ຮ່າງກົດໝາຍວ່າດ້ວຍທີ່ດິນ(ສະບັບປັບປຸງ) ປີ 2023: ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງ

(VOVWORLD) -ທີ່ກອງປະຊຸມສະໄຫມສາມັນເທື່ອທີ 6, ສະພາແຫ່ງຊາດ ຫວຽດນາມຊຸດທິ XIII ພວມດຳເນີນຢູ່ ຮ່າໂນ້ຍ, ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ພ້ອມກັບຮ່າງກົດໝາຍອື່ນ 8 ສະບັບ ພວມໄດ້ຮັບການພິຈາລະນາຮັບຮອງເອົາ ດ້ວຍຫລາຍຈຸດໃຫມ່. ເລື່ອງປັບປຸງກົດໝາຍແມ່ນສະແດງໃຫ້ເຫັນຄວາມຕັດສິນໃຈຢ່າງແຮງຂອງ ຫວຽດນາມ ໃນການປ່ຽນແປງໃຫມ່ນະໂຍບາຍທີ່ດິນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳທີ່ໄດ້ວາງອອກ.

ຮ່າງກົດໝາຍວ່າດ້ວຍທີ່ດິນ(ສະບັບປັບປຸງ) ປີ 2023: ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງ - ảnh 1ກອງປະຊຸມເທື່ອທີ 6 ສະພາແຫ່ງໍຊາດ ຫວຽດນາມຊຸດທີ XV  ພວມດຳເນີນຢູ່ ຮ່າໂນ້ຍ. (ພາບ:Quochoi.vn)

ພາຍຫລັງ 10 ປີແຫ່ງການປະຕິບັດ, ກົດໝາຍວ່າດ້ວຍທີ່ດິນ ປີ 2013 ໄດ້ນຳມາເຊິ່ງປະສິດທິຜົນຕັ້ງຫນ້າໃນການຄຸ້ມຄອງ ແລະນຳໃຊ້ທີ່ດິນ. ເຖິງຢ່າງໃດກໍຕາມ, ຕໍ່ຫນ້າການພັດທະນາຢ່າງກະໂດດຂັ້ນຂອງພື້ນຖານເສດຖະກິດເຊື່ອມໂຍງ, ການປະຕິວັດອຸດສາຫະກຳ 4.0, ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ໄດ້ສ້າງບັນດາຂໍ້ກຳນົດລະອຽດແລະ ຈະແຈ້ງກວ່າ ດ້ວຍຫລາຍຈຸດໃຫມ່ຄື: ກຳນົດກ່ຽວກັບການຊົດເຊີຍ, ຫນູນຊ່ວຍ, ຕັ້ງຖິ່ນຖານຄົງທີ່ຄືນໃຫມ່, ຖອນຄືນທີ່ດິນ ເພື່ອຈຸດປະສົງດ້ານປ້ອງກັນຊາດ, ປ້ອງກັນຄວາມສະຫງົບ, ພັດທະນາເສດຖະກິດ ສັງຄົມ ເພື່ອຜົນປະໂຫຍດແຫ່ງຊາດ, ສາທາລະນະ, ກົນໄກກຳນົດລາຄາທີ່ດິນຕາມຫລັກການຂອງຕະຫລາດ; ກົນໄກນະໂຍບາຍການເງິນກ່ຽວກັບທີ່ດິນ, ກົນໄກຄຸ້ມຄອງທີ່ດິນປຸກສ້າງເຮືອນຢູ່, ທີ່ດິນທຳການຜະລິດໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍເວົ້າລວມ…

ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ

ກ່ອນທີ່ຈະຍື່ນສະເຫນີຂຶ້ນສະພາແຫ່ງຊາດຮັບຮອງເອົາ ທີ່ກອງປະຊຸມເທື່ອນີ້, ຮ່າງກົດໝາຍດັ່ງກ່າວໄດ້ຮັບການປຶກສາຫາລືຢູ່ ສະພາແຫ່ງຊາດ ແລະຮັບເອົາຄຳເຫັນຂອງປະຊາຊົນທຸກຊັ້ນວັນນະ. ພິເສດ  ຮ່າງກົດໝາຍໄດ້ຫັນມະຕິເລກທີ 18 ຂອງຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຊຸດທີ XIII ກ່ຽວກັບ “ການສືບຕໍ່ປ່ຽນແປງໃຫມ່, ສ້າງລະບອບລະບຽບການ, ນະໂຍບາຍ ຍົກສູງປະສິດທິຜົນ, ປະສິດທິພາບການຄຸ້ມຄອງ ແລະນຳໃຊ້ທີ່ດິນ, ສ້າງກຳລັງຫນູນນຳຫວຽດນາມກາຍເປັນປະເທດພັດທະນາມີລາຍຮັບສູງ" ໃຫ້ເປັນລະອຽດ.

