ຮ່ວມ​ມື: ປັດ​ໄຈ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ອາ​ຊີ

(VOVWORLD) -ຢູ່ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ (FOA 2021) ທີ່ຫາກໍ່ອັດລົງໃນທ້າຍອາທິດຜ່ານມາ, ບັນດາການນຳອາຊີ ບັນລຸໄດ້ຄວາມເຫັນດີເຫັນພ້ອມ ກ່ຽວກັບເລື່ອງຕ້ອງສາມັກຄີກັນ ເພື່ອຮັບມືກັບໂລກລະບາດໂຄວິດ 19 ແລະ ເພີ່ມທະວີການຮ່ວມມື ເພື່ອຟື້ນຟູເສດຖະກິດຫຼັງໂລກລະບາດ. ສິ່ງດັ່ງກ່າວໄດ້ປະກອບສ່ວນສ້າງພື້ນຖານ ໃຫ້ແກ່ການພັດທະນາແບບຍືນຍົງ ແລະ ກວມລວມໃນອະນາຄົດ.
 
ຮ່ວມ​ມື: ປັດ​ໄຈ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ອາ​ຊີ - ảnh 1

ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ເຂົ້າຮ່ວມກອງປະຊຸມສາກົນກ່ຽວກັບອະນາຄົດອາຊີຄັ້ງທີ 26 (ພາບ: TTXVN)

     ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ (FOA 2021) ໂດຍ Nikkei Inc ຈັດຂຶ້ນ ຕາມຮູບການທາງອອນລາຍ ໃນລະຫວ່າງວັນທີ 20-21 ພຶດສະພາ ຊື່ງຖືກດຳເນີນໄປໃນສະພາບໂລກລະບາດໂຄວິດ 19 ພວມມີການຜັນແປຢ່າງໄວວາ, ສັບສົນ, ຍາກທີ່ຈະຄາດຄະເນໄດ້ ແລະ ກໍ່ຜົນກະທົບຢ່າງແຮງ ເຖິງເສດຖະກິດ-ສັງຄົມ, ຊີວິດ ປຊຊ ຂອງບັນດາປະເທດ.

ໂຈະຄວາມບໍ່ລົງລອຍກັນເພື່ອສາມັກຄີຜ່ານຜ່າໂລກລະບາດ

   ທີ່ກອງປະຊຸມ, ບັນດາຜູ້ແທນລ້ວນແຕ່ຖືວ່າ  ໂລກລະບາດໂຄວິດ 19 ໄດ້ສະແດງໃຫ້ເຫັນບັນດາບັນຫາທີ່ອາຊີ ຕ້ອງປະເຊີນໜ້າຢ່າງຂ້ຽວຂາດກ່ວາ ຄື: ໄລຍະຫ່າງການພັດທະນາກ່ຽວກັບລະບອບລະບຽບການ, ພື້ນຖານໂຄງລ່າງ, ເຕັກໂນໂລຊີ; ບັນດາບັນຫາຄວາມໝັ້ນຄົງແບບເກົ່າ ແລະ ແບບໃໝ່ ຄື: ໄພທຳມະຊາດ, ມົນລະພິດສິ່ງແວດລ້ອມ, ການປ່ຽນແປງຂອງດິນຟ້າອາກາດ…

ຮ່ວມ​ມື: ປັດ​ໄຈ​ສຳ​ຄັນ​ເພື່ອ​ຊຸກ​ຍູ້​ເສດ​ຖະ​ກິດ​ບັນ​ດາ​ປະ​ເທດ​ອາ​ຊີ - ảnh 2

ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີຄັ້ງທີ 26 ທາງອອນລາຍ (ພາບ: ກະຊວງການຕ່າງປະເທດ)

