ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນ ໂຮ່ຈີມິນ ໄດ້ກ້າວເຂົ້າສູ່ຕົວຈິງ

(VOVWORLD) - ສອງປີແຫ່ງການຜັນຂະຫຍາຍປະຕິບັດມະຕິເລກທີ 05 ຂອງກົມການເມືອງ ກ່ຽວກັບຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຢູ່ບັນດາອົງການຈັດຕັ້ງພັກໃນທົ່ວປະເທດ ໄດ້ນຳມາເຊິ່ງໝາກຜົນຕັ້ງໜ້າຫຼາຍຢ່າງ.
ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນ ໂຮ່ຈີມິນ ໄດ້ກ້າວເຂົ້າສູ່ຕົວຈິງ - ảnh 1 ພາບປະກອບ

ໝາກຜົນນີ້ໄດ້ຍູ້ສະພາບການເຊື່ອມທາດຂາດຄຸນກ່ຽວກັບຄຸນສົມບັດ, ແບບແຜນການດຳລົງຊີວິດໃນໝູ່ພະນັກງານ, ສະມາຊິກພັກໃຫ້ຖອຍໄປເທື່ອລະກ້າວ, ສ້າງຄວາມເປັນເອກະພາບພາຍໃນພັກ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ, ປະກອບສ່ວນສຳຄັນເຂົ້າໃນການປະຕິບັດບັນດາຄາດໝາຍພັດທະນາເສດຖະກິດ, ສັງຄົມຢູ່ທ້ອງຖິ່ນຕ່າງໆ ແລະ ພາຍໃນປະເທດໄດ້ຢ່າງມີໄຊ.

        ໃນບົດລາຍງານໃໝ່ສຸດທີ່ກອງປະຊຸມທົ່ວປະເທດສະຫລຸບ 2 ປີແຫ່ງການປະຕິບັດມະຕິເລກທີ 05 ຂອງກົມການເມືອງຊຸດທີ 12 ກ່ຽວກັບວຽກງານຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ, ໄດ້ຮັບການຈັດຕັ້ງເນື່ອງໃນໂອກາດສະເຫຼີມສະຫຼອງ 128 ປີແຫ່ງວັນຄ້າຍວັນເກີດປະທານໂຮ່ຈີມິນ (19/5/1890 – 19/5/2018), ຄະນະເລຂາສູນກາງພັກກອມມູນິດ ຫວຽດນາມ ໄດ້ຕີລາຄາເລື່ອງຜັນຂະຫຍາຍການປະຕິບັດມະຕິເລກທີ 05 ຂອງກົມການເມືອງກ່ຽວກັບ “ຍູ້ແຮງການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ” ໃນ 2 ປີຜ່ານມາແມ່ນບັນລຸໄດ້ບັນດາໝາກຜົນຢ່າງຕັ້ງໜ້າ, ຮອບດ້ານ ແລະ ຄົບຊຸດ.