ຫນຶ່ງໃນບັນດາຈຸດໃຫມ່ຂອງຮ່າງກົດໝາຍວ່າດ້ວຍທີ່ດິນ (ສະບັບປັບປຸງ)ແມ່ນກຳນົດຢ່າງຈະແຈ້ງນະໂຍບາຍຮັບປະກັນທີ່ດິນຮັບໃຊ້ການດຳເນີນຊີວິດຂອງວົງຄະນາຍາດໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ ແລະນະໂຍບາຍການມອບທີ່ດິນ, ໃຫ້ເຊົ່າທີ່ດິນຢູ່ອາໄສ, ທີ່ດິນທຳການຜະລິດໃຫ້ແກ່ຊາວຊົນເຜົ່າສ່ວນຫນ້ອຍ, ຫ້າມທຸກການກະທຳຫັນປ່ຽນຈຸດປະສົງນຳໃຊ້ທີ່ດິນ. ທ່ານ ເລມິງເງິນ, ຮອງລັດຖະມົນຕີກະຊວງຊັບພະຍາກອນ ແລະ ສິ່ງແວດລ້ອມ ຢືນຢັນ:

 “ຮ່າງກົດໝາຍວ່າດ້ວຍທີ່ດິນ ໄດ້ຫວງຫ້າມການກະທຳຂອງອົງກອນ, ອົງການແຫ່ງລັດ ທີ່ມີສິດອຳນາດໃນການມອບທີ່ດິນ,ໃຫ້ເຊົ່າທີ່ດິນ, ຫັນປ່ຽນຈຸດປະສົງນຳໃຊ້ທີ່ດິນ ສຳລັບເນື້ອທີ່ດິນຮັບໃຊ້ໃຫ້ນະໂຍບາຍຕໍ່ຊາວຊົນເຜົ່າສ່ວນຫນ້ອຍ ໃຫ້ຜູ້ບໍ່ນອນໃນເປົ້າໝາຍນຳໃຊ້ທີ່ດິນ. ທີສອງ ຫ້າມຜູ້ມີທີ່ດິນໂດຍໄດ້ຮັບຈາກລັດຕາມນະໂຍບາຍທີ່ດິນມອບໃຫ້ຊາວຊົນເຜົ່າ, ໄດ້ຮັບທີ່ດິນຜ່ານການເຊົ່າຕໍ່ເປັນຄັ້ງທີ 2 ແລ້ວ ແຕ່ຍັງສືບຕໍ່ມີການກະທຳໂອນທີ່ດິນ. ທີສາມ ຫ້າມບັນດາເປົ້າໝາຍ ບໍ່ແມ່ນຊາວຊົນເຜົ່າ, ບໍ່ແມ່ນເປົ້າໝາຍໄດ້ຮັບທີ່ດິນຜ່ານການໂອນກຳມະສິດສຳລັບເນື້ອທີ່ດິນນັ້ນ ແຕ່ພັດຮັບການໂອນກຳມະສິດທີ່ດິນ”

ຮ່າງກົດໝາຍວ່າດ້ວຍທີ່ດິນ(ສະບັບປັບປຸງ) ປີ 2023: ຕອບສະຫນອງຄວາມຮຽກຮ້ອງຕ້ອງການພຶດຕິກຳຕົວຈິງ - ảnh 2ທ່ານ ຮອງສາດສະດາຈານ, ປອ ຮວ່າງວັນເກື່ອງ, ຮອງອະທິການບໍດີ ມະຫາວິທະຍາໄລເສດຖະກິດແຫ່ງຊາດ.(ພາບ:Quochoi.vn)

ເລື່ອງປັບປຸງກົດໝາຍວ່າດ້ວຍທີ່ດິນ ໂດຍມີການເຂົ້າຮ່ວມຂອງທັງລະບົບການເມືອງ ແລະ ທົ່ວປວງຊົນ ໄດ້ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມກ່ຽວກັບຂົງເຂດທີ່ມີການກະທົບຢ່າງເລິກເຊິ່ງກວ້າງຂວາງເຖິງທຸກດ້ານຂອງຊີວິດທາງດ້ານເສດຖະກິດ, ສັງຄົມ, ກ່ຽວຂ້ອງໂດຍກົງເຖິງປະຊາຊົນ. ມີກວ່າ 12 ລ້ານຄຳເຫັນປະກອບໃສ່ຮ່າງກົດໝາຍດັ່ງກ່າວ ເປັນການສະແດງໃຫ້ເຫັນຄວາມເອົາໃຈໃສ່ຢ່າງເລິກເຊິ່ງ, ສຸດຈິດສຸດໃຈ ແລະ ມີຄວາມຮັບຜິດຊອບ.  ຜ່ານນັ້ນກໍ່ມີຫລາຍເນື້ອໃນລະບຸໃນຮ່າງກົດໝາຍທີ່ໄດ້ຮັບເອົາມາດັດແກ້, ປັບປຸງໃຫ້ເໝາະສົມກັບຄວາມຮຽກຮ້ອງຕ້ອງການຂອງພຶດຕິກຳຕົວຈິງ.

