ຮ່ວມແຮງຮ່ວມໃຈເພື່ອປະຕິບັດບັນດາຈຸດໝາຍພັດທະນາ

 ປີ 2012 ​ຫວຽດນາມ ໄດ້​ຮັບ​ການ​ຄາດ​ຄະ​ເນ​ວ່າ,  ຈະ​ປະສົບ​ກັບ​ຄວາມ​ຫຍູ້​ງຍາກ​ຫຼາຍ​ຢ່າງ​ໃນ​ການປະຕິບັດ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ -ສັງຄົມ. ສະນັ້ນ, ນັບ​​ແຕ່​ຕົ້ນປີ, ທ່ານ​ນາຍົກລັດຖະມົນຕີ ຫວຽດນາມ ຫງວຽນ​ເຕີນ​ຢູ໋ງ ​ໄດ້​ຮຽກຮ້ອງ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການ​ ຕ້ອງ​ຊີ້​ນຳ​ຢ່າງ​ຂ້ຽວຂາດ ພ້ອມ​ທັງ​ຕິດຕາມ​ກວດກາ​ສະພາບ​ການ​ຢ່າງ​​ໃກ້​ຊິດ ​ມີ​ບັນດາ​ນະ​ໂຍບາຍ​ທີ່​ເໝາະ​ສົມ ​ເພື່ອ​​ແນ່​ໃສ່​ເສີມ​ຂະຫຍາຍ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ໄດ້​ປຽບ, ກຳລັງ​ພາຍ​ໃນ​ຂອງ​ ຫວຽດນາມ ​​ໃນ​ການ​ປະຕິບັດບັນດາ​ຈຸດໝາຍ​ພັດທະນາໃນ​ລະດັບ​ສູງ​ສຸດ.

ຮ່ວມແຮງຮ່ວມໃຈເພື່ອປະຕິບັດບັນດາຈຸດໝາຍພັດທະນາ - ảnh 1

ຮັດ​ກຸ່ມ​ເງິນຕາ​ເພື່ອ​ຄວບ​ຄຸມ​ໄພ​ເງິນ​​ເຟີ້

(ພາບ: laodong.com.vn)

