ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອ​​ມກັບ​ລັດຖະບານ​ສະກັດ​ກັ້ນ​ໂລກລະບາດ

(VOVWORLD) -ໃນໄລຍະກວ່າ 2 ເດືອນຜ່ານມາ, ລັດຖະບານ ແລະ ບັນດາຂະແໜງການທີ່ມີໜ້າທີ່ຮັບຜິດຊອບຂອງຫວຽດນາມ ໄດ້ມານະພະຍາຍາມຢ່າງສຸດຂີດເມື່ອສະກັດກັ້ນໂລກລະບາດ Covid  19. ດັ່ງນັ້ນ, ມາຮອດປັດຈຸບັນ, ໂລກລະບາດດັ່ງກ່າວຍັງຄົງຢູ່ໃນລະດັບຄວບຄຸມໄດ້, ສຸຂະພາບຂອງຄົນເຈັບຫຼາຍຄົນ ມີຄວາມຄືບໜ້າດີ. ໃນຂະບວນວິວັດແຫ່ງການສະກັດກັ້ນໂລກລະບາດ, ລັດຖະບານຫວຽດນາມ ໄດ້ຮັບການສະໜັບສະໜູນນັບທັງທາງດ້ານວັດຖຸ ແລະ ຈິດໃຈຢ່າງຫຼວງຫຼາຍຈາກບັນດາວິສາຫະກິດ, ອົງການ  ແລະ ປະຊາຊົນທັງຢູ່ພາຍໃນ ແລະ ຕ່າງປະເທດ. ບັນດາການປະກອບສ່ວນອັນລໍ້າຄ່ານີ້ ໄດ້ສົ່ງກໍາລັງແຮງໃຫ້ແກ່ລັດຖະບານຫວຽດນາມ, ສ້າງພາບພົດກ່ຽວກັບປະເທດຫວຽດນາມມີຄວາມສາມັກຄີ, ປອດໄພ ແລະ ມີຄວາມຮັກແພງມະນຸດດ້ວຍກັນ.

 

        ຫວຽດນາມ ພວມຢືນຢູ່ຕໍ່ໜ້າຈຸດເວລາສຸດທີ່ສໍາຄັນ, ພວມຕ້ອງປະເຊີນໜ້າກັບໂລກລບາດ Covid – 19 ເຊິ່ງມີຂອບຂະໜາດທົ່ວໂລກ. ໃນໄລຍະກວ່າ 2 ເດືອນທີ່ຜ່ານມາ, ທົ່ວພັກ, ທົ່ວກອງທັບ ແລະ ທົ່ວປວງຊົນ ໄດ້ຮ່ວມແຮງ, ຮ່ວມໃຈເຂົ້າຮ່ວມບັ້ນປ້ອງກັນ ແລະ ສະກັດກັ້ນໂລກລະບາດດັ່ງກ່າວໃນຂອບຂະໜາດແບບທີ່ບໍ່ເຄີຍມີມາກ່ອນ.

        ການຮ່ວມແຮງຮ່ວມໃຈ

        ຮ່ວມເດີນທາງພ້ອມກັບລັດຖະບານສຸມໃສ່ປ້ອງກັນ ແລະ ສະກັດກັ້ນເຊື້ອພະຍາດ, ໄດ້ມີແຫຼ່ງກໍາລັງເພີ່ມຕື່ມເພື່ອເພີ່ມທະວີບັນດາມາດຕະການປ້ອງກັນ, ປິ່ນປົວເຊື້ອພະຍາດນັ້ນ, ສູນກາງສະມາຄົມສາສະໜາຫວຽດນາມ ໄດ້ໜູນຊ່ວຍຫ້ອງແຍກຕົວຢູ່ຕ່າງຫາກພິເສດ 5 ຫ້ອງ, ດ້ວຍມູນຄ່່າທັງໝົດປະມານ 1 ແສນ 3 ໝື່ນ USD, ເພື່ອປິ່ນປົວໃຫ້ຜູ້ຕິດເຊື້ອພະຍາດ Covid – 19. ບັນດາຫ້ອງແຍກຕົວຕ່າງຫາກພິເສດນີ້ ຈະໄດ້ສົ່ງໄປຍັງບັນດາໂຮງໝໍຢູ່ຮ່າໂນ້ຍ, ນະຄອນໂຮ່ຈີມິນ, ກວ໋າງນິງ, ຝຸເທາະ ແລະ ບັກນິງ. ພະມະຫາອາຈານ ທິກດຶກທ້ຽນ, ຮອງປະທານ, ເລຂາທິການໃຫຍ່ສະມາຄົມພຸດທະສາສະໜາຫວຽດນາມ ໃຫ້ຮູ້ວ່າ: ພຸດທະສາສະນິກກະຊົນ ແລະ ປະຊາຊົນ ໄດ້ຕອບສະໜອງຄໍາຮຽກຮ້ອງຂອງລັດຖະບານ, ແນວໂຮມປະເທດຊາດເປັນທີ່ສຸດ ເພື່ອຮ່ວມແຮງຮ່່ວມໃຈປ້ອງກັນ ແລະ ສະກັດກັ້ນໂລກລະບາດ, ພ້ອມທັງເຊື່ອໝັ້ນວ່າ ຫວຽດນາມ ຈະຍູ້ຖອຍໂລກລະບາດ Covid – 19 ນີ້ໄດ້. ທ່ານກ່າວວ່າ:

        “ໃນໄລຍະຈະມາເຖິງ, ພວກຂ້າພະເຈົ້າຈະສືບຕໍ່ໜູນຊ່ວຍ ແລະ ສົມທົບກັບຄະນະກໍາມະການສູນກາງແນວໂຮມປະເທດຊາດຫວຽດນາມ, ຄະນະບໍລິຫານງານສະມາຄົມພຸດທະສາສະໜາແຂວງຕ່າງໆ ເພື່ອພ້ອມກັນຮ່ວມແຮງຮ່ວມໃຈຮັບມືກັບໂລກລະບາດດັ່ງກ່າວ. ພ້ອມກັນນັ້ນ, ສະມາຄົມພຸດທະສາສະໜາກໍຂົນຂວາຍພະສົງສໍາມະເນນ, ພຸດທະສາສະນິກກະຊົນປະຕິບັດຖືກຕ້ອງຕາມການແນະນໍາ, ຄໍາຮຽກຮ້ອງຂອງກະຊວງສາທາລະນະສຸກຫວຽດນາມອີກດ້ວຍ”.

        ໂດຍຕອບສະໜອງຕາມຄໍາຮຽກຮ້ອງທີ່ວ່າ ປະຊາຊົນທຸກຄົນ, ອີງຕາມຄວາມສາມາດຂອງຕົນ, ຜູ້ມີເງິນປະກອບເງິນ, ຜູ້ມີວັດຖຸປະກອບວັດຖຸ, ຜູ້ມີເຫື່ອແຮງປະກອບເຫື່ອແຮງ..., ກຸ່ມບໍລິສັດ TH True Milk ແລະ ກອງທຶນເພື່ອພາບພົດຫວຽດ ໄດ້ມອບນໍ້ານົມຈໍານວນ 1 ລ້ານຈອກໃຫ້ແກ່ແພດໝໍ, ພະນັກງານ ແລະ ຜູ້ຖືກແຍກຕົວຢູ່ຕ່າງຫາກໃນທົ່ວປະເທດ; ບໍລິສັດ Honda ຫວຽດນາມ ກໍໜູນຊ່ວຍເງິນຈໍານວນ 10 ຕື້ດົ່ງ; ບໍລິສັດເຄື່ອງສໍາອາງຫວຽດເຮືອງ ກໍໄດ້ມອບນໍ້າຢາລ້າງມື  1 ແສນຕຸກ. ທ່ານນາງ ຖ໊າຍເຮືອງ, ຜູ້ຕາງໜ້າກຸ່ມບໍລິສັດ TH True Milk ໃຫ້ຮູ້ວ່າ:

        “ຂ້າພະເຈົ້າຄິດວ່າ, ການໜູນຊ່ວຍດ້ວຍຄວາມສະໝັກໃຈ ແມ່ນເລີ່ມມາຈາກຈິດໃຈ ແລະ ມັນແມ່ນການກະທໍາທີ່ໄດ້ຝັງເລິກຢູ່ໃນຈິດສໍານຶກຂອງປະຊາຊົນຫວຽດນາມທຸກຄົນ. ນອກຈາກມີສະຕິຕື່ນຕົວ, ຄວາມສະໝັກໃຈແລ້ວ, ພວກເຮົາຕ້ອງຮ່ວມແຮງຮ່ວມໃຈພ້ອມກັບລັດຖະບານ, ພ້ອມກັບວົງຄະນະຍາດອີກດ້ວຍ”.

