ຮ່າ​ໂນ້ຍ ແລະ ຫວຽດ​ນາມ ຈະ​ ສ້າງ​ໄຊ​ຊະ​ນະ​ໃຫມ່ໃນ​ການ​ຕໍ່​ສູ້ນີ້

(VOVWORLD) -ນະຄອນຫລວງ ຮ່າໂນ້ຍ ແລະ ທົ່ວປະເທດຫວຽດນາມ ໃນຊຸມມື້ນີ້ພວມກ້າວເຂົ້າສູ່ການຕໍ່ສູ້ຄັ້ງໃຫມ່. ສັດຕູ ທີ່ບໍ່ມີຮູບຮ່າງ ແຕ່ເປັນອັນຕະລາຍທີ່ສຸດ. ບໍ່ພຽງແຕ່ແມ່ນ ໄວຣັດ SARS-CoV2 ເທົ່ານັ້ນ ຫາກຍັງແມ່ນສິ່ງທີ່ຊົ່ວຮ້າຍພວມຊ້ອນແຝງເຂົ້າຈິດໃຈຂອງມະນຸດ ດ້ວຍຄວາມເປັນຫ່ວງ, ຄວາມວິຕົກວັງວົນເກີນກວ່າເຫດ, ຄວາມລະແວງສົງໃສ… ແຕ່ຄືດັ່ງທຳນອງເພງ “ ຮ່າໂນ້ຍ ມີຄວາມເຊື່ອໝັ້ນ ແລະ ມີຄວາມຫວັງ” ໂດຍນັກປະພັນເພງ ຟານເຍິນ ປະດິດແຕ່ງນັ້ນ ແນ່ນອນວ່າ ຮ່າໂນ້ຍ ແລະ ຫວຽດນາມ ຈະສ້າງໄຊຊະນະໃຫມ່ໃນການຕໍ່ສູ້ນີ້.

ຮ່າ​ໂນ້ຍ ແລະ ຫວຽດ​ນາມ ຈະ​ ສ້າງ​ໄຊ​ຊະ​ນະ​ໃຫມ່ໃນ​ການ​ຕໍ່​ສູ້ນີ້ - ảnh 1ບັນດາແພດໝໍປະຕິບັດງານຢູ່ສະຫນາມບິນສາກົນໂນ້ຍບາຍ

ພາບ:tuoitre.vn

 ການຕໍ່ສູ້ສະກັດກັ້ນໂລກພະຍາດ Covid-19  ຢູ່ ຮ່າໂນ້ຍ ເປັນເລື່ອງທຳມະດາທີ່ທຸກຄົນຕ້ອງໄດ້ເຮັດ. ຄວາມເຊື່ອໝັ້ນຕ້ອງໄດ້ຮັບໄຊຊະນະກໍ່ແມ່ນສິ່ງທີ່ບໍ່ແປກໃຈ. ເພາະວ່າ ເມື່ອເກີດເຫດອັນຕະລາຍຫລາຍຄັ້ງ ຮ່າໂນ້ຍ ລ້ວນແຕ່ຍາດໄດ້ຜົນງານອັນສະຫງ່າລາສີ. ພວກເຮົາມີຄວາມເອກອ້າງທະນົງໃຈເມື່ອໄດ້ດຳລົງຊີວິດ ແລະ ພ້ອມກັບ ຮ່າໂນ້ຍ ເຂົ້າຮ່ວມການຕໍ່ສູ້ອັນຫຍຸ້ງຍາກລຳບາກນີ້.

