ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ

(VOVWORLD) - ພັກ ແລະ ລັດຫວຽດນາມ ກຳນົດ ວຽກງານຫລຸດຜ່ອນຄວາມທຸກຍາກແບບຍືນຍົງ ແມ່ນແຜນນະໂຍບາຍໃຫຍ່, ສຳຄັນ, ມີຄວາມສະເຫມີຕົ້ນສະເຫມີປາຍ, ລຸລ່ວງໃນວິວັດການປະຕິບັດກິດຈະການປ່ຽນແປງໃຫມ່, ສ້າງສາ ແລະ ພັດທະນາປະເທດຊາດ. ນີ້ແມ່ນການກຳນົດທິດສັງຄົມນິຍົມທີ່ສຳຄັນຂອງ ສັງຄົມຫວຽດນາມ ພາຍໃຕ້ການນຳພາຂອງພັກ, ເພື່ອແນໃສ່ຮັບປະກັນສິດທິມະນຸດ, ເປັນຕົ້ນແມ່ນສິດໄດ້ຮັບປະກັນຊີວິດສັງຄົມຂອງປະຊາຊົນຕາມການກຳນົດໃນມາດຕາ 34 ຂອງລັດຖະທຳມະນູນ ສສ ຫວຽດນາມ ປີ 2013.
ຮັບ​ປະ​ກັນ​ສິດ​ທິ​ມະ​ນຸດ​ໃນ​ການ​ປະ​ຕິ​ບັດ​ໂຄງ​ການ​ເປົ້າ​ໝາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ລົບ​ລ້າງ​ຄວາມ​ອຶດ​ຫິວ​ຫລຸດ​ຜ່ອນ​ຄວາມ​ທຸກ​ຍາກ - ảnh 1ຜູ້ຕາງຫນ້າ ຄະນະກຳມະການແນວໂຮມປະເທດຊາດ ຫວຽດນາມ ນະຄອນ ຮ່າໂນ້ຍ ມອບເຮືອນມະຫາສາມັກຄີໃຫ້ປະຊາຊົນປະສົບກັບຄວາມຫຍຸ້ງຍາກຢູ່ເມືອງ ອືງຮວ່າ. (ພາບhanoimoi.com.vn)

ໃນໄລຍະແຕ່ປີ 2016 – 2020, ກິດຈະການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກ ຂອງຫວຽດນາມ ບັນລຸໄດ້ບັນດາຜົນງານພົ້ນເດັ່ນ, ເດັ່ນສຸດແມ່ນ ອັດຕາຄອບຄົວທຸກຍາກຫລຸດລົງຈາກ 9,88% ໃນປີ 2015 ລົງເຫລືອພຽງ 2,75% ໃນປີ 2020. ລັດຖະບານໄດ້ປະກາດໃຊ້ບັນດາໂຄງການ, ກົນໄກ, ນະໂຍບາຍ, ກົດໝາຍຢ່າງຄົບຊຸດ, ຮອບດ້ານພໍສົມຄວນເພື່ອຫນູນຊ່ວຍ ຫລຸດຜ່ອນຄວາມທຸກຍາກຮອບດ້ານໃຫ້ຜູ້ທຸກຍາກ ພ້ອມທັງມີນະໂຍບາຍ ຫລຸດຜ່ອນຄວາມທຸກຍາກແບບພິເສດສະເພາະ,ໃຫ້ບຸລິມະສິດບັນດາເປົ້າໝາຍມີຄວາມສ່ຽງ, ຊາວຊົນເຜົ່າ, ເຂດປະສົບກັບຄວາມຫຍຸ້ງຍາກເປັນພິເສດ.

