ຮັບປະກັນຜັນຂະຫຍາຍປະສິດທິຜົນນະໂຍບາຍ ຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນ

ຕາມ​ແຜນ​ການ​ແລ້ວ, ເລີ່​ມ​ແຕ່​ວັນ​ທີ 1/1/2016 ເປັນ​ຕົ້ນ​ໄປ, ຫວຽດ​ນ​າມ​ຈະ​ຜັນ​ຂະ​ຫຍາຍ​ບັນ​ດາ​ນະ​ໂຍ​ບາຍ​ຕາມ​ມາດ​ຖານຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຫຼາຍ​ສົ້ນ ຊຶ່ງ​ເປັນ​ນະ​ໂຍ​ບາຍ​ໃໝ່​ໄດ້​ຮັບ​ຄວາມ​ປາດ​ຖະ​ໜາ​ວ່າ ຈະ​ຮັບ​ປະ​ກັນ​ລະ​ດັບ​ຄອງ​ຊີບ​ຢ່າງ​ຮອບ​ດ້ານກວ່​າ​ໃຫ້​ແກ່​ປະ​ຊາ​ຊົນ​ໃນ​ໄລ​ຍະ 5 ປີ​ທີ່​ຈະ​ມາ​ເຖິງ. ປະ​ຈຸ​ບັນ, ຫຼາຍ​ກະ​ຊວງ, ຂະ​ແໜງການ​ທີ່​ກ່ຽວ​ຂ້ອງພ້ອມ​ກັບ​ບັນ​ດາ​ທ້ອງ​ຖີ່ນ​ພວມ​ຕັ້ງ​ໜ້າ​ກະ​ກຽ​ມ​ວຽກ​ງານ​ເພື່ອ​ການປະ​ຕິ​ບັດນະ​ໂຍ​ບາຍ​ບັນ​ລຸ​ປະ​ສິດ​ທິ​ຜົນ​ສູງ.

ຮັບປະກັນຜັນຂະຫຍາຍປະສິດທິຜົນນະໂຍບາຍ ຫຼຸດຜ່ອນຄວາມທຸກຍາກຫຼາຍສົ້ນ - ảnh 1
ເຂດ​ພູ​ພຽງ​ຫີນ​ດົງ​ວັນ​ທີ່​ແຂ​ວງ ຮ່າ​ຢາງ ຕ້ອງ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ​ທີ່​ສຸດ

