ເຂດຕາເວັນອອກກາງເຄັ່ງຕຶງຂຶ້ນຍ້ອນແຜນການໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເຂົ້າດິນແດນອິດສະຣາແອັນ

(VOVWORLD) -ມີຫຼາຍຄຳເຫັນໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບສະພາບການເກີດການໃຊ້ຄວາມຮຸນແຮງທີ່ອັນຕະລາຍໃໝ່ ເຊິ່ງອາດຈະເກີດຂຶ້ນຄືນໃໝ່ຢູ່ເຂດນີ້ ເມື່ອແຜນການໄດ້ຮັບການປະຕິບັດ.

ເຂດຕາເວັນອອກກາງເຄັ່ງຕຶງຂຶ້ນຍ້ອນແຜນການໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນເຂົ້າດິນແດນອິດສະຣາແອັນ - ảnh 1 ການນຳ ປາແລັດສະຕິນ ໄດ້ຕົກລົງຈັດບັນດາກອງປະຊຸມພິເສດເພື່ອປຶກສາຫາລືວິທີໂຕ້ຕອບແຜນການໂຮມແດນດິນຂອງ ອິດສະຣາແອັນ

(ພາບປະກອບ: AFP/ TTXVN)

ໃນຊຸມມື້ນີ້, ເຂດຕາເວັນອອກກາງພັດຮ້ອນເຮັ່ງຂຶ້ນຢ່າງຕໍ່ເນື່ອງ ດ້ວຍບັນດາການຜັນແປເຄັ່ງຕຶງທີ່ກ່ຽວຂ້ອງເຖິງແຜນການຂອງອິດສະຣາແອັນ ໂຮມເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ ເຂົ້າປະເທດນີ້. ມີຫຼາຍຄຳເຫັນໄດ້ສະແດງໃຫ້ເຫັນຄວາມວິຕົກກັງວົນກ່ຽວກັບສະພາບການເກີດການໃຊ້ຄວາມຮຸນແຮງທີ່ອັນຕະລາຍໃໝ່ ເຊິ່ງອາດຈະເກີດຂຶ້ນຄືນໃໝ່ຢູ່ເຂດນີ້ ເມື່ອແຜນການໄດ້ຮັບການປະຕິບັດ.

        ວັນທີ 06 ມິຖຸນາ, ມີຊາວ ອິດສະຣາແອັນ ນັບພັນໆຄົນໄດ້ຈັດການແຫ່ຂະບວນປະທ້ວງຢູ່ສະໜາມຫຼວງ Rabin ຢູ່ນະຄອນ Tel Aviv, ເພື່ອແນໃສ່ຄັດຄ້ານແຜນການຂອງທ່ານນາຍົກລັດຖະມົນຕີ Benjamin Netanyahu ກ່ຽວກັບການເປີດກວ້າງອະທິປະໄຕໄປບັນດາເຂດຂຶ້ນກັບເຂດຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ໄດ້ນຳເອົາບັນດາປ້າຍຄຳຂວັນຄັດຄ້ານການໂຮມດິນແດນ ແລະ dkoຢຶດຄອງ, ຮຽກຮ້ອງສະໜັບສະໜູນສັນຕິພາບ ແລະ ປະຊາທິປະໄຕ. ຕາມວົງການນັກໄຈ້ແຍກແລ້ວ, ບັນດາການແຫ່ຂະບວນປະທ້ວງຕ້ານການໂຮມດິນແດນຢູ່ອິດສະຣາແອັນ ໄດ້ສົ່ງສານຫຼາຍຢ່າງ. ດ້ານໜຶ່ງ, ມັນສະແດງໃຫ້ເຫັນແຜນການຂອງລັດຖະບານອິດສະຣາແອັນ ບໍ່ພຽງແຕ່ແມ່ນຄວາມມຸ່ງມາດປາດຖະໜາຂອງປະຊາຊົນທຸກຄົນເທົ່ານັ້ນ, ຫາກຍັງຊ້ອນແຝງຄວາມສ່ຽງທີ່ໜ້າວິຕົກກັງວົນ, ກ່ອນອື່ນໝົດແມ່ນປະຕິກິລິຍາຢ່າງຮ້າຍແຮງຂອງຊາວປາແລັດສະຕິນ ແລະ ໂລກອາຣັບ.

