ຮົ້ວກີດຂວາງໃໝ່ໃນການພົວພັນລະຫວ່າງ ອາເມລິກາ ແລະ ຈີນ

(VOVWORLD) - ການພົວພັນລະຫວ່າງ ອາເມລິກາ ແລະ ຈີນ ໃນຊຸມວັນນີ້ ພັດສືບຕໍ່ເຄັ່ງຕຶງ, ພໍ່ພຽງແຕ່ແມ່ນເລື່ອງແກ້ໄຂການຂັດແຍ້ງດ້ານການຄ້າທີ່ຍັງບໍ່ທັນມີຄວາມຄືບໜ້າເທົ່ານັ້ນ ຫາກ 2 ປະເທດພັດຍັງເກີດຄວາມບໍ່ລົງລອຍກັນໃນບັນຫາ ສປປ.ເກົາຫຼີ ນຳອີກ.

 ບັນດາການຜັນແປນີ້ ໄດ້ສະແດງໃຫ້ເຫັນສັນຍານແຫ່ງຄວາມເຄັ່ງຕຶງທີ່ຍັງບໍ່ທັນຢຸດຕິໃນການພົວພັນລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກນີ້.

ທຸກສິ່ງທຸກຢ່າງແມ່ນເລີ່ມຕົ້ນແຕ່ວັນທີ 24 ສິງຫາ, ເມື່ອອຳນາດການປົກຄອງ ອາເມລິກາ ມີຂໍ້ຕົກລົງຍົກເລີກການຢ້ຽມຢາມ ສປປ.ເກົາຫຼີ ເຊິ່ງໄດ້ຂຶ້ນແຜນແລ້ວ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo ເພື່ອສືບຕໍ່ເຮັດວຽກກ່ຽວກັບເລື່ອງປອດນິວເຄຼຍ.

ໂຕ້ຖຽງກັນ

        ສື່ມວນຊົນ ອາເມລິກາ ໄດ້ໃຫ້ຂ່າວວ່າ ສິ່ງທີ່ເຮັດໃຫ້ທ່ານປະທານາທິບໍດີ D.Trump ຍົກອອກຂໍ້ຕົກລົງດັ່ງກ່າວ ນັ້ນແມ່ນ ຍ້ອນທ່ານລັດຖະມົນຕີການຕ່າງປະເທດ Pompeo ໄດ້ຮັບຈົດໝາຍດ້ວຍເນື້ອໃນທີ່ຂາດເຈດຕະນາດີ ຈາກເຈົ້າໜ້າທີ່ຂັ້ນສູງ ສປປ.ເກົາຫຼີ ທ່ານໜຶ່ງ ກ່ອນທີ່ດຳເນີນການຢ້ຽມຢາມນີ້. ໃນຂະນະນັ້ນ ທ່ານປະທານາທິບໍດີ Donald Trump ກໍ່ຢືນຢັນວ່າ 2 ຝ່າຍຍັງບໍ່ທັນບັນລຸໄດ້ຄວາມຄືບໜ້າທີ່ຈຳເປັນ. ການນຳ ອາເມລິກາ ກໍ່ຂຽນໃນສື່ສັງຄົມອອນລາຍ Twitter ວ່າ: ທ່ານຮູ້ສຶກວ່າ ມີບໍ່ຫລາຍບາດກ້າວຄືບໜ້າດີ ທີ່ໄດ້ຮັບການຮັບຮູ້ ກ່ຽວກັບເລື່ອງສ້າງແຫຼມ ເກົາຫຼີ ປອດນິວເຄຼຍ.

        ທຸກສິ່ງທຸກຢ່າງຈະບໍ່ມີຫຍັງເພື່ອໂຕ້ຖຽງກັນ, ຖ້າຫາກທ່ານ Donald Trump ບໍ່ຖະແຫຼງຕື່ມອີກວ່າ: ໃນສະພາວະ ອາເມລິກາ ພວມສະແດງໃຫ້ເຫັນຫຼັກໝັ້ນແຂງກະດ້າງກັບ ຈີນ ໃນບັນຫາການຄ້ານັ້ນ, ຈີນ ຈະ “ບໍ່ຊ່ວຍຫຍັງ” ໃນບັນຫາ ສປປ.ເກົາຫຼີ. ທ່ານ Donald Trump ກໍ່ໃຫ້ຮູ້ວ່າ: ການເຈລະຈາກັບ ສປປ.ເກົາຫຼີ ອາດຈະຖືກໂຈະໄວ້ ຈົນກ່ວາເມື່ອ ອາເມລິກາ ແກ້ໄຂຄວາມເຄັ່ງຕຶງດ້ານການຄ້າກັບ ຈີນ ໄດ້.