     ຊຸມ​ປີ​ກ່ອນນີ້, ມາດ​ຖານ​ກຳ​ນົດ​ຄອບ​ຄົວ​ທຸກ​ຍາກ​ເຄີຍ​ຖືກວັດ​ແທກ​ຜ່ານ​ລາຍ​ຮັບ. ມາດ​ຖານ​ຄວາມ​ທຸກ​ຍາກຖືກ​ກຳ​ນົດ​ໂດຍ​ອີງ​ໃສ່​ລະ​ດັບ​ລາຍ​ຈ່າຍ​ເພື່ອ​ຕອບ​ສະ​ໜອງ​ບັນ​ດາ​ຄວາມ​ຕ້ອງ​ການ​ໃນ​ລະ​ດັບ​ຕ່ຳ​ສຸດ ແລະ ຖືກ​ຄິດ​່​ເປັນ​ເງິນ. ຫຼັກ​ໝາຍ​ໃນ​ການ​ຫັນ​ປ່ຽນ​ຈາກວິ​ທີ​ການ​ວັດ​ແທກ​ສົ້ນ​ດຽວ​ໄປ​ສູ່ຫຼາຍ​ສົ້ນ ແມ່ນ​ໃນ​ວັນ​ທີ 15/9/2015 ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄດ້​ເຊັນ​ຂໍ້​ຕົກ​ລົງ​ອະ​ນຸ​ມັດ​ຜ່ານ​ແຜນ​ສັງ​ລວມ “ຫັນ​ປ່ຽນ​ວິ​ທີ​ສຳ​ພັດ​ວັດ​ແທກ​ຄວາມ​ທຸກ​ຍາກຈາກສົ້ນ​ດຽວ​ໄປ​ສູ່ຫຼາຍ​ສົ້ນທີ່​ນຳ​ໃຊ້​ໃນ​ໄລ​ຍະ 2016-2020”. ຕາມນັ້ນ​ແລ້ວ, ມາດ​ຖານ​ຄວາມ​ທຸກ​ຍາກໄລ​ຍະ 2016-2020 ຂອງ​ຫວຽດ​ນາມ​ໄດ້​ຖືກ​ສ້າງ​ຂຶ້ນ​ຕາມ​ທິດ​ນຳ​ໃຊ້​ໂດຍ​ປະ​ສານ​ສົມ​ທົບ​ທັງ ມາດ​ຖານ​ຄວາມ​ທຸກ​ຍາກ​ກ່ຽວ​ກັບ​ລາຍ​ຮັບ ແລະ ລະ​ດັບ​ຂາດ​ການ​ຊົມ​ໃຊ້​ບັນ​ດາ​ການ​ບໍ​ລິ​ການ​ສັງ​ຄົມ​ໂດຍ​ພື້ນ​ຖານ. ແລະ ເພື່ອ​ໃຫ້​ນະ​ໂຍ​ບາຍ​ເສີມ​ຂະ​ຫຍາຍ​ປະ​ສິດ​ທິ​ຜົນ​ນັ້ນ, ໃນຕົວ​ຈິງ ຈຳ​ເປັນ​ຕ້ອງ​ມີ​ການ​ກະ​ກຽມ​ກ່ຽວ​ກັບ​ກຳ​ລັງຄວາມ​ສາ​ມາດ, ແຫຼ່ງ​ກຳ​ລັງ ກໍ​ຄື​ການ​ສົມ​ທົບ​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ລະ​ຫວ່າງ​ຂະ​ແໜງ​ການ​ຂັ້ນ​ຕ່າງໆ.

      ຜັນ​ຂະ​ຫຍາຍ​ຢ່າງ​ຄົບ​ຊຸດ​ຢູ່​ຂັ້ນ​ສູນ​ກາງ

    ຕາມ​ແຜນ​ຮ່າງ​ແລ້ວ, ໃນ​ໄຕ​ມາດ​ທີ 4 ປີ 2015, ບັນ​ດາ​ອົງ​ການ​ສຳ​ນັກ​ງານ​ທີ່​ມີ​ໜ້າ​ທີ່​ຮັບ​ຜິດ​ຊອບ ຈະ​ຮວບ​ຮ່ວມ, ລາຍ​ງານ​ໝາກ​ຜົນ​ແຫ່ງ​ການ​ສຳຫຼວດ, ກຳ​ນົດ​ຈັດ​ປະ​ເພດ​ບັນ​ດາ​ເປົ້າ​ໝາຍ​ຕາມ ມາດ​ຖານ​ຄວາມ​ທຸກ​ຍາກຫຼາຍ​ສົ້ນ​ຂອງ​ທັງ​ປະ​ເທດ ແລະ ແຕ່​ລະ​ທ້ອງ​ຖິ່ນ, ບົດ​ລາຍ​ງານ​ຂອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ໄປ​ພ້ອມ​ກັບ​ວິ​ວັດ​ການ​ດັ່ງ​ກ່າວ, ການ​ສ້າງ ແລະ ມອບ​ໂອນ​ຊອບ​ແວ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ເນັດ, ຄຸ້ມ​ຄອງ​ເປົ້າ​ໝາຍ​ທຸກ​ຍາກ​ໃນ​ທົ່ວ​ປະ​ເທດ, ນຳ​ເຂົ້​າ​ຂໍ້​ມູນ​ສຳຫຼວດ​ເພື່ອ​ຕິດ​ຕາມ​ໝາກ​ຜົນ​ແຫ່ງ​ການ​ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ. ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫງວຽນ​ເຕີ້ນ​ຢຸງ ໃຫ້​ຮູ້​ວ່າ : 