        ທ່ານຟ້າມວັນຊິງ, ບໍລິສັດ ຫວຽດເຮືອງ ຈໍາກັດ ແບ່ງປັນວ່າ:

        “ພວກຂ້າພະເຈົ້າປາດຖະໜາຢາກປະກອບສ່ວນເຫື່ອແຮງຂອງຕົນພ້ອມກັບວົງຄະນະຍາດປ້ອງກັນ ແລະ ສະກັດກັ້ນໂລກລະບາດ ເພື່ອໃຫ້ໂລກລະບາດນີ້ສູນຫາຍໄປໂດຍໄວ, ເສດຖະກິດຂອງຫວຽດນາມຈະກັບຄືນສູ່ເປັນປົກກະຕິ ເພື່ອໃຫ້ບັນດາວິສາຫະກິດຄືພວກຂ້າພະເຈົ້າ ໄດ້ປະກອບສ່ວນໃຫ້ແກ່ລັດ ແລະ ທົ່ວປວງຊົນໄດ້ຫຼາຍກວ່າອີກ”.

ຮ່ວມ​ແຮງ​ຮ່ວມ​ໃຈ​ພ້ອ​​ມກັບ​ລັດຖະບານ​ສະກັດ​ກັ້ນ​ໂລກລະບາດ - ảnh 1ພາບປະກອບ: TTXVN 

ແຫຼ່ງລະດົມກຳລັງໃຈອັ້ຳຄ່າ

ການຮ່ວມແຮງຮ່ວມໃຈຂອງບັນດາອົງການ, ວິສາຫະກິດ, ສ່ວນບຸກຄົນເຂົ້າວຽກງານປ້ອງກັນ, ສະກັດກັ້ນ ໂລກລະບາດ Covid – 19 ບໍ່ພຽງແຕ່ມີຄວາມໝາຍດ້ານວັດຖຸເທົ່ານັ້ນ ຫາກຍັງມີຄວາມໝາຍດ້ານຈິດໃຈ, ສິນສະທຳອີກດ້ວຍ. ອີກອັນໜຶ່ງ, ນີ້ແມ່ນແຫຼ່ງກຳລັງທີ່ຍິ່ງໃຫຍ່ພໍສົມຄວນສຳລັບປະເທດຊາດ ມາຮອດປັດຈຸບັນລັດຖະບານຫວຽດນາມໄດ້ຮັບເງິນຫຼາຍກ່ວາ 12 ລ້ານ USD ແລະ ຈະສືບຕໍ່ເພີ່ມຂຶ້ນໃນຊຸມວັນຈະມາເຖິງ. ທ່ານນາງ ເຈືອງທິງອກແອັງ ຮອງປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໃຫ້ຮູ້ວ່າ:

        ສຳລັບແຫຼ່ງກຳລັງທີ່ຂົນຂວາຍໄດ້ຈາກສູນກາງ, ພວກຂ້າພະເຈົ້າຈະສົມທົບກັບຄະນະຊີ້ນຳການປ້ອງກັນ, ສະກັດກັ້ນ ໂລກລະບາ Covid 19 ແຫ່ງຊາດເຊິ່ງມີອົງການປະຈຳການແມ່ນກະຊວງສາທາລະນະສຸກເພື່ອຮັບປະກັນວຽກງານຄຸ້ມຄອງບໍລິຫານ, ນຳໃຊ້ແຫຼ່ງເງິນໜູນຊ່ວຍຂອງບັນດາວິສາຫະກິດ, ບັນດາຜູ້ໃຈບູນໃຈສົນ, ຮັບປະກັນການປະຕິບັດຢ່າງຖືກຕ້ອງຕາມເປົ້າໝາຍ ແລະ ເນື້ອໃນຈິໃຈຊີ້ນຳຂອງນາຍົກລັດຖະມົນຕີ.

        ຄວາມສາມັກຄີ, ເປັນຈິດໜຶ່ງໃຈດຽວກັນ, ທົ່ວປວງຊົນສະກັດກັ້ນໂລກລະບາດໃນຊຸມວັນນີ້ ແມ່ນຄວາມຈິງທີ່ມີຊີວິດຊີວາກ່ຽວກັບຈິດໃຈສາມັກຄີຂອງຊາດ ຫວຽດນາມ. ບັນດາຄວາມມານະພະຍາຍາມອັນຍິ່ງໃຫຍ່ ແລະ ລ້ຳຄ່ານີ້ໄດ້ສະແດງໃຫ້ເຫັນຄວາມໄວ້ເນື້ອເຊື່ອໃຈຕໍ່ບັນດາລັດຖະນະໂຍບາຍກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດ ຂອງລັດຖະບານ ຫວຽດນາມ, ຍິ່ງກ່ວານັ້ນຍັງປະກອບສ່ວນເຂົ້າໃນການສ້າງພາບພົດຂອງປະເທດຫວຽດນາມ ແມ່ນປະເທດທີ່ມີຄວາມສາມັກຄີ, ປອດໄພ ແລະ ຄວາມຮັກແພງມະນຸດດ້ວຍກັນ.

ຕອບກັບ

ຂ່າວ/ບົດ​ອື່ນ