        ດັ່ງນັ້ນ, ອາດຈະເຂົ້າໃຈໄດ້ວ່າ ການເຈລະຈາກັບປະເທດອາຊີຕາເວັນອອກສ່ຽງເໜືອນີ້ ພຽງແຕ່ໄດ້ດຳເນີນຈົນເຖິງເມື່ອຄວາມບໍ່ລົງລອຍກັນດ້ານການຄ້າລະຫວ່າງ ອາເມລິກາ ແລະ ຈີນ ໄດ້ຮັບການແກ້ໄຂເທົ່ານັ້ນ. ບັນຫາສ້າງແຫຼມ ເກົາຫຼີ ປອດນິວເຄຼຍ ໃນປັດຈຸບັນພັດຕ້ອງຕິດພັນກັບເລື່ອງຫລຸດຜ່ອນການຂາດດຸນການຄ້າລະຫວ່າງ 2 ພື້ນຖານເສດຖະກິດໃຫຍ່ກ່ວາໝູ່ໂລກນັ້ນ.

        ກະຊວງການຕ່າງປະເທດ ຈີນ ກໍ່ສະແດງຄວາມວິຕົກກັງວົນຕໍ່ຖະແຫຼງການຂອງທ່ານປະທານາທິບໍດີ Donald Trump ທີ່ຖິ້ມຄວາມຮັບຜິດຊອບໃຫ້ປະເທດນີ້ ກ່ຽວກັບວິວັດການເຈລະຈາສ້າງແຫຼມ ເກົາຫຼີ ປອດນິວເຄຼຍລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ບໍ່ບັນລຸໄດ້ຄວາມຄືບໜ້າ ບັນດາຄຳຖະແຫຼງນີ້ ໄປຝືນກັບຄວາມຈິງ ແລະ ບໍ່ມີຄວາມຮັບຜິດຊອບ. ຈີນ ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ແລະ ໄດ້ສົ່ງຈົດໝາຍຄັດຄ້ານທາງການເຖິງ ອາເມລິກາ.

        ຈີນ ກໍ່ຢືນຢັນສະໜັບສະໜູນ ອາເມລິກາ ແລະ ສປປ.ເກົາຫຼີ ຊຸກຍູ້ຢ່າງຕັ້ງໜ້າໃນວິວັດການແກ້ໄຂບັນຫານີ້ ໂດຍຜ່ານມາດຕະການການເມືອງ, ຕາມຂໍ້ຕົກລົງການນຳ 2 ທ່ານຂອງ ອາເມລິກາ ແລະ ສປປ.ເກົາຫຼີ ໄດ້ເຫັນດີເປັນເອກະພາບຢູ່ ສິງກະໂປ ເມື່ອເດືອນ ມິຖຸນາ ຜ່ານມາ. ເຖິງຢ່າງໃດກໍ່ຕາມ, ບັນດາຝ່າຍຄວນຢືດໝັ້ນເດີນຕາມມາດຕະການການເມືອງ, ພ້ອມທັງສະແດງໃຫ້ເຫັນຄວາມສັດຊື່ບໍລິສຸດ ແລະ ນິ້ມນວນ, ແທນທີ່ການບໍ່ຢືດໝັ້ນ ແລະ ຖິ້ມໂທດໃຫ້ຄົນອື່ນ.

        ເປັນທີ່ຈະແຈ້ງແລ້ວວ່າ ໃນຂະນະທີ່ຄວາມເຄັ່ງຕຶງລະຫວ່າງ ຈີນ ແລະ ອາເມລິກາ ຍັງບໍ່ທັນມີສັນຍານດີຂຶ້ນໃນສົງຄາມການຄ້າ ແລະ ປັດຈຸບັນ 2 ຝ່າຍພັດເກີດຄວາມບໍ່ລົງລອຍກັນຕື່ມອີກ ໃນການແກ້ໄຂບັນຫານິວເຄຼຍ ສປປ.ເກົາຫຼີ.

ບົດບາດຂອງ ຈີນ

        ບັນຫານິວເຄຼຍໃນແຫຼມ ເກົາຫຼີ ບໍ່ພຽງແຕ່ແມ່ນໜຶ່ງໃນບັນດາບັນຫາ “ເຄັ່ງຮ້ອນ” ຂອງພາກພື້ນອາຊີຕາເວັນອອກສ່ຽງເໜືອເທົ່ານັ້ນ ຫາກຍັງແມ່ນໜຶ່ງໃນບັນດາບັນຫາສັບສົນທີ່ສຸດໃນດ້ານການເມືອງສາກົນປະຈຸບັນອີກດ້ວຍ.