    “ ລັດ​ຖະ​ບານ​ຊີ້​ນຳ​ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຈົ່ງ​ສຳຫຼວດກວດ​ກາ, ກຳ​ນົດ​ຈຳ​ນວນ​ຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວ​​ໃກ້​ຈະ​ທຸກ​ຍາກຕາມ​ມາດ​ຖານ​ໃໝ່ ແລະ ກະ​ກຽມ​ບັນ​ດາ​ເງື່ອນ​ໄຂ​ເພື່ອ​ປະ​ຕິ​ບັດ​ໃນ​ປີ 2016 ຕິດ​ພັນ​ກັບ​ການ​ຜັນ​ຂະ​ຫຍາຍ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກແບບ​ຍືນ​ຍົງ 2016-2020 ຊຶ່ງຫາ​ກໍ​ໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ. ພ້ອ​ມ​ກັນ​ນັ້ນ, ກໍ​ສືບ​ຕໍ່​ສ້າງ​ໃຫ້​ສົມ​ບູນ​ແບ​ບ ແລະ ປະ​ຕິ​ບັດ​ບັນ​ດາ​ນະ​ໂຍ​ບາຍ​ພິ​ເສດ​ສະ​ເພາະ​ສຳ​ລັບ​ປະ​ຊາ​ຊົນ​ເຂດ​ບັນ​ດາ​ເຜ​ົ່າ​ສ່ວນ​ໜ້ອຍ ແລະ ບັນ​ດາ​ບໍ​ລິ​ເວນ​ປະ​ສົບ​ກັບ​ຄວາມຫຍຸ້ງ​ຍາກ​ເປັນ​ພິ​ເສດ ”

     ໂດຍ​ອີງ​ຕາມ​ການ​ຊີ້​ນຳ​ຂອງ​ນາຍົກ​ລັ​ດ​ຖະ​ມົນ​ຕີ, ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ໄດ້​ສົມ​ທົບ​ກັບ​ກົມ​ໃຫຍ່​ສະ​ຖີ​ຕິ ແລະ ບັນ​ດາ​ກະ​ຊວງ, ຂະ​ແໜງ​ການ​ຕ່າງໆ​ທີ່​ກ່ຽວ​ຂ້ອງ ສ້າງ​ບັນ​ດາ​ມາດ​ຖານ​ກ່ຽວ​ກັບ​ລະ​ດັບ​ຄອງ​ຊີບ​ຢ່າງ​ຕ່ຳ​ສຸດ, ນະ​ໂຍ​ບາຍມາດ​ຖານ​ຄວາມ​ທຸກ​ຍາກ, ມາດ​ຖານ​ລະ​ດ​ັບ​ຄອງ​ຊີບປານ​ກາງ, ມາດ​ຖານຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວໃກ້​ຈະ​ທຸກ​ຍາກເພື່ອ​ຍື່ນ​ສະ​ເໜີ​ນາ​ຍົກ​ລັດ​ຖະ​ມົນ​ຕີ. ກະ​ຊວງ​ແຮງ​ງານ, ທະ​ຫານ​ເສຍ​ອົງ​ຄະ ແລະ ສັງ​ຄົມ​ ຫາ​ກໍ​ສຳ​ເລັດ​ຊຸດ​ອົມ​ຮົມ ໂຄ​ສະ​ນາ​ເຜີຍ​ແຜ່​ໃຫ້​ແກ່​ພະ​ນັກ​ງານ​ຂັ້ນ​ຕາ​ແສງ, ເມືອງ​ເພື່ອ​ຊອກ​ຄວາມ​ເຂົ​້າໃຈກ່ຽວ​ກັບ​ວິ​ທີ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຫຼາຍ​ສົ້ນ. ໃນ​ຂະ​ນະ​ນັ້ນ, ກະ​ຊວງ​ແຜ​ນ​ການ ແລະ ລົງ​ທຶນ​ຈະ​ປະ​ກາດ​ອັດ​ຕາ​ຂາດ​ບັນ​ດາຄວາມຕ້ອງ​ການ​ສັງ​ຄົມ​ຂອງ​ທົ່ວ​ປະ​ເທດ ແລະ ແຕ່​ລະ​ທ້ອງ​ຖິ່ນ, ໄຈ້​ແຍກ​ລະ​ດັບ​ການ​ປ່ຽນ​ແປງ, ສ້າງເປັນພື້ນ​ຖານ​ເພື່ອ​ກຳ​ນົດ​ທິດ​ບັນ​ດາ​ນະ​ໂຍ​ບາຍ​ພັດ​ທະ​ນາ​ເສດ​ຖະ​ກິດ​ໃນ​ເຂດ, ຂົງ​ເຂ​ດ, ນະ​ໂຍ​ບາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ໜູນ​ຊ່ວຍ​ສັ​ງ​ຄົມ. ຕາມ​ການ​ປະ​ເມ​ີນ​ແລ້ວ, ເພື່ອ​ປະ​ຕິ​ບັດ​ນະ​ໂຍ​ບາຍ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຫຼາຍ​ສົ້ນ​ໃນ​ປີ 2016, ງົບ​ປະ​ມານ​ແຫ່ງ​ລັດ​ຕ້ອງ​ຈັດ​ສັນ​ເງິນ 15 ພັນ​ຕື້​ດົງ​ເພື່ອ​ໜູນ​ຊ່ວຍ​ຈຳ​ນວນ​ຄົນ​ທຸກ​ຍາກ ແລະ ໃກ້​ຈະ​ທຸກ​ຍາກ. ດັ່ງ​ນັ້ນ, ກະ​ຊວງ​ການ​ເງິນຕ້ອງ​ມີ​ຄວາມ​ຮັບ​ຜິດ​ຊອບ​ຄິດ​ໄລ່ ດຸ່ນ​ດ່ຽງແຫຼ່ງ​ກຳ​ລັງ.

