທີ່ກ່ຽວຂ້ອງຜັນຂະຫຍາຍໂດຍທັນທີ. ພວກຂ້າພະເຈົ້າມີເຄືອຂ່າຍກວ້າງໄປທົ່ວ, ພ້ອມແລ້ວທີ່ຈະຮັບໃຊ້ລູກຄ້າທີ່ມີເງື່ອນໄຂຢ່າງພຽງພໍຕາມຂໍ້ຕົກລົງຂອງລັດຖະບານ”.

        ບ້ວງເງິນໜູນຊ່ວຍວິສາຫະກິດ ແລະ ຜູ້ອອກແຮງງານປະສົບກັບຄວາມຫຍຸ້ງຍາກ ໄດ້ເປັນການຢັ້ງຢືນອີກເທື່ອໜຶ່ງສານຂອງລັດຖະບານ ແມ່ນຍາມໃດກໍ່ມຸ່ງໄປເຖິງປະຊາຊົນ, ຮັບປະກັນຊີວິດການເປັນຢູ່ໃຫ້ແກ່ປະຊາຊົນ, ຮັບປະກັນຄວາມປອດໄພດ້ານສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນ. ຖ້າໄດ້ປ່ອຍທຶນຢ່າງມີປະສິດທິຜົນ, ບ້ວງເງິນໜູນຊ່ວຍຈຳນວນ 26.000 ຕື້ດົ່ງນັ້ນຈະແມ່ນແຫຼ່ງເງິນລົງທຶນເພື່ອຊ່ວຍປະຊາຊົນຮັບປະກັນຊີວິດການເປັນຢູ່, ຜ່ານນັ້ນຊຸກຍູ້ການເຕີບໂຕຂອງພື້ນຖານເສດຖະກິດໃນໄລຍະ 6 ເດືອນທ້າຍປີ 2021.

ຕອບກັບ

ຂ່າວ/ບົດ​ອື່ນ