ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄົນງານ

(VOVWORLD) -ກອງປະຊຸມໃຫຍ່ຄັ້ງທີ XIII ກຳມະບານ ຫວຽດນາມ ອາຍຸການ 2023 – 2028 ດຳເນີນແຕ່ວັນທີ 1 – 3 ທັນວາ ຢູ່ ນະຄອນຫລວງ ຮ່າໂນ້ຍ. ນີ້ແມ່ນເຫດການການເມືອງສຳຄັນຂອງຊົນຊັ້ນກຳມະກອນ, ອົງການກຳມະບານ ຫວຽດນາມ ແມ່ນບັ້ນດຳເນີນຊີວິດການເມືອງອັນເລິກເຊິ່ງກວ້າງຂວາງໃນພະນັກງານ, ສະມາຊິກກຳມະບານ, ຄົນງານໃນທົ່ວປະເທດ. ກອງປະຊຸມໃຫຍ່ ຈະປຶກສາຫາລືບັນດາມາດຕະການຮັບປະກັນສິດຜົນປະໂຫຍດຂອງຄົນງານ, ສຸມໃສ່ພັດທະນາສະມາຊິກກຳມະບານ, ສ້າງກຳມະບານຂັ້ນຮາກຖານຢູ່ບັນດາວິສາຫະກິດນອກພາກລັດ; ສ້າງຖັນແຖວປະທານກຳມະບານຂັ້ນຮາກຖານ ຕອບສະຫນອງຄວາມຮຽກຮ້ອງຕ້ອງການໃນໄລຍະພັດທະນາໃຫມ່ຂອງປະເທດຊາດ.

ຮັບປະກັນສິດ ແລະ ຜົນປະໂຫຍດອັນຊອບທຳຂອງຄົນງານ - ảnh 1ທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນແຮງງານ ຫວຽດນາມ. ພາບ:baophunuthudo.vn

ກຳມະບານ ຫວຽດນາມ ແມ່ນອົງການຈັດຕັ້ງການເມືອງ - ສັງຄົມ ຂອງຊົນຊັ້ນກຳມະກອນ ແລະ ຂອງຄົນງານ ໂດຍໄດ້ຮັບການສ້າງຕັ້ງບົນພື້ນຖານຄວາມສະຫມັກໃຈ, ຕາງຫນ້າໃຫ້ຄົນງານ, ເບິ່ງແຍງ ແລະ ປົກປ້ອງສິດ, ຜົນປະໂຫຍດອັນຊອບທຳຂອງເຂົາເຈົ້າ. ມີຫລາຍນະໂຍບາຍຫນູນຊ່ວຍສະມາຊິກກຳມະບານໄດ້ຈັດຂຶ້ນຢູ່ກຳມະບານທຸກຂັ້ນ ຜັນຂະຫຍາຍໃນທົ່ວປະເທດໃນໄລຍະຜ່ານມາ ປະກອບສ່ວນປັບປຸງຊີວິດດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ຄົນງານ, ສ້າງກຳລັງຫນູນຊ່ວຍໃຫ້ເຂົາເຈົ້າຍົກສູງສະມັດຕະພາບແຮງງານ.

ປະສິດທິຜົນບັນດາຕົວເລກລະອຽດ

ປະຈຸບັນ ຫວຽດນາມມີສະມາຊິກກຳມະບານກວ່າ 11 ລ້ານ 330 ຄົນ. ໃນອາຍຸການ 2018 – 2023, ທົ່ວລະບົບກຳມະບານ ໄດ້ຮັບໃຊ້ສະມາຊິກກຳມະບານ, ຄົນງານນັບມື້ນັບດີກວ່າເກົ່າ. ມີ 72% ຍອດຈຳນວນວິສາຫະກິດໄດ້ສ້າງຕັ້ງກຳມະບານຂັ້ນຮາກຖານ ເພື່ອເບິ່ງແຍງ ແລະ ປົກປ້ອງສິດຜົນປະໂຫຍດອັນຊອບທຳໃຫ້ແກ່ຄົນງງານ, ເພີ່ມຂຶ້ນເກືອບ 6,5 % ເມື່ອທຽບໃສ່ໄລຍະຕົ້ນສະໄຫມ. ໂຄງການ “ຊາຍຄາກຳມະບານອັນອົບອຸ່ນ” ໄດ້ຫນູນຊ່ວຍໃຫ້ຄົນງານກວ່າ 14.000 ຄົນໃນການກໍ່ສ້າງ, ສ້ອມແປງເຮືອນຢູ່ ດ້ວຍຍອດຈຳນວນເງິນກວ່າ 500.000 ຕຶ້ດົງ (ປະມານ 21 ລ້ານ USD).

