ເກີດວິ​ກິດ​ການ​ທາງ​ການ​ທູດ ​ເມື່ອ​ອາ​ເມ​ລິ​ກາ​ຈັດ​ວາງ​ຄຳ​ສັ່​ງລົງ​ໂທດ​ອີ​ຣານ​ພຽງ​ລຳ​ພັງ​ຝ່າຍ​ດຽວ

(VOVWORLD) -ວັນທີ 20 ສິງຫາ, ອາເມລິກາ ໄດ້ຍື່ນສະເໜີໃບຄຳຮ້ອງຕໍ່ສະພາຄວາມໝັ້ນຄົງ ສປຊ ຢ່າງເປັນທາງການ ກ່ຽວກັບເລື່ອງອີຣານ ບໍ່ປະຕິບັດຂໍ້ຕົກລົງນິວເຄຼຍ, ຊື່ງແມ່ນບາດກ້າວເດີນຕໍ່ໄປ ຂອງເລື່ອງທ່ານປະທານາທິບໍດີອາເມລິກາ Donald Trump ປະກາດວ່າວໍຊິງຕັນ ຈະເລີ່ມປະຕິບັດບັນດາຄຳສັ່ງລົງໂທດສຳລັບປະເທດອິດສະລາມນີ້. ນີ້ແມ່ນການກະທຳຖືກຖືວ່າ ມີຄວາມອັນຕະລາຍ, ອາດຈະຢຸດຕິ ຂໍ້ຕົກລົງນິວເຄຼຍຄັ້ງປະຫວັດສາດລະຫວ່າງອີຣານ ແລະ ກຸ່ມ P5+1 (JCPOA), ພ້ອມທັງໄດ້ກໍ່ໃຫ້ເກີດວິກິດການທາງການທູດທີ່ຮ້າຍແຮງ.
ເກີດວິ​ກິດ​ການ​ທາງ​ການ​ທູດ ​ເມື່ອ​ອາ​ເມ​ລິ​ກາ​ຈັດ​ວາງ​ຄຳ​ສັ່​ງລົງ​ໂທດ​ອີ​ຣານ​ພຽງ​ລຳ​ພັງ​ຝ່າຍ​ດຽວ - ảnh 1

ທ່ານປະທານາທິບໍດີອາເມລິກາ Donald Trump (ພາບ: AP)

    ໃບຄຳຮ້ອງກ່ຽວກັບເລື່ອງອີຣານ ບໍ່ປະຕິບັດຂໍ້ຕົກລົງນິວເຄຼຍ ໂດຍທ່ານລັດຖະມົນຕີການຕ່າງປະເທດອາເມລິກາ Mike Pompeo ຍື່ນສະເໜີ ຕໍ່ສະພາຄວາມໝັ້ນຄົງ ສປຊ ຢູ່ນິວຢອກ ເມື່ອວັນທີ 20 ສິງຫາ, ເຖິງວ່າປະເທດນີ້ໄດ້ຖອນຕົວອອກນັບແຕ່ປີ 2018 ກໍ່ຕາມ. ນີ້ແມ່ນບາດກ້າວເດີນດ້ານກົດໝາຍທຳອິດຂອງອາເມລິກາ ໃນຄວາມມານະພະຍາຍາມເລີ່ມປະຕິບັດກົນໄກລົງໂທດຕ້ານອີຣານ.

ບັນດາຄວາມມານະພະຍາຍາມພຽງລຳພັງຝ່າຍດຽວ

   ມາດຕາທີ່ກຳນົດກ່ຽວກັບເວລາຢຸດຕິຄຳສັ່ງຂວ້ຳບາດອາວຸດສຳລັບອີຣານ ໂດຍສະພາຄວາມໝັ້ນຄົງ ສປຊ ຍົກອອກໃນມະຕິເລກທີ 2231 ກ່ຽວກັບເລື່ອງສະໜັບສະໜູນຂໍ້ຕົກລົງນິວເຄຼຍລະຫວ່າງເຕເຮຣານ ແລະ ກຸ່ມ P5+1 (ຊື່ງລວມມີອາເມລິກາ, ລັດເຊຍ, ຈີນ, ອັງກິດ, ຝະລັ່ງ ແລະ ເຢຍລະມັນ) ຫຼືຍັງເອີ້ນວ່າ ແຜນການດຳເນີນງານຮ່ວມຮອບດ້ານ (JCPOA).  ຕາມມາດຕານີ້, ຄຳສັ່ງຂວ້ຳບາດຂອງ ສປຊ ໄດ້ແກ່ຍາວເປັນເວລາ 13 ປີ, ໃນນັ້ນໄດ້ເກືອດຫ້າມສົ່ງອອກເຕັກໂນໂລຊີທີ່ກ່ຽວຂ້ອງເຖິງລະບົບຂົນສົ່ງອາວຸດນິວເຄຼຍໄປຍັງອີຣານ, ຫ້າມເຕເຮຣານ ສົ່ງອອກອາວຸດ ແລະ ຫ້າມປະເທດຕ່າງໆຂາຍອາວຸດທຳມະດາໃຫ້ແກ່ປະເທດນີ້. ຄຳສັ່ງເກືອດຫ້າມນີ້ ຈະໝົດຜົນສັກສິດໃນວັນທີ 18 ຕຸລາຈະມາເຖິງ. ສະນັ້ນ, ວົງການເຈົ້າໜ້າທີ່ອາເມລິກາ ໄດ້ສ້າງຮ່າງມະຕິສະບັບ 1 ຂຶ້ນເພື່ອແນໃສ່ແກ່ຍາວເວລາບັນດາຄຳສັ່ງຂວ້ຳບາດນີ້ ແທນໃຫ້ມະຕິສະບັບເກົ່າ.

