ຮ່າງກົດໝາຍວ່າດ້ວຍເຮືອນຢູ່(ສະບັບປັບປຸງ): ເໝາະສົມກັບລັດຖະທຳມະນູນກ່ຽວກັບສິດທິມະນຸດ

(vovworld)- ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່(ສະບັບ​ປັບປຸງ) ​ແມ່ນ​ຫນຶ່ງ​ໃນ​ບັນດາ​ເນື້ອ​ໃນ​ໄດ້​ຮັບ​ການ​ປຶກສາ​ຫາລື​ໃນ​ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ ຊື່​ງ​ດຳ​ເນີນ​ໄປ​ໃນ​ອາທິດ. ຄຳ​ເຫັນ​ຂອງ​ຜູ້​ແທນ​ຫລາຍ​ທ່ານ​ໄດ້​ເຫັນ​ດີ​ກັບ​ແຜນ​ນະ​ໂຍບາຍ​ເປີດ​ກວ້າງ​ເງື່ອນ​ໄຂ​ໃຫ້​ແກ່​ຊາວ​ຕ່າງປະ​ເທດ​ກຳມະສິດເຮືອນ​ຢູ່, ຄຽງ​ຄູ່​ກັນ​ນັ້ນ​ແມ່ນ​ຮັບປະກັນ​ສິດ​ມີ​ເຮືອນ​ຢູ່​ຂອງ​ຊາວ​ຫວຽດນາມ, ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ປີ 2013 ກ່ຽວ​ກັບ​ສິດທິ​ມະນຸດ, ສິດ​ພົນລະ​ເມືອງ.

ຮ່າງກົດໝາຍວ່າດ້ວຍເຮືອນຢູ່(ສະບັບປັບປຸງ): ເໝາະສົມກັບລັດຖະທຳມະນູນກ່ຽວກັບສິດທິມະນຸດ - ảnh 1
ກອງ​ປະຊຸມ​ຄັ້ງ​ທີ 26 ຂອງ​ຄະນະ​ປະຈຳ​ສະພາ​ແຫ່ງ​ຊາດ
photo:dienbientv.vn

        ຕາມ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮ​ືອນຢູ່(ສະບັບ​ປັບປຸງ) ​ແລ້ວ, ຊາວ​ຫວຽດນາມ ອາ​​ໄສ​ຢູ່​ຕ່າງປະ​ເທດ ມີ​ບັນດາ​ສິດ ​ແລະ ພັນທະ​ເຊັ່ນ​ດຽວ​ກັນ​​ກັບພົນລະ​ເມືອງ​ຢູ່​ພາຍ​ໃນ​ປະ​ເທດ​ຄື: ກຳມະສິດ​ເຮືອນ​ຢູ່​ໂດຍ​ບໍ່ຈຳກັດ​ດ້ານ​ຈຳນວນ ພ້ອມ​ທັງມີ​ສິດຂາຍ, ມອບ, ຈຳນຳ, ສືບ​ມູນ…​ສ່ວນອົງການ, ສ່ວນ​ບຸ​ກຄົນ​ຊື່​ງ​ແມ່ນ​ຊາວ​ຕ່າງປະ​ເທດ ພວມ​ເຄື່ອນ​ໄຫວ​ຢູ່​ຫວຽດນາມ ມີ​ສິດ​ກຳມະສິດ​ເຮືອນ​ຢູ່ ທີ່​ບັນດາ​ໂຄງການ​ກໍ່ສ້າງເຮືອນ​ຢູ່. ກຳນົດ​ເວລາ​ກຳມະສິດ​ເຮືອນ​ຢູ່ ສຳລັບ​ອົງການ​ແມ່ນ​ຫລາຍ​ສຸດ​ບໍ່​ເກີນ​ເວລາ​ກຳນົດ​ຊື່​ງ​ໄດ້​ລະບຸ​​ໄວ້​ໃນ​ຫນັງສື​ອະນຸຍາດ​ໃຫ້​ລົງທຶນ. ສຳລັບ​ສ່ວນ​ບຸກຄົນ,ກຳນົດ​ເວລາ​ກຳມະສິດ​ແມ່ນ 50 ປີ ​ແລະ ສາມາດ​ຕໍ່​ກຳນົດ​ເວລາ​ຕື່ມ​ອີກ.

