ຮັບປະກັນໃຫ້ປະຊາຊົນມີສຸຂະພາບເຂັ້ມແຂງເພື່ອຍົກສູງສິດທິມະນຸດ

(VOVWORLD) -ເບິ່ງແຍງສຸຂະພາບ ແລະ ປົກປ້ອງໃຫ້ປະຊາຊົນຕໍ່ຫນ້າສະພາບໂລກລະບາດອັນຕະລາຍ ແມ່ນຄາດໝາຍສຳຄັນໃນເປົ້າໝາຍພັດທະນາສະຫັດສະວັດຂອງ ສປຊ. ຫວຽດນາມ ໄດ້ ແລະ ພວມມານະພະຍາຍາມພ້ອມກັບປະຊາຄົມໂລກ ຜັນຂະຫຍາຍບັນດາມາດຕະການຍູ້ໂລກລະບາດ Covid 19 ໃຫ້ຖອຍໄປ ດ້ວຍລະບົບການແພດປ້ອງກັນຢ່າງຄົບຖ້ວນ ແລະ ມີຈິດໃຈກຽມພ້ອມບໍ່ປະໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ. ນີ້ແມ່ນສິ່ງທີ່ສະແດງໃຫ້ເຫັນຢ່າງຈະແຈ້ງທີ່ສຸດຂອງການຍົກສູງສິດທິມະນຸດຢູ່ຫວຽດນາມ.

ຮັບປະກັນໃຫ້ປະຊາຊົນມີສຸຂະພາບເຂັ້ມແຂງເພື່ອຍົກສູງສິດທິມະນຸດ - ảnh 1 ແພດໝໍໂຮງໝໍ  ເຈີ້ເຣີຍ ຫວຽດນາມ ກວດພະຍາດ ໃຫ້ຜູ້ຕິດເຊື້ອ    ໄວຣັດ covid 19

ວັນແພດໝໍ ຫວຽດນາມ (27/2) ປີນີ້ ແມ່ນຊ່ວງເວລາຍາກທີ່ຈະຫລົງລືມໄດ້ ແລະ ຈະໄດ້ເຕື້ອງເຖິງໃນຊຸມປີຈະມາເຖິງ ສຳລັບທັງລະບົບຂະແຫນງສາທາລະນະສຸກ, ບັນດາແພດໝໍ ທ່ານໝໍ ພາລະກອນການແພດ ແລະ ນັບທັງປະຊາຊົນຫວຽດນາມ ແຕ່ລະຄົນ. ໃນສະພາບການຮ້ອນເຮັ່ງຍ້ອນໂລກລະບາດ Covid 19 , ລະບົບສາທາລະນະສຸກ, ຂະແຫນງການແພດ ຫວຽດນາມ ບໍ່ພຽງແຕ່ສະແດງໃຫ້ເຫັນຈິດໃຈຄວາມຮັບຜິດຊອບສູງເທົ່ານັ້ນ ຫາກຍັງຢັ້ງຢືນກຳລັງຄວາມສາມາດກຽມພ້ອມໃນການຮັບມື ແລະ ຄວບຄຸມບັນດາບັນຫາສາທາລະນະສຸກທີ່ຮີບເຮັ່ງອີກດ້ວຍ.

ຫວຽດນາມ ຄວບຄຸມບັນດາບັນຫາສາທາລະນະສຸກຮີບດ່ວນເປັນຢ່າງດີ

ໃນຊຸມມື້ນີ້ ທັງລະບົບຂະແຫນງສາທາລະນະສຸກຫວຽດນາມ ພວມສຸມທຸກກຳລັງເຫື່ອແຮງເພື່ອປ້ອງກັນ ຄວບຄຸມໂລກລະບາດ Covid 19 ດ້ວຍຈິດໃຈ “ຄືດັ່ງຕ້ານສັດຕູ” ໂດຍທ່ານນາຍົກລັດຖະມົນຕີ ໄດ້ຮຽກຮ້ອງ. ການເຂົ້າຮ່ວມຢ່າງຂ້ຽວຂາດຂອງລະບົບການເມືອງ, ພິເສດ ຂອງຂະແຫນງສາທາລະນະສຸກ ໄດ້ບັນລຸປະສິດທິຜົນໃນເບື້ອງຕົ້ນ ສາມາດຈຳກັດການແຜ່ລະບາດຂອງໂລກລະບາດຢູ່ໃນລະດັບສູງສຸດ ໃນສະພາວະການ ຫວຽດນາມ ມີເສັ້ນຊາຍແດນຕິດ ກັບຈີນ ນັບຫລາຍໆກິໂລແມັດ ແລະ ການພົວພັນດ້ານການຄ້າອັນໃຫຍ່ຫລວງກັບປະເທດນີ້ ສະນັ້ນ ຄວາມສ່ຽງຕິດເຊື້ອແມ່ນສູງທີ່ສຸດ.

