ເຂດອຸດສາຫະກຳຮ່ວມ Kaesong – ບັນຫາຄ້າງຄາໃນການພົວພັນລະຫວ່າງສອງພາກເກົາຫຼີ

(vovworld) – ຕາມ​ການ​ຄາດ​ຄະ​ເນ​ແລ້ວ, ການ​ເຈລະຈາ​ຂັ້ນ​ນັກວິຊາການ​ລະຫວ່າງ ສ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ກ່ຽວ​ກັບ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ຈະ​ດຳ​ເນີນ​ໃນ​ວັນ​ທີ 17/7. ນີ້​ແມ່ນ​ການ​ເຈລະຈາ​ຂັ້ນ​ນັກວິຊາການ​ຄັ້ງ​ທີ 4 ​ເຊິ່ງຖືກຈັດ​ຂຶ້ນຢ່າງ​ຕໍ່​ເນື່ອງ​ໃນ​ຊຸມ​ວັນ​ຜ່ານ​ມາ. ພາຍຫຼັງ 3 ຄັ້ງ​ບໍ່​ໄດ້​ຮັບ​ຜົນກ່ອນ​ນັ້ນ. ​ເຖິງ​ວ່າ​ທັງສ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ລ້ວນ​ແຕ່​ສະ​ແດງ​ເຈດ​ຕະນາ​ດີ​ໃນ​ການ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ນີ້​ຄືນ​ໃໝ່ກໍ່ຕາມ, ​ແຕ່​ສິ່ງ​ດັ່ງກ່າວ​ບໍ່​ທັນ​ພຽງພໍ ​ເພື່ອ​ໃຫ້​ເຂດ​ອຸດສາຫະກຳ​ Kaesong, ​ເຊິ່ງ​ແມ່ນ​ສັນຍາ​ລັກ​ແຫ່ງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດຖະກິດ​ໜຶ່ງ​ດຽວລະຫວ່າງ​ສອງ​ພາກ​ເກົາຫຼີ​ຟື້ນຟູ​ຄືນ​ໃໝ່​ໄດ້.

ອາດ​ເຫັນ​ໄດ້​ວ່າ ບໍ່​ມີ​ຝ່າຍ​ໃດ​ມີ​ຜົນ​ປະ​​ໂຫຍ​ດ​ເມື່ອ​​ເຂດ​ອຸດສາຫະກຳ​ຮ່ວມ Kaesong ຢຸດຕິ​ການ​ເຄື່ອນ​ໄຫວ, ດັ່ງ​ນັ້ນ​ທັງສ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ລ້ວນ​ແຕ່​​ມານະ​ພະຍາຍາມ​ເຈລະຈາ​ເພື່ອ​ຟື້ນ​ຟູ​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ນີ້​ຄືນ​ໃໝ່. ຕາມ​ການ​ຄິດ​ໄລ່​ແລ້ວ, ​ເຂດ​ອຸດສາຫະກຳ​ຮ່ວມ Kaesong, ​ໂດຍ​ບັນດາ​ບໍລິສັດ ສ​ເກົາຫຼີ​ລົງທຶນ 100% (​ເກືອບ 900 ລ້ານ​ໂດ​ລາ​ສະຫະລັດ), ບໍ່​ພຽງ​ແຕ່​ມີ​ຄວາມ​ໝາຍ​ທາງ​ດ້ານ​ເສດຖະກິດ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ຄວາມ​ໝາຍ​ທາງ​ດ້ານ​ສັງຄົມ​ອີກ​ດ້ວຍ ​ເພາະວ່າ​ມັນ​ຈະ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ກຳມະກອນ ສປປ ​ເກົາຫຼີກວ່າ 53.000 ຄົນ. ຂໍ້​ຕົກລົງ​ອັດ​ປະຕູເຂດ​ອຸດສາຫະກຳ​ຮ່ວມ Kaesong ຂອງ​ພຽງ​ຢາງ​ເມື່ອ​ເດືອນ 4/2013 ນັ້ນ ​ໄດ້​ເຮັດ​ໃຫ້​ວົງ​ເງິນ​ການ​ຄ້າ​ສອງ​ສົ້ນ​ລະຫວ່າງ ສ​ເກົາຫຼີ ​ແລະ ສປປ ​ເກົາຫຼີ ​ໃນ​ເດືອນ 5 ຜ່ານ​ມາ​ຕົກ​ຢູ່​ໃນ​ຕົວ​ເລກ 0 ​ແລະ ກໍ່​ຄວາມ​ເສຍ​ຫາຍ​ເກືອບ 1 ຕື້​ໂດ​ລາ​ສະຫະລັດ​ໃຫ້​ກວ່າ 100 ບໍລິສັດຂອງ​ສ​ເກົາຫຼີ ທີ່​ມີ​ບັນດາ​ໂຮງງານ​​ເຄື່ອນ​ໄຫວ​ຢູ່​ທີ່​ນີ້.