ນອກນັ້ນ ບັນດາອົງການກຳມະບານກໍ່ໄດ້ຢື້ຢາມຖາມຂ່າວ, ມອບຂອງຂວັນໃຫ້ແກ່ສະມາຊິກກຳມະບານ, ຄົນງານທີ່ປະສົບກັບຄວາມຫຍຸ້ງຍາກ ກວ່າ 30 ລ້ານເທື່ອຄົນ, ພິເສດໃນໂອກາດບຸນປີໃຫມ່ປະຈຳຊາດ ດ້ວຍຍອດຈຳນວນເງິນກວ່າ 28.000 ຕື້ດົ່ງ (ປະມານ 1,2 ຕຶ້ື້ USD).

ເປັນຫນ້າສົນໃຈ, ເປັນຄັ້ງທຳອິດທີ່ອົງການຈັດຕັ້ງກຳມະບານ ໄດ້ປະກາດໃຊ້ບັນດາບ້ວງເງິນຫນູນຊ່ວຍສະຫງວນໃຫ້ແກ່ສະມາຊິກກຳມະບານ, ຄົນງານທີ່ຖືກຜົນສະທ້ອນຈາກໂລກລະບາດໂຄວິດ 19, ບັນດາກຳລັງໃນແນວຫນ້າຕ້ານໂລກລະບາດ, ສະມາຊິກກຳມະບານ, ຄົນງານຖືກວ່າງງານ… ຫັກຈາກແຫ່ງການເງິນກຳມະບານ ດ້ວຍຍອດຈຳນວນເງິນນັບພັນໆຕື້ດົ່ງ.

ນອກນັ້ນ ກຳມະບານທຸກຂັ້ນ ກໍ່ຜັນຂະຫຍາຍ 13 ກອງທຶນຫນູນຊ່ວຍວຽກເຮັດງານທຳຢ່າງມີປະສິດທິຜົນ, ມີສະມາຊິກກຳມະບານ, ຄົນງານເກືອບ 3 ລ້ານຄົນ ໄດ້ກູ້ຢຶມທຶນ ດ້ວຍຍອດຈຳນວນເງິນນັບພັນໆຕື້ດົ່ງ. ສະເພາະກອງທຶນ CEP (ຊື່ງແມ່ນອົງການການເມືອງຈຸລະພາກຈຳກັດຜູ້ດຽວ ສະຫງວນໃຫ້ແກ່ຄົນງານທຸກຍາກສ້າງວຽກເຮັດງານທຳເອງ ຂອງນະຄອນໂຮ່ຈີມິນ)  ໃຫ້ກຳມະກອນກວ່າ 1,8 ລ້ານເທື່ອຄົນໄດ້ກູ້ຢຶມເງິນ ດ້ວຍຈຳນວນເງິນກວ່າ 31.000 ຕື້ດົ່ງ (ປະມານ 1,3 ຕື້ USD). ທ່ານ ເຈີນດວ່ານຈູງ, ຮອງປະທານ ສະຫະພັນແຮງງານ ນະຄອນ ໂຮ່ຈີມິນ ໃຫ້ຮູ້ວ່າ:                             

 “CEPໄດ້ສົມທົບກັບກຳມະບານທຸກຂັ້ນ ຍູ້ແຮງການຜັນຂະຫຍາຍບັນດາຜະລິດຕະພັນການບໍລິການສິນເຊື່ອມາໃຫ້ສະມາຊິກກຳມະບານ ຄົນງານ. ຜ່ານລາຍການລົງນາມກັບບັນດາແຂວງ, ໃນເດືອນຫນຶ່ງ CEP ໄດ້ປ່ອຍເງິນກູ້ກວ່າ 1000 ຕື້ດົ່ງ (42 ລ້ານ  USD). ພ້ອມກັນນັ້ນ ດ້ວຍລາຍການນີ້ ນັບແຕ່ເດືອນ ກໍລະກົດ CEP ກໍ່ໄດ້ສຸມໃສ່ມອບທຶນການສຶກສາ CEP ໃຫ້ແກ່ລູກຫລານຂອງລູກຄ້າ, ມອບເຮືອນໃຫ້ແກ່ລູກຄ້າທີ່ປະສົບກັບຄວາມຫຍຸ້ງຍາກດ້ານເຮືອນຢູ່”.         

