ຮີບຟ້າວສ້າງໃຫ້ສຳເລັດ ຕໍ່ເລື່ອງນຳເອົາສັນຍາ EVFTA ເຂົ້າປະຕິບັດໂດຍໄວ

(VOVWORLD) - ຕອນບ່າຍວັນທີ 21 ເມສາ ທີ່ຮ່າໂນ້ຍ, ຄະນະປະຈຳກຳມາທິການ ການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຈັດກອງປະຊຸມກວດສອບໃນເບື້ອງຕົ້ນກ່ຽວກັບເລື່ອງໃຫ້ສັດຕະຍາບັນສັນຍາການຄ້າເສລີ ຫວຽດນາມ - ສະຫະພາບເອີຣົບ (EVFTA), ສັນຍາອາລັກຂາການລົງທຶນ (EVIPA). 

ໃນຂະນະນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ກໍ່ພວມຜັນຂະຫຍາຍບັນດາມາດຕະການຢ່າງຮີບດ່ວນ ເພື່ອປະກອບສ່ວນນຳເອົາສັນຍາ EVFTA ເຂົ້າປະຕິບັດ ເພື່ອແນໃສ່ແກ້ໄຂຄວາມຫຍຸ້ງຍາກໃຫ້ແກ່ວິສາຫະກິດ ໃນການຊອກຫາຕະຫລາດ, ເປີດກ້ວາງການເຄື່ອນໄຫວຜະລິດ, ດຳເນີນທຸລະກິດ, ຊຸກຍູ້ການແລກປ່ຽນການຄ້າລະຫວ່າງ ຫວຽດນາມ - ອີຢູ.

        ເພື່ອປະຕິບັດໃຫ້ມີປະສິດທິຜົນ, ຍາດແຍ່ງກາລະໂອກາດ ຊື່ງສັນຍາ EVFTA ນຳມາໃຫ້ນັ້ນ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ກຳນົດມີ 3 ໜ້າທີ່ສຳຄັນຕ້ອງປະຕິບັດໃຫ້ສຳເລັດ ນັ້ນແມ່ນ: ວຽກງານສ້າງກົດໝາຍ; ສ້າງໂຄງການດຳເນີນງານ ແລະ ໂຄສະນາ, ເຜີຍແຜ່ກ່ຽວກັບສັນຍາ EVFTA.

ກະກຽມພື້ນຖານນິຕິກຳຢ່າງຄົບຖ້ວນ

       ກ່າວຄຳເຫັນທີ່ກອງປະຊຸມກວດສອບເບື້ອງຕົ້ນໃນຕອນບ່າຍວັນທີ 21 ເມສາ, ທ່ານ ຫງວຽນວັນເຢົ່າ, ຫົວໜ້າກຳມາທິການ ການຕ່າງປະເທດຂອງສະພາແຫ່ງຊາດ ຫວຽດນາມ ໄດ້ຕີລາຄາສູງຕໍ່ວິວັດການ ເຊິ່ງລັດຖະບານໄດ້ກະກຽມສຳເນົາເອກະສານ ກ່ຽວກັບເລື່ອງຍື່ນສະເໜີຕໍ່ສະພາແຫ່ງຊາດໃຫ້ສັດຕະຍາບັນສັນຍາ EVFTA ແລະ ທ່ານກໍ່ໃຫ້ຮູ້ວ່າ: ກຳມາທິການ ການຕ່າງປະເທດ ຈະສ້າງບົດລາຍງານສືບສວນເບື້ອງຕົ້ນໃຫ້ສຳເລັດ ເພື່ອຍື່ນສະເໜີຕໍ່ຄະນະປະຈຳສະພາແຫ່ງຊາດປະກອບຄຳເຫັນທີ່ກອງປະຊຸມຄັ້ງທີ 44 ພວມດຳເນີນໄປຢູ່ ຮ່າໂນ້ຍ.

