ເຂົ້າເປັນສະມາຊິກ ອາຊຽນ: ບາດກ້າວເຊື່ອມໂຍງຍຸດທະສາດ

(vovworld)- ວັນ​ທີ 28/7 ​ເປັນ​ຂີດ​ໝາຍ 19 ປີ​ເຕັມ ທີ່​ຫວຽດນາມ​ເຂົ້າ​ເປັນ​ສະມາ​ຊິກ ອາ​ຊຽນ(28/7/1995-28/7/2014). 19 ປີ​ທີ່​ເຂົ້າ​ຮ່ວມ ອາ​ຊຽນ, ພຶດຕິ​ກຳ​ຕົວ​ຈິງ​ໄດ້​ພິສູດ​​ໃຫ​້​ເຫັນແຜນ​ນະ​ໂຍບາຍ​ເຂົ້າ​ເປັນ​ສະມາຊິກ ອາ​ຊຽນ ​ແມ່ນ​ລັດຖະນະ​ໂຍບາຍ​ຢ່າ​ຖືກຕ້ອງ, ທັນ​ການ, ມີ​ຄວາມ​ໝາຍ​ປະຫວັດສາດ ​ແລະ ຍຸດ​ທະ​ສາດ​ສຳຄັນ​ສຳລັບ​ຫວຽດນາມ.

ເຂົ້າເປັນສະມາຊິກ ອາຊຽນ: ບາດກ້າວເຊື່ອມໂຍງຍຸດທະສາດ - ảnh 1
photo:vtv.vn

        ວັນ​ທີ 28/7/1995, ຢູ່​ນະຄອນຫລວງ Bandar Seri Begawan ຂອງ​ບຣູ​ໄນ, ​ໃນ​ສຽງ​ເພງ​ຊາດ​ດັ່ງ​ຂຶ້ນ​ຢ່າງ​ສະຫງ່າ​ຜ່າ​ເຜີຍ, ທຸງຊາດ​ຫວຽດນາມ​ປີວ​ສະ​ບັດພ້ອມ​ກັບ​ທຸງຊາດ​ຂອງ 6 ປະ​ເທດ​ສະມາຊິກ​ອາ​ຊຽນ ​ເປີດ​ຫນ້າ​ປະຫວັດສາດ​ໃຫມ່​ຂອງ​ພາກ​ພື້ນ. ຫວຽດນາມ ​​ໄດ້​ຮັບ​ເຂົ້າ​ເປັນ​ສະມາຊິກ​ທີ 7 ຂອງ​ອາ​ຊຽນ ຢ່າງ​ເປັນ​ທາງການ. ​ເຫດການ​ນີ້ ​ເປັນ​ຂີດ​ໝາຍ​​ໃນ​ເສັ້ນທາງ​ເຊື່ອມ​​ໂຍງ​ເຂົ້າກັບ​ພາກ​ພື້ນ ​ແລະ ​ໂລກ​ຂອງ​ຫວຽດນາມ.

