ຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ


(vovworld)- ວັນ​ທີ 30/11, ທ່ານ​ນາ​ຍົກ​ລັດ​ຖ​ະ​ມົນ​ຕີ ຫວຽດ​ນາມ ຫງວຽນ​ເຕີນ​ຢູງ ນຳ​ຫນ້າ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸ​ມ​ສົນ​ທິ​ສັນ​ຍາ​ແມ່ ຂອງ ສ​ປ​ຊ ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ​ຄັ້ງ​ທີ 21 (COP- 21) ຢູ່ ປາ​ຣີ ປະ​ເທດ ຝ​ລັ່ງ. ເຂົ້າ​ຮ່ວມກອງ​ປະ​ຊ​ຸມ​ຄັ້ງ​ນີ້ ຫວຽດ​ນາມ ສືບ​ຕໍ່ ຢືນ​ຢັນ​ກັບ​ໂລກ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເມືອງ​ຢ່າງ​ແຮງ​ຂອ​ງ​ຕົນ, ນັ້ນ​ແມ່ນ​ສືບ​ຕໍ່ ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບ​ພ້ອມ​ກັບ​ວົງ​ຄະ​ນາ​ຍາດ​ສາ​ກົນ ຮ່ວມ​ແຮງ​ຮ່ວມ​ໃຈ​ມາ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ດ້ວຍ​ບັນ​ດາ​ການ​ກະ​ທຳ​ລະ​ອຽດ ນັບ​ທັງ​ລະ​ດັບ​ຊາດ ແລະ ສາ​ກົນ.

ຮ່ວມແຮງຮ່ວມໃຈຮັບມືກັບການປ່ຽນແປງຂອງດິນຟ້າອາກາດ - ảnh 1
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ
ພາບ:TTXVN

        ຕໍ່​ຫນ້າ​ບັນ​ດາ​ຜົນ​ກ​ະ​ທົບ​ນັບ​ມື້​ນັບ​ຮ້າຍ​ແຮງຈາກ​ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ​ຕໍ່​ມວນ​ມະ​ນຸດ, COP 21 ໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ດ້ວຍ​ຂອບ​ຂະ​ຫນາດ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ກອງ​ປະ​ຊຸມ​ທົ່ວ​ໂລກ​ໃຫຍ່​ສຸດ​ໃນ​ປີ 2015 ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ​ປະ​ມານ 50.000 ຄົນ ທີ່​ມາ​ຈາກ 185 ປ​ະ​ເທດໃນ​ໂລກ. ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ COP 21 ແມ່ນ ຮັບ​ຮອງ​ເອົາ​ຂອບ​ເຂດ​ກົດ​ໝາຍ​ທົ່ວ​ໂລກ​ໃຫມ່​ກ່ຽວ​ກັບ ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ໃຫ້​ແກ່​ໄລ​ຍະຫລັງ​ປີ 2020, ໂດຍ​ມີ​ຫົວ​ຂໍ້​ວ່າ: ຂໍ້​ຕົກ​ລົງ Paris 2015 ດ້ວຍ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ບັນ​ດາ​ປະ​ເທດ​ຫລຸດ​ຜ່ອນ​ອາຍ​ພິດ​ ເພື່ອ​ຈຳ​ກັດ​ອູນ​ຫະ​ພູມ​ເພີ່ມ​ຂຶ້ນ​ສະ​ເລ່ຍ ຂອງ​ທົ່ວ​ໂລກ​ຢູ່​ລະ​ດັບ​ຕ່ຳ​ກວ່າ 2 ອົງ​ສາ C ໃນ​ທ້າຍ​ສັດ​ຕະ​ວັດ​ທີ 21.