        ໃນຂະນະນັ້ນ, ຕາມທ່ານ ເລືອງຮ່ວາງທ໊າຍ, ຫົວໜ້າກົມການຄ້າຫລາຍຝ່າຍ (ກະຊວງອຸດສາຫະກຳ ແລະ ການຄ້າຫວຽດນາມ) ແລ້ວ, ເລື່ອງໃຫ້ບຸລິມະສິດແຖວໜ້າໃນປັດຈຸບັນແມ່ນເລື່ອງສ້າງກົດໝາຍ ເພື່ອຮັບປະກັນໃຫ້ມີພື້ນຖານນິຕິກຳຢ່າງຄົບຖ້ວນ ໃຫ້ແກ່ການປະຕິບັດສັນຍາ EVFTA ໄດ້ໃນທັນທີ ເມື່ອສັນຍາມີຜົນສັກສິດ. ດັ່ງນັ້ນ, ເລື່ອງສ້າງ, ປັບປຸງເອກະສານກຳນົດກົດໝາຍສະບັບຕ່າງໆ ຂອງບັນດາກະຊວງ, ຂະແໜງການ ພວມໄດ້ຮັບຄວາມມານະພະຍາມສ້າງໃຫ້ສຳເລັດ ແລະ ອາດຈະປະກາດໃຊ້ກ່ອນ ຫຼື ພ້ອມກັບຈຸດເວລາທີ່ສັນຍາ EVFTA ມີຜົນສັກສິດ. ໃນນັ້ນ, ສິ່ງທີ່ເປັນໜ້າສົນໃຈ ນັ້ນແມ່ນຄຳສັ່ງແນະນຳວ່າດ້ວຍການກຳນົດກ່ຽວກັບຕົ້ນກຳເນີດຂອງສິນຄ້າ. ນີ້ແມ່ນສິ່ງທີ່ບໍ່ເຄີຍມີມາກ່ອນ. ທ່ານ ເລືອງຮ່ວາງທ໊າຍ ຖືວ່າ:

        “ເນື້ອໃນສັນຍາໄດ້ປະກາດຢ່າງເປີດເຜີຍ ດັ່ງນັ້ນ ວິສາຫະກິດສາມາດທຳຄວາມລື້ງເຄີຍກ່ອນ. ຖ້າມີຄວາມຄ່ອງແຄ້ວນັ້ນ ສັນຍາອາດສາມາດນຳເຂົ້າປະຕິບັດ ແລະ ສາມາດຍາດແຍ່ງໄດ້ຜົນປະໂຫຍດຈາກສັນຍາໃນທັນທີ.

        ຕາມທ່ານນາງ ຫງວຽນທູຈາງ, ຜູ້ອຳນວຍການສູນ WTO ແລະ ເຊື່ອມໂຍງ, ຫ້ອງການການຄ້າ ແລະ ອຸດສາຫະກຳ ຫວຽດນາມ (VCCI) ແລ້ວ, ຖ້າຫາກວ່າຄຳສັ່ງແນະນຳວ່າດ້ວຍການກຳນົດກ່ຽວກັບຕົ້ນກຳເນີດສິນຄ້າຂອງ ຫວຽດນາມ ເຂົ້າຕະຫລາດ ອີຢູ ມີຜົນສັກສິດພ້ອມກັບຈຸດເວລາທີ່ສັນຍາ EVFTA ມີຜົນສັກສິດ ນັ້ນຈະແມ່ນຄວາມມານະພະຍາຍາມຢ່າງໃຫຍ່ຫລວງ. ເຖິງຢ່າງໃດກໍ່ຕາມ, ທ່ານນາງ ຫງວຽນທູຈາງ ກໍ່ຖືວ່າ: ຄຳສັ່ງແນະນຳວ່າດ້ວຍການ ກຳນົດກ່ຽວກັບກົດຂໍ້ບັງຄັບ, ຕົ້ນກຳເນີດສິນຄ້າຈາກ ອີຢູ ເຂົ້າ ຫວຽດນາມ ກໍ່ມີຄວາມສຳຄັນເຊັ່ນດຽວກັນ.

        “ສຳລັບວິສາຫະກິດຫລາຍແຫ່ງແລ້ວ ນີ້ກໍ່ແມ່ນສ່ວນໜຶ່ງຂອງຜົນປະໂຫຍດອັນມະຫາສານ, ພິເສດແມ່ນສຳລັບບັນດາວິສາຫະກິດນຳເຂົ້າເຄື່ອງຈັກອຸປະກອນຈາກ ອີຢູ ເພື່ອເປັນສົ້ນເຂົ້າໃຫ້ແກ່ການຜະລິດຢູ່ ຫວຽດນາມ…ບັນດາຂໍ້ກຳນົດກົດໝາຍກ່ຽວກັບເລື່ອງສາມາດຮັບເອົາສິນຄ້າຕ່າງໆທີ່ມີຕົ້ນກຳເນີດຈາກ ອີຢູ ເຂົ້າ ຫວຽດນາມ ເພື່ອໄດ້ຊົມໃຊ້ຜົນປະໂຫຍດຈາກພາສີບຸລິມະສິດຂອງ ຫວຽດນາມ ຢ່າງວ່ອງໄວນັ້ນ ກໍ່ມີຄວາມສຳຄັນທີ່ສຸດ.