        ຜົນ​ປະ​ໂຫຍດຍຸດ​ທະ​ສາດ​ກັບ​ອາ​ຊຽນ

        19 ປີ ​ແມ່ນ​ໄລຍະ​ບໍ່​ຍາວ, ​ແຕ່​ໃນ​ຊຸ​ມ​ເດືອນ​ປີ​ນັ້ນ, ຫວຽດນາມ ບັນລຸ​ໄດ້ຜົນ​ງານ​ຫລາຍ​ຢ່າງ: ປະກອບສ່ວນ​ປັບປຸງ​ສັນຕິພາບ, ຄວາມ​ໝັ້ນຄົງ ທີ່​ສະດວກ​ກວ່າ​ໃຫ້​ແກ່​ການ​ພັດທະນາ, ​ເພີ່ມ​ເຕີມ​ໃຫ້​ການ​ພົວພັນ​ສອງ​ຝ່າຍ ດ້ວຍ​ການ​ພົວພັນ​ຫລາຍ​ຝ່າຍ​ໃນ​ອາ​ຊຽນ, ​ເຂົ້າ​ຮ່ວມ​ວິວັດ​ການ​ຮ່ວມ​ສຳພັນ​ດ້ານ​ເສດຖະກິດ​ພາກ​ພື້ນ​ຢ່າງ​ມີ​ປະສິດທິ​ຜົນ ຜ່ານ​ການ​ປະຕິບັດ​ສັນຍາ AFTA, ​ເຂດລົງທຶນ ອາ​ຊຽນ, ສ້າງ​ຄວາມ​ສະດວກ​ໃຫ້​ແກ່​ການ​ຄ້າ​ຂາຍ​ໃນ​ພາກ​ພື້ນ, ​ເຊື່ອມ​ຕໍ່​ເສັ້ນທາງ​ຄົມມະນາຄົມ, ​ເຄືອ​ຂ່າຍ​ໄຟຟ້າ, ​ອາຍ​ແກ​ສ, ຮ່ວມ​ມື​ໃນ​ບັນດາ​ຂົງ​ເຂດ​ກະສິກຳ - ປ່າ​ໄມ້-ການ​ປະມົງ, ຄົມມະນາຄົມ​ຂົນ​ສົ່ງ, ວັດທະນະທຳ, ຖະ​ແຫລ​ງຂ່າວ, ການ​ສຶກສາ, ພັດທະນາ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ປ້ອງ​ກັນ ​ແລະ ຕ້ານ​ອາດຊະຍາ​ກຳ, ​ໂລກລະບາດ. ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວີ​ງ ​ໃຫ້​ຖື​ວ່າ:

        “ຫວຽດນາມ​ເຂົ້າ​ເປັນ​ສະມາຊິກ​ ອາ​ຊຽນ​ເມື່ອ​ປີ 1995 ​ແລະ ນັ້ນ​ກໍ​ແມ່ນ​ຈຸດ​ເວລາ​ກຳນົດ​ທິດ​ສ້າງ​ປະຊາ​ຄົມ​ອາ​ຊຽນ. ຫວຽດນາມ ​ໄດ້​ຮັບປະກັນ​ປະຕິບັດ​ບັນດາຄວາມ​ຮັບຜິດຊອບ​ຂອງ​ປ​ະ​ເທດ​ສະມາຊິກ​ຢ່າງ​ຄົບ​ຖ້ວນ​ທີ່​ສຸດ ສຳລັບ​ບັນດາ​ຈຸດໝາຍ​ຊື່​ງ ອາ​ຊຽນ ​ໄດ້​ວາງ​ອອກ. ຫວນ​ຄືນ​ວິວັດ​ການ​ຈາກ​ຈຸດ​ເວລາ​ນັ້ນ​ມາ​ຮອດ​ປະຈຸ​ບັນ, ພວກ​ເຮົາ​ໄດ້​ຕັ້ງຫນ້າເຂົ້າ​ຮ່ວມ​ສ້າງ​ບັນດາ​ກົນ​ໄກ​ຢູ່​ຂັ້ນ​ພາກ​ພື້ນ.”

        ຍັງ​ມີ​ອີກ​ສິ່ງ​ຫນຶ່ງ​ທີ່​ສຳ​ຄັນ ນັ້ນ​ແມ່ນ ຫວຽດນາມ ສ້າງສາ​ຍພົວພັນ​ບ້ານ​​ໃກ້​ເຮືອນ​ຄຽງ​ທີ່​ດີ, ຮ່ວມ​ມື ​ແລະ ຊ່ວຍ​ເຫລືອ​ເຊິ່ງກັນ ​ແລະ ກັນ ບົນ​ຈິດ​ໃຈ​ເຄົາລົບ, ສະ​ເຫມີ​ພາບ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ, ບໍ່​ແຊກ​ແຊງ​ເຂົ້າ​ວຽກ​ງານ​ພາຍ​ໃນ​ຂອງ​ກັນ. ​ກາຍ​ເປັນ​ສະມາຊິກ ອາ​ຊຽນ ​ກໍສ້າງ​ທ່ວງທ່າ​ໃຫ້​ຫວຽດນາມ ​ເປີດກວ້າງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ກັບ​ບັນດາ​ຄູ່​ຮ່ວມ​ມື​ ​ນອກ​ ອາ​ຊຽນ, ​ເປັນ​ຕົ້ນ​ແມ່ນ​ບັນດາ​ປະ​ເທດ​ໃຫຍ່ ກໍ​ຄື​ເຂົ້າ​ຮ່ວມ​ບັນດາ​ຂອບ​ເຂດ​ຮ່ວມ​ມື​ສາກົນຢ່າງ​ເລິກ​ເຊິ່ງກວ້າງຂວາງ ຫລື ​ເຊື່ອມ​ຕໍ່​ພາກ​ພື້ນ​ຢ່າງ​ກວ້າງຂວາງ​ກວ່າ​ຄື: ອາ​ຊຽນ+3, ກອງ​ປະຊຸມສຸດ​ຍອດ ອາຊີ​ຕາ​ເວັນ​ອອກ (EAS), ​ເວທີ​ປາ​ໄສ​ຮ່ວມ​ມື ອາຊີ- ປາຊີ​ຟີ​ກ(APEC), ວິວັດ​ການ​ຮ່ວມ​ມື ອາຊີ - ​ເອີ​ລົບ(ASEM), ອົງການການຄ້າໂລກ(WTO), ຜ່ານນັ້ນ ປະກອບສ່ວນຍົກສູງບົດບາດ ແລະ ທີ່ຕັ້ງຂອງຫວຽດນາມ ໃນເວທີສາກົນ.