        ຖ້າ​ຂໍ້​ຕົກ​ລົງ​ປາ​ຣີ 2015 ໄດ້​ຮັບ​ກາ​ນ​ຮັບ​ຮອງ​ເອົາ, ນີ້​ຈະ​ເປັນ​ຄັ້ງ​ທຳ​ອິດ​ໃນ​ຕະ​ຫລອດ 20 ປີ​​ດຳ​ເນີນ​ການ​ເຈ​ລະ​ຈາກ່ຽວ​ກັບ ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ​ໃນ​ຂອບ​ເຂດ ສ​ປ​ຊ, ປະ​ຊາ​ຄົ​ມ​​ໂລກ ຈຶ່ງ​ບັນ​ລຸ​ໄດ້​ຂ​ໍ້​ຕົກ​ລົງ​ມີ​ລັກ​ສະ​ນະ​ຜູກ​ມັດ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ທັງ​ໝົດ​ບັນ​ດາ​ປະ​ເທດ​ປ່ອຍ​ອາຍ​ພິດ​ເຮືອນ​ແກ້ວ​ຢ່າງ​ຫລວງ​ຫລາຍ, ນັບ​ທັງ​ບັນ​ດາ​ປະ​ເທ​ດ​ພັດ​ທະ​ນາ ແລະ ພວມ​ພັດ​ທະ​ນາ.

 

ນຳ​ຫນ້າ​ໃນ​ການ​ປະ​ຕິ​ບັດ​ບົດ​ລາຍ​ງານ​ແຫ່ງ​ຊາດ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ຫລຸດ​ຜ່ອນ​ອາຍ​ພິດ​ເຮືອນ​ແກ້ວ

       ໂດຍ​ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ຖືກ​ຜົນ​ສະ​ທ້ອນ​ຫ​ລາຍກວ່າ​ໝູ່​ຈາກ ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ, ຍາມ​ໃດ ຫວຽດ​ນາມ ກໍ​ຮັບ​ຮູ້​ບັນ​ດາ​ຜົນ​ກະ​ທົບ​ຢ່າງ​ຮ້າຍ​ແຮງ​ຈາກ ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດຕໍ່​ການ​ພັດ​ທະ​ນາ​ແບບ​ຍືນ​ຍົງ​ຢູ່ ຫວຽດ​ນາມ ກໍ​ຄື​ໃນ​ໂລກ. ສະ​ນັ້ນ ແຕ່​ດົນ​ນານ​ມາ​ແລ້ວ, ລັດ​ຖະ​ບານ ຫວຽດ​ນາມ ຍາມ​ໃດ​ກໍ​ເອົາ​ໃຈ​ໃສ່​ ສ້າງ ແລະ ປະ​ຕິ​ບັດບັນ​ດາ​ໂຄງ​ການ, ນະ​ໂຍ​ບາຍ​ແຫ່ງ​ຊາດ​ກ່ຽວ​ກັບ​ການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ຫວຽດ​ນາມ ໄດ້​ເຂົ້າ​ຮ່ວມ​​ສັນ​ຍາ​ສາ​ກົນ​ສຳ​ຄັນ​ຫລາຍ​ສະ​ບັບ ແລະ ປະ​ກອບ​ສ່ວນ​ເຂົ້າ​ໃນ​ບັນ​ດາ​ວິ​ວັດ​ການເຈ​ລະ​ຈາ​ສາ​ກົນ​ກ່ຽວ​ກັບດິນ​ຟ້າ​ອາ​ກາດ.