ເພີ່ມທະວີຂໍ້ມູນຂ່າວໃຫ້ວິສາຫະກິດ

       ເລື່ອງໂຄສະນາ, ເຜີຍແຜ່ສັນຍາ EVFTA ແມ່ນໜຶ່ງໃນສາມເນື້ອໃນຈຸດສຸມຂອງເລື່ອງນຳສັນຍາສະບັບດັ່ງກ່າວ ເຂົ້າປະຕິບັດຢ່າງມີປະສິດທິຜົນ. ແນໃສ່ໂຄສະນາເຜີຍແຜ່ສັນຍາ EVFTA ໃຫ້ວິສາຫະກິດ ແລະ ພະນັກງານຄຸ້ມຄອງ, ກະຊວງອຸດສາຫະກຳ ແລະ ການຄ້າໄດ້ສ້າງ ເວັບໄຊເອເລັກໂຕນິກລົງເລິກກ່ຽວກັບສັນຍາ EVFTA ຕາມລະຫັດ evfta.moit.gov.vn. ກ່ຽວກັບການສ້າງແຜນການປະຕິບັດສັນຍາ EVFTA (ຫຼືເອີ້ນວ່າໂຄງການດຳເນີນງານ), ທ່ານ ເຈິ່ນຕ໊ວນແອັງ, ລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ ໃຫ້ຮູ້ວ່າ:

        “ໂຄງການດຳເນີນງານຂອງລັດຖະບານ ຫວຽດນາມ ໂດຍທ່ານນາຍົກລັດຖະມົນຕີປະກາດໃຊ້ ມີບັນດາໜ້າທີ່ສະເພາະໜ້າ ແລະ ໄລຍະຍາວ ໃນວຽກງານກວດກາ, ປັບປຸງ, ສ້າງກົດໝາຍໃຫ້ສົມບູນແບບ ເພື່ອລາຍງານຕໍ່ສະພາແຫ່ງຊາດຮັບຮອງເອົາ ກໍ່ຄືໃນບັນດາການເຄື່ອນໄຫວກ່ຽວກັບການບໍລິຫານຂອງລັດຖະບານໃນການພັດທະນາເສດຖະກິດ, ສັງຄົມ, ສ້າງໂຄງປະກອບພື້ນຖານເສດຖະກິດຄືນໃໝ່, ໃນການເຂົ້າຮ່ວມ ບັນດາຕະຫລາດໃໝ່, ການສ້າງຕະຫລາດພາຍໃນປະເທດ…

        ວັນທີ 30 ມີນາ 2020, ສະພາເອີຣົບ ໄດ້ໃຫ້ສັດຕະຍາບັນສັນຍາ EVFTA, ປະຕິບັດລະບຽບການນິຕິກຳສຸດທ້າຍໃຫ້ສຳເລັດ ຕາມຂັ້ນຕອນໃຫ້ສັດຕະຍາບັນພາຍໃນກຸ່ມຂອງ ອີຢູ. ສັນຍາສະບັບດັ່ງກ່າວ ຈະມີຜົນສັກສິດຢ່າງເປັນທາງການ ເມື່ອສະພາແຫ່ງຊາດ ຫວຽດນາມ ໃຫ້ສັດຕະຍາບັນ ແລະ 2 ຝ່າຍ ປະຕິບັດລະບຽບການປະກາດຕາມຂໍ້ກຳນົດ ສຳເລັດ. ສະນັ້ນ, ເລື່ອງບັນດາອົງການທີ່ກ່ຽວຂ້ອງຂອງ ຫວຽດນາມ ຮີບຟ້າວສ້າງພື້ນຖານນິຕິກຳໃຫ້ສຳເລັດໂດຍໄວແມ່ນ ເພື່ອໃຫ້ສະພາແຫ່ງຊາດຮັບຮອງເອົາ, ສ້າງແຜນການປະຕິບັດສັນຍາ EVFTA ໃຫ້ສຳເລັດ…ຈະຊ່ວຍໃຫ້ 2 ຝ່າຍ ຍາດແຍ່ງລັກສະນະດີເລີດຢ່າງທັນການ ຊື່ງສັນຍາການຄ້າເສລີ ຫວຽດນາມ - ສະຫະພາບ ເອີຣົບ ນຳມາໃຫ້./.

ຕອບກັບ

ຂ່າວ/ບົດ​ອື່ນ