ດ້ວຍຈິດໃຈຄວາມຮັບຜິດຊອບຂອງຂະແຫນງສາທາລະນະສຸກ ພ້ອມກັບບັນດາແພດໝໍ ທ່ານໝໍ ພາລະກອນການແພດ ດ້ວຍທິດນຳຖືສຸຂະພາບ, ຊີວິດອິນຊີ ແລະ ຄວາມຢູ່ເຢັນເປັນສຸກຂອງປະຊາຊົນແມ່ນສິ່ງສຳຄັນທີ່ສຸດ ໄດ້ຊ່ວຍໃຫ້ຫວຽດນາມ ຍາດໄດ້ໄຊຊະນະບັ້ນທຳອິດໃນການປ້ອງກັນ ຄວບຄຸມໂລກລະບາດ Covid 19.

ບົດລາຍງານເມື່ອວັນທີ 13 ກຸມພາ, ອົງການອະນາໄມໂລກ WHO ໄດ້ຮັບຮູ້ ແລະ ຕີລາຄາສູງເລື່ອງ ຫວຽດນາມ ແກ້ໄຂໂລກລະບາດ Covid 19 ໄດ້ເປັນຢ່າງດີ. ອົງການນີ້ ຖືວ່າ ກຳລັງຄວາມສາມາດຂອງ ຫວຽດນາມ ໃນການແກ້ໄຂບັນດາບັນຫາສາທາລະນະສຸກສາທາລະນະທີ່ຮີບດ່ວນ ນັບທັງບັນດາບັ້ນໂລກພະຍາດຕິດຕໍ່ເກີດຂຶ້ນໃຫມ່ ແມ່ນເພີ່ມຂຶ້ນສູງພໍສົມຄວນ.

ລະບົບສາທາລະນະສຸກ ພ້ອມແລ້ວທີ່ຈະປົກປ້ອງປະຊາຊົນຕໍ່ຫນ້າສະພາບໂລກລະບາດເກີດຂຶ້ນ

WHO ຮັບຮູ້ວ່າ ກຳລັງຄວາມສາມາດແຫ່ງຊາດໃນການ ກຽມພ້ອມຮັບມື ແລະ ການຄວບຄຸມບັນດາບັນຫາສາທາລະນະສຸກຮີບດ່ວນຂອງຫວຽດນາມ ໄດ້ຮັບການທົດສອບ ແລະ ປະຕິບັດຜ່ານຫລາຍເຫດການຕົວຈິງຢູ່ຫວຽດນາມ.

ໃນໄລຍະກວ່າ 30  ປີແຫ່ງການປະຕິບັດວຽກງານປ້ອງກັນ ຄວບຄຸມໂລກລະບາດ, ຫວຽດນາມ ສ້າງໄດ້ກຳລັງຄວາມສາມາດຕິດຕາມກວດກາ, ກວດພົບ, ບົ່ງມະຕິ ວິນິດໄສໂລກລະບາດ ແລະ ການຮັບມືແກ້ໄຂໂລກລະບາດຢ່າງວ່ອງໄວ ມີປະສິດທິຜົນ. ກຳລັງຄວາມສາມາດໃນການປ້ອງກັນ ຄວບຄຸມໂລກລະບາດອັນຕະລາຍ ແລະ ເກີດໃຫມ່ ກໍ່ໄດ້ຮັບການຍົກສູງຂຶ້ນ.