ຊຸມວັນເດືອນອັນຫຍຸ້ງຍາກລຳບາກ ແຕ່ພັດມີຄວາມແປກປະຫລາດ

ແປກປະຫລາດ ຍ້ອນປະເທດຫວຽດນາມ ເຮັດໄດ້ສິ່ງທີ່ຫລາຍປະເທດຮັ່ງມີກວ່າ, ພັດທະນາກວ່າ ຍັງບໍ່ທັນເຮັດໄດ້. ຊື່ ຫວຽດນາມ ພັດແຈ້ງສະຫວ່າງຂຶ້ນຄືດັ່ງຄວາມຫວັງ. ຄວາມຫວັງ ເຊິ່ງມວນມະນຸດມີຄວາມ

ເຊື່ອໝັ້ນຕໍ່ການຕໍ່ສູ້ທີ່ມີໝາກມີຜົນ ຂອງຫວຽດນາມຕໍ່ສັດຕູໂຕດຽວກັນ. ຄວາມຫວັງຂອງຊາວຫວຽດນາມ ທຸກໆຄົນທີ່ພວມດຳລົງຊີວິດ ແລະ ເຮັດວຽກຢູ່ ຕ່າງປະເທດເມື່ອກັບຄືນມາປະເທດຊາດທີ່ຮັກແພງ ແລະ ນັບທັງຄວາມຫວັງຂອງຊາວຕ່າງປະເທດບາງຄົນ ທີ່ມີຄວາມຮູ້ສຶກວ່າ ປະເທດຫວຽດນາມ ຄືບ້ານເກີດເມືອງນອນແຫ່ງທີສອງຂອງຕົນ.

ແປກປະຫລາດຢູ່ບ່ອນວ່າ ທຳອິດ ຊາວຮ່າໂນ້ຍ ມີຄວາມວິຕົກກັງວົນເກີນໄປແລະ ແຕ່ມາບັດນີ້ ເຂົາເຈົ້າໄດ້ຢັ້ງຢືນໃຫ້ເຫັນວ່າ ແມ່ນລູກຫລານຂອງປະເທດຊາດທີ່ມີຄວາມອົງອາດກ້າຫານໃນຕະຫລອດພັນໆປີແຫ່ງການຕໍ່ສູ້ຕ້ານສັດຕູຮຸກຮານ.

ດ້ວຍຄຳຮຽກຮ້ອງ, ຄຳສະເຫນີຂອງບັນດາການນຳສູງສຸດ, ດ້ວຍມູນເຊື້ອວັດທະນະທຳມະນຸດຂອງຫວຽດນາມ, ດ້ວຍຄະຕິທຳຂອງນັກກອມມູນິດທີ່ວ່າ: ທຸກສິ່ງທຸກຢ່າງເພື່ອປະຊາຊົນ,  ສະນັ້ນຈຶ່ງບໍ່ໄດ້ລັ່ງເລໃຈ ແລະ ໄດ້ກຳນົດແຕ່ທຳອິດແລ້ວວ່າ “ສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນແມ່ນເຫນືອກວ່າສິ່ງໃດໝົດ” ແລະ “ບໍ່ມີໃຜຖືກປະໄວ້ຢູ່ທາງຫລັງ”. ບັນດາຄວາມວິຕົກກັງວົນເກີນໄປ, ຄວາມເປັນຫ່ວງ, ຖ້ອຍທຳນອງເສກສັນປັ້ນແຕ່ງ, ການປຽບທຽບບໍ່ຖືກຕ້ອງ… ແມ່ນສິ່ງທີ່ບໍ່ມີຜູ້ໃດສົນໃຈອີກແລ້ວ ແທນທີ່ນັ້ນ ແມ່ນການກະທຳທີ່ເຕັມໄປດ້ວຍເມດຕາປານີທີ່ໄດ້ແຜ່ຂະຫຍາຍໄປໃນທົ່ວປະເທດຫວຽດນາມ.

