ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ/ດີໂອຊິນ

  ​( vovworld ) – ​​​​ສົງຄາມ​ເຄມີໂດຍ​ອາ​ເມ​ລິ​ກາ ດຳ​ເນີນ​ຢູ່​ຫວຽດນາມ ​ໃນ​ຊຸ​ມປີ 1961-1971 ​ໄດ້​ກໍ່​ຜົນ​ສະທ້ອນ​ອັນ​ໜັກໜ່ວງ​ຕໍ່​ສິ່ງ​ແວດ​ລ້ອມ ​ແລະ ສຸຂະພາບ​ຂອງປະຊາຊົນຫວຽດນາມ. ຕາມ​ການ​ສະຖິຕິ​ບໍ່​ທັນ​ຄົບ​ຖ້ວນ​ແລ້ວ, ຊາວຫວຽດນາມ​ ກ່ວາ 4,8 ລ້ານ​ຄົນ​ຖືກ​ຕິດທາດ​ພິດ​ສີສົ້ມ-ດີ​ໂອ​ຊິນ,​​ ໃນ​ນັ້ນ, ປະຈຸ​ບັນ,​ ມີ​ຜູ້​ປະສົບ​ເຄາະ​ຮ້າຍ​ຫຼາຍ​ຄົນຍັງ​ຕ້ອງ​ທົນ​ຕໍ່ຄວາມ​ເຈັບ​ປວດ​ທັງ​ທາງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ​ມາ​ຕະຫຼອດ. ​ເນື່ອງ​ໃນ​ໂອກາດ​ວັນ​ເພື່ອ​ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນ (10/8), ​ນັກ​ຂ່າວ Bui Hang ມີ​ບົດ​ຂຽນທີ່​ພາດຫົວ​ເລື່ອງ​ວ່າ: ​ຮ່ວມ​ແຮງ​ຮ່ວມ​ໃຈ​ບັນ​​ເທົາ​ຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີສົ້ມ-ດີ​ໂອ​ຊິນ

 


ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ/ດີໂອຊິນ - ảnh 1

ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນ

(ພາບປະກອບ:baobacgiang.com.vn)

  ພາຍຫຼັງ​ສົງຄາມ​ສິ້ນສຸດ​ລົງ, ພັກ, ລັດ​ຫວຽ​ດນາມ ​ໄດ້ມີ​ຄວາ​ມ​ເອົາ​ໃຈ​ໃສ່​ຕໍ່ຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນ. ຫວຽດນາມ ​ມີ​ລັດຖະບັນຍັດ​ໂດຍ​ກຳນົດ​ຢ່າງ​ຈະ​ແຈ້ງວ່າ: ຜູ້​ເຂົ້າຮ່ວມ​ການ​ຕໍ່ຕ້ານ​ຖືກ​ຕິດທາດພິດ​ສີສົ້ມ-ດີ​ໂອ​ຊິນ ​ແລະ ລູກ​ຄີງ​ຂອງ​ເຂົາ​ເຈົ້າ​ໄດ້​ຊົມ​ໃຊ້​ນະ​ໂຍບາຍ​​ບຸລິມະສິດ​ຂອງ​ລັດ. ນອກຈາກ​ນັ້ນ​ແລ້ວ, ລັດຖະບານ​ຍັງ​ມີ​ນະ​ໂຍບາຍ​ໃຫ້​ບຸລິມະສິດ​​ແກ່​ລູກ​ຫຼານ​ຂອງຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນ ​ໃນ​ການ​ຄັດ​ເລືອກ, ສະໜອງ​ທຶນ​ສຶກສາຫຼື​ຍົກ​ເວັ້ນຄ່າ​ຮຽນອີກ​ດ້ວຍ. ນອກຈາກ​​ນະ​ໂຍບາຍ​ຂອງ​ລັດ, ຫຼາຍອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ,​ ສັງຄົມກໍ່​ມີ​ບັນດາ​ການ​ກະທຳ​ອັນ​ແທດ​ຈິງ​ ເພື່ອ​ແນ​ໃສ່​ບັນ​ເທົາຄວາມ​ເຈັບ​ປວດ​ຈາກ​ທາດ​ພິດ​ສີສົ້ມ-ດີ​ໂອ​ຊິນ. ​ໄລ່​ຮອດ​ຈຸດ​ເວລາ​ນີ້, ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຫວຽດນາມ ​ຮຽກຮ້ອງການ​ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ໄດ້​​ປະມານ 160 ຕື້​ດົ່ງ​ແລ້ວ. ອະດີດພົນ​ໂທ Nguyen Van Rinh ປະທານ​ສະມາຄົມຂອງຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຫວຽດນາມ ​ໃຫ້​ຮູ້​ວ່າ:

​ນັບ​ແຕ່​ປີ 2011 ມາ​ຮອດ​ປະຈຸ​ບັນ, ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຫວຽດນາມ​ ໄດ້ຂົນຂວາຍ​ບໍລິຈາກ​ເງິ​ນ​ໄດ້ນັບ​ຮ້ອຍ​ຕື້​ດົ່ງ​ຈາກ​ສູນ​ກາງ​ລົງ​ຮອດ​ທ້ອງ​ຖິ່ນ​ ເພື່ອ​ກໍ່ສ້າງ​ບັນດາ​ສູນ​ກິນນອນ, ສ້ອມແປງ ​ແລະ ກໍ່ສ້າງ​ເຮືອນ​ໃໝ່​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍ, ສະໜອງ​ທຶນ​ສຶກສາ, ສະຫນອງ​ເງິນ​ເພື່ອ​ຫາ​ວຽກ​ເຮັດ​ງານ​ທຳ ​ແລະ ປີ່​ນປົວ​ພະຍາດ​ໃຫ້​ຜູ້​ປ​ະສົບ​ເຄາະ​ຮ້າຍ

 
ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ/ດີໂອຊິນ - ảnh 2

ລາຍການ​ຍ່າງ​ເພື່ອຜູ້​ປະສົບ​ເຄາະ​ຮ້າຍ

​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນທຸກ​ຍາກ

(ພາບ: savimex.com)

​ ໄປ​ຄຽງ​ຄູ່​ກັບ​ບັນດາ​ນະ​ໂຍບາຍ​ບຸລິມະສິດ​ຂອງ​ລັດຖະບານ,​ ຂະ​ບວນການ​ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຂອງ​ບັນດາ​ອົງການ​ຈັດຕັ້ງສັງຄົມ ​ແລະ ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ, ພິ​ເສດ​ແມ່ນ​ອົງການ​ຈັດຕັ້ງຂອງ​ຊາວ​ຫວຽດນາມ ຢູ່​ຕ່າງປະ​ເທດ​ນັບ​ມື້​ນັບ​ໄດ້​ຮັບ​ການ​ຍູ້​ແຮງ. ທ່ານ Nguyen Van Rinh ປະທານ​ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຫວຽດນາມ ​ໃຫ້​ຮູ້​ຕື່ມ​ອີກວ່າ:

  “ນັບ​ແຕ່​ປີ 2011 ມາ​ຮອດ​ປະຈຸ​ບັນ, ສະມາຄົມ​ພວກ​ຂ້າພະ​ເຈົ້າ​ໄດ້​ຮັບ​ວັດຖຸສິ່ງ​ຂອງ ​ແລະ ​ເງິນ​ທີ່​ມີ​ມູນ​ຄ່າ​ນັບ​ພັນ​ຕື້​ດົ່ງ​ ເພື່ອ​ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ. ນີ້​ແມ່ນ​ການ​ຊ່ວຍ​ເຫຼືອ​ອັນ​ໃຫ່ຍຫຼວງ​ ເມື່ອ​ທຽບ​ກັບ​ຊຸມ​ປີ​ກ່ອນ. ຈຳນວນ​ຜູ້​ສະໜັບສະໜູນ​ຫຼາຍ​ທີ່​ສຸດ ​ແລະ ພິ​ເສດ​ແມ່ນ​ບັນດາ​ອົ​ງການຈັດຕັ້ງສາກົນ​ກໍ່ມີ​ຄວາມ​ເອົາ​ໃຈ​ໃສ່​ເຖິງ​ບັນຫາ​ນີ້“

ຮ່ວມແຮງຮ່ວມໃຈບັນເທົາຄວາມເຈັບປວດຈາກທາດພິດສີສົ້ມ/ດີໂອຊິນ - ảnh 3

(ພາບ:vava.org.vn)

  ນອກຈາກ​ຂະ​ບວນການ​ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນ​ແລ້ວ, ການ​ສະໜັບສະໜູນ​ການ​ຕໍ່ສູ້​ທວງ​ເອົາ​ຄວາມ​ຍຸດຕິ​ທຳ ​ເພື່ອ​ແນ​ໃສ່​ບັນ​ເທົາ​ຄວາມ​ເຈັບ​ປວດ​ທັງ​ທາງ​ດ້ານ​ຮ່າງກາຍ ​ແລະ ຈິດ​ໃຈ​ໃຫ້ຜູ້​ປະສົບ​ເຄາະ​ຮ້າຍຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນ ​ກໍ່​ກາຍ​ເປັນຄວາມ​ເອົາ​ໃຈ​ໃສ່​ອັນ​ດັບ​ໜື່ງຂອງ​ຫຼາຍອົງການ​ຈັດຕັ້ງສັງຄົມ. ນັບ​ແຕ່ສະມາຄົມຜູ້​ປະສົບ​ເຄາະ​ຮ້າຍຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຫວຽດນາມ ຍື່ນ​ສະ​ເໜີ​ໃບ​ຮ້ອງ​ຟ້ອງ​ບັນດາ​ບໍລິສັດ​ທາດ​ເຄມີ​ອາ​ເມ​ລິ​ກາ ຍ້ອນ​ໄດ້​ຜະລິດ​ທາດ​ພິດເຄມີ​ ​ເພື່ອ​ໃຫ້​ທະຫານ​ອາ​ເມ​ລິ​ກາ ນຳ​ໃຊ້​ໃນ​ປາງ​ສົງຄາມ​ຢູ່​ຫວຽດນາມ ​ແຕ່​ປີ 2004 ມາ​ຮອດ​ປະຈຸ​ບັນ, ຫາງ​ສຽງ​ສາກົນ​ໄດ້​ສະໜັບສະໜູນ​ການ​ຕໍ່ສູ້​ຂອງ​ບັນດາ​ຜູ້​ປະສົບ​ເຄາະ​ຮ້​າຍຢ່າງ​ແຮງ. ທ່ານ Nguyen Van Rinh ​ໃຫ້​ຮູ້​ວ່າ:

   ”​​ການ​ຟ້ອງ​ຮ້ອງຂອງ​ພວກ​ເຮົາ​ໄດ້​ຮັບ​ການ​ສະໜັບສະໜູນ​ຢ່າງ​ແຮງ​ຈາກ​ຫາງ​ສຽງ​ສາກົນ, ພິ​ເສດ​ແມ່ນ​ສະມາຄົມ​ທະນາຍຄວາມ​ປະຊາທິປະ​ໄຕ​ສາກົນ​ໄດ້​ເປີດ​ການ​ປະຊຸມ​ສານເພື່ອ​ພິພາກສາ​ບັນດາ​ບໍລິສັດ​ຜະລິດ​ທາດ​ເຄມີ​ອາ​ເມ​ລິ​ກາ. ​ເຂົ້າ​ເຈົ້າກ່າວ​ປະນາມ ​ແລະ ຮຽກຮ້ອງ​ໃຫ້​ລັດຖະບານ​ອາ​ເມ​ລິ​ກາ ​ແລະ ບັນດາ​ບໍລິສັດ​ດັ່ງກ່າວ ຕ້ອງ​ຊົດ​ເຊີຍ​ຄວາມເສຍ​ຫາຍ​ໃຫ້​ແກ່​ບັນດາ​ຜູ້​ປະສົບ​ເຄາະ​ຮ້າຍ, ຕ້ອງ​ປົວ​ແປງ​ສິ່ງ​ແວດ​ລ້ອມ ​ແລະ ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍບືນຕົວ​ຂຶ້ນ​ໃນ​ຊີວິດ​ປະຈຳ​ວັນ. ຂ້າພະ​ເຈົ້າ​ເຫັນ​ວ່າ, ການ​ກະ​ທຳ​ເຫຼົ່ານັ້ນມີ​ຄຸ​ນຄ່າ​ດ້ານ​ວັດທະນະທຳ​ມະນຸດ​ທີ່​ສຸດ

  ພາຍຫຼັງ​ຄວາມ​ມານະ​ພະຍາຍາມ​ໃນ​ການ​ຕໍ່ສູ້​ຂອງສະມາຄົມຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຫວຽດນາມ ​ແລະ ຂະ​ບວນການ​ຊ່ວຍ​ເຫຼືອ, ສະໜັບສະໜູນ​ບັນດາຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຢູ່ຫວຽດນາມ ກໍ່​ຄື​ໃນ​ທົ່ວ​ໂລກ. ລັດຖະບານ​ອາ​ເມ​ລິ​ກາ ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວ​ຮ່ວມ​ມື​ທີ່​ແທດ​ຈິງ​ກ່ວາ ​ໃນ​ການ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຢູ່ຫວຽດນາມ ກໍ່​ຄື​ຊ່ວຍ​ເຫຼືອຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຫວຽດນາມ. ການ​ໜູນ​ຊ່ວຍ​ຂອງ​ວົງ​ຄະນາ​ຍາດ​ສັງຄົມ, ບັນດາ​ອົງການ​ຈັດຕັ້ງ, ສ່ວນ​ບຸກຄົນ​ຢູ່​ພາຍ​ໃນ ​ແລະ ຕ່າງປະ​ເທດ,​ ລັດຖະບານ ​ແລະ ປະຊາຊົນ​ປະ​ເທດ​ຕ່າງໆ ຈະ​ຊ່ວຍຜູ້​ປະສົບ​ເຄາະ​ຮ້າຍ​ຈາກທາດ​ພິດ​ສີສົ້ມ-ດີ​ໂອ​ຊິນຫວຽດນາມ ​ບັນ​ເທົາ​ຄວາມ​ເຈັບ​ປວດ ​ແລະ ບືນຕົວ​ຂຶ້ນ​ໃນ​ດຳລົງຊີວິດ.

ຕອບກັບ

ຂ່າວ/ບົດ​ອື່ນ