ມີຫຼາຍວິທີເຮັດທີ່ດີ

       ໃນສອງປີຜ່ານມາ, ຄະນະພັກນະຄອນ ເກີນເທີ ໄດ້ຈັດຕັ້ງການຜັນຂະຫຍາຍມະຕິເລກທີ 05 ຂອງກົມການເມືອງໄດ້ 633 ຄັ້ງດ້ວຍຈຳນວນສະມາຊິກພັກເຂົ້າຮ່ວມການຮ່ຳຮຽນກ່ວາ 45.000 ຄົນ, ອັດຕາສ່ວນໄດ້ 97%. ຄະນະພັກທຸກຂັ້ນໄດ້ຫັນເອກະສານຊີ້ນຳຂອງສູນກາງ ແລະ ນະຄອນເປັນລະອຽດຢ່າງທັນການເພື່ອໃຫ້ເໝາະສົມກັບສະພາບການຕົວຈິງຢູ່ທ້ອງຖິ່ນ. ນະຄອນກໍ່ຊີ້ນຳບັນດາທ້ອງຖິ່ນ, ຫົວໜ່ວຍຕ້ອງເລືອກເອົາບັນດາວຽກງານທີ່ຫຍຸ້ງຍາກ, ບັນດາບັນຫາເຄັ່ງຮ້ອນ, ຍັງຄົງຄ້າງເພື່ອປະຕິບັດ, ຜ່ານນັ້ນ ສ້າງບາດກ້າວບຸກທະລຸຂອງແຕ່ລະຫົວໜ່ວຍໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານ ໂຮ່ຈີມິນ ແລະ ໃນການຜັນຂະຫຍາຍບັນດາໜ້າທີ່ພັດທະນາເສດຖະກິດສັງຄົມ. ນະຄອນກໍ່ສ້າງແຜນການກວດກາ, ຕິດຕາມກວດກາເພື່ອແກ້ໄຂບັນດາຄວາມຫຍຸ້ງຍາກ, ສິ່ງຄົງຄ້າງ, ປັບປຸງ, ດັບປັບບັນດາສິ່ງຈຳກັດເມື່ອຜັນຂະຫຍາຍມະຕິເລກທີ 05 ຢ່າງທັນການ. ທ່ານ ເຈີ່ນວຽດເຈື່ອງ, ຫົວໜ້າຄະນະໂຄສະນາສຶກສາຄະນະພັກນະຄອນ ເກີນເທີ, ຊີ້ແຈ້ງວ່າ:

        “ການຜັນຂະຫຍາຍປະຕິບັດມະຕິເລກທີ 05 ນີ້ຕ້ອງກ້າວເຂົ້າສູ່ຄວາມແທດຈິງ, ບໍ່ເອົາຮູບການ, ບໍ່ເຮັດພໍເປັນພິທີ, ຕ້ອງຜັນຂະຫຍາຍວຽກແທ້, ທຳຈິງ ແລະ ແບບຢ່າງດີເດັ່ນ, ຕ້ອງມີການກວດກາ, ຕິດຕາມກວດກາແໜ້ນແຟ້ນໃນບັນດາທ້ອງຖິ່ນ, ຫົວໜ່ວຍ. ຊີ້ນຳໃຫ້ບັນດາທ້ອງຖິ່ນ, ຫົວໜ່ວຍ ໂດຍສະເພາະແມ່ນບັນດາອົງການສະເພາະກິດເປັນເສນາທິການປະຕິບັດມະຕິເລກທີ 05 ເຮັດແນວໃດເພື່ອຜັນຂະຫຍາຍເປັນຢ່າງດີໃນບໍລິເວນຂອງນະຄອນ ເກີນເທີ ນັບມື້ນັບກ້າວເຂົ້າສູ່ລວງເລິກ, ແທດຈິງກ່ວາ, ມີປະສິດທິຜົນກ່ວາ.”

        ຕາມເນື້ອໃນຈິດໃນນັ້ນ, ບັນດາອົງການຈັດຕັ້ງພັກ, ຂັ້ນຮາກຖານບັນດາສະມາຊິກພັກຂອງນະຄອນ ເກີນເທີ ໄດ້ປະຕິບັດຕາມຮູບແບບປື້ມຄູ່ມື “ປະຕິບັດຕາມແບບຢ່າງຂອງລຸງໂຮ່”, ຈົດບັນທຶກບັນດາແຜນການ ແລະ ບັນດາວຽກງານທີ່ໄດ້ປະຕິບັດໃນມື້ໜຶ່ງ, ຫຼັງຈາກນັ້ນ, ທ້າຍເດືອນຈະລາຍງານບັນດາວຽກງານໄດ້ປະຕິບັດ ຫຼື ຍັງບໍ່ທັນບັນລຸໄດ້. ຈາກນັ້ນ, ພະນັກງານ, ສະມາຊິກພັກແຕ່ລະຄົນໄດ້ຕີລາຄາຕົນເອງ, ກວດກາເອງ, ດັດປັບເອງ ເພື່ອຍົກສູງສະຕິຕື່ນຕົວໃນການຮ່ຳຮຽນ ແລະ ປະຕິບັດຕາມປະທານ ໂຮ່ຈີມິນ. ຕາມໄລຍະເວລາ 6 ເດືອນເທື່ອໜຶ່ງ, ສະມາຊິກພັກແຕ່ລະຄົນໄດ້ຕີລາຄາຕົນເອງ ກ່ຽວກັບ 27 ໝວດການສະແດງອອກຂອງການເຊື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ “ຜັນແປເອງ, ຫັນປ່ຽນເອງ” ຢູ່ພາຍໃນ ເພື່ອຕີລາຄາວິວັດການສູ້ຊົນຂອງແຕ່ລະຄົນ.

