ຮ່ຳຮຽນຕາມແບບຢ່າງປະທານໂຮ່ຈີມິນ ໃນໄລຍະປະຈຸບັນ

(VOVWORLD) -ປະທານໂຮ່ຈີມິນ (1890-1969) ແມ່ນນັກກອມມູນິດຜູ້ຍິ່ງໃຫຍ່, ວິລະຊົນດີເລີດຂອງຊາດ, ນັກຮົບສາກົນທີ່ເກັ່ງກ້າສາມາດ ໄດ້ຕໍ່ສູ້ຢ່າງບໍ່ຮູ້ອິດຮູ້ເມື່ອຍ ແລະ ອຸທິດສ່ວນຕະຫລອດຊີວິດຂອງຕົນເພື່ອປະເທດຊາດ ເພື່ອປະຊາຊົນ ແລະ ກາຍເປັນແບບຢ່າງປະກາຍແຈ້ງໃຫ້ແກ່ຊາວ ຫວຽດນາມ ຫລາຍໆລຸ້ນຄົນຮ່ຳຮຽນ, ປະຕິບັດຕາມ. ເນື່ອງໃນໂອກາດສະເຫລີມສະຫລອງ 133 ປີແຫ່ງວັນຄ້າຍວັນເກີດຂອງເພີ່ນ (19/5/1890-19/5/2023), ມີຫລາຍອົງການ, ຄະນະ, ຂະແຫນງການ, ອົງການຈັດຕັ້ງມະຫາຊົນ ຢູ່ ຫວຽດນາມ ເມື່ອຕີລາຄາໝາກຜົນແຫ່ງການປະຕິບັດບົດສະຫລຸບເລກ ທີ 01 ຂອງກົມການເມືອງ ກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໄດ້ຖືວ່າ ເລື່ອງຮ່ຳຮຽນ ແລະ ປະຕິບັດຕາມ ແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໄດ້ກາຍເປັນວຽກງານທີ່ຕົນຕ້ອງເຮັດ, ເຮັດດ້ວຍຄວາມສະໝັກໃຈ, ເຮັດເປັນປະຈຳຂອງພະນັກງານ, ສະມາຊິກພັກແຕ່ລະຄົນ ແລະ ປະຊາຊົນໃນທົ່ວປະເທດ. ໃນໄລຍະຜ່ານມາ ໃນທົ່ວປະເທດ ໄດ້ປະກົດອອກຫລາຍຮູບແບບດີເດັ່ນ ຫລື ວຽກງານແທດຈິງ, ມີຄວາມໝາຍ, ມີກຳລັງແຜ່ຂະຫຍາຍໃຫຍ່ໃນວົງຄະນາຍາດສັງຄົມ ກ່ຽວກັບການຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ.

ຮ່ຳຮຽນຕາມແບບຢ່າງປະທານໂຮ່ຈີມິນ ໃນໄລຍະປະຈຸບັນ - ảnh 1ປະທານໂຮ່ຈີມິນ.(1890-1969) ແມ່ນນັກກອມມູນິດຜູ້ຍິ່ງໃຫຍ່. ພາບ:   dangcongsan.vn

ຫນຶ່ງໃນບັນດາຮູບແບບດີເດັ່ນໃນການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ແມ່ນກອງປະຊຸມດຳເນີນຊີວິດຫົວເລື່ອງສະເພາະ “ 30 ນາທີ ເພື່ອຄິດເຖິງ ແລະ ກະທຳ” ຂອງອົງຄະນະພັກ ຕາແສງ ຟູເຕີນ ເມືອງ ເຈົາແທ່ງ ແຂວງ ຊອກຈັງ. ຮອດ 7ໂມງເຊົ້າທຸກວັນຈັນຂອງສັບປະດາທຳອິດຂອງເດືອນ, ຕາແສງ ຟູເຕີນ ໄດ້ຈັດຕັ້ງການດຳເນີນຊີວິດຫົວເລື່ອງສະເພາະກ່ຽວກັບການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ. ທີ່ກອງປະຊຸມ ບັນດາພະນັກງານ, ສະມາຊິກພັກ ຂອງທ້ອງຖິ່ນ ໄດ້ຄົ້ນຄວ້າ, ຮ່ຳຮຽນບັນດາເອກະສານກ່ຽວກັບຊີວິດ ພາລະກິດອັນຍິ່ງໃຫຍ່ຂອງປະທານໂຮ່ຈີມິນ.