ຍອດແຫລ່ງກຳລັງທີ່ລະດົມເພື່ອປະຕິບັດໂຄງການລົບລ້າງຄວາມອຶດຫິວ ຫລຸດຜ່ອນຄວາມທຸກຍາກແຫ່ງຊາດຂອງຫວຽດນາມ ໃນໄລຍະນີ້ ແມ່ນປະມານ 120.000 ຕື້ດົ່ງ. ຫວຽດນາມ ໄດ້ປະກາດໃຊ້ມາດຖານລະດັບທຸກຍາກແຫ່ງຊາດ  8 ຄັ້ງ ໃຫ້ເໝາະສົມກັບເງື່ອນໄຂເສດຖະກິດ ສັງຄົມ ຂອງປະເທດຊາດ ໃນແຕ່ລະໄລຍະ. ປະຈຸບັນ ຫວຽດນາມ ແມ່ນຫນຶ່ງໃນ 30 ປະເທດທຳອິດຢູ່ໃນໂລກ ແລະ ແມ່ນຫນຶ່ງໃນບັນດາປະເທດທຳອິດຂອງ ອາຊີ ນຳໃຊ້ມາດຖານລະດັບທຸກຍາກຫລາຍສົ້ນ, ຮັບປະກັນຄ່າຄອງຊີບຂອງຜູ້ທຸກຍາກຕິດພັນກັບເປົ້າໝາຍພັດທະນາແບບຍືນຍົງ.

ຫວຽດນາມ ກໍ່ໄດ້ສ້າງມາດຖານລະດັບທຸກຍາກໄລຍະ 2021 – 2025 ດ້ວຍຕົວເລກຄາດໝາຍ ລາຍຮັບສະເລ່ຍໃສ່ຫົວຄົນ/ເດືອນ ຢູ່ ເຂດຊົນນະບົດແມ່ນ 1.500.000 ດົ່ງ, ເຂດຕົວເມືອງ ແມ່ນ 2.000.000 ດົ່ງ. ປະຈຸບັນ ລັດຖະບານ ໄດ້ຊີ້ນຳໃຫ້ບັນດາແຂວງ, ນະຄອນ ປະຕິບັດວຽກງານສຳຫລວດກວດກາ, ຈັດປະເພດເປົ້າໝາຍຄອບຄົວທຸກຍາກ ເພື່ອເປັນບ່ອນອີງເພື່ອສ້າງ ແລະ ຜັນຂະຫຍາຍປະຕິບັດບັນດານະໂຍບາຍ, ໂຄງການ, ມາດຕະການ ຫລຸດຜ່ອນຄວາມທຸກຍາກ. ສະພາແຫ່ງຊາດ, ລັດຖະບານ ກໍ່ໄດ້ຈັດແບ່ງແຫລ່ງກຳລັງເພື່ອປະຕິບັດລະບົບນະໂຍບາຍ ຫລຸດຜ່ອນຄວາມທຸກຍາກ ເປັນປະຈຳ, ຫນູນຊ່ວຍທຸກດ້ານກ່ຽວກັບຊີວິດເສດຖະກິດ, ສັງຄົມ ໃຫ້ຄອບຄົວທຸກຍາກ.

ຄຽງຄູ່ກັບລະບົບນະໂຍບາຍ ຫລຸດຜ່ອນຄວາມທຸກຍາກ ເປັນປະຈຳ, ປີ 2021, ສະພາແຫ່ງຊາດ ໄດ້ປະກາດໃຊ້ມະຕິເລກທີ 24 ລົງວັນທີ 28 ກໍລະກົດປີ 2021 ເພື່ອອະນຸມັດແຜນນະໂຍບາຍລົງທຶນ ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການ ຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2022 – 2025 ດ້ວຍຄາດໝາຍ ຫລຸດຜ່ອນຄວາມທຸກຍາກຫລາຍສົ້ນ, ກວມລວມ, ຍືນຍົງ, ຈຳກັດມາທຸກຍາກຄືນໃຫມ່ ແລະ ເກີດຄວາມທຸກຍາກ; ຫນູນຊ່ວຍຜູ້ທຸກຍາກ ໄດ້ນຳໃຊ້ບັນດາການບໍລິການສັງຄົມຕາມມາດຖານລະດັບທຸກຍາກແຫ່ງຊາດ, ຍົກສູງຄຸນນະພາບການດຳລົງຊີວິດ..

