ຮັບປະກັນອັດຕາສ່ວນຫນີ້ສາທາລະນະຢ່າງເໝາະສົມເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ


(vovworld)- ການ​ຄວບ​ຄ​ຸມ​ຢ່າງ​ແຫນ້ນ​ແຟ້ນ, ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ນຳ​ໃຊ້ ແລະ ຮັບ​ປະ​ກັນ​ຫນີ້​ສາ​ທາ​ລະ​ນະ​ໃນ​ຂ​ອບ​ເຂດ​ກຳ​ນົດ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ມາ​ດ​ຕະ​ການ​ເພື່ອ​ຮັກ​ສາ​ການ​ເງິນ​ແຫ່ງ​ຊາດ​ຢ່າງ​ປອດ​ໄພ, ຮັກ​ສາດ້ານ​ເສດ​ຖ​ະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ. ຈຸດ​ໝາຍນີ້​ໄດ້, ພວມ ແລະ ຈະ​ໄດ້​ຮັບ​ການ​ຜັນ​ຂະ​ຫຍາຍ​ຢ່າງ​ຂ້ຽວ​ຂາດ​ຈາກ​ລັດ​ຖະ​ບານ​ຫວຽດ​ນາມ, ເປັນ​ຕົ້ນ​​ແມ່ນໃນ​ສະ​ພາ​ວະ​ ຫນີ້​ສາ​ທາ​ລະ​ນະຂອງ​ຫວຽດ​ນາມ​ພວມ ເພີ່ມ​ຂຶ້ນ​ສູງ.

ຮັບປະກັນອັດຕາສ່ວນຫນີ້ສາທາລະນະຢ່າງເໝາະສົມເພື່ອຮັກສາເສດຖະກິດມະຫາພາກເປັນປົກກະຕິ - ảnh 1
ພາບ​ປະ​ກອບ:internet

        ການ​ລົງ​ທຶນ​ຂອງ​ລັດ ຕ້ອງ​ການ​ບັນ​ດາ​ແຫລ່ງ​ທຶນ​ເພື່ອ​ພັດ​ທະ​ນາ, ກໍ່ສ້າງ​ລະ​ບົບ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖ​ະ​ກິດ​ສັງ​ຄົມ. ໃນ​ໄລ​ຍະ​ຜ່ານ​ມາ, ຢູ່​ຫວຽດ​ນາມ ມີກວ່າ 98% ທຶນ​ກູ້​ຢືມ​ໄດ້​ນຳ​ໃຊ້​ໂດຍ​ກົງ​ໃຫ້​ແກ່​ບັນ​ດາ​ໂຄງ​ການ​ພື້ນ​ຖານ​ໂຄງ​ລ່າງ, ສ່ວນ​ຍັງ​ເຫລືອ​ນຳ​ເຂົ້າ​ງົບ​ປະ​ມານ​ແຫ່ງ​ລັດ​ເພື່ອ​ເບີກ​ຈ່າຍ​ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ(1,5%) ແລະ ສ່ວນ​ຫນື່ງ​ແມ່ນ​ເບິີກ​ຈ່າຍ​ໃຫ້​ແກ່​ວຽກ​ງານ​ບໍ​ລິ​ຫານ​ໃນບັນ​ດາ​ໂຄງ​ການ​ກູ້​ຢືມທຶ​ນ ODA ຕາມ​ຄຳ​ໝັ້ນ​ສັນ​ຍາ (0,4%).

       ການ​ລົງ​ທຶນ​ຂອງ​ລັດ​ປະ​ກອບ​ສ່ວນ​ພັດ​ທະ​ນາ​ເສດ​ຖະ​ກິດ, ກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ

        ຍ້ອນ​ຜົນ​ສະ​ທ້ອນ​ຈາກວິ​ກິດ​ການ​ການ​ເງິນ ແລະ ການ​ຊຸດ​ໂຊມ​ຂອງ​ເສດ​ຖະ​ກິດ​ທົ່ວ​ໂລກ ພ້ອມ​ກັບ​​ບັນ​ດາຄວາມ​ອ່ອນ​​ດ້ອຍພາຍ​ໃນ​ປະ​ເທດ, ເສດ​ຖະ​ກິດ​ຫວຽດ​ນາມ ​ມີ​ລະ​ດັບເຕີບ​ໂຕ​ຊັກ​ຊ້າ, ໄລ​ຍະ 2006-2010 ສະ​ເລ່ຍ 7%/ປ​ີ ແຕ່​ໄລ​ຍະ 2011-2015 ລົງ​ເຫລືອ​ພຽງ​ປະ​ມານ 5,8%/ປ​ີ. ຕໍ່​ຫນ້າ​ສະ​ພາບ​ການ​ດັ່ງ​ກ່າວ, ສະ​ພາ​ແຫ່ງ​ຊາດ ມີ​ແຜນ​ນະ​ໂຍ​ບາຍ​ຫລຸດ​ຜ່ອນ​ການ​ເກັບ​ອາ​ກອນ, ຫນູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະ​ກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ ແລະ ເພີ່ມ​ການ​ເບີກ​ຈ່​າຍ​ໃຫ້​ການ​ຮັບ​ປະ​ກັນ​ສັງ​ຄົມ. ສະ​ນັ້ນ  ຈຳ​ນວນ​ເງິນ​ເບີກ​ຈ່າຍ​ໃຫ້​ແກ່​ການ​ລົງ​ທຶນ​ພັດ​ທະ​ນາ​ຫລຸດ​ລົງ​ຢ່າງ​ແຮງ, ຈາກ 25% ໃນ​ຍອດ​ລາຍ​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ ໄລ​ຍະ 2006-2010 ລົງ​ເຫລືອ​ພຽງ 18% ໃນ​ໄລ​ຍະ 2011-2015. ສະ​ນັ້ນ ເພື່ອ​ປະ​ຕິ​ບັດ​ຈຸດ​ໝາຍ, ຫນ້າ​ທີ່​ພັດ​ທະ​ນາ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ໄດ້​ວາງ​ອອກ, ຫວຽດ​ນາມ ເປັນ​ເຈົ້າ​ການ ເພີ່ມ​ການ​ກູ້​ຢືມ​ທຶນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ. ທ່ານ​ນາງ ຫງວຽນ​ທິ​ເຫງ໋ຍ, ສະ​ມາ​ຊິກ​ສະ​ພາ​ແຫ່ງ​ຊາດ(ສ​ສ​ຊ) ນະ​ຄອນ ຫາຍ​ຟ່ອງ ຖື​ວ່າ:

        “ຂ້າ​ພະ​ເຈົ້າ​ເຫັນ​ວ່າ ບັນ​ຫາ ຫນີ້​ສາ​ທາ​ລະ​ນະທີ່​ແມ່ນ​ບັນ​ຫາ​ທີ່​ບັນ​ດາ​ປະ​ເທດ​ໃນ​ວິ​ວັດ​ການ​ປະ​ຕິ​ບັດ​ການ​ຫັນ​ເປັນ​ອຸດ​ສາ​ຫະ​ກຳ ແລະ​ທັນ​ສະ​ໄຫມລ້ວນ​ແຕ່ປະ​ສົບ, ນັບ​ທັງ​ບັນ​ດາ​ປະ​ເທດ​ພັດ​ທະ​ນາ​ປະ​ຈຸ​ບັນ ພວມ​ປະ​ເຊີນ​ຫນ້າ​ກັບ​​ສະ​ພາບຫນີ້​ສາ​ທາ​ລະ​ນະ​ສູງ. ຢາກ​ພັດ​ທະ​ນາ ພວກ​ເຮົາ​ຕ້ອງ​ກູ້​ຢືມ​ທຶນ​ຈາກ​ຕ່າງ​ປະ​ເທດ, ຈຳ​ຫນ່າຍ​ພັນ​ທະ​ບັດ​ເພື່ອ​ເພີ່ມ​ແຫລ່ງ​ກຳ​ລັງ​ໃຫ້​ແກ່​ການ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​ໂຄງ​ລ່າງ​ຂົວ, ທ່າກຳ​ປັ່ນ, ລະ​ບົບ​ຄົມ​ມະ​ນາ​ຄົມ, ໂຮງ​ໝໍ. ມີ​ຫລາຍ​ໂຄງ​ການ​ສຳ​ຄັນ​ໄດ້​ເລີ່ມ​ລົງ​ມືກໍ່​ສ້າງ, ນຳ​ເຂົ້າ​ໃຊ້​ການ ຈາ​ກ​ແຫລ່ງ​ທຶນ​ກູ້​ຢືມ ອັນ​ໄດ້​ສ້າງ​ການ​ປ່ຽນ​ແປງ​ຫລາຍ​ຢ່າງ, ແມ່ນ​ກຳ​ລັງ​ຫນູນ​ສຳ​ຄັນ​ໃຫ້​ແກ່​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ຕໍ່​ຫນ້າ​ສະ​ພາບ ຫນີ້​ສາ​ທາ​ລະ​ນະ​ປະ​ຈ​ຸ​ບັນ.”