ນອກນັ້ນ ອົງຄະນະພັກ ຕາແສງ ຟູເຕີນ ຍັງເຮັດບັນດາສາລະຄະດີກ່ຽວກັບຮູບແບບທີ່ມີປະສິດທິຜົນໃນການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ຂອງຫນ່ວຍພັກ, ສ່ວນບຸກຄົນພະນັກງານ, ສະມາຊິກພັກດີເດັ່ນ ຜ່ານນັ້ນ ກໍ່ສ້າງການແຜ່ຂະຫຍາຍການປະຕິບັດບົດສະຫລຸບເລກ 01 ຂອງກົມການເມືອງຢູ່ ທ້ອງຖິ່ນຢ່າງເລິກເຊິ່ງ ກວ້າງຂວາງ. ທ່ານ ຮີ່ງທາຍກວັກ, ຮອງເລຂາພັກ ຕາແສງ ຟູເຕີນ ເມືອງ ເຈົາແທ່ງ ໃຫ້ຮູ້ວ່າ:

“ບັນດາສະຫາຍໃນຄະນະບໍລິຫານງານ ກໍຄື ເລຂາຫນ່ວຍພັກ, ຫົວຫນ້າຂະແຫນງການ, ອົງການຈັດຕັ້ງມະຫາຊົນ ພ້ອມກັນເຂົ້າຮ່ວມກອງປະຊຸມເພື່ອເບິ່ງເອກະສານ, ສາລະຄະດີ ກໍ່ຄືບັນດາຫົວເລື່ອງສະເພາະ ຫລັງຈາກນັ້ນ ຈະນຳເອົາເອກະສານມາໂຄສະນາໃນການດຳເນີນຊີວິດຂອງຫນ່ວຍພັກ ເພື່ອໃຫ້ພວກສະຫາຍກຳແຫນ້ນ ມີຄວາມເຂົ້າໃຈຕື່ມ ເພື່ອໂຄສະນາຢ່າງກວ້າງຂວາງໃນບັນດາສະມາຊິກພັກ, ຊາວຫນຸ່ມ ກໍ່ຄືມະຫາຊົນຮູ້”

ຕາມການຕີລາຄາຂອງຄະນະປະຈຳການແຂວງ ຊອກຈັງ ແລ້ວ, ພາຍຫລັງ 3 ປີແຫ່ງການປະຕິບັດບົດສະຫລຸບເລກທີ 01 ຂອງກົມການເມືອງ ແລະ ການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໄດ້ກາຍເປັນວຽກງານ ທີ່ຕົນຕ້ອງເຮັດ, ເຮັດດ້ວຍຄວາມສະໝັກໃຈ, ເຮັດເປັນປະຈຳ ຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນແຕ່ລະຄົນໃນແຂວງ. ເພາະສະນັ້ນ ໃນບໍລິເວນແຂວງ ໄດ້ປະກົດອອກຫລາຍຮູບແບບ, ວຽກງານລະອຽດ, ແທດຈິງ, ມີຄວາມໝາຍຫລາຍຢ່າງສຳລັບປະຊາຄົມ ແລະ ສັງຄົມຄື: ຮູບແບບ “ຫນ່ວຍງານຕິດຕາມວົງຄະນາຍາດ”, “ຫນ່ວຍງານໃຫ້ຄຳປຶກສາດ້ານການແພດຮັບໃຊ້ວຽກງານປ້ອງກັນຕ້ານໂລກລະບາດໂຄວິດ 19”, “ການມອບຂອງຂວັນຫນູນຊ່ວຍຂອງກຳມະບານ”, “ຄາບເຂົ້າແຫ່ງຄວາມຮັກແພງ”, “ຖ້ຽວລົດແຫ່ງຄວາມຮັກແພງ”, “ຮ້ານຂາຍເຄື່ອງລາຄາ 0 ດົ່ງ” ແລະ ອື່ນໆ

ໃນໄລຍະ3 ປີ ຜ່ານມາ, ການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ໂດຍ ກຳມະບານ ທຸກຂັ້ນຂຶ້ນກັບສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຫັນເປັນວຽກງານລະອຽດ ໃນແຕ່ລະການເຄື່ອນໄຫວເບິ່ງແຍງດູແລໃຫ້ສະມາຊິກກຳມະບານ, ຄົນງານ ແລະ ຂະບວນການແຂ່ງຂັນ ແລະ ໃນການສ້າງຊົນຊັ້ນກຳມະກອນໃຫ້ທັນສະໄຫມ, ເຕີບໃຫຍ່, ເຂັ້ມແຂງ. ບັນດາໂຄງການ “ສະຫວັດດີການຂອງສະມາຊິກກຳມະບານ ແລະ ຄົນງານ”, “ບຸນເຕັດແຫ່ງການເຕົ້າໂຮມ”, “ເດືອນເຄື່ອນໄຫວເພື່ອກຳມະກອນ”, “ຊາຍຄາແຫ່ງຄວາມອົບອຸ່ນຂອງກຳມະບານ”.. ໄດ້ກາຍເປັນການເຄື່ອນໄຫວແທດຈິງເຂັ້ມຂົ້ນໄປດ້ວຍສີສັນຂອງອົງການຈັດຕັ້ງກຳມະບານ.