ໃຜໆກໍ່ຮູ້ສຶກຕື້ນຕັ້ນໃຈເມື່ອເຫັນຮູບພາບທີ່ສະແດງໃຫ້ເຫັນຄວາມເປັນຫ່ວງ, ຄວາມອິດເມື່ອຍຂອງບັນດາການນຳຫວຽດນາມ ພາຍຫລັງແຕ່ລະຄືນ, ແຕ່ລະມື້ເພື່ອຊີ້ນຳການສະກັດກັ້ນໂລກພະຍາດ ດ້ວຍມາດຕະການແກ້ໄຂທີ່ແຫລມຄົມ ແຕ່ເຕັມໄປດ້ວຍຄວາມສຸດຈິດສຸດໃຈ ຍາມໃດກໍ່ຖື “ປະຊາຊົນແມ່ນເຫນືອກວ່າສິ່ງໃດໝົດ” ແລະ “ເບິ່ງແຍງດູແລຊີວິດການເປັນຢູ່ຂອງປະຊາຊົນ”. ຮູບພາບແມ່ຫວຽດນາມ ວິລະຊົນ ໂງທິກວີດ ອາຍຸ 95 ປີ ທຸກມື້ ເພິ່ນໄດ້ນັ່ງຫຍິບຜ້າອັດປາກ-ອັດດັງເພື່ອຊ່ວຍປະເທດຊາດໃນການຕໍ່ສູ້ນີ້ ກໍ່ໄດ້ເຮັດໃຫ້ຫລາຍໆຄົນນ້ຳຕາຕົກ ແລະ ອີກຮູບພາບຫນຶ່ງ ແມ່ນໃຜໆກໍ່ຮູ້ສຶກສະເທືອນໃຈ ແລະ ເຊື່ອໝັ້ນຕໍ່ອະນາຄົດ ເມື່ອພວກນ້ອງນ້ອຍ ໄດ້ນຳເອົາເງິນອວຍພອນປີໃໝ່ທັງໝົດຂອງຕົນໄປປະກອບສ່ວນເຂົ້າໃນກິດຈະການຕໍ່ສູ້ລວມນີ້.

ນອກນັ້ນ ຍັງມີ ພະນັກງານ, ແພດໝໍ ທີ່ອອກກິນເບ້ຍບຳນານແລ້ວ ນັບຮ້ອຍໆຄົນ  ໄດ້ຈົດທະບຽນເຂົ້າຮ່ວມການຕໍ່ສູ້, ສະກັດກັ້ນໂລກພະຍາດອັນຕະລາຍນີ້. ນັກສຶກສາອາສາສະໝັກຫລາຍໆຄົນບໍ່ຫວາດຫວັ່ນຕໍ່ຄວາມຫຍຸ້ງຍາກລຳບາກເພື່ອອຸທິດສ່ວນໃຫ້ແກ່ປະເທດຊາດໃນການຕໍ່ສູ້ອັນຫຍຸ້ງຍາກລຳບາກນີ້.

ເຖິງວ່າ ແມ່ນໄລຍະຫຍຸ້ງຍາກລຳບາກກໍ່ຕາມ ແຕ່ກໍ່ແມ່ນຊຸມວັນເດືອນທີ່ມີຄວາມໝາຍຍາກທີ່ຫາໄດ້. ເພາະມັນຈະເຮັດໃຫ້ມວນມະນຸດ ທົດສອບ ການຮັບມືກັບທຳມະຊາດ, ມັນເຮັດໃຫ້ແຕ່ລະປະເທດຕ້ອງສ້າງໃຫ້ມີມາດຕະການຮັບມືທີ່ມີລັກສະນະຍືນຍົງ, ສາມາດຮັບມື ກໍ່ຄື ສະແດງໃຫ້ເຫັນທາດແທ້ຂອງລະບອບການເມືອງ ແລະ ຄວາມມານະພະຍາຍາມ, ຄວາມສາມັກຄີຂອງສັງຄົມ.

ມັນເຮັດໃຫ້ແຕ່ລະຄົນມີຈຸດເວລາມິດງຽບເພື່ອຫວນຄືນກ່ຽວກັບຊີວິດ, ວິຖີຊີວິດ. ສຳລັບຊາວຫວຽດນາມ ແຕ່ລະຄົນ, ມັນໄດ້ຕັກເຕືອນ ວ່າ “ປະຊາຊົນຫວຽດນາມ ມີຈິດໃຈຮັກຊາດອັນແຮງກ້າ, ນັ້ນແມ່ນມູນເຊື້ອອັນລ້ຳຄ່າຂອງຊາດຫວຽດນາມ”.

