ຮັບປະກັນສິດທິມະນຸດໃນການສຶກສາອົບຮົມ, ດັດສ້າງນັກໂທດ

ການ​ດັດ​ສ້າງ​ນັກ​ໂທດ​ແມ່ນ​ການ​ເຄື່ອນ​ໄຫວ​ສຶກ​ສາ​ອົບ​ຮົມ​ທີ່​ມີ​ຈຸດ​ພິ​ເສດ​ສະ​ເພາະ​ຊ່ວຍ​ໃຫ້​ເຂົາ​ເຈົ້າ​ມີ​ການຫັນ​ປ່ຽນກ່ຽວ​ກັບ​ລະ​ດັບ​ຄວາມ​ຮັບ​ຮູ້, ທ່າ​ທີ, ການ​ກະ​ທຳ​ຕາ​ມ​ທິດ​ຕັ້ງ​ໜ້າເພື່ອ​ກະ​ກຽມ​ໃຫ້​ແກ່​ໄລ​ຍະ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ​ຄືນ​ໃໝ່. ຫວຽດ​ນາມ​ເຊີດ​ຊູລັກ​ສະ​ນະ​ມະ​ນຸດ​ສະ​ທຳ, ວັດ​ທະ​ນະ​ທຳ​ມະ​ນຸດ​ຢ່າງ​ເລິກ​ເຊິ່ງ​ໃນ​ນະ​ໂຍ​ບາຍ, ກົດ​ໝາຍ ແລະ ການ​ເຄື່ອນ​ໄຫວ​ຕົວ​ຈິງ​ຂອງ​ຂົງ​ເຂດນີ້. 

ຮັບປະກັນສິດທິມະນຸດໃນການສຶກສາອົບຮົມ, ດັດສ້າງນັກໂທດ - ảnh 1
ພິ​ທີ​ປະ​ກາດຂໍ້​ຕົກ​ລົງ​​ຂອງ​ປະ​ທານ​ປະ​ເທດ​ກ່ຽວ​ກັບ​ການອະ​ໄພ​ຍະ​ໂທດ​ກ່ອນ​ກຳ​ນົດ​ໃຫ້​ແກ່​ນັກ​ໂທກ

       ໂຄງ​ການ​ການ​ເມືອງ​ຂອງ​ພັກ​ກອ​ມມູ​ນິດຫວຽດ​ນາມ​ໄດ້​ລະ​ບຸ​ວ່າ : “ມະ​ນຸດ​ແມ່ນ​ໃຈ​ກາງ​ຂອງ​ຍຸດ​ທະ​ສາດ​ພັດ​ທະ​ນາ, ພ້ອມ​ທັງ​ແມ່ນ​ເຈົ້າ​ຂອງ​ການ​ພັດ​ທະ​ນາ. ເຄົາ​ລົບ ແລະ ປົກ​ປ້​ອງ​ສິດ​ທິ​ມະ​ນຸດ, ສິດ​ທິ​ມະ​ນຸດ​ຕ້ອງ​ຕິດ​ພັນກັບ​ສິດ ແລະ ຜົນ​ປະ​ໂຫຍດ​ຂອງປະ​ເທດ​ຊາດ ແລະ ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ”. ໂດຍ​ປະ​ຕິ​ບັດ​ບັນ​ດາ​ໂຄງ​ການ​ການ​ເມືອງ, ເອ​ກະ​ສານ​ຂອງ​ພັກ, ມາ​ຮອດ​ປະ​ຈຸ​ບັນ ລັດ​ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ ແລະ ລົງ​ນາມ​ໃນ​ບັນ​ດາ​ສົນ​ທິ​ສັນ​ຍາ​ສາ​ກົນ​ອັນ​ເປັນ​ພື້ນ​ຖານ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດເກືອບ​ທັງ​ໝົດ. ສິ່ງນີ້ ກໍ​ເປັນ​ພື້ນ​ຖານ​ເພື່ອ​ໃຫ້​ຫວຽດ​ນາມ​ຜັນ​ຂະ​ຫຍາຍ​ຈຸດ​ປະ​ສົງ​ມະ​ນຸດ​ສະ​ທຳ​ໃນ​ການ​ເຄື່ອນ​ໄຫວ​ສຶກ​ສາ​ອົບ​ຮົມ, ດັດ​ສ້າງ​ນັກ​ໂທດ, ອະ​ໄພ​ຍະ​ໂທດ ປ່ອຍ​ຕົວ​ກ່ອນ​ກຳ​ນົດ ແລະ ໜູນ​ຊ່ວຍ​ນັກ​ໂທດ​ເຊື່ອມ​ຕົວ​ເຂົ້າ​ກັບສັງ​ຄົມຄືນ​ໃໝ່.