ໄລຍະ 2021 – 2022, ກຳມະບານທຸກຂັ້ນໄດ້ໂຄສະນາ, ຂົນຂວາຍນັບຮ້ອຍໆອົງການ, ສ່ວນບຸກຄົນຈົດທະບຽນ ການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນ ດ້ວຍກວ່າ 966.000 ວຽກງານລະອຽດ, ກໍ່ສ້າງເກືອບ 3.000 ຮູບແບບດີເດັ່ນ, ວິທີເຮັດທີ່ດີ.

ຮ່ຳຮຽນຕາມແບບຢ່າງປະທານໂຮ່ຈີມິນ ໃນໄລຍະປະຈຸບັນ - ảnh 2ທ່ານ ຫງວຽນຈ້ອງເຫງ໊ຍ ຫົວຫນ້າຄະນະໂຄສະນາສຶກສາສູນກາງ. ພາບ:VOV

ຍູ້ແຮງ ການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນແມ່ນຫນ້າທີ່ສຳຄັນໃນວຽກງານສຶກສາດ້ານການເມືອງ, ແນວຄິດ, ຄຸນສົມບັດ, ແບບແຜນການດຳລົງຊີວິດໃຫ້ແກ່ພະນັກງານ, ສະມາຊິກກຳມະບານ ຊາວຫນຸ່ມ, ລັດຖະກອນ ຄົນງານເວົ້າສະເພາະ ພະນັກງານສະມາຊິກພັກ ແລະ ປະຊາຊົນໃນທົ່ວປະເທດ ເວົ້າລວມ. ທ່ານ ຫງວຽນຈ້ອງເຫງ໊ຍ ຫົວຫນ້າຄະນະໂຄສະນາສຶກສາສູນກາງ ຖືວ່າ:

“ພວກເຮົາຕ້ອງທະວີຄູນຮູບແບບດີເດັ່ນ, ປະສິດທິຜົນໃນການຮ່ຳຮຽນ ປະຕິບັດຕາມແບບຢ່າງປະທານໂຮ່ຈີມິນ ໃຫ້ກວ້າງຂວາງກວ່າອີກ. ເພື່ອໃຫ້ຂະບວນການຮ່ຳຮຽນ ແລະ ປະຕິບັດຕາມແບບຢ່າງຂອງລຸຸງໂຮ່ເຂົ້າໃນແຕ່ລະວຽກງານລະອຽດເພື່ອກາຍເປັນການກະທຳທີ່ແທດຈິງ, ເປັນປະຈຳກວ່າ ເພື່ອຜົນປະໂຫຍດອັນຊອບທຳຂອງສະມາຊິກກຳມະບານ ຊາວຫນຸ່ມ ຄົນງານ”

ໃນພາລະກິດແຫ່ງການປ່ຽນແປງໃຫມ່ຂອງປະເທດຊາດ, ເຊື່ອມໂຍງເຂົ້າກັບສາກົນ, ຊີວິດ ແລະ ແນວຄິດ, ບຸກຄະລິກກະພາບຂອງປະທານໂຮ່ຈີມິນ ແມ່ນຊັບສົມບັດດ້ານຈິດໃຈອັນລ້ຳຄ່າ ແມ່ນແປວໄຟເຍືອງທາງໃຫ້ແກ່ການຕໍ່ສູ້ເພື່ອເອກະລາດ ເສລີພາບ ເພື່ອ ສັງຄົມນິຍົມຂອງປະຊາຊົນຫວຽດນາມ. ການ ຮ່ຳຮຽນ ແລະ ປະຕິບັດຕາມແນວຄິດ ຄຸນສົມບັດ ແບບແຜນການດຳລົງຊີວິດຂອງປະທານໂຮ່ຈີມິນແມ່ນສືບຕໍ່ກໍ່ສ້າງພື້ນຖານດ້ານຈິດໃຈອັນໝັ້ນແກ່ນຂອງຊີວິດສັງຄົມ, ສ້າງວັດທະນະທຳ, ຊາວ ຫວຽດນາມ ຕອບສະຫນອງຄວາມຮຽກຮ້ອງຕ້ອງການແຫ່ງການພັດທະນາແບບຍືນຍົງ ແລະ ປົກປັກຮັກສາປະເທດຊາດ ຢ່າງໝັ້ນຄົງ ເພື່ອເປົ້າໝາຍປະຊາຊົນຮັ່ງມີ ປະເທດຊາດເຂັ້ມແຂງ ປະຊາທິປະໄຕ ຍຸຕິທຳ ສີວິໄລ.

ຕອບກັບ

ຂ່າວ/ບົດ​ອື່ນ