ປະຕິກິລິຍາຢ່າງຮ້າຍແຮງຂອງຊາວປາແລັດສະຕິນ ແລະ ໂລກອາຣັບ

        ກ່ອນການແຫ່ຂະບວນປະທ້ວງຢູ່ Tel Aviv 1 ວັນ, ທ່ານ Riyad Mansour, ທູດພິເສດປາແລັດສະຕິນ ປະຈຳສະຫະປະຊາຊາດ ຢືນຢັນວ່າ ອຳນາດການປົກຄອງ ປາແລັດສະຕິນ ຈະເພີ່ມທະວີຄວາມມານະພະຍາຍາມຮຽກຮ້ອງໃຫ້ສະພາຄວາມໝັ້ນຄົງສະຫະປະຊາຊາດ ສະກັດກັ້ນ ອິດສະຣາແອັນ ຜັນຂະຫຍາຍແຜນການໂຮມດິນແດນ. ໃນຂະນະນັ້ນ, ທ່ານ Sabri Seidam, ສະມາຊິກຄະນະກຳມະການສູນກາງຂະບວນການ Fatah ຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ, ຖະແຫຼງວ່າ ການນຳ ປາແລັດສະຕິນ ໄດ້ຕົກລົງຈັດບັນດາກອງປະຊຸມພິເສດເພື່ອປຶກສາຫາລືວິທີໂຕ້ຕອບແຜນການໂຮມແດນດິນຂອງ ອິດສະຣາແອັນ. ສ່ວນສະພາແຫ່ງຊາດປາແລັດສະຕິນ (PNC) ໄດ້ອອກແຈ້ງການຢືນຢັນຄືນໃໝ່ຄຳໝັ້ນສັນຍາປະຕິບັດຂໍ້ຕົກລົງຢຸດຕິທຸກຂໍ້ຕົກລົງກັບອາເມລິກາ ແລະ ອິດສະຣາແອັນ. ແຈ້ງການຊີ້ແຈ້ງວ່າ, ບັນດານະໂຍບາຍ ແລະ ການກະທຳຂອງອິດສະຣາແອັນ ໄດ້ສ່ອງແສງໃຫ້ເຫັນຄວາມຕັດສິນໃຈຂອງລັດຖະບານອິດສະຣາແອັນ ແມ່ນສືບຕໍ່ຢຶດຄອງເຂດດິນແດນຂອງລັດປາແລັດສະຕິນ, ພ້ອມທັງເຮັດໃຫ້ສະພາບການຢູ່ພາກພື້ນຖືກຊົ່ວຮ້າຍລົງ ແລະ ຄວາມເຄັ່ງຕຶງນັບມື້ນັບປິນຂັ້ນໄດ.

        ສ່ວນຢູ່ພາກພື້ນ, ກຸ່ມສັນຕິພາບອາຣັບ, ເຊິ່ງແມ່ນອົງການຄົ້ນຄວ້າແບບເອກະລາດ ລວມມີບັນດາອະດີດປະທານາທິບໍດີ, ນາຍົກລັດຖະມົນຕີ ແລະ ລັດຖະມົນຕີຂອງບັນດາປະເທດອາຣັບ, ພ້ອມກັບບັນດາຜູ້ທີ່ມີອິດທິພົນໃນວົງການນັກຄົ້ນຄວ້າ, ໄດ້ສົ່ງຈົດໝາຍເຖິງບັນດາການນຳອາຣັບ, ຮຽກຮ້ອງໃຫ້ໂລກອາຣັບ ເປັນເອກະພາບໃນທັດສະນະ ແລະ ການກະທຳ ເພື່ອຮັບມືກັບແຜນການໂຮມດິນແດນຂອງອິດສະຣາແອັນ. ກ່ອນໜ້ານັ້ນ, ກະສັດຈໍແດນ Abdullah II ໄດ້ກ່າວເຕືອນວ່າ, ຖ້າຫາກ ອິດສະຣາແອັນ ປະຕິບັດການໂຮມດິນແດນບາງເຂດທີ່ຢຶດຄອງຢູ່ຝັ່ງຕາເວັນຕົກແມ່ນ້ຳຈໍແດນ ໃນເດືອນ ກໍລະກົດ ຈະມາເຖິງ, ຈະສ້າງຄວາມຂາດສະຖຽນລະພາບຫຼາຍຢ່າງ ແລະ ເກີດມີບັນດາການກະທຳໃຊ້ຄວາມຮຸນແຮງຢູ່ພາກພື້ນ. ພິເສດ, ບັນດາບາດກ້າວເດີນທີ່ອັນຕະລາຍດັ່ງກ່າວ ຈະພາໄປເຖິງ “ການປະທະກັນຂະໜາດໃຫຍ່” ກັບຈໍແດນ ແລະ ປະເທດນີ້ຈະຄິດໄລ່ທຸກວິທີຄັດເລືອກ.