  ຈຸດໝາຍ​ໄດ້​ຮັບ​ບຸລິມະສິດ​ຂອງ ຫວຽດນາມ ​ໃນ​ປີ 2012 ​ແມ່ນ​ສືບ​ຕໍ່​ຄວບ​ຄຸມ​ໄພ​ເງິນ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ​ເພື່ອ​ປະຕິບັດ​ວຽກ​ງານ​ນີ້, ກ່ອນ​ອື່ນ​ໝົດ​ຕ້ອງ​ປະຕິບັດ​​ບັນດາ​ມາດ​ຕະການ​ໃນ​ນະ​ໂຍບາຍ​ເ​ງິນຕາ​ຢ່າງ​ມີ​ປະສິດທິ​ຜົນ, ບໍ່​ໃຫ້​ຂາດ​ຄວາມ​ດຸນ​ດຽງ​ກ່ຽວ​ກັບ​ການ​ສະໜອງ​ຄວາມ​ຕ້ອງການ​ສິນຄ້າ, ​ເອົາ​ໃຈ​ໃສ່​ເຖິງ​ການ​ຮັກສາ​ລາຄາ​ບັນດາ​ປະ​ເພດ​ສິນຄ້າທີ່​ຈຳ​ເປັນ​ໃຫ້​ເປັນ​ປົກກະຕິ​ ​ໃນ​ໄລຍະ​ເວລາ ​ແລະ ​ບໍລິ​ເວນ​ທີ່​ມີ​ການ​ນຳ​ໃຊ້​ສູງ…..​ໂດຍ​ແມ່ນ​ຂະ​ແໜງ​ສວມ​ບົດບາດ​ສຳຄັນ​ໃນ​ການ​ຜັນ​ຂະຫຍາຍ​ໜ້າ​ທີ່​ດັ່ງກ່າວ, ນັບ​ຕັ້ງ​ແຕ່​ຕົ້ນປີ, ຂະ​ແໜງ​ອຸດສາຫະກຳ​ການ​ຄ້າ​​ໄດ້ຢັ້ງຢືນ​ຄວາມ​ຕັດສິນ​ໃຈ​ສູ້​ຊົນ​​ເພື່ອບັນລຸ​ມູນ​ຄ່າ​ຜະລິດ​ອຸດສາຫະກຳ​ປີ 2012 ​ໃຫ້​ເພີ່ມ​ຂຶ້ນ 13% ​ເມື່ອ​ທຽບ​ກັບ​ປີ 2011. ຕາມ​ນັ້ນ​ແລ້ວ, ຂະ​ແໜງ​ໄດ້​ສຸມ​ໃສ່​ພັດທະນາ​ບັນດາ​ຂະ​ແໜງ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ສູງ, ມູນຄ່າ​ເພີ່ມສູງ, ມີ​ຜະລິດ​ຕະພັນ​ສົ່ງ​ອອກ​ຫຼາຍ, ສົ່ງ​ເສີມ​ພັດທະນາ​ອຸດສາຫະກຳ​ປຸ່ງ​ແຕ່ງ​ຜະ​ລິດ​ຕະພັນ​ກະ​ເສດ, ​ເຄື່ອງ​ປ່າ​ຂອງ​ດົງ, ສິນ​ໃນ​ນ້ຳ….​ໃນ​ຂົງ​ເຂດ​ການ​ສົ່ງ​ອອກ, ຂະ​ແໜງ​ອຸດສາຫະກຳ​ການ​ຄ້າ​ສູ້​ຊົນບັນລຸ​ລະດັບເພີ່ມ​ຂຶ້ນ 13% ​ເມື່ອ​ທຽບ​ກັບ​ປີ 2011, ບັນລຸ​ວົງ​ເງິນ​ປະມານ 109 ຕື້​ໂດ​ລາ​ສະຫະລັດ… ໃນ​ຂົງ​ເຂດ​ເສດຖະກິດ, ຕາມ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເວື​ອງດີ່ງ​ເຮ້ວ ​ແລ້ວ, ​ໃນ​ສະພາບ​ການ​​ເສດຖະກິດ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ຫຼາຍ​ຢ່າງ, ປີ 2012, ຫວຽດນາມ ວາງ​ຈຸດໝາຍ​ຫລຸດຜ່ອນ​ລາຍ​ຈາ​ຍງົບປະມານ​ເກີນ​ດຸນ​ລົງ​ຕ່ຳ​ກ່ວາ 4,8% GDP. ສິ່ງ​ດັ່ງກ່າວ​ຮຽກຮ້ອງ​ໃຫ້​ຂະ​ແໜງ​ຕ່າງໆ​ຕ້ອງ​ມານະ​ພະຍາຍາມ​ທີ່​ສຸດ ​ໃນ​ຂະນະ​ທີ່ນະ​ໂຍບາຍ​​ເກັບ​ອາກອນບໍ່​ມີ​ການ​ປ່ຽນ​ແປງພໍ​ເທົ່າ​ໃດ. ກ່ຽວ​ກັບ​ບັນດາ​ມາດ​ຕະການ​ຕົ້ນຕໍ, ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເວື​ອງດີ່ງ​ເຮ້ວ ​ໃຫ້​ຮູ້​ວ່າ ​ກ່ອນ​ອື່ນ​ໝົດ​ຕ້ອງ​ສຸມ​​ທຸກ​ຄວາມ​ມານະ​ພະຍາຍາມ ​ເພື່ອ​ໜູນ​ຊ່ວຍ​ການ​ຜະລິດ, ດຳ​ເນີນ​ທຸລະ​ກິດ ​ແລະ​ ຄຽງ​ຂ້າງ​ນັ້ນ​ ແມ່ນ​​ຕ້ອງ​ເກັບ​ພາສີ​ອາກອນ​​ໃຫ້​ຄົບຖ້ວນ. ນອກຈາກ​ແຜນ​ຮ່າງ​ຂອງ​ກົມ​ໃຫ່ຍຊ່ວຍ​ສາ​ອາກອນ​ແລ້ວ, ກະຊວງ​ການ​ເງິນ​ໄດ້​ມອບ​ໜ້າ​ທີ່​ໃຫ້​ກົມ​ໃຫ່ຍພາສີ ສ້າງ​ແຜນຮ່າງ​ຄຸມ​ຄອງ​ສິນຄ້າ​ນຳ​ເຂົ້າສົ່ງ​ອອກ​ຊົ່ວຄາວ, ພິ​ເສດ​ແມ່ນ​ການ​ຄຸ້ມ​ຄອງ​ພາສີ​ອາກອນ​ໃນ​ຂົງ​ເຂດ​ນີ້. ​ທ່ານ​ລັດຖະມົນຕີ​ກະຊວງ​ການ​ເງິນ ​ເວື​ອງດີ່ງ​ເຮ້ວ ​ເວົ້າວ່າ:

   “​ກະຊວງ​ການ​ເງິນ​ພວມສຸມ​ທຸກ​ຄວາມ​ມານະ​ພະຍາຍາມ​ເພື່ອ​ສູ້​ຊົນ​ບັນລຸ​ລະດັບ​ເຕີບ​ໂຕ​ແຕ່ 5-8% ​ເມື່ອ​ທຽບ​ໃສ່​ແຜນ​ງົບປະມານ​ເກັບ​ພາສີ​ອາກອນຊື່​ງສະພາ​ແຫ່ງ​ຊາດ​ໄດ້​ຕົກລົງ, ​ໃນ​ນັ້ນ​ເອົາ​ໃຈ​ໃສ່​ເຖິງ​ການ​ເກັບ​ພາສີ​ອາກອນ​​ໃຫ້ຄົບ. ກ່ຽວ​ກັບ​ການ​ຫລຸດຜ່ອນ​ລາຍ​ຈ່າ​ຍ, ປີ​ນີ້ ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ ລ້ວນ​ແຕ່​ຕ້ອງ​ຫລຸດ 10 % GDP ຄື​ກັນ​ກັບ​ຊຸມ​ປີ​ຜ່ານ​ມາ ພ້ອມທັງ​ດັດ​ປັບ​ແຜນ​ງົບປະມານໃຊ້​ຈ່າ​ຍ ຄືນ​ໃໝ່​ ຕາມ​ທິດ​ຫລຸດຜ່ອນ​ອັດຕາ​ສ່ວນ​ການ​ລົງທຶນ​ຂອງ​ລັດ ​ແລະ​ ເພີ່ມ​ລາຍ​ຈາ​ຍ​ໃຫ້​ແກ່​ມະນຸດ ​ແລະ ຊີວິດ​ສັງຄົມ. ຫວຽດນາມ​ ຕ້ອງ​ຖື​ເລື່ອງຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ​ຂອງ​ລັດ ​ແລະ​ ຖືປັດໃຈ​ເພີ່ມ​ສະມັດ​ຕະພາບ​ການອອກ​ແຮງ​ງານ​ສັງຄົມ ​ໃນ​ການ​ຈະ​ເລີ​ນ​ເຕີບ​ໂຕ GDP ​ເປັນ​ສຳຄັນ​ທີ່​ສຸດ“