        ທີ່ກອງ​ປະ​ຊຸມ​ຄັ້ງ​ນີ້, ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ຈຳ​ນວນ 150 ປະ​ເທດ ​ເຂົ້າ​ຮ່​ວ​ມ ກອງ​ປະ​ຊຸມ COP 21 ໄດ້​ເປັນ​ເຈົ້າ​ການ ຍົກ​ອອກ​ລະ​ດັບ​ໝັ້ນ​ໝາຍ​ແຫ່ງ​ຊາດ ເພື່ອ​ພ້ອມ​ກັບ​ວົງ​ຄະ​ນາ​ຍາດ​ສາ​ກົນ ມາ​ພະ​ຍາ​ຍາມ​ຫລຸດ​ຜ່ອນ​​ການ​ປ່ອຍອາຍ​ພິ​ດ​ເຮືອນ​ແກ້ວ ເພື່ອ​ຮັບ​ປະ​ກັນ​ຈຸດ​ໝາຍ​ຮັກ​ສາ​ອຸນ​ຫະ​ພູມຂອງ​ຫນ່ວຍ​ໂລກ​ໃນ​ທ້າຍ​ສັດ​ຕະ​ວັດ​ທີ 21 ​ເພີ່ມ​ຂຶ້ນບໍ່​ເກີນ 2 ອົງ​ສາ C. ນີ້​ກໍ​ແມ່ນ​ຫນຶ່ງ​ໃນ​ເນື້ອ​ໃນ​ຕົ້ນ​ຕໍ​ຂອງ​ຂອບ​ເຂດ​ກົດ​ໝາຍ​ໃຫມ່​ກ່ຽວ​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ໄລ​ຍະ​ຜ່ານ​ມາ, ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ບັນ​ດາ​ອົງ​ການ​ຄົ້ນ​ຄ້​ວາ, ອົງ​ການບໍ່​ຂຶ້ນ​ກັບ​ລັດ​ຖະ​ບານ​ຂອງ ຫວຽດ​ນາມ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ແລະ ຄູ່​ຮ່ວມ​ມື​ພັດ​ທະ​ນາ​ໄດ້​ຕັ້ງ​ຫນ້າ​ສົມ​ທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ສຳເ​ລັດ​ບົດ​ລາຍ​ງານນີ້. ບົດ​ລາຍ​ງານ​ຂອງ​ຫວຽດ​ນາມ ລວມ​ມີ 2 ພາກ​ຄື: ຫລຸດ​ຜ່ອນ​ການ​ປ່ອຍອາຍ​ພິ​ດ​ເຮືອນ​ແກ້ວ(ໃນ​ນັ້ນ ຫວຽດ​ນາມ ໃຫ້​ຄຳ​ໝັ້ນ​ສັນ​ຍາ ປີ 2030 ຈະ​ຫລຸດ​ຜ່ອນ 8% ປະ​ລິ​ມານ​ອາຍ​ພິ​ດ​ເຮືອນ​ແກ້ວ​ເມື່ອ​ທຽບ​ໃສ່​ແຜນ​ການ) ແລະ ການຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ. ນອກນັ້ນ, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ມີ​ບົດ​ກ່າວ​ປາ​ໄສ​ສຳ​ຄັນ​ທີ່​ກອງ​ປະ​ຊຸມ​ຂັ້ນ​ສູງ​ຂອງ COP 21, ໂດຍ​ຢືນ​ຢັນກັບ​ໂລກ​ກ່ຽວ​ກັບ​ຄຳ​ໝັ້ນ​ສັນ​ຍາ​ດ້ານ​ການ​ເມືອງ​ຢ່າງ​ແຮງ​ຂອງ​ລັດ​ຖະ​ບານ​ຫວຽດ​ນາມ ​ໄດ້, ພວມ ແລະ ສືບ​ຕໍ່​ເປັນ​ເຈົ້າ​ການ, ມີ​ຄວາມ​ຮັບ​ຜິດ​ຊອບພ້ອມ​ກັບ​ປະ​ຊາ​ຄົມ​ໂລກ ຮ່ວມ​ແຮງ​ຮ່ວມ​ໃຈ​ມາ​ນະ​ພະ​ຍາ​ຍາມ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ດ້ວຍ​ບັນ​ດາ​ການ​ກະ​ທຳ​ລະ​ອຽດ ນັບ​ທັງ​ໃນ​ລະ​ດັບ​ຊາດ ແລະ ສາ​ກົນ.