ຍ້ອນ​ເຫດ​ນັ້ນ, ທັງ​ສອງ​ຝ່າຍ​ຈຶ່ງ​ຍົກ​ອອກວິວັດ​ການ​ດຳ​ເນີນ​ຮອບ​ເຈລະຈາ​ທີ 4 ພາຍຫຼັງ​ທີ່​ການ​ເຈລະຈາ​ຂັ້ນ​ນັກວິຊາການ​ຄັ້ງ​ທີ 3 ຖືກ​ດຳ​ເນີນ​ເມື່ອ​ຕອນ​ບ່າຍ​ວັນ​ທີ 15/7 ​ແຕ່​ບໍ່​ບັນລຸ​ໄດ້​ຂໍ້​ຕົກລົງ​ໃດໆ. ສາຍ​ເຫດ​ຕົ້ນ​ຕໍ່​ແມ່ນ​ຍ້ອນ​ທັງ​ສອງ​ຝ່າຍ​ລ້ວນ​ແຕ່​ບໍ່​ຮັບຜິດຊອບຕໍ່​ເລື່ອງ​ເຮັດ​ໃຫ້​ເຂດ​ອຸດສາຫະກຳຕ້ອງ​ຢຸດ​ຕິ​ການ​ເຄື່ອນ​ໄຫວ ກໍ່​ຄື​ບໍ່​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ວິທີ​ການ​ເຊື່ອມ​ຕໍ່​ການ​ເຄື່ອນ​ໄຫວ​ຂອງ​ເຂດ​ອຸດສາຫະກຳ​ນີ້. ທີ່​ການ​ເຈລະຈາ, ​ເຊີ​ອູ​ນ ​ສືບ​ຕໍ່​ສະ​ເໜີ​​ໃຫ້ພຽງ​ຢາງ​ຮັບຜິດຊອບ​ຕໍ່​ຄວາມ​ເສຍ​ຫາຍ​ຕ່າງໆ ​ເຊິ່ງບັນດາ​ບໍລິສັດ ສ​ເກົາຫຼີ ຕ້ອງ​ແບກ​ຫາບ ກໍ່​ຄື​ສະ​ເໜີ​ໃຫ້​ພຽງ​ຢາງ​ ຕ້ອງ​ຮັບປະກັນ​ບໍ່​ປະ​ໃຫ້​ເກີດ​ສະ​ພາບ​ຄື​ດັ່ງກ່າວ​ອີກ. ສ​ເກົາຫຼີ ກໍ່ຮຽກຮ້ອງ​ພັດທະນາເຂດ​ອຸດສາຫະກຳ​ຮ່ວມ Kaesong ​ໃຫ້​ກາຍ​ເປັນ​ເຂດ​ອຸດສາຫະກຳ​ສາກົນ ດ້ວຍ​​ເລື່ອງ​ເຫັນ​ດີ​ໃຫ້​ບັນດາ​ບໍລິສັດ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ​ຢູ່​ທີ່​ນີ້. ນີ້​ແມ່ນສິ່ງທີ່​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່ ສປປ​ ເກົາຫຼີ ​ເມື່ອ​ປະ​ເທດ​ນີ້​ຢາກ​ກີດຂວາງ​ການ​ເຄື່ອນ​ໄຫວ​ຕ່າງໆ​ຢູ່​ເຂດ​ອຸດສາຫະກຳ. ​ໃນ​ຂະນະ​ນັ້ນ, ຫົວໜ້າ​ຄະນະ​ເຈລະຈາ​ຂອງ ສປປ ​ເກົາຫຼີ​ ທ່ານ Park Chul – su ພັດ​ກ່າວ​ຫາ​ເຊີ​ອູ​ນ ຕ້ອງ​ຮັບຜິດຊອບ​ຕໍ່​ເລື່ອງ​ເຂດ​ອຸດສາຫະກຳ​ຮ່ວມ Kaesong ຖືກ​ຢຸດ​ຕິ​ການ​ເຄື່ອນ​ໄຫວ ຍ້ອນ​ການ​ຊ້ອມ​ຮົບ​ຮ່ວມ​ລະຫວ່າງ ສ​ເກົາຫຼີ ​ແລະ ອາ​ເມ​ລິ​ກາ. ວົງ​ການ​ສື່​ມວນ​ຊົນ ສປປ ​ເກົາຫຼີ ກໍ່​ຮຽກຮ້ອງ​ໃຫ້​ເຊີ​ອູ​ນ ຄວນ​ປ່ຽນ​ແປງ​ນະ​ໂຍບາຍ ​ແລະ ຫຼັກ​ໝັ້ນ ​ເພື່ອ​​ແກ້​ໄຂ​ສະພາບ​ບໍ່​ມີ​ທາງ​ອອກ ທີ່​ກ່ຽວຂ້ອງ​ເຖິງ​ເຂດ​ອຸດສາຫະກຳ Kaesong.