​   ເພື່ອພັດທະນາ​ແບບ​ຍືນ​ຍົງ, ​ໄປ​ຄຽງ​ຄູ່​ກັບ​ການ​ປະຕິບັດ​ບັນດາ​ໜ້າ​ທີ່​ເສດຖະກິດ, ບັນດາ​ກະຊວງ, ຂະ​ແໜງ​ການ​ກໍ​ຄວນເອົາ​ໃຈ​ໃສ່ເປັນ​ພິ​ເສດ​​ເຖິງ​ບັນດາ​ຫາ​ຊີວິດ​ສັງຄົມ, ​ໃນ​ນັ້ນມີ​ຫຼາຍ​ໜ້າ​ທີ່​ສຳຄັນ​ຄື: ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ຮັບ​ໃຊ້​ໃຫ້​ແກ່​ການ​ຫັນ​ເປັນ​ອຸດສາຫະກຳ ​ແລະ​ທັນ​ສະ​ໄໝ, ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ແກ່​ປະຊາຊົນ ປະມານ 1.600.000 ຄົນ​ໃນ​ປີ 2012; ຍົກ​ສູງອັດ​ຕາ​ສ່ວນ​ຜູ້ອອກ​ແຮງ​ງານ​ໄດ້​ຮັບ​ການ​ບຳລຸງ​ສ້າງ ​ໃນຈຳ​ຈວນ​ຜູ້ອອກ​ແຮງ​ງານທີ່​ພວມ​ເຮັດ​ວຽກ ທັງໝົດ​ຂຶ້ນ 46%....​ເພື່ອ​ບັນລຸ​ໄດ້​ບັນດາ​ຄາດໝາຍ​ດັ່ງກ່າວ, ທ່ານ​ນາງ ຟ້າ​ມທິຫາຍ​ຈ່ວຽນ ລັດຖະມົນຕີ​ກະຊວງ​ແຮງ​ງານ, ທະຫານ​ເສຍ​ອົງຄະ ​ແລະ ສັງຄົມ ຫວຽດນາມ ​ໃຫ້​ຮູ້​ວ່າ:“​ພວກ​ຂ້າພະ​ເຈົ້າກໍ​ກຳ​ນົດດວ່າ ປີ 2012 ຕ້ອງ​ສູ້​ຊົນ​ຢ່າງ​ຕັ້ງໜ້າ, ສະນັ້ນ ນັບ​ແຕ່​ຕົ້ນປີ, ​ໄດ້​​ເພີ່ມ​ທະວີການສ້າງຕັ້ງຮູບ​ແບບ​ຈຸດ​ສຸມ​ຈຳນວນ​ໜື່ງ ກ່ຽວ​ກັບ​ການ​ສອນ​ວິຊາ​ຊີບ​ຄື: ລ້ຽງ​ປູກ​ສິນ​ໃນ​ນ້ຳ, ປູກຜັກ​ສະອາດ. ພ້ອມ​ກັບ​ການ​ບຳລຸງ​ສ້າງ​ວິຊາ​ຊີບ​ຢູ່​ກັບ​ທີ່, ທາງ​ກະຊວງ​ກໍ​ມອບ​ໜ້າ​ທີ່​ໃຫ້​ບັນດາ​ສູນ​ບຳລຸງ​ສ້າງ​ວິຊາ​ຊີບ, ຕ້ອງ​ພົວພັນ​ກັບ​ວິ​ສາ​ຫະກິດ​ເພື່ອ​ຮູ້ວ່າ​ເຂົາ​ເຈົາຕ້ອງການ​ຫຍັງ​ຈື່ງ​ຈະບຳລຸງ​ສ້າງ. ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ຕ້ອງ​ສົມທົບ​ກັບ​ຂະ​ແໜງ​ການ​ສຶກສາ ​ເພື່ອກໍ່ສ້າງ​ບັນດາ​ໂຮງຮຽນສອນ​ວິຊາ​ຊີບ​ມີ​ຄຸນ​ນະພາ​ບສູງ ​ຕອບ​ສະໜອງ​ຄວາມ​ຕ້ອງການ​ຂອງ​ສາກົນ ​ແລະ​ພາກ​ພື້ນ​