    ກ່າວຄຳເຫັນດ້ວຍຫົວເລື່ອງ “ຟື້ນຟູເສດຖະກິດຜ່ານການຮ່ວມມື ດ້ານເຕັກນິກເຕັກໂນໂລຊີ”, ທ່ານເລຂາທິການໃຫ່ຍ, ປະທານປະເທດລາວ ທອງລຸນ ສີສຸລິດ ໄດ້ຊີ້ແຈ້ງວ່າ ການຮ່ວມມື ແລະ ເອກະພາບ ຂອງບັນດາປະເທດອາຊີ ແມ່ນສຳຄັນທີ່ສຸດ ໃນການຕ້ານໂລກລະບາດໂຄວິດ 19. ເພື່ອຄວາມຄຸມໂລກລະບາດໂຄວິດ 19 ໃຫ້ໄດ້, ບັນດາປະເທດອາຊີ ຕ້ອງຮ່ວມແຮງຮ່ວມໃຈກ້າວຂຶ້ນ. ປະທານາທິບໍດີ Philippines Rodrigo Duterte ໄດ້ຮຽກຮ້ອງໃຫ້ມີການຮ່ວມມືທົ່ວໂລກ ໃນການຕ້ານໂລກລະບາດໂຄວິດ 19. ທ່ານນາຍົກລັດຖະມົນຕີ Malaysia Muhyiddin Yassin ຖືວ່າ ອາຊີ ຕ້ອງນຳໜ້າໃນການລົບລ້າງບັນດາການອາລັກຂາ ໃບອະນຸຍາດການປະດິດສ້າງ ເພື່ອຊ່ວຍຜະລິດ ບັນດາປະເພດຢາທີ່ມີລາຄາຕຳກ່ວາ ສຳລັບບັນດາພະຍາດໜັກ. ທ່ານນາຍົກລັດຖະມົນຕີໄທ ປຣະຢຸດ ຈັນໂອຊາ ໄດ້ຮຽກຮ້ອງບັນດາການນຳໂລກ ຈົ່ງຖືວັກຊິນປ້ອງກັນໂຄວິດ 19 ແມ່ນ “ສິນຄ້າລວມຂອງທົ່ວໂລກ”.

   ສ່ວນທ່ານນົກຍົກລັດຖະມົນຕີ ຍີ່ປຸ່ນ Yoshihide Suga ໄດ້ໃຫ້ຄຳໝັ້ນສັນຍາວ່າ “ຈະມານະພະຍາຍາມ ເພື່ອຮັບປະກັນການສຳຜັດຢ່າງສະເໝີພາບກັບວັກຊິນປະເພດຕ່າງໆຢ່າງປອດໄພ ແລະ ມີປະສິດທິຜົນໃນທົ່ວໂລກ, ໃນນັ້ນ ມີບັນດາປະເທດພວມພັດທະນາ”. ທ່ານນາຍົກລັດຖະມົນຕີ Yoshihide Suga ໄດ້ໃຫ້ຮູ້ວ່າ ບັນດາຄວາມມານະພະຍາມຍາມນີ້ ລວມມີການເປັນປະທານຮ່ວມ ກອງປະຊຸມສຸດຍອດທາງອອນລາຍໃນເດືອນໜ້າ ເພື່ອປຶກສາຫາລືກ່ຽວກັບວັກຊິນປ້ອງກັນໂຄວິດ 19.