ເຂດອຸດສາຫະກຳຮ່ວມ Kaesong – ບັນຫາຄ້າງຄາໃນການພົວພັນລະຫວ່າງສອງພາກເກົາຫຼີ - ảnh 1

ເຂດ​ອຸດສາຫະກຳ Kaesong.
(ພາບ: hanoimoi.com.vn)

ຫາງ​ສຽງ​ຫວັງ​ວ່າ, ການ​ເຈລະຈາ​ຈະ​ບັນລຸ​ໄດ້ຂໍ້​ຕົກລົງ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ສອງ​ພາກ. ​ເຖິງ​ຢ່າງ​ໃດ​ກໍ່ຕາມ, ການ​ປະລາ​ໄຊ​ຂອງ​ຮອບ​ເຈລະຈາ​ຂັ້ນ​ນັກວິຊາການ​ຄັ້ງ​ທີ 2 (ວັນ​ທີ10/7) ​ແລະ ຄັ້ງ​ທີ 3 (ວັນ​ທີ 15/7) ນັ້ນ ​ແມ່ນ​ຍ້ອນ​ວ່າ ບໍ່​ມີ​ຝ່າຍ​ໃດ​ຮັບຜິດຊອບ,  ອັນ​ໄດ້​ກໍ່​ຄວາມ​ວິຕົກ​ກັງວົນວ່າ ​ສິ່ງ​ດັ່ງກ່າວ​ອາດ​ຈະ​ເກີດ​ຂຶ້ນ​​ໃນຮອບ​ເຈລະຈາ​ທີ 4 ​ເຊິ່ງ​ຈະ​ດຳ​ເນີນ​ໃນ​ໃກ້ໆ​ນີ້. ທ່ານ Chang Yong-seok, ນັກ​ຄົ້ນ​ຄ້ວາ​ຂັ້ນ​ສູງ​ຢູ່​ສະ​ຖາ​ບັນ​ຄົ້ນ​ຄ້ວາ​ສັນຕິພາບ ​ແລະ ​ເອກະ​ພາບ​ຂອງ​ມະຫາວິທະຍາ​ໄລ​ແຫ່ງ​ຊາດ​ເຊີ​ອູ​ນ, ​ໃຫ້​ຂໍ້​ສັງ​ເກດ​ວ່າ, ການ​ເຈລະຈາ​ກ່ຽວ​ກັບເຂດ​ອຸດສາຫະກຳ​ຮ່ວມ Kaesong  ອາດ​ຈະ​ຕ້ອງ​ດຳ​ເນີນ​ໃນ​ໄລຍະ​ເວລາ​ອັນ​ຍາວ​ນານ. ຕາມ​ສາ​ສະ​ດາ​ຈານ ຄົ້ນ​ຄ້ວາສ​ເກົາຫຼີ Kim Yong-hyun ຢູ່​ມະຫາວິທະຍາ​ໄລ Dongguk ​ແລ້ວ, ​ສິ່ງ​ທີ່​ກີດຂວາງ​ສອງ​ຝ່າຍ​ໃນ​ປະຈຸ​ບັນ​ແມ່ນ​ຫຼາຍ​ພໍ​ສົມຄວນ, ດັ່ງ​ນັ້ນທັງ​ສອງ​ຝ່າຍ​ຕ້ອງຊອກ​ຫາຈຸດ​ລວມ​ໃຫ້​ໄດ້

​ເລື່ອງ ສ​ເກົາຫຼີ, ​ແລະ ສປປ​ເກົາຫຼີ ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບເຂດ​ອຸດສາຫະກຳ​ຮ່ວມ Kaesong  ​ໄດ້​ເປັນ​ຂີດ​ໝາຍ​ບາດກ້າວ​ທຳ​ອິດ, ​ແຕ່​ກໍ່​ແມ່ນ​ບາດກ້າວ​ທີ່​​ຫຍຸ້ງຍາກທີ່​ສຸດ, ຖ້າ​ຫາກ​ທັງ​ສອງ​ຝ່າຍ​ບໍ່​​ຜ່ອນ​ສັ້ນ​ຜ່ອນ​ຍາວ, ບັນຫາເຂດ​ອຸດສາຫະກຳ​ຮ່ວມ Kaesong ​​ບໍ່​ໄດ້​ຮັບ​ການ​ແກ້​ໄຂ, ການ​ພົວພັນລະຫວ່າງ​ສອງ​ພາກ​ເກົາຫຼີ​ຈະ​ບໍ່​ສາມາດ​ພັດທະນາ​ໄດ້.

ຕອບກັບ

ຂ່າວ/ບົດ​ອື່ນ