ກໍ່ສ້າງອົງການກຳມະບານ ຫວຽດນາມແມ່ນບ່ອງອີງທີ່ມີຄວາມໄວ້ເນື້ອເຊື່ອໃຈຂອງຄົນງານ

ຈາກບັນດາຜົນງານທີ່ບັນລຸໄດ້ໃນ 5 ປີຜ່ານມາ, ເປົ້າໝາຍຕົ້ນຕໍຂອງອົງການກຳມະບານອາຍຸການ 2023 – 2028 ແມ່ນຍົກສູງຄຸນນະພາບການເຄື່ອນໄຫວ; ຖືສະມາຊິກກຳມະບານ, ຄົນງານແມ່ນໃຈກາງ; ຍົກສູງຄວາມຮັບຜິດຊອບການສົມທົບລະຫວ່າງທຸກຂັ້ນ, ທຸກອົງການ, ຫົວຫນ່ວຍໃນການຈັດຕັ້ງປະຕິບັດບັນດາຫນ້າທີ່ກ່ຽວຂ້ອງເຖິງສິດຜົນປະໂຫຍດຂອງສະມາຊິກກຳມະບານ, ຄົນງານ.

ທ່ານ ຫງວຽນດິ່ງຄາງ, ປະທານສະຫະພັນແຮງງານ ຫວຽດນາມ ຢືນຢັນວ່າ:

“ໃນອາຍຸການຈະມາເຖິງ, ກຳມະບານຫວຽດນາມ ຈະສືບຕໍ່ປ່ຽນແປງໃຫມ່ການຈັດຕັ້ງ ແລະ ການເຄື່ອນໄຫວ. ຖືຄວາມຕ້ອງການ, ຜົນປະໂຫຍດຂອງສະມາຊິກກຳມບານ ຄົນງານເປັນເປົ້າໝາຍ, ເປັນພື້ນຖານເພື່ອສ້າງແຜນການປະຕິບັດວຽກງານ. ສຸມໃສ່ປະຕິບັດບົດບາດເປັນຜູ້ຕາງຫນ້າ, ປົກປ້ອງສິດຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ ຄົນງານ. ຍູ້ແຮງ, ດຶງດູດ, ເຕົ້າໂຮມ, ສ້າງຄວາມສາມັກຄີໃນການກໍ່ສ້າງຊົນຊັ້ນກຳມະກອນ ຫວຽດນາມ ໃຫ້ທັນສະໄຫມ, ເຕີບໃຫຍ່, ເສີມຂະຫຍາຍຄວາມເອກອ້າງທະນົງໃຈຊາດ, ພູມປັນຍາ, ກຳລັງແຮງ, ຫົວຄິດປະດິດສ້າງຂອງພະນັກງານ, ສະມາຊິກກຳມະບານ, ຄົນງານ, ຕັດສິນໃຈກໍ່ສ້າງອົງການກຳມະບານ ຫວຽດນາມແມ່ນບ່ອນອີງທີ່ໄວ້ເນື້ອເຊື່ອໃຈຂອງຄົນງານ”.

ດ້ວຍເກືອບ 95 ປີທີ່ຮ່ວມເດີນທາງພ້ອມກັບຊາດ (ສ້າງຕັ້ງແຕ່ປີ 1929), ກຳມະບານ ຫວຽດນາມ ສືບຕໍ່ແມ່ນອົງການການເມືອງ ສັງຄົມທີ່ກວ້າງໃຫຍ່ຂອງຊົນຊັ້ນກຳມະກອນ, ຂອງຜູ້ອອກແຮງງານ ແມ່ນຂົວເຊື່ອມຕໍ່ລະຫວ່າງ ພັກກອມມູນິດຫວຽດນາມ ກັບຊົນຊັ້ນກຳມະກອນ ແລະ ຄົນງານ.

ຕອບກັບ

ຂ່າວ/ບົດ​ອື່ນ