        ບໍ່​ອາດ​ປະ​ຕິ​ເສດ​ໄດ້​ວ່າ ປະ​ສິດ​ທິ​ຜົນ​ໂດຍຫນີ້​ສາ​ທາ​ລະ​ນະ​ນຳ​ມາ​ໃຫ້​ ແຕ່​ຍ້ອນ​ລາຍ​ຈ່າຍ​ງົບ​ປະ​ມານ​ແຫ່ງ​ລັດ​ເກີນ​ດຸນ, ການ​ຈຳ​ຫນ່າຍ​ພັນ​ທະ​ບັດ, ການ​ລົງ​ທຶນ​ເຮັດ​ໃຫ້ ຫນີ້​ສາ​ທາ​ລະ​ນະ ຂອງ​ຫວຽດ​ນາມ ໄດ້​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ, ຈາກ 51,7% GDP ໃນ​ປີ 2010 ເພີ່ມຂຶ້ນ​ເຖິງ 60,3% GDP ໃນ​ທ້າຍ​ປີ 2014 ແລະ ປະ​ມານ 64% GDP ໃນ​ທ້າຍ​ປີ 2015. ນອກ​ນັ້ນ ບັນ​ດາ​ໂຄງ​ການ​ລົງ​ທຶນບໍ່​ມີ​ປະ​ສິດ​ທິ​ຜົນ, ສະ​ພາບ​​ການສໍ້​ລາດ​ບັງ​ຫລວງ, ການຟຸມ​ເຟືອຍ​ໃນ​ການ​ລົງ​ທຶນກໍ່​ສ້າງ​ຍັງ​ເກີດ​ຂຶ້ນ, ອັດ​ຕາ​ສ່ວນ​ເກັບ​ລາຍ​ຮັບ​ງົບ​ປະ​ມານ/GDP ຫລຸດ​ລົງ; ການ​ເບີກ​ຈ່າຍ​ເປັນ​ປະ​ຈຳ​ກໍ​ເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ. ສະ​ພາບ​ການນັ້ນ​ໄດ້​ຮຽກ​ຮ້ອງ ຫນີ້​ສາ​ທາ​ລະ​ນະ ຕ້ອງ​ໄດ້​ຮັບ​ການ​ຄວບ​ຄຸມ​ຢ່າງ​ແຫນ້ນ​ແຟ້ນ, ຫລີກ​ລ້ຽງ​ສະ​ພາບ​ການ​ເງິນ​ແຫ່ງ​ຊາດ​ຂາດ​ຄວາມ​ປອດ​ໄພ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ບໍ່​ປົກ​ກະ​ຕິ. ດ​ຣ ເລ​ດັງ​ຢ​ວານ, ຜູ້​ຊ່ຽວ​ຊານ​ດ້ານ​ເສດ​ຖະ​ກິດ ຍົກ​ຄຳ​ເຫັນ​ວ່າ:

        “ຂ້າ​ພະ​ເຈົ້າ​ຄິດ​ວ່າ ເສດ​ຖະ​ກິດ​ຫວຽດ​ນາມ ຄວນ​ປະ​ຕິ​ບັດ​ຫລາຍ​ສິ່ງກວ່າ​ອີກ ເພື່ອ​ເຮັດ​ແນວ​ໃດ​ຫລຸດ​ຜ່ອນ ຫນີ້​ສາ​ທາ​ລະ​ນະ ແລະ ຫລຸດ​ຜ່ອນ​ບໍ​ລິ​ການ​ຊຳ​ລະ ຫນີ້​ສາ​ທາ​ລະ​ນະ​ໃນ​ໄລ​ຍະ​ຈະ​ມາ​ເຖິງ. ມາດ​ຕະ​ການ​ສຳ​ຄັນ ຕ້ອງ​ບັນ​ລຸ​ໄດ້​ຄວາມ​ຄືບ​ຫນ້າ​ໃນ​ການ​ປະ​ຕິ​ບັດ​ບັນ​ດາ​ແນວ​ຄວາມ​ຄິດ​ປະ​ຕິ​ຮູບ​ຂ​ອງ​ລັດ​ຖະ​ບານ. ແລະ ພິ​ເສດ ຕ້ອງ​ປະ​ຕິ​ບັດ​ການ​ປະ​ຢັດ​ໃນ​ພື້ນ​ຖານ​ເສດ​ຖະ​ກິດ​ທັງ​ໝົດຢ່າງ​ແທ້​ຈິງ ເພື່ອ​ຫລຸດ​ຜ່ອນ​ລາຍ​ຈ່າຍ​ງົບ​ປະ​ມານ​ເກີນ​ດຸ່ນ ແລະ ຫລຸ​ດ​ຜ່ອນ​ອັດ​ຕາ ຫນີ້​ສາ​ທາ​ລະ​ນະເພີ່ມ​ຂຶ້ນ​ຢ່າງວ່ອງ​ໄວ.”

        ລັດ​ຖະ​ບາ​ນ​ຫວຽດ​ນາມ​ຕັດ​ສິນ​ໃຈ​ເຮັດ​ໃຫ້ຫນີ້​ສາ​ທາ​ລະ​ນະ​ກັບ​ຄືນ​ສູ່​ສະ​ພາບ​ປອດ​ໄພ

        ໃນ​ໄລ​ຍະ​ຈະ​ມາ​ເຖິງ, ຫວຽດ​ນາມ ກຳ​ນົດ​ວ່າ ຕ້ອງ​ສືບ​ຕໍ່​ນຳ​ໃຊ້​ທຶນ​ກູ້​ຢືມ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ ເພື່ອ​ລົງ​ທຶນ​ພັດ​ທະ​ນາ, ກໍ່​ສ້າງ​ລະ​ບ​ົບ​ພື​້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ​ສັງ​ຄົມ. ເຖິງ​ຢ່າງ​ໃດ​ກໍ​ຕາມ, ໃນ​ວິ​ວັດ​ການນັ້ນ, ມີ 3 ຈຸດ​ໝາຍ ຊື່ງ​ຫວຽດ​ນາມ ຕ້ອງ​ຮັບ​ປະ​ກັນ ນັ້ນ​ແມ່ນ: ຄວບ​ຄຸມ ຫນີ້​ສາ​ທາ​ລະ​ນະ​ໃນ​ຂອບ​ເຂດໂດຍ​ສະ​ພາ​ແຫ່ງ​ຊາດ​ກຳ​ນົດ, ໝາຍ​ຄວາມ​ວ່າ​ຍອດຫນີ້​ສາ​ທາ​ລະ​ນະບໍ່​ເກີນ 65% GDP. ຕ້ອງ​ເບີກ​ຈ່າຍ​​ໃຫ້​ແກ່ການ​ລົງ​ທຶນ​ໃຫ້​ມີ​ປະ​ສິດ​ທິ​ຜົນ ແລະ ຕ້ອງ​ຮັບ​ປະ​ກັນ​ການ​ຄິດ​ໄລ່, ດຸ່ນ​ດ່ຽງ​ງົບ​ປະ​ມານ​ໃນ​ການ​ຊຳ​ລະ​ບ້ວງ​ຫນີ້​ກູ້​ຢືມ. ພ້ອມ​ກັນ​ນັ້ນ ສ້າງ​ໂຄງ​ປະ​ກອບ​ບ້ວງ​ຫນີ້​ຄືນ​ໃຫມ່ ຕາມ​ທິດ​ປອດ​ໄສ​ກວ່າ. ສະ​ນັ້ນ ລັດ​ຖະ​ບານ​ຫວຽດ​ນາມ ຈະ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ການ​ຊີ້​ນຳ​ຍົກ​ສູງ​ປະ​ສິດ​ທິ​ຜົນ​ການ​ຄຸ້ມ​ຄອງ ແລະ ນຳ​ໃຊ້ ຫນີ້​ສາ​ທາ​ລະ​ນະ. ເມື່ອ​ເຕື້ອງ​ເຖິງ​ບັນ​ຫານີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ຢືນ​ຢັນ​ວ່າ:

        “ຫນີ້​ສາ​ທາ​ລະ​ນະ ພຽງ​ແຕ່​ນຳ​ໃຊ້​ໃຫ້​ການ​ລົງ​ທຶນ​ພັດ​ທະ​ນາ, ກໍ່​ສ້າງ​ບັນ​ດາ​ກິດ​ຈະ​ກຳ​ພື້ນ​ຖານ​ໂຄງ​ລ່າງ​ເສດ​ຖະ​ກິດ​ສັງ​ຄົມ​ທີ່​ສຳ​ຄັນ, ມີ​ຄວ​າມ​ຈຳ​ເປັນ​ຕາມ​ແຜນ​ກຳ​ນົດ. ຕ້ອງ​ກວ​ດ​ກາ, ອະ​ນຸ​ມັດ​ບັນ​ຊີ​ລາຍ​ຊື່​ການ​ນຳ​ໃຊ້​ທຶນ​ກູ້​ຢືມ​ຂອງ​ລັດ​ຖະ​ບານ, ທຶນ​ກູ້​ຢືມ​ໂດຍ​ລັດ​ຖະ​ບານ​ຄ້ຳ​ປະ​ກັນ ແລະ ທຶນ​ກູ້​ຢືມ​ຂອງ​ອຳ​ນາດ​ການ​ປົກ​ຄອງ​ທ້ອງ​ຖິ່ນຢ່າງ​ແຫນ້ນ​ແຟ້ນ. ເພີ່ມ​ທະ​ວີ​ການກວດ​ກາ, ຕິດ​ຕາມກວດ​ກາ​ການ​ນຳ​ໃຊ້​ທຶນ​ກູ້​ຢືມ, ຮັບ​ປະ​ກັນ​ປະ​ສິດ​ທິ​ຜົນ​ການ​ລົງ​ທຶນ, ຄຸນ​ນະ​ພາບ​ກິດ​ຈະ​ກຳ ແລະ ຖືກ​ຕ້ອງ​​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ. ເປັນ​ເຈົ້າ​ການ​ໃນ​ການ​ສະ​ກັດ​ກັ້ນ ແລະ ປັບ​ໄຫມ​ບັນ​ດາ​ການ​ກະ​ທຳ​ຫຍໍ້​ທໍ້, ການ​ສໍ້​ລາດ​ບັງ​ຫລວງ, ຟຸມ​ເຟືອຍ​ຢ່າງ​ເຂັ້ມ​ງວດ.”

         ນອກນັ້ນ ຕ້ອ​ງ​ຄຸ້ມ​ຄອງ​ຢ່າງ​ແຫນ້ນ​ແຟ້ນ​ບັນ​ດາ​ບ້ວງ​ເງິນ​ກູ້​ຢືມ​ໃຫມ່, ກວດ​ກາ​ບັນ​ດາ​ບ້ວງ​ຫນີ້​ອື່ນ ຄື ​ບ້ວງ​ຫນີ້​ເພື່ອ​ລົງ​ທຶນກໍ່​ສ້າງ​ພື້ນ​ຖານ​, ​ບ້ວງ​ຫນີ້​ປະ​ກັນ​ສັງ​ຄົມ, ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ການ​ເງິນ​ແຫ່ງ​ຊາດ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ.