ກຳນົດບັນດາຂອບເຂດການຮ່ວມມືໃໝ່

   ກ່ຽວກັບການຟື້ນຟູເສດຖະກິດຫຼັງໂລກລະບາດ, ຢູ່ກອງປະຊຸມສາກົນກ່ຽວກັບອະນາຄົດອາຊີ (FOA 2021) ບັນດາການນຳອາຊີ ໄດ້ຍົກອອກຄວາມຈຳເປັນ ຕ້ອງສ້າງຕັ້ງບັນດາຂອບເຂດການຮ່ວມມືໃໝ່. ທ່ານນາຍົກລັດຖະມົນຕີຫວຽດນາມ ຟ້າມມິນຈິງ ເນັ້ນໜັກວ່າ ສະພາບພິເສດ ຮຽກຮ້ອງໃຫ້ຕ້ອງມີບັນດາການກະທຳຢ່າງແຮງ ແລະ ຂ້ຽວຂາດ. ອາຊີ ຕ້ອງການຂອບເຂດການຮ່ວມມືໃໝ່ ດ້ວຍບັນດາບາດກ້າວບຸກທະລຸອັນຈຳເປັນ ເພື່ອທັງຊ່ວຍໃກ້ພື້ນຖານເສດຖະກິດ ສາມາດມີຄວາມໝັ້ນຄົງຜ່ານໄລຍະໂລກລະບາດ. ທ່ານໄດ້ຍົກອອກ 6 ເນື້ອໃນການຮ່ວມມື, ໃນນັ້ນ ມີການພັດທະນາພື້ນຖານໂຄງລ່າງຍຸດທະສາດຄຸນນະພາບສູງ; ຊຸກຍູ້ວິວັດການຮ່ວມມື, ເຊື່ອມໂຍງ ແລະ ຮ່ວມສຳພັນດ້ານເສດຖະກິດ ໂດຍມີຄວາມຍຸດຕິທຳ, ມີປະສິດທິຜົນສອງຝ່າຍ, ຫຼາຍຝ່າຍ ເພື່ອຮັບປະກັນດ້ານການຄ້າ, ການລົງທຶນ ແລະ ລະບົບສະໜອງທົ່ວໂລກ; ເພີ່ມທະວີການຮ່ວມມືໃນຂົງເຂດວິທະຍາສາດເຕັກໂນໂລຊີ, ເຕັກໂນໂລຊີດີຈີຕອນ…

    ເມື່ອແບ່ງປັນທັດສະນະນີ້, ໃນບົດກ່າວປາໄສດ້ວຍຫົວເລື່ອງ “ເສັ້ນທາງເຊື່ອມໂຍງຂອງອາຊີ”, ທ່ານນາຍົກລັດຖະມົນຕີ Pakistan Imran Khan ຖືວ່າ ການສ້າງສະພາບການ ໃນພາກພື້ນເປັນປົກກະຕິ ແມ່ນປະຖົມປັດໄຈເພື່ອຟື້ນຟູ, ພັດທະນາເສດຖະກິດຂອງບັນດາປະເທດອາຊີ. ປະເທດນີ້ຫວັງວ່າ ຈະສ້າງການພົວພັນທີ່ມີລັກສະນະຮ່ວມມື ແລະ ສັນຕິພາບກັບທຸກປະເທດບ້ານໃກ້ເຮືອນຄຽງ, ໃນນັ້ນ ຕ້ອງສ້າງສະພາບແວດລ້ອມແຫ່ງການໂອ້ລົມສົນທະນາທີ່ ມີລັກສະນະສັນຕິພາບ ເພື່ອແກ້ໄຂບັນດາການແກ່ງແຍ້ງ.

   ປະເທດອາຊີ ສ່ວນຫຼາຍລ້ວນແຕ່ໄດ້ຢືນຢັນວ່າ ຕ້ອງຊຸກຍູ້ການຮ່ວມມື ເພື່ອພ້ອມກັນຜ່ານຜ່າບັນດາຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ໂດຍໂລກລະບາດກໍ່ຂຶ້ນ. ສິ່ງສຳຄັນກ່ວາໃນຈຸດເວລານີ້ ນັ້ນແມ່ນ ສ້າງບັນດາຂອບເຂດການຮ່ວມມືໃໝ່ໂດຍໄວ ດ້ວຍບັນດາບາດກ້າວບຸກທະລຸທີ່ຈຳເປັນ. ໃນວິວັດທະນາການນີ້, ຄວາມສາມັກຄີ ແມ່ນລູກກຸນແຈ ເພື່ອໃຫ້ບັນດາປະເທດ “ຮ່ວມແຮງຮ່ວມໃຈສ້າງອາຊີ ໃນສັງກາດຫຼັງໂຄວິດ 19”.

ຕອບກັບ

ຂ່າວ/ບົດ​ອື່ນ