    ທ້ອງ​ຖິ່ນ​ລົງ​ທຶ​ປະ​ຕິ​ບັດ​ຢ່າງ​ຕັ້ງ​ໜ້າ

       ຕາມ​ທ່ານ ໂງ​ເຈື່ອງ​ທີ ຫົວ​ໜ້າ​ຫ້ອງ​ການ​ແຫ່ງ​ຊາດ​ກ່ຽວ​ກັບ​ການຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ, ທັດ​ສະ​ນ​ະ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກໃນ​ໄລ​ຍະ​ທີ່​ຈະ​ເຖ​ິງ​ແມ່ນ​ຈະ​ຍູ້​ແຮງ​ການ​ຈັດ​ແບ່ງ​ຂັ້ນ ມອບ​ສິດ​ອຳ​ນາດ​ໃຫ້​ຂັ້ນ​ຮາກ​ຖານ. ເພາະ​ສະ​ນັ້ນ, ຢູ່​ທ້ອງ​ຖິ່ນ, ຄະ​ນະ​ກຳ​ມະ​ການ​ປະ​ຊາ​ຊົນ​ບັນ​ດາ​ແຂວງ, ນະ​ຄອນ​ຊີ້​ນຳ​ການ​ຈັດ​ຕັ້ງ​ສຳຫຼວດ, ກຳ​ນົດ​ເປົ້າ​ໝາຍ​ຊົມ​ໃຊ້​ນະ​ໂຍ​ບາຍ ຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກ ແລະ ໜູນ​ຊ່ວຍ​ສັງ​ຄົມ​ປະ​ຈຳ​ໄລ​ຍະ;  ເປັນ​ເຈົ້າ​ການສ້າງ​ມາດ​ຕະ​ກ​ສຍ​ແກ້​ໄຂ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ຊົມ​ໃຊ້​ການ​ບໍ​ລິການສັງ​ຄົມ​ໂດຍ​ພື້ນ​ຖານ​ຂອງ​ປະ​ຊາ​ຊົນ​ໃນ​ບໍ​ລິ​ເວນ. ບ​າງ​ແຂວງ, ນະ​ຄອນ​ໄດ້​ກະ​ກຽມ​ຈັດ​ຕັ້ງ​ກອງ​ປະ​ຊຸມຜັນ​ຂະ​ຫຍາຍ​ແຜນ​ສັງ​ລວມ “ຫັນ​ປ່ຽນ​ວິ​ທີ​ສຳ​ພັດ​ວັດ​ແທກ​ຄວາມ​ທຸກ​ຍາກຈາກສົ້ນ​ດຽວ​ໄປ​ສູ່ຫຼາຍ​ສົ້ນທີ່​ນຳ​ໃຊ້​ໃນ​ໄລ​ຍະ 2016-2020” , ເປີດ​ຊຸດ​ອົບ​ຮົມ​ແນະ​ນຳ​ວິ​ທີ​ການ, ຂັ້ນ​ຕອນ​ການ​ສຳຫຼວດກວດກ​າຄອບ​ຄົວ​ທຸກ​ຍາກ, ຄອບ​ຄົວໃກ້​ຈະ​ທຸກ​ຍາກໃຫ້​ແກ່​ພະ​ນັກ​ງານ​ຂັ້ນ​ຮາກ​ຖານ. ທ່ານ​ຮອງ​ປະ​ທານ​ສະ​ພາ​ຊົນ​ເຜົ່າຂອງ ສະ​ພາແຫ່ງ​ຊາດ​ຫວຽດ​ນາມ ຫງວຽນ​ເລີມ​ແທ່ງ ຖື​ວ່າ : 