        ຄຽງ​ຄູ່​ກັບ​ບັນ​ດ​ມາດ​ຕະ​ການ​ດັ່ງ​ກ່າວ, ລັດ​ຖະ​ບານ​ຫວຽດ​ນາມ ຈະ​ກວດ​ກາ​ຄືນ​ບັນ​ດາ​ນະ​ໂຍ​ບາຍ​ຮັບ​ປະ​ກັນ​ຊີ​ວິດ​ສັງ​ຄົມ, ບັນ​ດາ​ໂຄງ​ການ​ຈຸດ​ໝາຍ​ແຫ່ງ​ຊາດ ເພື່ອ​ຫລຸດ​ຜ່ອນ, ປະ​ສານ​ສົມ​ທົບ​ບັນ​ດາ​ນະ​ໂຍ​ບາຍ, ສ້າງວິ​ວັດ​ທະ​ນາ​ການ, ຂອບ​ຂະ​ຫນາດ​ໃຫ້​ເໝາະ​ສົມ​​ກັບ​ແຕ່​ລະ​ໝວດ​ນະ​ໂຍ​ບາຍ​ເພື່ອ​ປະ​ຕິ​ບັດ​ໃນ​ໄລ​ຍະ 2016-2020. ສຳ​ລັບ​ການ​ເບີກ​ຈ່າຍ​ການລົງ​ທຶນ​ພັດ​ທະ​ນາ, ຈະ​ຈັດ​ແບ່ງຢ່າງ​ມີ​ຈຸດ​ສຸມ, ນຳ​ໃຊ້​ຢ່າງ​ມີ​ປະ​ສິດ​ທິ​ຜົນ, ບຸ​ລິ​ມະ​ສິດ​ການ​ລົງ​ທຶນ​ພື້ນ​ຖານ​ໂຄງ​ລ່າງ​ຈຸດ​ສຸມ​ຂອງ​ປະ​ເທດ​ຊາດ.

        ​ກ່ຽວ​ກັບ​ເນື້ອ​ແທ້, ຫນີ້​ສາ​ທາ​ລະ​ນະ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ແຫລ່ງ​ທຶນ​​ທີ່ຈຳ​ເປັນ​ເພື່ອ​ພັດ​ທະ​ນາ​ເສດ​ຖະ​ກິດ. ໃນ​ສະ​ພາບ​ການ​ປະ​ຈຸ​ບັນຢູ່ ຫວຽດ​ນາມ, ການ​ແກ້​ໄຂ​ບັນ​ຫາ ຫນີ້​ສາ​ທາ​ລະ​ນະ ແມ່ນ​ບັນ​ຫາ​ຫຍຸ້ງ​ຍາກ ແຕ່​ດ້ວຍ​ຄວາມ​ມາ​ນະ​ພະ​ຍາ​ຍາມ, ຄວາມ​ຕັດ​ສິນ​ໃຈ, ການ​ກຳ​ນົດ​ທິດ​ຢ່າງ​ຈະ​ແຈ້ງ​ຂອງ​ລັດ​ຖະ​ບານ, ຫວຽດ​ນາມ ຈະ​ບັນ​ລຸ​ຈຸດໝາຍ​​ຫລຸດ​ຜ່ອນ ຫນີ້​ສາ​ທາ​ລະ​ນະເທື່ອ​ລະ​ກ້າວ, ປະ​ກອບ​ສ່ວນ​ຮັບ​ປະ​ກັນ​ດ້ານ​ການ​ເງິນ​ແຫ່ງ​ຊາດ ແລະ ເສດ​ຖະ​ກິດ​ມະ​ຫາ​ພາກ​ເປັນ​ປົກ​ກະ​ຕິ.

ຕອບກັບ

ຂ່າວ/ບົດ​ອື່ນ