ໂຄງການເປົ້າໝາຍແຫ່ງຊາດກ່ຽວກັບການຫລຸດຜ່ອນຄວາມທຸກຍາກແບບຍືນຍົງໄລຍະ 2021-2025 ໄດ້ສຸມໃສ່ແກ້ໄຂບັນຫາອຶດຫິວທຸກຍາກຈຸດສຸມ, ຮີບດ່ວນ, ມີເປົ້າໝາຍ, ມີກຳນົດເວລາ ຮັບປະກັນສິດທິມະນຸດ. ໂຄງການກໍ່ໄດ້ລົງທຶນພັດທະນາພື້ນຖານເສດຖະກິດສັງຄົມ ຢູ່ເຂດທຸກຍາກກວ່າໝູ່, ຍົກສູງລາຍຮັບ, ຄຸນນະພາບການດຳລົງຊີວິດຂອງຜູ້ທຸກຍາກ, ບຳລຸງສ້າງທັກສະວິຊາຊີບ, ສ້າງວຽກເຮັດງານທຳເປັນຢ່າງດີ, ຫນູນຊ່ວຍຜູ້ມີຄວາມສ່ຽງ ບໍ່ໃຫ້ຕົກເຂົ້າສູ່ສະພາບອຶດຫິວທຸກຍາກ.

ເມື່ອຜັນຂະຫຍາຍເປົ້າໝາຍ ຮັບປະກັນສິດທິມະນຸດຂອງຜູ້ທຸກຍາກ ຜ່ານການຜັນຂະຫຍາຍການຫລຸດຜ່ອນຄວາມທຸກຍາກແບບຍືນຍົງ, ທັດສະນະກວມລວມຂອງຫວຽດນາມ ນັ້ນແມ່ນ ບໍ່ ເອົາຄວາມກ້າວຫນ້າ ແລະ ຄວາມຍຸຕິທຳສັງຄົມ ໄປແລກເອົາການເຕີບໂຕເສດຖະກິດ. ຫວຽດນາມ ກໍ່ໄດ້ກຳນົດ ການລົງທຶນໃຫ້ວຽກງານຫລຸດຜ່ອນຄວາມທຸກຍາກ ແມ່ນລົງທຶນໃຫ້ການພັດທະນາ ເພື່ອແນໃສ່ຫນູນຊ່ວຍຜູ້ທຸກຍາກຫລຸດພົ້ນອອກຈາກຄວາມທຸກຍາກ, ສ້າງຊີວິດໃຫ້ດີຂຶ້ນ, ບໍລິເວນທຸກຍາກຫລຸດພົ້ນອອກຈາກສະພາບຫຍຸ້ງຍາກ, ສ້າງມາດຖານຊົນນະບົດໃຫມ່; ປະຕິບັດເປົ້າໝາຍພັດທະນາແບບຍືນຍົງ, ປະກອບສ່ວນຊຸກຍູ້ການເຕີບໂຕເສດຖະກິດ.

ຫວຽດນາມ ກໍ່ໄດ້ຍູ້ແຮງການປະຕິບັດເປົ້າໝາຍຫລຸດຜ່ອນຄວາມທຸກຍາກແບບກວມລວມ, ເປັນຕົ້ນແມ່ນ ຍົກສູງລາຍຮັບ ແລະຮັບປະກັນຫລາຍການບໍລິການສັງຄົມພື້ນຖານຄື: ວຽກເຮັດງານທຳ, ການສຶກສາ, ສາທາລະນະສຸກ, ນ້ຳປະປາ ແລະ ສຸຂະອະນາໄມ, ສື່ສານ.. ເພື່ອກ້າວໄປເຖິງການລົບລ້າງຄວາມທຸກຍາກອຶດຫິວໃຫ້ທຸກຄົນ, ຢູ່ທຸກບ່ອນ, ທຸກຈຸດເວລາ ແລະ ທຸກສົ້ນ. ຫວຽດນາມ ກໍ່ໄດ້ປ່ຽນໃຫມ່ນະໂຍບາຍ ຫລຸດຜ່ອນຄວາມທຸກຍາກ, ປຸກລຸກຄວາມຄາດຫວັງສ້າງຊີວິດໃຫ້ມີຄວາມອີ່ມຫນຳສຳລານຂອງປະຊາຊົນ ແລະ ເສີມຂະຫຍາຍກຳລັງແຮງຮອບດ້ານຂອງທັງລະບົບການເມືອງໃນກິດຈະການຫລຸດຜ່ອນຄວາມທຸກຍາກໃນເງື່ອນໄຂໃຫມ່, ເພື່ອແນໃສ່ປະຕິບັດສຳເລັດຄຳໝັ້ນສັນຍາກັບສາກົນກ່ຽວກັບການພັດທະນາແບບຍືນຍົງ ແລະ ລົບລ້າງຄວາມອຶດຫິວຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