  ແຕ່ເຖິງແນວນັ້ນກໍ່ຕາມ, ໝາກຜົນການປ່ອນບັດຢູ່ ສະພາຄວາມໝັ້ນຄົງ ສປຊ ໄດ້ສະແດງໃຫ້ເຫັນວ່າ: ວໍຊິງຕັນ ບໍ່ໄດ້ຮັບການສະໜັບສະໜູນຈາກປະເທດຕ່າງໆ ນອກຈາກປະເທດ ສ.ໂດມີນີກັນ. ລັດເຊຍ ແລະ ຈີນ ປ່ອນບັດຄັດຄ້ານ ໃນຂະນະທີ່ 11 ປະເທດສະມາຊິກທີ່ຍັງເຫຼືອລ້ວນແຕ່ໄດ້ປ່ອນບັດຂາວ. ຕໍ່ໜ້າໝາກຜົນນີ້, ທ່ານປະທານາທິບໍດີອາເມລິກາ Donald Trump ໄດ້ປະກາດວ່າຈະຈັດວາງບັນດາຄຳສັ່ງລົງໂທດອີຣານ ພຽງລຳພັງຝ່າຍດຽວ ດ້ວຍວິທີນຳໃຊ້ບັນດາມາດຕາ “ຖອຍຫຼັງ” ໃນກຸ່ມ P5+1 (JCPOA).

  ຕາມຜູ້ຊ່ຽວຊານຫຼາຍທ່ານແລ້ວ,  ເຖິງວ່າອາເມລິກາ ໄດ້ຖອນຕົວອອກຈາກ ກຸ່ມ P5+1 (JCPOA) ນັບແຕ່ປີ 2018 ແລ້ວກໍ່ຕາມ, ແຕ່ປະເທດນີ້ ຍັງມີພື້ນຖານນະຕິກຳ ເພື່ອແກ່ຍາວຄຳສັ່ງເກືອດຫ້າມອີຣານ ຢູ່. ຍ້ອນວ່າ ຕາມມະຕິແລ້ວ, ບັນດາຝ່າຍທີ່ເຂົ້າຮ່ວມ ສາມາດຮ້ອງຟ້ອງຝ່າຍໜຶ່ງພຽງລຳພັງຝ່າຍດຽວໄດ້ ຖ້າຫາກວ່າບໍ່ເຄົາລົບບັນດາຄຳໝັ້ນສັນຍາ. ໃນຕົວຈິງ, ອາເມລິກາ ນັບມື້ນັບກໍ່ກຳລັງດັນຕໍ່ອີຣານ. ແຕ່ເຖິງຢ່າງໃດກໍ່ຕາມ, ຄຳຕັດສິນຂອງອາເມລິກາ ໄດ້ກໍ່ຄວາມແຕກແຫງຍາກທີ່ຈະປົວແປງໄດ້ກັບບັນດາສຳພັນທະມິດຢູ່ຝັ່ງນັ້ນຂອງມະຫາສະໝຸດອັກລັງຕິກ. ບັນດາສຳພັນທະມິດເອີລົບຖືຢ່າງກົງໄປກົງມາວ່າ ເຖິງວ່າອາເມລິກາ ໄດ້ລັ່ນໄກປືນແລ້ວກໍ່ຕາມ ແຕ່ກໍ່ບໍ່ໝາຍຄວາມວ່າລູກປືນຈະອອກ ແລະ ອາເມລິກາ ຢາກເຮັດ ກໍ່ບໍ່ໝາຍຄວາມວ່າ ປະຊາຄົມໂລກກໍ່ຕ້ອງເຮັດເຊັ່ນດຽວກັນ.

ເປັນການຢຸດຕິໃຫ້ແກ່ຂໍ້ຕົກລົງນິວເຄຼຍ?