        ຊຸກຍູ້​ການ​ເຊື່ອ​ມ​ໂຍງ​ເຂົ້າ​ກັບ​ສາກົນ

        ທ່ານ ຈີ້​ງດີງຢູງ, ລັດຖະມົນຕີ​ກະຊວງ​ກໍ່ສ້າງ ຫວຽດນາມ ຖື​ວ່າ: ​ເປີດ​ກວ້າງ​ເງື່ອນ​ໄຂ​ຊື້, ກຳມະ​ສິດ​ເຮືອນ​ຢູ່ ສຳລັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າ​ງປະ​ເທດ ​ແລະ ຊາວ​ຕ່າງປະ​ເທດ ​ເພື່ອ​ດຶງ​ດູດ​ແຫ​ລ່ງກຳລັງ, ຜູ້​ເກັ່ງ​ກ້າ​ສາມາດ… ສິ່ງ​ດັ່ງກ່າວ​ແມ່ນ​ເໝາະ​ສົມ​ກັບ​ທຳນຽ​ມສາກົນ, ປະກອບ​ສ່ວນ​ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ເສດຖະກິດ​​ໂລກ.

        ​ໂດຍ​ເຫັນ​ດີ​ກັບ​ແຜນ​ນະ​ໂຍບາຍ​ເປີດ​ກວ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ, ອົງການ, ສ່ວນ​ບຸກຄົນ​ຊື່​ງ​ແມ່ນ​ຊາວ​ຕ່າງປະ​ເທດ ຢູ່​ຫວຽດນາມ ​ມີ​ສິດ​ກຳມະສິດ​ເຮືອນ​ຢູ່, ທ່ານ ຫງວຽນ​ກີ​ມຄວາ, ຫົວຫນ້າ​ກຳມາ​ທິການ​ປ້ອງ​ກັນຊາ​ດ ​ແລະ ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ສະພາ​ແຫ່ງ​ຊາດ ຖື​ວ່າ:

        “ຂ້າພະ​ເຈົ້າ​ເຫັນ​ດີ​​ເປີດ​ກວ້າງ​ເງື່ອນ​ໄຂ​ໃຫ້​ຊາວ​ຕ່າງປະ​ເທດ​ກຳມະສິດ​ເຮືອນ​ຢູ່ ຢູ່ ຫວຽດນາມ. ​ແຕ່​ສຳລັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ດ້ວຍ​ຖານະ​ແມ່ນ​ຊາວ​ຕ່າງປະ​ເທດ ຕ້ອງ​ມີ​ການ​ກຳນົດ​​ແຕກ​ຕ່າງ ​ເພື່ອ​​ໃຫ້ເໝາະ​ສົມ​ກັບ​ທັດສະນະ​ນະ​ໂຍບາຍ​ການ​ຕ່າງປະ​ເທດ ​ແລະ ລັດຖະທຳ​ມະນູນ​ສະບັບ​​ໃຫມ່. ສຳລັບ​ຊາວ​ຕ່າງປະ​ເທດທີ່ພວມ​ອາ​ໄສ​ຊົ່ວຄາວ​ຢູ່​ຫວຽດນາມ ​ແລະ ມີ​ເງື່ອນ​ໄຂ​ພຽງພໍ ຕ້ອງ​ພິຈາລະນາ​ເພື່ອ​ໃຫ້​ເຂົາ​ເຈົ້າ​ອາ​ໄສ​ຢ່າງ​ຍາວ​ນານ ​ແລະ ມີ​ສິດ​ຊື້​ເຮືອນ​ຢູ່.”

        ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄຳ​ເຫັນ​ຂອງ​ຜູ້​ແທນ​ບາງ​ທ່ານ​ໄດ້​ຖື​ວ່າ: ​ໃນຂົງ​ເຂດ​ນີ້ ຄວນ​ມີ​ຂໍ້ກຳນົດ​ຕື່ມ​ອີກ​​ເພື່ອ​ຮັບປະກັນ​ສະຖຽນ​ລະ​ພາບ​ດ້ານ​ການ​ເມືອງ​ຂອງ​ປະ​ເທດ​ຊາດ, ​ເປັນ​ຕົ້ນ​ຢູ່​ບໍ​ລິ​ເວນ, ສະຖານ​ທີ່​ຈຸດ​ສຸມ. ຕາມ​ທ່ານ ຟານ​ຈູງ​ລີ, ຫົວຫນ້າ​ກຳມາ​ທິການ​ກົດໝາຍ​ສະພາແຫ່ງ​ຊາດ​ແລ້ວ, ຄວນ​ມີ​ການ​ກຳນົດ​ບໍ່​ໄດ້​ຊື້​ເຮືອນ​ຢູ່ ທີ່​ບັນດາ​ເຂດ​ພິ​ເສດ, ຈຳກັດ​ກ່ຽວ​ກັບ​ຈຳນວນ​ເຮືອນ​ຢູ່​ທີ່​ໄດ້​ຊື້​​ໃນ​ເຂດຫນື່ງ, ຈຳກັດ​ຈຳນວ​ນ​ຄົວເຮືອນ​ຢູ່​ໃນ​ຕືກອາຄານ​ຫລາຍ​ຊັ້ນ​ຫລັງ​ຫນຶ່ງ.

        ກ່ຽວ​ກັບ​ການ​ກຳນົດ​ຂອງ​ຮ່າງ ກົດໝາຍ​ວ່າ​ດ້ວຍ​ເຮ​ືອນຢູ່ ສະບັບ​ປັບປຸງ ສຳລັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ທ່ານ ຫງວຽນ​ວັນ​ເຢົາ, ຫົວຫນ້າ​ກຳມາ​ທິການ​ເສດຖະກິດ ຖື​ວ່າ:​ ລັດຖະທຳ​ມະນູນ ​ໄດ້​ຢືນຢັນ​ວ່າ:​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​ແມ່ນ​ພາກສ່ວນ​ຫນຶ່ງ​ບໍ່​ສາມາດ​ຕັດ​​ແຍກ​ອອກ​ຈາກ​ວົງ​ຄະນາ​ຍາດ​ຊາວ​ຫວຽດນາມ​ໄດ້. ສະ​ນັ້ນ ບັນດາ​ການ​ກຳນົດ​ຂອງ​ຮ່າງ ກົດໝາຍ​ວ່າ​ດ້ວຍ​ເຮ​ືອນຢູ່ ຕ້ອງ​ເໝາະ​ສົມ​ກັບ​ຂໍ້​ກຳນົດ​ນີ້, ຫລີກ​ລ້ຽງ​ການຈຳ​ແນ​ກ.

        ຕ້ອງ​ຮັບປະກັນ​ສິດ​ພົນລະ​ເມືອງ​ສຳລັບ​ເຮືອນ​ຢູ່ ຕາມ​ລັດຖະທຳ​ມະນູນ​ປີ 2013

   ກົດໝາຍ​ວ່າ​ດ້ວຍ​ເຮ​ືອນຢູ່ ຄວນ​ມີ​ນະ​ໂຍບາຍ​ສົ່ງ​ເສີມ​ການ​ພັດທະນາ​ເຮືອນ​ຢູ່​ສັງຄົມ​ເພື່ອ​ໃຫ້​ປະຊາຊົນ​ມີ​ເຮືອນ​ຢູ່​ກໍ​ຄື​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ສະບັບ​ໃຫມ່ ກ່ຽວ​ກັບ​ສິດທິ​ມະນຸດ,​ສິດ​ພົນລະ​ເມືອງ. ຕາມ​ທ່ານ ຫງວຽນ​ດືກຮ່ຽນ, ຫົວຫນ້າ​ຄະ​ນະຄົ້ນ​ຄ້​ວາ​​ຄຳ​ຮ້ອງ​ຂໍ​ຄວາມ​ເປັນ​ທຳຂອງ​ສະພາ​ແຫ່ງ​ຊາດ ​ແລ້ວ, ຫວຽດນາມ ຄວນ​ສ້າງ​ກົນ​ໄກ, ນະ​ໂຍບາຍ​ຄົບ​ຊຸດ ​ເພື່ອ​ດຶງ​ດູດ​​ເຈົ້າ​ຂອງການ​ລົງທຶນ​ມາລົງທຶນ​ເຂົ້າ​ບັນດາ​ໂຄງການ​ອະສັງຫາລິມະ​ຊັບຫລາຍ​ກວ່າ ​ເພື່ອ​ໃຫ້​ປະຊາຊົນ​ໄດ້​ຊົມ​ໃຊ້​ສະຫວັດດີ​ການ​ສັງຄົມ​ຫລາຍ​ກວ່າ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ​ໃນ​ຮ່າງ​ກົດໝາຍ​ຄວນ​ກຳນົດ​ຕື່ມ​ອີກ​ ບັນດາ​ບຸລິມະສິດ, ກົນ​ໄກໃຫ້​ຈະ​ແຈ້ງ ​ເພື່ອ​ແກ້​ໄຂ​ຂໍ້​ຈຳກັດ​ກ່ຽວ​ກັບ​ເຮືອນ​ຢູ່​ສັງຄົມ​ໃນ​ໄລຍະ​ຜ່ານ​ມາ. ທີ​ສອງ ລັດ​ຄວນມີ​ກົນ​ໄກ​ລົງທຶນຄື: ​ແຕ່ລະ​ປີ ຫັກ​ງົບປະມານ​ພັດທະນາ​ເຮ​ືອນຢູ່​ສັງ​ລວມ, ​ໃນ​ນັ້ນ ມີ​ເຮືອນ​ຢູ່​ສັງຄົມ. ທ່ານ​ນາງ ​ເຈືອງ​ທິມາຍ, ຫົວຫນ້າ​ກຳມາ​ທິການ​ບັນດາ​ບັນຫາ​ສັງຄົມ ຖື​ວ່າ:

        “ທັດສະນະ​ທຳ​ອິດ ຕ້ອງ​ຮັບປະກັນ​ສິດ​ພົນລະ​ເມືອງ​ສຳລັບ​ເຮືອນ​ຢູ່ ຕາມ​ລັດຖະທຳ​ມະນູນ​ປີ 2013. ສິດ​ນີ້ ລັດ​ຕ້ອງ​ມີ​ຄວາມ​ຮັບຜິດຊອບ. ຂ້າພະ​ເຈົ້າ​ສະ​ເຫ​ນີ ​ໃນ​ການ​ລົງທຶນ​ເຮ​ືອນຢູ່​ສັງຄົມ ຫາກ​ມອບ​ໃຫ້​ອົງການ, ສ່ວນ​ບຸກຄົນ ບໍ່​ຂຶ້ນ​ກັບ​ລັດ ຕ້ອງ​ປະຕິບັດ​ຢ່າງ​ໂປ່​ງ​ໃສ, ຕ້ອງ​ຄິດ​ໄລ່​ມູນ​ຄ່າ​ເຮືອນ​ຢູ່​ຢ່າງ​ຖືກ​ຕ້ອງ, ຄົບ​ຖ້ວນ”

        ​ໃນ​ຊຸມ​ປີ​ມໍ່ໆ​ມາ​ນີ້, ລັດ​ມີ​ຫລາຍ​ນະ​ໂຍບາຍ​ກ່ຽວ​ກັບ​ເຮືອນ​ຢູ່​ສຳລັບ​ຄອບຄົວ​ທຸກ​ຍາກ, ຄອບຄົວ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ, ບັນດາ​ເປົ້າ​ໝາຍ​ນະ​ໂຍບາຍ. ​ກ່ຽວ​ກັບ​ເລື່ອງຮ່າງ​ກົດໝາຍ​ວ່າ​ດ້ວຍ​ເຮືອນ​ຢູ່​ສະບັບ​ປັບປຸງ ​ເປີດ​ກວ້າງ​ສິດ​ກ່ຽວ​ກັບ​ເຮືອນ​ຢູ່​ໃຫ້​ແກ່​ຊາວ​ຕ່າງປະ​ເທດ​​ດຳລົງ​ຊີວິດ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ກໍ​ຄື​ຮັບປະກັນ​ສິດ​ມີ​ເຮືອນ​ຢູ່​ຂອງ​ຊາວ​ຫວຽດນາມ ​ໄດ້​ປະກອບ​ສ່ວນ​ປັບປຸງ​ດ້ານ​ເຮືອນ​ຢູ່​ຢ່າງຮອບດ້ານ, ​ເໝາະ​ສົມ​ກັບ​ລັດຖະທຳ​ມະນູນ​ປີ 2013 ​ແລະ ຊຸກຍູ້​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ.

ຕອບກັບ

ຂ່າວ/ບົດ​ອື່ນ