        ເມື່ອຕີລາຄາກ່ຽວກັບພູມີຍຸດທະສາດ, ສຳລັບ ຈີນ ແລ້ວ, ສປປ.ເກົາຫຼີ ແມ່ນມີຄວາມໝາຍສຳຄັນພິເສດ. ເມື່ອຕີລາຄາກ່ຽວກັບຄວາມໝັ້ນຄົງດ້ານການເມືອງ, ວິກິດການນິວເຄຼຍຈະສົ່ງຜົນສະທ້ອນໂດຍກົງຕໍ່ຄວາມໝັ້ນຄົງແຫ່ງຊາດ ແລະ ວິວັດທະນາການກໍ່ສ້າງຫັນປະເທດເປັນທັນສະໄໝຂອງ ຈີນ. ດັ່ງນັ້ນ, ດ້ວຍທີ່ຕັ້ງ ແລະ ຈິນຕະນາການເປັນປະເທດໃຫຍ່ຂອງ ຈີນ, ພ້ອມກັບຜົນສະທ້ອນທີ່ມີມາແຕ່ດົນນານຢູ່ແຫຼມ ເກົາຫຼີ ນັ້ນ, ເລື່ອງ ຈີນ ຕັ້ງໜ້າເຂົ້າຮ່ວມການແກ້ໄຂວິກິດການນິວເຄຼຍ ແມ່ນສິ່ງທີ່ຈຳເປັນຕ້ອງໄດ້ປະຕິບັດ. ຍິ່ງໄປກ່ວານັ້ນ, ສັນຕິພາບ ແລະ ສະຖຽນລະພາບຂອງແຫຼມ ເກົາຫຼີ ແມ່ນເງື່ອນໄຂຈຳເປັນທີ່ສຸດ ເພື່ອໃຫ້ ຈີນ ພັດທະນາ.

        ດັ່ງນັ້ນ, ວົງການນັກໄຈ້ແຍກຖືວ່າ: ບໍ່ມີພະຍານຫຼັກຖານເພື່ອກ່າວຫາ ຈີນຢຸດຕິການຮ່າມມືກັບ ອາເມລິກາ ໃນບັນຫານິວເຄຼຍໃນແຫຼມ ເກົາຫຼີ. ເຖິງຢ່າງໃດກໍ່ຕາມ, ຈີນ ອາດຈະພວມລໍຖ້າ ແລະ ສັງເກດສະພາບການໃນປັດຈຸບັນ. ບົດບາດຂອງ ຈີນ ໃນບັນຫາສ້າງແຫຼມເກົາຫຼີ ປອດນິວເຄຼຍ ແມ່ນຂຶ້ນກັບການຜັນແປຂອງສົງຄາມການຄ້າ ອາເມລິກາ - ຈີນ.

        ຕໍ່ໜ້າສະພາບການດັ່ງກ່າວ, ກະຊວງການຕ່າງປະເທດ ສ.ເກົາຫຼີ ໄດ້ຮຽກຮ້ອງ ຈີນ ສືບຕໍ່ສວມບົດບາດທີ່ມີລັກສະນະສ້າງສາໃນຄວາມມານະພະຍາຍາມສາກົນ ແນໃສ່ແກ້ໄຂວິກິດການນິວເຄຼຍຢູ່ອາຊີຕາເວັນອອກສ່ຽງເໜືອນີ້. ສ.ເກົາຫຼີ ເນັ້ນໜັກເຖິງຄວາມສຳຄັນຂອງເລື່ອງ ບັນດາຝ່າຍຮັກສາວິໄສທັດໄລຍະຍາວ ໃນຂະນະທີ່ຮັກສາກຳ ລັງໜູນໃຫ້ບັນດາຄວາມມານະພະຍາຍາມການທູດ ແລະ ເຈລະຈາຢ່າງໝັ້ນຄົງ.

        ຂໍ້ຕົກລົງຍົກເລີກການຢ້ຽມຢາມ ພຽງຢາງ ຂອງທ່ານລັດຖະມົນຕີການຕ່າງປະເທດ ອາເມລິກາ Mike Pompeo, ພ້ອມທັງ ເລື່ອງ ວໍຊິງຕັນ ຖິ້ມຄວາມຮັບຜິດຊອບໃຫ້ ຈີນ ໃນວິວັດການເຈລະຈາສ້າງແຫຼມເກົາຫຼີ ປອດນິວເຄຼຍ ລະຫວ່າງ ອາເມລິກາ ແລະ ສປປ.ເກົາຫຼີ ບໍ່ບັນລຸໄດ້ບາດກ້າວຄືບໜ້າດີນັ້ນ, ບໍ່ພຽງແຕ່ກໍ່ຄວາມບໍ່ສະດວກໃຫ້ແກ່ວິວັດທະນາການສ້າງແຫຼງເກົາຫຼີ ປອດນິວເຄຼຍ ເທົ່ານັ້ນ ຫາກຍັງເຮັດໃຫ້ການພົວພັນລະຫວ່າງ ອາເມລິກາ - ຈີນ ຮ້າຍແຮງກ່ວາເກົ່າອີກ ./.

ຕອບກັບ

ຂ່າວ/ບົດ​ອື່ນ