​   ພ້ອມ​ກັບ​ການ​ສ້າງ​ວຽກ​ເຮັດ​ງານ​ທຳ, ສຸມ​​ແຫຼ່ງກຳລັງ​ໃຫ້​ແກ່​ການ​ລົບ​ລ້າງ​ຄວາມ​ອຶດ​ຫີ​ວ ຫລຸດຜ່ອນ​ຄວາມທຸກ​ຍາກ​ນັ້ນ, ປີ 2012, ບັນດາ​ກະຊວງ, ຂະ​ແໜງ​ການ, ທ້ອງ​ຖິ່ນ​ຕ່າງໆ​ກໍ​ຈະ​ສຸມ​ໃສ່​ພັດທະນາ​ເຮືອນ​ຢູ່​ສັງຄົມ, ​ເຮືອນ​ຢູ່​ໃຫ້​ຜູ້​ມີ​ລາຍ​ຮັບ​ຕ່ຳ. ທ່ານ​ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫວຽດນາມ ຈິ້ງ​ດີ່ງຢູ໋ງ ​ເວົ້​າວ່າ:

   “ກະຊວງ​ກໍ່ສ້າງ​ພວມ​ຄົ້ນຄ້ວາ​ບັນດາ​ນະ​ໂຍບາຍ​ລະອຽດ​ໃນ​ດ້ານ​ເຮື​ອນ ​ຢູ່ໃຫ້ເໝາະ​ສົມ​ກັບ​ຄວາມ​ສາມາດ​ພັດທະນາ​ຂອງ​ແຕ່​ລະ​ກຸ່ມ​ເປົ້າໝາຍ. ການ​ພັດທະນາ​ເຮື​ອນ​ຢູ່​ແມ່ນ​ວຽກ​ງານ​ຍາກ​ທີ່​ສຸດ ​ແຕ່​ພັດທະນາ​ເຮືອນ​ຢູ່​ສັງຄົມ, ​ເຮືອນ​ຢູ່​ໃຫ້​ແກ່​ຜູ້​ທຸກ​ຍາກ​ຍິ່ງ​ມີ​ຄວາມ​ຫຍູ້​ງຍາກ​ກ່ວາ. ທາງ​ກະຊວງ​ກໍ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ ​ແຕ່​ກໍ​ປາດ​ຖະໜາ​ວ່າ​ ທ້ອງ​ຖິ້ນຕ່າງ​ໆຈະ​ປະຕິບັດ​ພ້ອມ​ກັນ ​ເພື່ອ​ຈະ​ກໍ່ສ້າງ​ເຮືອນ​ຢູ່​ສັງຄົມ​ໄດ້​ຫຼາຍ​ກ່ວາ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ”​

ຮ່ວມແຮງຮ່ວມໃຈເພື່ອປະຕິບັດບັນດາຈຸດໝາຍພັດທະນາ - ảnh 2

ເຂດ​ຕົວ​ເມືອງ ຈູງ​ຮົວ-​ເຍີນຈິງ-​ຮ່າ​ໂນ້ຍ

(ພາບ: ຂ່າວສານ ຫວຽດນາມ)

   ​ປີ 2012, ​ເຖິງ​ວ່າ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ, ການ​ທ້າ​ທາຍ​ນາໆ​ປະການ ​ແຕ່​ຍ້ອນ​ມີ​ການ​ຮ່ວມ​ມື, ຮ່ວມ​ແຮງ​ຮ່ວມໃຈຂອງ​ບັນດາ​ກະຊວງ, ຂະ​ແໜງ​ການ, ຫວຽດ​ນາມ ພວມ​ປະຕິບັດ​ການຫັນ​ບັນດາ​ຈຸດໝາຍ​ພັດທະນາ​ເສດຖະກິດ-ສັງຄົມ​ທີ່​ໄດ້​ວາງ​ອອກ​ໃຫ້​ປະກົດ​ຜົນ​ເປັນ​ຈິງ​ເທື່ອ​ລະ​ກ້າວ.

ຕອບກັບ

ຂ່າວ/ບົດ​ອື່ນ