        ຖະແຫຼງເລີ່ມປະຕິບັດມາດຕາຟື້ນຟູຄຳສັ່ງຂວ້ຳບາດສຳລັບ ອີຣານ ທັງໝົດ, ອາເມລິກາ ຢາກສະກັດກັ້ນເລື່ອງອີຣານ ຊື້ບັນດາອາວຸດປະເພດທີ່ທັນສະໄໝພາຍຫຼັງຄຳສັ່ງຂວ້ຳບາດໝົດກຳນົດເວລາ. ແຕ່ໃນຕົວຈິງ, ສິ່ງນີ້ໄດ້ເຮັດໃຫ້ຄວາມບໍ່ລົງລອຍກັນທີ່ເຄີຍມີຢູ່ແລ້ວລະຫວ່າງວໍຊິງຕັນ ແລະ ເຕເຣຣານ ເລິກເຊິ່ງຂຶ້ນຕື່ມ. ບໍ່ພຽງແຕ່ເອີ້ນການປະລາໄຊຂອງອາເມລິກາ ຢູ່ສະພາຄວາມໝັ້ນຄົງສະຫະປະຊາຊາດ ແມ່ນໄຊຊະນະດ້ານການເມືອງໃຫ້ແກ່ ອີຣານ ແລະ ການປະລາໄຊດ້ານນິຕິກຳ, ການເມືອງສຳລັບປະເທດອາເມລິກາ ເທົ່ານັ້ນ, ປະເທດອິດສະລາມນີ້ຍັງເພີ່ມການກະທຳເກາະຜິດຕື່ມອີກ. ໂດຍບໍ່ຫົວຊາຕໍ່ຄຳຮຽກຮ້ອງຂອງອາເມລິກາ ທີ່ວ່າ, ອີຣານ ຕ້ອງຢຸດຕິໂຄງການລູກສອນໄຟຂອງຕົນ, ວັນທີ 21 ສິງຫາ ອີຣານ ໄດ້ສະເໜີລູກສອນໄຟນຳວິຖີໜ້າດິນຕ້ານໜ້າດິນລຸ້ນໃໝ່, ມີໄລຍະຍິງ 1.400 ກມ ແລະ ລູກສອນໄຟພາທາງລຸ້ນໃໝ່ລູກໜຶ່ງ. ທ່ານປະທານາທິບໍດີອີຣານ Hassan Rouhani ຖືວ່າ, ກຳລັງແຮງດ້ານການປ້ອງກັນຂອງອີຣານ ຈະນຳມາເຊິ່ງຜົນປະໂຫຍດໃຫ້ແກ່ບັນດາປະເທດພັນທະມິດ.

        ການກະທຳຂອງອາເມລິກາ ກໍ່ໄດ້ສ້າງຄວາມໂຕ້ຖຽງກັນໃນຊຸມມື້ຜ່ານມາ. ເລື່ອງອາເມລິກາ ກ່າວເຕືອນຈະລົງໂທດ ອີຣານ ພຽງລຳພັງຝ່າຍດຽວນັ້ນ, ວົງການນັກໄຈ້ແຍກໄດ້ຖືວ່າ ຈະຍູ້ສະພາຄວາມໝັ້ນຄົງສະຫະປະຊາຊາດໃຫ້ຕົກເຂົ້າສູ່ວິກິດການດ້ານການທູດທີ່ຊົ່ວຮ້າຍທີ່ສຸດນັບແຕ່ກ່ອນມາຮອດປະຈຸບັນ, ອາດຈະ “ທຳລາຍ” ຂໍ້ຕົກລົງນິວເຄຼຍ. ການກະທຳໃໝ່ຂອງອຳນາດການປົກຄອງ Donald Trump ໄດ້ຮັບຖືວ່າຈະເຮັດໃຫ້ການແບ່ງແຍກລະຫວ່າງອາເມລິກາ ແລະ ບັນດາປະເທດພັນທະມິດຝ່າຍຕາເວັນຕົກ ທີ່ເຄີຍສືບຕໍ່ສະໜັບສະໜູນການປະຕິບັດຂໍ້ຕົກລົງ JCPOA ຖືກເພີ່ມຂຶ້ນ.

        ຕໍ່ໜ້າບັນດາການຜັນແປທີ່ເຄັ່ງຕຶງໃນປະຈຸບັນ, ທ່ານປະທານາທິບໍດີລັດເຊຍ Vladimir Putin ໄດ້ຮຽກຮ້ອງຈັດຕັ້ງກອງປະຊຸມກ່ຽວກັບອີຣານ ເພື່ອແນໃສ່ຫຼີກລ້ຽງຄວາມເຄັ່ງຕຶງຢູ່ເຂດອ່າວ ເປີເຊຍ ຖືກປີນຂັ້ນໄດ. ປະຈຸບັນ, ຍັງບໍ່ທັນຮູ້ວ່າບັນດາຄວາມມານະພະຍາຍາມດ້ານການທູດຢ່າງຮີບເຮັ່ງຈະບັນລຸຜົນປະໂຫຍດຫຼືບໍ່, ເມື່ອຄຳສັ່ງຂວ້ຳບາດດ້ານອາວຸດທີ່ຈັດວາງໃສ່ ອີຣານ ຈະໝົດກຳນົດໃນຮອບເວລາຍັງບໍ່ຮອດ 2 ເດືອນຊ້ຳ.

ຕອບກັບ

ຂ່າວ/ບົດ​ອື່ນ