ຄວາມສ່ຽງເກີດການໃຊ້ຄວາມຮຸນແຮງ

        ໃນຕົວຈິງ, ບັນດາການກ່າວເຕືອນກ່ຽວກັບຄວາມສ່ຽງເກີດການໃຊ້ຄວາມຮຸນແຮງທີ່ກ່ຽວຂ້ອງເຖິງແຜນການໂຮມດິນແດນຂອງ ອິດສະຣາແອັນ, ໄດ້ຍົກອອກມາໄວ້ແລ້ວ, ເມື່ອບັນດາການນຳອິດສະຣາແອັນ ບັນລຸໄດ້ການເຈສລະນາດ້ານການເມືອງ ເມື່ອເດືອນ ເມສາ 2020. ຄວາມວິຕົກກັງວົງດັ່ງກ່າວພັດໄດ້ຢືນຢັນຕື່ມອີກ ພາຍຫຼັງອຳນາດການປົກຄອງປາແລັດສະຕິນ ຖະແຫຼງຢຸດຕິທຸກຄຳໝັ້ນສັນຍາຮ່ວມມືດ້ານປ້ອງກັນຄວາມສະຫງົບຫັບ ອິດສະຣາແອັນ ໃນເຄິ່ງທ້າຍເດືອນ ພຶດສະພາ ຜ່ານມາ, ເພື່ອຄັດຄ້ານແຜນການໂຮມດິນແດນ. ຕໍ່ຈາກນັ້ນ, ມີຫຼາຍກຸ່ມປະກອບອາວຸດປາແລັດສະຕິນ ແລະ ນັບທັງຢູ່ເຂດຕາເວັນຕົກແມ່ນ້ຳຈໍແດນ ແລະ ເຂດ ກາຊາ, ນຳໜ້າແມ່ນຂະບວນການ Hamas ແລະ ກຸ່ມທຳສົງຄາມສັກສິດ Jihad, ລ້ວນແຕ່ໄດ້ຍົກອອກບັນດາຄຳຖະແຫຼງທີ່ແຂງກະດ້າງແນໃສ່ອິດສະຣາແອັນ, ຢືນຢັນວ່າ ພ້ອມແລ້ວທີ່ຈະ “ເຮັດທຸກສິ່ງທຸກຢ່າງ” ເພື່ອຕ້ານຄືນກົນອຸບາຍຂອງອິດສະຣາແອັນ. ບໍ່ຢຸດຢູ່ເທົ່ານັ້ນ, ໃນເວລາດຽວກັນ ບັນດາແຫຼ່ງຂ່າວຢູ່ພາກພື້ນອາຣັບ ກໍ່ໃຫ້ຮູ້ວ່າ, ມີບັນດາກຸ່ມປະກອບອາວຸດທຳສົງຄາມສັກສິດຢູ່ ລີບັງ, ຊີຣີ, ອີຣັກ, ລີບີ… ກໍ່ອອກຖະແຫຼງການສະໜັບສະໜູນບັນດາສົງຄາມຕ້ານການຢຶດຄອງຂອງຊາວປາແລັດສະຕິນ, ຢືນຢັນວ່າ ພ້ອມແລ້ວທີ່ຈະໜູນຊ່ວຍ ແລະ ຮຽງບ່າຮຽງໄຫຼ່ພ້ອມກັບບັນດາກຳລັງປາແລັດສະຕິນ ຕ້ານຄືນອິດສະຣາແອັນ.

        ສາງສຽງສາກົນ ແລະ ພາກພື້ນໄດ້ສະແດງຄວາມວິຕົກກັງວົນວ່າ, ໃນສະພາບແຜນການໂຮມດິນແດນຂອງອິດສະຣາແອັນ ແນ່ນອນວ່າຈະຖືກດຳເນີນໄປ ຍ້ອນໄດ້ຮັບການໜູນຫຼັງສຳຄັນທີ່ສຸດຈາກອາເມລິກາ ແລະ ການຂາດຄວາມເອົາໃຈໃສ່ທີ່ສົມເຫດສົມຜົນຂອງປະຊາຄົມສາກົນທີ່ສະຫງວນໃຫ້ແກ່ວິວັດທະນາການສັນຕິພາບຕາເວັນອອກກາງ, ຄວາມສ່ຽງເກີດການປະເຊີນໜ້າທີ່ອັນຕະລາຍລະຫວ່າງຊາວປາແລັດສະຕິນ ແລະ ອິດສະຣາແອັນ, ພວມຢູ່ຕໍ່ໜ້າແລ້ວ. ສ່ວນຕາມຄຳເວົ້າຂອງນັກໄຈ້ແຍກອາຣັບແລ້ວ “ຊາວປາແລັດສະຕິນ ບັງຄັບຕ້ອງຕໍ່ສູ້ເພື່ອໃຫ້ວິວັດທະນາການສັນຕິພາບຢູ່ຕາເວັນອອກກາງ ບໍ່ຖືກໂລກຫຼົງລືມ ແລະ ບໍ່ສົນໃຈຄືໃນໄລຍະຜ່ານມາ”.

ຕອບກັບ

ຂ່າວ/ບົດ​ອື່ນ