ເຊື່ອໝັ້ນ ແລະ ມີຄວາມຮັກຕໍ່ນະຄອນຫລວງ ຮ່າໂນ້ຍ ແລະ ຫວຽດນາມ.

ໂລກພະຍາດຄືດັ່ງຄຳກ່າວເຕືອນມວນມະນຸດ ແລະ ກໍ່ແມ່ນສິ່ງທ້າທາຍອື່ນຂອງປະຫວັດສາດທີ່ນຳມາໃຫ້ປະເທດທີ່ອົງອາດກ້າຫານຢູ່ແຄມທະເລຕາເວັນອອກນີ້.

ຄຳຕອບໃຫ້ສິ່ງທ້າທາຍນັ້ນ ຫວຽດນາມ - ຮ່າໂນ້ຍ ຕ້ອງການມີບັນດານັກຮົບທີ່ກ້າຫານ. ຍິ່ງກວ່າເວລາໃດໝົດ, ພວກເຮົາຕ້ອງມີຄວາມສາມັກຄີ ແລະ ມີລະບຽບວິໄນ ເພື່ອສ້າງເປັນກຸ່ມກ້ອນອັນເປັນປຶກແຜ່ນແໜ້ນໜາ ແລະ ບໍ່ຢ້ານກົວຕໍ່ສິ່ງທ້າທາຍຂອງໂລກລະບາດ.

ການຕໍ່ສູ້ອາດຈະແກ່ຍາວ ແລະ ຫຍຸ້ງຍາກລຳບາກ. ແຫຼ່ງກຳລັງຂອງຊາດ ແລະ ກຳລັງແຮງຂອງແຕ່ລະຄົນມີການຈຳກັດ. ແຕ່ພວກເຮົາຈົ່ງເຊື່ອໝັ້ນວ່າ ປະເທດຊາດ ຈະຍູ້ໃຫ້ໂລກພະຍາດນີ້ຖອຍໄປ ດ້ວຍການເຕີບໃຫຍ່ ຂອງຜູ້ທີ່ໄດ້ຝືກຝົນຫລໍ່ຫລອມຢູ່ໃນຄວາມຫຍຸ້ງຍາກລຳບາກ.

ເຖິງວ່າ ປະເທດຊາດຍັງປະສົບກັບຄວາມຫຍຸ້ງຍາກຫລາຍຢ່າງກໍ່ຕາມ ເປັນຕົ້ນແມ່ນ ດ້ານການເມືອງ ແລະ ເສດຖະກິດ ຍັງມີຫລາຍສິ່ງ ຕ້ອງສືບຕໍ່ໄດ້ຮັບການປັບປຸງໃຫ້ສົມບູນແບບ. ແຕ່ສິ່ງທີ່ມີຄວາມເອກອ້າງທະນົງໃຈ ນັ້ນແມ່ນ ປະເທດຫວຽດນາມ ແລະ ລະບອບການເມືອງຫວຽດນາມ ຍາມໃດກໍ່ເພື່ອມວນມະນຸດ ເພື່ອປະຊາຊົນ. ບົນພື້ນຖານວັດທະນະທຳມະນຸດອັນໝັ້ນແກ່ນນັ້ນ ຫວຽດນາມ - ຮ່າໂນ້ຍ ຈະສ້າງໄຊຊະນະໃຫມ່ອັນສະຫງ່າລາສີ ເພື່ອໃຫ້ພວກເຮົາຍິ່ງມີຄວາມເຊື່ອໝັ້ນ, ຍິ່ງມີຄວາມຫວັງ ແລະ ຍິ່ງມີຄວາມຮັກແພງ ຕື່ມອີກ.

ຕອບກັບ

ຂ່າວ/ບົດ​ອື່ນ