ວຽກງານຈັດຕັ້ງຮັບ, ປິ່ນປົວໃຫ້ຄົນເຈັບບັນລຸປະສິດທິຜົນຢ່າງເຫັນໄດ້ຊັດ. ວຽກງານກະກຽມ ພ້ອມແລ້ວຮັບມືກັບບັນດາໂລກລະບາດອັນຕະລາຍກໍ່ໄດ້ເຮັດຢ່າງຕັ້ງຫນ້າ ແລະ ເປັນເຈົ້າການ. ໝາກຜົນຍາດມາໄດ້ ແມ່ນ ໂລກລະບາດອັນຕະລາຍຕ່າງໆຖືກຄວບຄຸມ ຍູ້ໃຫ້ຖອຍໄປ.

ບໍ່ພຽງແຕ່ຄວບຄຸມໂລກລະບາດເກີດຂຶ້ນຢູ່ພາຍໃນປະເທດເທົ່ານັ້ນ ຫວຽດນາມ ຍັງແມ່ນຫນຶ່ງໃນບັນດາປະເທດທຳອິດ ຄວບຄຸມ ໂລກ SARS, ໄຂ້ຫວັດສັດປີກ A/H5N1, A/H1N1 ສຳເລັດຜົນ ແລະ ສະກັດກັ້ນບັນດາໂລກລະບາດອັນຕະລາຍເກີດໃຫມ່ ສຳເລັດຜົນ ຄື:ໄຂ້ຫວັດ A/H7N9, Ebola, MERS-CoV .ນອກນັ້ນ ຫວຽດນາມ ກໍ່ຜັນຂະຫຍາຍກຳລັງຄວາມສາມາດວິໄຈເປັນຢ່າງດີ. ຫວຽດນາມ ໄດ້ຮັບການຮັບຮູ້ວ່າ ແມ່ນຫນຶ່ງໃນຈຳນວນຫນ້ອຍປະເທດ ເປັນເຈົ້າການດ້ານເຕັກໂນໂລຊີໃນການຜະລິດ ວັກຊີນ, ຄົ້ນຄ້ວາ ຜະລິດ ວັກຊີນ ດ້ວຍຕົນເອງ.

ຫນຶ່ງໃນບັນດາຜົນງານດ້ານວິທະຍາສາດຫລ້າສຸດ ນັ້ນແມ່ນ ວັນທີ 7 ກຸມພາປີ 2020 ສະຖາບັນອະນາໄມ ແລະ ກັນໂລກລະບາດສູນກາງ  ປະກາດວ່າສາມາ ປູກ ແລະ ແຍກ ເຊື້ອໄວຣັດ corona ສາຍພັນໃຫມ່ສຳເລັດຜົນ ສ້າງເງື່ອນໄຂໃຫ້ການວິໄຈບັນດາກໍລະນີຕິດ ຫລື ສົງໃສວ່າຕິດເຊື້ອ COVID-19. ນີ້ແມ່ນປະຖົມປັດໄຈໃຫ້ການຄົ້ນຄ້ວາ ວັກຊີນ ປ້ອງກັນ ຄວບຄຸມໄວຣັດ ສາຍພັນນີ້ໃນອະນາຄົດ.

ເບິ່ງແຍງສຸຂະພາບໃຫ້ແກ່ປະຊາຊົນ ແມ່ນຫນ້າທີ່ເປັນກຽດຂອງຂະແຫນງສາທາລະນະສຸກ ພິເສດໃນຈຸດເວລາເກີດ ໂລກລະບາດ COVID-19 ຄືໃນປະຈຸບັນ. ບັນດາພະນັກງານການແພດຫວຽດນາມ ຍາມໃດກໍ່ພ້ອມແລ້ວ ປະເຊີນຫນ້າກັບຄວາມຫຍຸ້ງຍາກນາໆປະການ ເພື່ອອຸທິດສ່ວນ ເບິ່ງແຍງສຸຂະພາບໃຫ້ປະຊາຊົນ. ເຂົາເຈົ້າ ໄດ້ ແລະ ພວມເຂົ້າຮ່ວມໂດຍກົງ ແລະ ມີປະສິດທິຜົນເຂົ້າໃນການຊຸກຍູ້, ຍົກສູງສິດທິມະນຸດຢູ່ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