ຄວາມຕັດສິນໃຈປ່ຽນແປງໃຫມ່ຢ່າງແຮງຂອງ ຫວຽດນາມ ກ່ຽວກັບນະໂຍບາຍທີ່ດິນ

ຈຸດໃຫມ່ທີ່ພົ້ນເດັ່ນອີກຢ່າງຫນຶ່ງໃນຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ທີ່ໄດ້ຮັບຮອງເອົາໃນກອງປະຊຸມຂອງສະພາແຫ່ງຊາດເທື່ອນີ້ ແມ່ນການກຳນົດລາຄາທີ່ດິນຄືນໃຫມ່ເພື່ອໃຫ້ເໝາະສົມກັບລາຄາຂອງຕະຫລາດ. ທ່ານ ຮອງສາດສະດາຈານ, ປອ ຮວ່າງວັນເກື່ອງ, ຮອງອະທິການບໍດີ ມະຫາວິທະຍາໄລເສດຖະກິດແຫ່ງຊາດ ໃຫ້ຂໍ້ສັງເກດວ່າ:        

 “ລັກສະນະບຸກທະລຸທີ່ສຸດຂອງມະຕິເລກທີ 18 ທີ່ບັນລຸໄດ້ ແລະໄດ້ນຳເອົາເຂົ້າໃນຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບປຸງ ນັ້ນແມ່ນລົບລ້າງກົນໄກຄຸ້ມຄອງເສດຖະກິດດ້ວຍຫລາຍມາດຕະການດ້ານບໍລິຫານ, ເປັນຕົ້ນແມ່ນການຈັດວາງລາຄາທີ່ດິນ ແລະ ຂໍ້ກຳນົດຕາຕະລາງລາຄາທີ່ດິນ ຕ້ອງເກືອບເທົ່າກັບລະດັບລາຄາຂອງຕະຫລາດ. ການນຳໃຊ້ບັນດາເຄື່ອງມືການຕະຫລາດຄືເຄື່ອງມືອາກອນເພື່ອດັດປັບບັນດາການກະທຳກັກຕຸນ, ດັດປັບມູນຄ່າເພີ່ມ ຫາກບໍ່ແມ່ນຍ້ອນຜູ້ນຳໃຊ້ທີ່ດິນນຳມາໃຫ້”

ທີ່ດິນແມ່ນແຫລ່ງກຳລັງສຳຄັນເພື່ອພັດທະນາປະເທດຊາດ, ກ່ຽວຂ້ອງໂດຍກົງເຖິງທຸກການເຄື່ອນໄຫວດ້ານເສດຖະກິດ - ສັງຄົມຂອງປະເທດຊາດ, ຄວາມຕ້ອງການຂອງປະຊາຊົນ. ສະນັ້ນ ບັນດານະໂຍບາຍໂດຍໄດ້ຮັບການປະກາດໃຊ້ຕ້ອງສອດຄ່ອງກັບເງື່ອນໄຂຕົວຈິງ, ໃກ້ຊິດຕິດແທດກັບຄວາມຕ້ອງການຂອງປະຊາຊົນທຸກຊັ້ນວັນນະ. ເປັນຄືແນວນັ້ນ ນະໂຍບາຍຈຶ່ງຈະເຂົ້າສູ່ຊີວິດໄດ້ຢ່າງແທ້ຈິງ. ຮ່າງກົດໝາຍວ່າດ້ວຍທີ່ດິນ ສະບັບປັບ ປຸງ ເມື່ອໄດ້ຮັບການຮັບຮອງເອົາ ຈະປະກອບສ່ວນສຳຄັນເຂົ້າໃນການແກ້ໄຂແຫລ່ງກຳລັງຈາກທີ່ດິນ, ຮັບປະກັນຄວາມກົມກຽວຜົນປະໂຫຍດຂອງລັດ, ປະຊາຊົນ, ນັກລົງທຶນ.

ຕອບກັບ

ຂ່າວ/ບົດ​ອື່ນ