    “ ປ່ຽນ​ແປງວິ​ທີ​ສຳ​ພັດ​ເພື່ອ​ຍົກ​ສູງ​ຄວາມ​ສາ​ມາດ​ເປັນ​ເຈົ້າ​ຕົນ​ເອງ, ຄວາມ​ບືນ​ຕົວ​ຂຶ້ນ​ຂອງ​ປະ​ຊາ​ຊົນ​ດ້ວຍ​ຕົນ​ເອງ​ແມ່ນ​ກຳ​ລັງ​ດັນ​ທີ່​ສຳ​ຄັນ, ຫຼຸດ​ຜ່ອນ​ແນວ​ຄວາມ​ຄິດເອື່ອຍ​ອີງ​ຂອງ​ບາງ​ພາກ​ສ່ວນ​ຄົນ​ທຸກ​ຍາກ. ນະ​ໂຍ​ບາຍຫຼຸດ​ຜ່ອນ​ຄວາມ​ທຸກ​ຍາກຄວນຫຼຸດ​ຜ່ອນ​ການ​ໜູນ​ຊ່ວຍ​,ອຸດ​ໜູນ, ຊ່ວຍ​ເຫຼືອ​ລ້າ ແລະ ໜູນ​ຊ່ວຍ​ຕິດ​ພັນ​ກັບ​ບັນ​ດາ​ເງື່ອນ​ໄຂ​ລະ​ອຽດ. ນີ້​ແມ່ນ​ວິ​ທີ​ເຮັດ​ທີ່​ເໝາະ​ສົມ ”

      ການ​ຫັນ​ປ່ຽນ​ວິ​ທີ​ການ​ສຳ​ພັດ​ວັດ​ແທກ​ຄວາມ​ທຸກ​ຍາກ​ສົ້ນ​ດຽວ​ໄປ​ສູ່ຫຼາຍ​ສົ້ນ ແມ່ນ​ວິ​ວັດ​ການ​ໜຶ່ງ. ແຕ່​ການ​ກະ​ກຽມ​ຜັນ​ຂະ​ຫຍາຍ​ຢ່າງ​ເຂັ້ມ​ງວດ​ຂອງ​ຂະ​ແໜງ​ການ, ທ້ອງ​ຖິ່ນ, ຂັ້ນ​ຕ່າງໆ​ຈະຊ່ວຍ​ປະ​ຕິ​ບັດ​ແຜນ​ນະ​ໂຍ​ບາຍນີ້ໃຫ້​ບັນ​ລຸ​ປະ​ສິດ​ທິ​ຜົນ​ໄວ​ກວ່າ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ເນື້ອ​ໃນ​ລັດ​ຖະ​ທຳ​ມະ​ນູນ​ປີ 2013 ແມ່ນ “ ພົນ​ລະ​ເມືອງມີ​ສິດ​ໄດ້​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ ”.

ຕອບກັບ

ຂ່າວ/ບົດ​ອື່ນ