      ການ​ລົງ​ທຶນ​ໃຫຍ່​ໃຫ້​ແກ່​ການ​ເຄື່ອນ​ໄຫວສຶກ​ສາ​ອົບ​ຮົມ, ດັດ​ສ້າງ​ນັກ​ໂທດ

  ນັບ​ແຕ່​ປີ 1957, ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ​ສົນ​ທິ​ສັນ​ຍາ 4 ສະ​ບັບ​ກ່ຽວ​ກັບ​ກົດ​ໝາຍ​ມະ​ນຸດ​ສະ​ທຳ “ ປົກ​ປ້ອງ​ຜູ້​ຮັບ​ເຄາະ​ຮ້າຍ​ຈາກ​ສົງ​ຄາມ, ປະ​ພຶດ​ໂດຍ​ມະ​ນຸດ​ສະ​ທຳ​ກັບ​ນັກ​ໂທດ​ສົງ​ຄາມ”. ກ່ອນ​ທີ່​ຈະ​ກາຍ​ເປັນ​ສະ​ມາ​ຊິກ​ຂອງ​ສະ​ຫະ​ປະ​ຊາ​ຊາດ, ໂດຍ​ຖືກ​ຕົກ​ຢູ່ໃນ​ທ່າ​ປິດ​ລ້ອມ, ຂວ້ຳບາດ​ຂອງ​ອາ​ເມ​ລິ​ກາ, ປີ 1981, ຫວຽດ​ນາມ​ໄດ້​ເຂົ້າ​ຮ່ວມ “ ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ການ​ລົບ​ລ້າງ​ບັນ​ດາ​ຮູບ​ການ​ຈຳ​ແນກ​ເຊື້ອ​ຊາດ ” ; ລົງ​ນາມ​ໃນ “ ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ການ​ລົບ​ລ້າງ​ທຸກໆ​ຮູບ​ການ​ຈຳ​ແນກ​ການ​ປະ​ພຶດ​ກັບ​ແມ່​ຍິງ” ແລະ ເຂົ້າ​ຮ່ວມສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດ 2 ສະ​ບັບ. ນັ້ນ​ແມ່ນ “ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ບັນ​ດາ​ສິດ​ເສດ​ຖະ​ກິດ, ວັດ​ທະ​ນະ​ທຳ ແລະ ສັງ​ຄົມ” ແລະ “ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ບັນ​ດາ​ສິດ​ພົນ​ລະ​ເຮືອນ​ການ​ເມືອງ” ໃນ​ປີ 1982. ປີ 1990, ຫວຽດ​ນາມ​ສືບ​ຕໍ່​ລົງ​ນາມ​ໃນ ສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​​ສິດ​ທິ​ເດັກ.