ການປະຕິບັດມະຕິເລກທີ 05 ນັບມື້ນັບກ້າວເຂົ້າຮ່ວມລວງເລິກ

       ສອງປີແຫ່ງການປະຕິບັດມະຕິເລກທີ 05 ຂອງກົມການເມືອງ ໃນບໍລິເວນນະຄອນ ເກີນເທີ ບັນລຸໄດ້ໝາກຜົນຫຼາຍຢ່າງດ້ວຍຫຼາຍຮູບແບບທີ່ດີ, ແບບຢ່າງດີເດັ່ນໄດ້ຮັບການເສີມຂະຫຍາຍທະວີຄູນ. ກໍ່ຄືກັນກັບ ເກີນເທີ, ໝາກຜົນແຫ່ງການປະຕິບັດມະຕິເລກທີ 05 ຢູ່ຫຼາຍແຂວງອື່ນ ໃນທົ່ວປະເທດກໍ່ໄດ້ຍູ້ຖອນເທື່ອລະກ້າວກ່ຽວກັບຄຸນສົມບັດ, ແບບແຜນການດຳລົງຊີວິດໃນໝູ່ພະນັກງານ, ສະມາຊິກພັກ, ສ້າງຄວາມເປັນເອກະພາບໃນແຕ່ລະອົງຄະນະພັກ, ສ້າງຄວາມເຫັນດີເຫັນພ້ອມໃນສັງຄົມ. ຫຼາຍຂະບວນການແຂ່ງຂັນເຊິ່ງຄະນະພັກ, ອຳນາດການປົກຄອງ, ອົງການຈັດຕັ້ງມະຫາຊົນທຸກຂັ້ນ ປຸກລະດົມໄດ້ປະກອບສ່ວນແກ້ໄຂບັນດາບັນຫາເຄັ່ງຮ້ອນ, ຄົງຄ້າງຢູ່ທ້ອງຖິ່ນ, ອົງການ, ຫົວໜ່ວຍ. ນ້ຳໃຈຮັບຜິດຊອບຂອງຜູ້ເປັນຫົວໜ້າ, ຂອງພະນັກງານ, ລັດຖະກອນ, ພາລະກອນ, ໄດ້ຮັບການຍົກສູງຂຶ້ນ. ພິເສດແມ່ນໃນບັນດາອົງການຈັດຕັ້ງ, ຫົວໜ່ວຍ  ໄດ້ເສີມຂະຫຍາຍບົດບາດຂອງພະນັກງານ, ລັດຖະກອນ, ພາລະກອນ ແລະ ຜູ້ນຳໜ້າ. ເນື້ອໃນການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໄດ້ນຳເຂົ້າໃນການດຳເນີນຊີວິດເປັນປະຈຳຂອງບັນດາໜ່ວຍພັກ, ອົງການຈັດຕັ້ງມະຫາຊົນ, ອົງການສຳນັກງານ, ຫົວໜ່ວຍ ມີເນື້ອໃນແທດຈິງ, ລະອຽດກວ່າ. ວຽກງານຊີ້ນຳ, ແນະນຳ, ກວດກາ, ສະຫຼຸບໄດ້ປະຕິບັດຢ່າງມີແບບມີແຜນ ແລະ ຄົບຊຸດ. ຜ່ານນັ້ນ, ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໄດ້ນັບມື້ນັບແທດຈິງ ແລະ ກ້າວເຂົ້າສູ່ລວງເລິກ. ທ່ານຫວໍວັນເຖືອງ, ຫົວໜ້າຄະນະໂຄສະນາສຶກສາສູນກາງ, ໄດ້ຕີລາຄາວ່າ:

        “ການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ, ຄຸນສົມບັດ ແລະ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໄດ້ຄ່ອຍໆກາຍເປັນປົກກະຕິ, ກາຍເປັນຄວາມຊິນເຄີຍ, ມີສະຕິຕື່ນຕົວຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດ, ຕິດພັນກັບການປະຕິບັດໜ້າທີ່ດ້ານການເມືອງຂອງແຕ່ລະຂະແໜງການ, ແຕ່ລະຂັ້ນ, ແຕ່ລະທ້ອງຖິ່ນ, ຫົວໜ່ວຍ. ໝາກຜົນຂອງການປະຕິບັດຄຳສັ່ງເລກທີ 05  ພ້ອມກັບໝາກຜົນຂອງການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 12 ໄດ້ປະກອບສ່ວນຍົກສູງບົດບາດ, ທີ່ຕັ້ງ ແລະ ອິດທິພົນຊື່ສຽງຂອງພັກ, ປະກອບສ່ວນຊຸກຍູ້ການປະຕິບັດໜ້າທີ່ດ້ານການເມືອງໃນຂອບເຂດທົ່ວປະເທດ ແລະບັນດາທ້ອງຖິ່ນ, ຫົວໜ່ວຍ”.

ໝາກຜົນແຫ່ງການປະຕິບັດຄຳສັ່ງເລກທີ 05 ຂອງກົມການເມືອງໄດ້ມີການປະກອບສ່ວນບໍ່ໜ້ອຍເຂົ້າໃນການປະຕິບັດມະຕິກອງປະຊຸມໃຫຍ່ຄະນະພັກທຸກຂັ້ນ ແລະ ມະຕິກອງປະຊຸມໃຫຍ່ ຄັ້ງທີ 12 ຂອງສູນກາງພັກກອມມູນິດຫວຽດນາມ ກ່ຽວກັບການພັດທະນາເສດຖະກິດສັງຄົມໄດ້ຢ່າງມີໄຊ. ຍິ່ງໄປກວ່ານັ້ນ, ການປະຕິບັດຄຳສັ່ງເລກທີ 05 ຍັງຕິດພັນກັບການປະຕິບັດມະຕິສູນກາງພັກຄັ້ງທີ 4 ຊຸດທີ 12 ໄດ້ສະກັດກັ້ນການເຊື່ອມທາດຂາດຄຸນດ້ານແນວຄິດການເມືອງ, ຄຸນສົມບັດ, ແບບແຜນການດຳລົງຊີວິດ ແລະບັນດາປະກົດການ “ຜັນແປເອງ”, “ຫັັນປ່ຽນເອງ” ໃນເບື້ອງຕົ້ນ,  ຍູ້ແຮງພາລະກິດແຫ່ງການຕໍ່ສູ້ປ້ອງກັນ, ຕ້ານການສໍ້ລາດບັງຫຼວງ, ການຟຸມເຟືອຍ, ປະກອບສ່ວນເຂົ້າໃນການກໍ່ສ້າງລະບົບການເມືອງປອດໃສ, ເພີ່ມທະວີກຳລັງແຮງໃນການນຳພາຂອງພັກກອມມູນິດຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