 

ຕັ້ງ​ຫນ້າ​ພ້ອມ​ກັບ​ວົງ​ຄະ​ນາ​ຍາດ​ສາ​ກົນ ຮ່ວມ​ແຮງ ຮ່ວມ​ໃຈ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ

 ຄ​ຽງ​ຄູ່​ກັບ​ການ​ເຂົ້າ​ຮ່ວມ​ບັນ​ດາ​ການ​ເຄື່ອນ​ໄຫວ​ຕົ້ນ​ຕໍ​ຢູ່ COP 21, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ໄດ້​ມີ​ການ​ພົບ​ປະ​ສອງ​ຝ່າຍ​ກັບ​ບັນ​ດາ​ການ​ນຳ​ບັນ​ດາ​ປະ​ເທດ, ບັນ​ດາ​ອົງ​ການ​ຈັດ​ຕັ້ງ​ສາ​ກົນ ເພື່ອ​ຊຸກ​ຍູ້​ກາ​ລະ​ໂອ​ກາດ​ຮ່ວມ​ມື, ຫນູນ​ຊ່ວຍ​ໃນ​ຂົງ​ເຂດ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ. ນີ້​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ​ໃນ​ສະ​ພາບ ຫວຽດ​ນາມ ແມ່ນ​ຫນຶ່ງ​ໃນ​ບັນ​ດາ​ປະ​ເທດ​ຖືກ​ຜົນ​ສະ​ທ້ອນກວ່າ​ໝູ່​ຈາກ​ ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ. ເນື່ອງ​ໃນ​ໂອ​ກາດນີ້, ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ເປັນ​ປະ​ທານ​ຮ່ວມ​ການ​ເຈ​ລະ​ຈາ​ຂັ້ນ​ສູງ ກ່ຽວ​ກັບການ​ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາ​ກາດ ຢູ່ ເຂດ​ທົ່ງ​ພຽງ​ແມ່​ນ້ຳ​ຂອ​ງ​ທາງ​ພາກ​ໃຕ້​ຫວຽດ​ນາມ ໂດຍ​ມີ​ການ​ເຂົ້າ​ຮ່ວມ​ຂອງ​ ການ​ນຳບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ, ບັນ​ດາ​ປະ​ເທດ​ຄູ່​ຮ່ວມ​ມື ແລະ ທະ​ນາ​ຄານ​ໂລກ.

        ເລື່ອງ ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕີນ​ຢູງ ນຳ​ຫນ້າ ຄະ​ນະ​ຜູ້​ແທນ​ຫວຽດ​ນາມ ເຂົ້າ​ຮ່ວມກອງ​ປະ​ຊຸມ ເພື່ອ​ຜັນ​ຂະ​ຫຍາຍ​ແຜນ​ນະ​ໂຍ​ບາຍ​ເປັນ​ເຈົ້າ​ການ ແລະ ຕັ້ງ​ຫນ້າ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ ຂອງ​ຫວຽດ​ນາມ, ສະ​ແດງ​ໃຫ້​ເຫັນ​ຄຳ​ໝັ້ນ​ສັນ​ຍາ​ຢ່າງ​ແຮງ​ຂອງ​ຫວຽດ​ນາມ ເຂົ້າ​ຮ່ວມ​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ລວມ​ຂອງ ປະ​ຊາ​ຄົມ​ສາ​ກົນ ເພື່ອ​ຮັບ​ມື​ກັບ​ ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ ພ້ອ​ມ​ທັງ ຊຸກ​ຍູ້​ບັນ​ດາ​ກາ​ລະ​ໂອ​ກາດ​ຮ່ວມ​ມື ລະ​ຫວ່າງ ຫວຽດ​ນາມ ກັບ​ບັນ​ດາ​ປະ​ເທດ ແລະ ບັນ​ດາ​ຄູ່​ຮ່ວມ​ມື​ສາ​ກົນ, ເປັນ​ຕົ້ນ​ໃນ​ຂົງ​ເຂດ ການ​ປ່ຽ​ນ​ແປງ​ຂອງ​ດິນ​ຟ້າອ​າ​ກາດ.

ຕອບກັບ

ຂ່າວ/ບົດ​ອື່ນ