     ໂດຍ​ປະ​ຕິບ​ັດ​ຕາມ​ພາກ 2 ລັດ​ຖະ​ທຳ​ມະ​ນູນ​ປີ 2013 ກ່ຽວ​ກັບ​ສິດ​ທິ​ມະ​ນຸດ, ສິດ ແລະ ພັນ​ທະ​ພົນ​ລະ​ເຮືອນ”, ພ້ອມ​ກັນ​ນັ້ນ ກໍ​ຫັນ​ບັນ​ດາສົນ​ທິ​ສັນ​ຍາ​ສາ​ກົນ​ກ່ຽວ​ກັບ​ສິດ​ທິ​ມະ​ນຸດຊຶ່ງ​ຫວຽດ​ນາມ​ໄດ້​ໃຫ້​ສັດ​ຕະ​ຍາ​ບັນ​ເປັນ​ກົດ​ໝາຍ, ປີ 2014, ຫວຽດ​ນາມໄດ້​ໃຫ້​ສັດ​ຕະ​ຍາ​ບັນ ສົນ​ທິ​ສັນ​ຍາ​ສິດ​ທິ​ມະ​ນຸດທີ່​ສະ​ດຸ້ງ​ໄວ, ຮຽກ​ຮ້ອງ​ໃຫ້​ລັດ​ຕ້ອງ​ລົງ​ທຶນ​ແຫຼ່ງກຳ​ລັງ​ຢ່າງ​ໃຫຍ່ຫຼວງ​ເພື່ອ​ດັດ​ສ້າງ​ຢູ່​ບັນ​ດາ​ຄ້າຍຄຸມ​ຂັງ, ຍົກ​ສູງ​ມາດ​ຖານ​ດ້ານ​ການ​ກິນ​ການ​ຢູ່​ໃຫ້​ແກ່​ບັນ​ດາ​ນັກ​ໂທດ, ເປີດ​ຊຸດ​ຮຽນ​ໃຫ້​ຄົນ​ພິ​ການ. ສຳ​ລັບ​ການ​ຮັບ​ປະ​ກັນ ສິດ​ທິ​ມະ​ນຸດ​ຂອງ​ບັນ​ດາ​ນັກ​ໂທດ, ລັດ​ຖະ​ບານ​ຫວຽດ​ນາມ​ໄດ້​ມີ​ມະ​ຕິ “ ປະ​ກາດ​ໃຊ້​ຂໍ້​ກຳ​ນົດ​ຄ້າຍ​ຄຸມ​ຂັງ” ແລະ ດຳ​ລັດ “ ປັບ​ປຸງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການ​ກັກ​ຂັງ ແລະ ກັກ​ຕົວ​ຊົ່ວ​ຂ່​າວ​ປີ 1988 ຂອງ​ລັດ​ຖະ​ບານ.  ” ບັນ​ດາ​ດຳ​ລັດ​ດັ່ງ​ກ່າວ​ໄດ້​ຮັບ​ປະ​ກັນ​ບັນ​ດາຫຼັກ​ການ​ອຳ​ນາດ​ແຫ່ງ​ກົດ​ໝາຍ​ສຳ​ລັບ​ບັນ​ດາ​ນັກ​ໂທດ​ພວມ​ຖືກ​ຄຸມ​ຂັງ. ກ່ຽວ​ກັບ​ລະ​ບອບ​ຄຸ້ມ​ຄອງ​ນັກ​ໂທດ, ດຳ​ລັດ“ ດັດ​ແປງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການກັກ​ຂັງ ແລະ ກັກ​ຕົວ​ຊົ່ວ​ຂ່​າວ​ປີ 1988 ຂອງ​ລັດ​ຖະ​ບານ ” ໄດ້​ກຳ​ນົດ​ວ່າ : ຄ້າຍ​ຄຸມ​ຂັງ​ຕ້ອງ​ຈັບ​ຂັງ​ນັກ​ໂທດ​ຕາມ​ແຕ່​ລະ​ປະ​ເພດ…ສ​ຳ​ລັບ​ນັກ​ໂທດ​ຍິງ ແລະ ຜູ້ບໍ່​ເຖິງ​ກະ​ສຽນ​ອາ​ຍຸ ແມ່ນ​ຕ້ອງ​ຖືກ​ກັກ​ຂັງ​ຢູ່​ເຂດ​ຕ່າງ​ຫາກ, ຄ້າຍ​ຄຸມ​ຂັງ​ຕ້ອງ​ໄດ້​ຮັບ​ການ​ປ້ອງ​ກັນຢ່າງ​ເຄັ່ງ​ຄັດ.