        ເປັນເຈົ້າການ,ຕັ້ງຫນ້າ ແລະ ມີຄວາມຮັບຜິດຊອບພ້ອມກັບ ອາຊຽນ

        ຍາມ​​ໃດ ຫວຽດນາມ​ກໍ​ກຳນົດ​ວ່າ ອາ​ຊຽນ ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ້ນ, ສາມັກຄີ ​ແລະ ​ເອກ​ະພາບ, ມີ​ບົດບາດ​​ແລະ ທີ່​ຕັ້ງສຳຄັນ​ໃນ​ເວທີ​ສາກົນ ​ແມ່ນ​ສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດພື້ນຖານ ​ແລະ ຍາວ​ນານ​ຂອງ​ຫວຽດນາມ. ສະ​ນັ້ນ 19 ປີຜ່ານມາ ພ້ອມ​ກັບ​ບັນດາ​ປະ​ເທດ​ສະມາຊິກ ອາ​ຊຽນອື່ນ, ຫວຽດນາມ ພ້ອມ​ກັບ​ອາ​ຊຽນ ​ໄດ້​ຜ່ານ​ຜ່າ​ບັນດາ​ຄວາມ​ແຕກ​ຕ່າງ​ກັນ ​ແລະ ສິ່ງ​ທີ່​ຄົງ​ຄ້າງ​ໂດຍ​ປະຫວັດສາດ​ປະ​ໄວ້, ຍູ້​ແຮງ​ການ​ຮ່ວມ​ມື​ຮອບດ້ານ​ບົນ​ຈິດ​ໃຈ​ມິດຕະພາບ ​ແລະ ສາມັກຄີ.

        ​ໃນ​ໄລຍະ​ແຫ່​ງການ​ພັດທະນາ​ໃຫມ່​ຂອງ​ອາ​ຊຽນ, ຫວຽດນາມ ສືບຕໍ່​​ແຜນ​ນະ​ໂຍບາຍ​ເຂົ້າ​ຮ່ວມ​ການ​ຮ່ວມ​ມື ອາ​ຊຽນ ຕາມ​ຈິດ​ໃຈ​ເປັນ​ເຈົ້າ​ການ, ຕັ້ງຫນ້າ ​ແລະ ມີ​ຄວາມ​ຮັບຜິດຊອບ​ຄື: ​ເປັນ​ເຈົ້າ​ການສະ​ເຫ​ນີບັນດາ​ຂໍ້​ລິ​ເລີ່​ມ ​ແລະ ​ແນວ​ຄວາມ​ຄິດ​ໃຫມ່ ​ເພື່ອ​ຊຸກຍູ້​ການ​ຮ່ວມ​ມື ​ແລະ ​ເພີ່ມ​ທະວີ​ການ​ຮ່ວມ​ສຳພັນ​ອາ​ຊຽນ, ຕັ້ງຫນ້າ ພ້ອມ​ກັບ ອາ​ຊຽນ ຮ່ວມ​ແຮງ​ຮ່ວມ​ໃຈ​ແກ້​ໄຂ​ບັນດາ​ບັນຫາ​ຫຍຸ້ງຍາກ,​ສັບສົນ​ກໍ​ຄື​ສິ່ງ​ທ້າ​ທາຍ​ພວມ​ວາງ​ອອກ ​ເພື່ອ​ຮັກສາ​ພະລັງ​ຊີວິດ​ກໍ​ຄື​ຄຸນ​ຄ່າ​ຂອງ ອາ​ຊຽນ ​ໃນ​ສະພາບ​ການ​ໃຫມ່. ທ່ານລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມກວາງ​ວີ​ງ ຢືນຢັນ​ວ່າ:

        “ຫວຽດນາມ ດຳລົງ​ຊີວິດ​ໃນ​ພາກ​ພື້ນ ອາຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້, ຖ້າ​ພາກ​ພື້ນ​ນີ້​ພັດທະນາ​​ຢ່າງ​ສັນຕິ​ພາບ ພວກ​ເຮົາ​ຈະ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ. ສະ​ນັ້ນ ພວກ​ເຮົາ ຕັ້ງ​ຜົນ​ປະ​​ໂຫຍ​ດຍຸດ​ທະ​ສາດ​ເຂົ້າ​ໃນ​ເລ່ືອງ ພັດທະນາ​ປະຊາ​ຄົມ ອາ​ຊຽນ, ​ແລະ ຖື​ວ່າ ນີ້​ແມ່ນ​ຜົນ​ປະ​ໂຫຍ​ດ​ແທດ​ຈິງ​ທີ່​ສຸດ. ​ເມື່ອ ອາ​ຊຽນ ກາຍ​ເປັນ​ປະຊາ​ຄົມ ນອກຈາກ​ສະພາບ​ສັນຕິພາບ,​ສະຖຽນ​ລະ​ພາບ, ພັດທະນາ ພວກ​ເຮົາ​ຍັງ​ຍາດ​ແຍ່ງ​ທ່າ​ໄດ້​ປຽບ​ຈາກ​ບັນດາ​ພື້ນຖານ​ເສດຖະກິດ​ໃນ​ອາ​ຊຽນ ​ເພື່ອ​ເພີ່ມ​ເຕີມ,ຫນູນ​ຊ່ວຍ​​ເຊິ່ງກັນ ​ແລະ ກັນ ​ແລະ ພ້ອມ​ກັນ​ພັດທະນາ.”

        ​ໃນ​ພາຍ​ພາກ​ຫນ້າ, ຫວຽດນາມ ພວມ​ສຸມ​ທຸກ​ຄວາມ​ມານະ​ພະຍາຍາມ ​ແລະ ​ແຫ​ລ່ງກຳລັງ ​ເພື່ອ​ປະກອບສ່ວນ​ຫັນ​ບັນດາ​ຈຸດໝາຍ​ຂອງ​ປະຊາ​ຄົມ​ອາຊຽນ ​ເປັນ​ລະອຽດ, ຜ່ານ​ນັ້ນ ປະກອບສ່ວນ​ຍົກ​ສູງ​ ບົດບາດ ​ແລະ ທີ່​ຕັ້ງ​ຂອງ​ຫວຽດນາມ ​ໃນ​ເວທີ​ສາກ​ົນ, ​ເຊີດ​ຊູ​ພາບ​ພົດ​ປະ​ເທດ​ຫວຽດນາມ ປ່ຽນ​ໃຫມ່ ​ແລະ ຂະຫຍັນ​ຂັນ​ເຄື່ອນ, ມີ​ແນວທາງ​ການ​ຕ່າງປະ​ເທດ​ເອກະລາດ, ​ເປັ​ນ​ເຈົ້າ​ຕົນ​ເອງ, ສັນ​ຕິ​ພາບ, ຮ່ວມ​ມື ​ແລະ ພັດທະນາ. ທ່ານ ຫງວຽນ​ຕຽນ​ມີ​ງ, ຫົວຫນ້າ​ກົມ​ອາ​ຊຽນ, ສັງກັດ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ​ໄດ້​ເນັ້ນ​ຫນັກ​ວ່າ:

        “​ເຮັດ​ແນວ​ໃດ​ເພື່ອ​ປັບປຸງ​ຄວາມ​ສາມັກຄີ, ສົມທົບ​ຫລັກ​ໝັ້ນ​ລວມຂອງ​ອາຊຽນ ​ໃນ​ບັນຫາ​ພາກ​ພື້ນ, ສາກົນ, ຮັກສາ​ບົດບາດ​ໃຈກາງ​ຂອງ​ອາຊຽນ. ນີ້​ແມ່ນ​ບັນຫາ​ສຳຄັນທີ່​ສຸດ ​ແລະ ມີ​ສິ່ງ​ທ້າ​ທາຍ​ຫລາຍ​ຢ່າງ. ຫວຽດນາມ ຈະ​ພ້ອມ​ກັບ​ບັນດາ​ປະ​ເທດ ອາ​ຊຽນ ຊຸກຍູ້​ວິວັດ​ການ​ຮ່ວມ​ສຳພັນ, ສ້າງ​ປະຊາ​ຄົມ: ​ເພີ່ມ​ທະວີ​ການ​ເຊື່ອມ​ຈອດ, ບັນຫາ​ພື້ນຖານ​ໂຄງ​ລ່າງ, ​ການ​ພົວພັນ​ລະຫວ່າງມະນຸດ​ກັບ​ມະນຸດ, ລະບອບ… ຫວຽນາມ ​ຈະ​ເພີ່ມ​ທະວີ​ການ​ສົມທົບ​ລະຫວ່າງ​ບັນດາ​ກະຊວງ,​ຂະ​ແຫນງ​ການ​ໃນ​ການ​ເພີ່ມ​ທະວີ​ການ​ຊຸກຍູ້​ໃນ​ອາ​ຊຽນ ​ເພື່ອ​ໃຫ້ການ​ເຂົ້າ​ຮ່ວມ​ອາ​ຊຽນຢ່າງ​ຄົບຊຸດ​ກວ່າ.”

        19 ປີ ​​​ແຫ່ງ​ໄລຍະ​ທີ່​ຫວຽດນາມ​ ​ເຊື່​ອມ​​ໂຍງ​ເຂົ້າ​ກັບ​ພາກ​ພື້ນ. ຫວຽດນາມ ​ໄດ້​ມີ​ການປະກອບສ່ວນ​ໃຫ້​ແກ່​ການ​ຄົງຕົວ, ພັດທະນາ​ຂອງ​ອາຊຽນ ​ແລະ ກໍ​ບັນລຸ​​ໄດ້​ບັນດາ​ໝາກ​ຜົນ​ໃນ​ເບື້ອງ​ຕົ້ນ. ​ໃນ​ພາຍ​ພາກ​ຫນ້າ​ຂອງ​ອາ​ຊຽນ, ​ເຖິງ​ວ່າ ຍັງ​ມີ​ກາລະ​ໂອກາດ​ຫລາຍ​ຢ່າງ​ເພື່ອ​ພັດທະນາ, ​ແຕ່​ມີ​ສິ່ງ​ທ້າ​ທາຍ​ບໍ່​ແມ່ນ​ຫນ້ອຍ ຮຽກຮ້ອງ​ຫວຽດນາມ ກໍ​ຄື​ບັນດາ​ສະມາຊິກ​ອື່ນ​ໃນ​ອາຊຽນ ຕ້ອງ​ເພີ່ມ​ທະວີ​ການ​ຮ່ວມ​ມື, ຮ່ວມ​ສຳພັນ​ຢ່າງ​ແຫນ້ນ​ແຟ​້ນກວ່າ​ອີກ, ພ້ອມ​ກັນ​ວາງ​ອອກ​ບັນດາ​ແນວ​ຄວາມ​ຄິດ​ໃຫມ່ ​ແລະ ບັນດາ​ມາດ​ຕະການ​ປະຕິບັດ​ບັນດາ​ແນວ​ຄວາມ​ຄິດ​ນີ້ ​ເພື່ອ​ສາມາດ​ຫັນ​ແນວ​ຄວາມ​ຄິດ​ຂອງ “ວິ​ໄສ​ທັດ 2020” ​ໃຫ້​ປະກົດ​ຜົນ​ເປັນ​ຈິງ, ສ້າງ​ປະຊາ​ຄົມ ອາ​ຊຽນ​ໃຫ້​ສຳ​ເລັດ ​ແລະ ກາຍ​ເປັນ​ປັດ​ໄຈ​ຫລັກ​ແຫ​ລ່ງຂອງ​ປະຊາ​ຄົມ​ອາຊີ.

ຕອບກັບ

ຂ່າວ/ບົດ​ອື່ນ