     ໜູນ​ຊ່ວຍ​ນັກ​ໂທດ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ​ຄືນ​ໃໝ່

   ພ້ອມ​ກັບການ​ຮັບ​ປະ​ກັນ​ສິດ​ໄດ້​ຢູ່​ໄດ້​ກິນ, ໄດ້​ຮ່ຳ​ຮຽນ ແລະ ດຳ​ເນີນຊີ​ວິດ​ຂອງ​ນັກ​ໂທດ, ນະ​ໂຍ​ບາຍ, ກົດ​ໝາຍ​ຂອງ​ຫວຽດ​ນາມ ກໍ​ໄດ້​ກຳ​ນົດ​ແຈ້ງເຖິງການໜູນ​ຊ່ວຍ​ນັກ​ໂທດ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ​ຄືນ​ໃໝ່ຜ່ານ​ການ​ອອກ​ແຮງ​ງານ. ດຳ​ລັດ“ ດັດ​ແປງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ຂໍ້​ກຳ​ນົດ​ກ່ຽວ​ກັບ​ການກັກ​ຂັງ ແລະ ກັກ​ຕົວ​ຊົ່ວ​ຂ່​າວ​ປີ 1988 ຂອງ​ລັດ​ຖະ​ບານ ” ໄດ້​ກຳ​ນົດ “ ນັກ​ໂທດ​ອອກ​ແຮງ​ງານ​ເປັນ​ເວ​ລາ 8 ຊົວ​ໂມງ​ຕໍ່​ວັນ”, “ນັກ​ໂທດ​ຍິງ​ຖື​ພາ​ຈະ​ໄດ້​ພັກ​ຜ່ອນ​ໃນ​ຈຸດ​ເວ​ລາ​ກ່ອນ ແລະ ພາຍຫຼັງ​ປະ​ສູກ​ລູກ​ຕາມ​ຂໍ້​ກຳ​ນົດ​ລວມ​ຂອງ​ລັດ. ດຳ​ລັດ “ ດັດ​ແປງ, ເພີ່ມ​ເຕີມ​ບາງ​ມາດ​ຕາ​ຂອງ​ຂໍ້​ກຳ​ນົດ​ກ່ຽວ​ກັບການກັກ​ຂັງ ແລະ ກັກ​ຕົວ​ຊົ່ວ​ຂ່​າວ​ປີ 1988 ຂອງ​ລັດ​ຖະ​ບານ ”​ກໍ​ໄດ້​ຊີ້​ແຈ້ງວ່າ “  ໝາກ​ຜົນ​ການ​ອອກ​ແຮ​ງານ​ໂດຍ​ນັກ​ໂທດ​ນຳ​ໃຊ້​ເພື່ອ​ລົງ​ທຶນ​ເປີດ​ກ້​ວາງ​ການ​ຜະ​ລິດ, ກໍ່​ສ້າງ​ພື້ນ​ຖານ​ວັດ​ຖຸ​ຂອງ​ຄ້າຍ​ຄຸມ​ຂັງ,  , ຊົມ​ເຊີຍ​ນັກ​ໂທກ​ທີ່​ໄດ້​ລື່ນ​ກາຍ​ຄາດ​ໝາຍ​ອອກ​ແຮງ​ງານ”. ຖ້າ​ຫາກ​ນັກ​ໂທກ​ມີ​ການ​ດັດ​ສ້າງ, ອອກ​ແຮງ​ງານ, ຮ່ຳ​ຮຽນ​ເປັນ​ຢ່າງ​ດີ​ໃນ​ໄລ​ຍະ​ປະ​ຕິ​ບັດ​ໂທດ, ລັດ​ຈະ​ພິ​ຈາ​ລະ​ນາ, ອະ​ໄພ​ຍະ​ໂທດ, ປ່ອຍ​ຕົວ​ກ່ອນ​ກຳ​ນົດ​ຕາ​ຮມ​ກົດ​ໝາຍ​ໃນ​ໂອ​ກາດ​ບັນ​ດາ​ວັນ​ບຸນ​ໃຫຍ່​ຂອງ​ປະ​ເທດ​ຊາດ.

    ເປັນ​ອັນ​ວ່າ ທົ່ວ​ລະ​ບົບ​ບັນ​ດາ​ທັດ​ສະ​ນະ​ນະ​ໂຍ​ບາຍ​ຂອງ​ຫວຽດ​ນາມທີ່​ມີ​ຕໍ່​ຜູ້​ປະ​ຕິ​ບັດ​ໂທດ ແມ່ນ​ໄດ້​ສະ​ແດງ​ໃຫ້​ເຫັນ​ຢ່າງ​ມີ​ຊີ​ວິດ​ຊີ​ວາ​ກ່ຽວ​ກັບ​ມູນ​ເຊື້ອ​ມະ​ນຸດ​ສະ​ທຳ, ລັກ​ສະ​ນະ​ວັດ​ທະ​ນະ​ທຳ​ມະ​ນຸດ​ອັນ​ສູງ​ສົ່ງ​ຂອງ​ຊາດ​ຫວຽດ​ນາມ. ສ້າງ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ສຶກ​ສາ​ອົບ​ຮົມ​ນັກ​ໂທດ​ໃຫ້​ສົດ​ໃສ, ປອດ​ໄພ, ໃກ້​ຊິດ​ສະ​ໜິດ​ສະ​ໜົມ, ໜູນ​ຊ່ວຍ​ນັກ​ໂທດ​ເຊື່ອມ​ຕົວ​ເຂົ້າ​ກັບ​ສັງ​ຄົມ​ຄືນ​ໃໝ່ ກໍ​ແມ່ນ​ໝາກ​ຜົນ​ອັນ​ໃຫຍ່ຫຼວງ​ຂອງ​ຫວຽດ​ນາມ​ໃນ​ຂົງ​ເຂດ​ຮັບ​ປະ​ກັນ ສິດ​ທິ​ມະ​ນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