ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຢູ່ ຫວຽດນາມ

(vovworld) - ການ​ເຫຼື້ອ​ມ​ໃສ​, ​ເຊື່ອ​ຖືສາ​ສະ​ໜາ​ຢູ່ ຫວຽດ​ນາມ ແມ່ນ​ໜຶ່ງ​ໃນ​ບາງ​ບັນ​ຫາ​ເຊິ່ງ​ຫາງ​ສຽງ​ຢູ່​​ຝ່າຍ​ຕາ​ເວັນ​ຕົກ ເຄີຍ​ມີ​ຄວາ​ມ​ສົນໃຈ​​ໃນ​ບັນ​ດາ​ເວ​ທີ​ປາ​ໄສ​ສາ​ກົນ ກ່ຽວ​ກັບ​ການ​ຮັບ​ປະ​ກັນ​ສິດ​ທິ​ມະ​ນ​ຸ​ດ. ຍ້ອນ​ຂາດ​ຂໍ້​ມູນ​ຂ່າວ​ສານ ແລະ ຍັງ​ຮັກ​ສາ​ບາງແນວ​ຄິດ​ຕາຍ​ຕົວ ດັ່ງ​ນັ້ນ​ມີບ​າງ​ຄົນ​​ຍັງບໍ່​ທັນ​ເຂົ້າ​ໃຈ​ໝົດ​  ຫຼື ເຂົ້າ​ໃຈ​ຜິດ​ກ່ຽວ​ກັບ​ສະ​ພາບ​ການ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ. ຄວາມຈິງ​ແ​ມ່ນ, ຫວຽດ​ນາມ ມີ​ນະ​ໂຍ​ບາຍ​ສາ​ສະ​ໜາ​ຮັບ​ປະ​ກັນ​ຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ໃນ​ການ​ເຫຼື້ອມ​ໃສ, ​ເຊື່ອ​ຖືສາ​ສະ​ໜາ ຂອງ​ປະ​ຊາ​ຊົນ. ບົດ​ຂຽນ​ຂອງ​ບັນ​ນາ​ທິ​ການ ທ​ູ​ຮ​ວາ ດ້ວຍ​ຫົວ​ຂໍ້​ວ່າ “ເຂົ້າ​ໃຈ​​ຢ່າງຖືກ​ຕ້ອງ​ກ່ຽວ​ກັບ​ຄວາມ​ເສ​ລີ​ໃນ​ການ​ເຫຼື້ອ​ມ​ໃສ, ເຊື່ອ​ຖືສາ​ສະ​ໜາ​ຢູ່ ຫວຽດ​ນາມ”.

ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຢູ່ ຫວຽດນາມ - ảnh 1
ວັດ​​ນົມ, ໝູ່​ບ້ານ​ນົມ ຢູ່​ແຂວງ ຮືງ​ອຽນ
(ພາບ: ດຶກ​ແອງ)

ເພື່ອ​ຮັບ​ປະ​ກັນ​ສິດ​ເສ​ລີ​ໃນ​ການ​ເຫຼື້ອ​ມ​ໃສ ແລະ ເຊື່ອ​ຖືສາ​ສະ​ໜາ​ຂອງ​ປະ​ຊາ​ຊົນ, ກ່​ວາ​ເຄິ່ງ​ສະ​ຕະ​ວັດ​​ທີ່ຜ່ານ​ມາ, ລະ​ບົບ​ກົດ​ໝາຍ​ຂອງ ຫວຽດ​ນາມ ຍາມ​ໃດ​ກໍ່​ໄດ້​​ດັດ​ປັບ​ເພື່ອຕອບ​ສະ​ໜອງ​ຄວາມ​ຮ​ຽກ​ຮ້ອງ​ຕ້ອງ​ການ​ພຶດ​ຕິ​ກຳ​ຕົວ​ຈິງກໍ່​ຄື​​ເໝາະ​ສົມ​ກັບສາ​ກົນ. ສິ່ງ​ດັ່ງ​ກ່າວ​ຊ່ວຍ​ໃຫ້​ຊີ​ວິດ​ການ​ເປັນ​ຢູ່, ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ​ຂອງ ຫວຽດ​ນາມ ນັບ​ມື້​ນັບ​ໄດ້​ຮັບ​ການ​ຮັບ​ປະ​ກັນ​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ.

ນະ​ໂຍ​ບາຍ​ເສ​ລີ​ໃນ​ການ​ເຫຼື້ອ​ມ​ໃສ, ເຊື່ອ​ຖືສາ​ສະ​ໜາ

       ໃນ​​ໄລ​ຍະ​ກ່​ວາ 50 ປີ​ຜ່ານ​ມາ, ໄດ້ມີ​ເອ​ກະ​ສານ​ນິ​ຕິ​ກຳ​ກ່​ວາ 100 ສະ​ບັບ ​ທີ່ມີ​ ​ເນື້ອ​ໃນ​ປັບ​ປຸງ​ກ່ຽວ​ກັບ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ ໄດ້​ຮັບ​ການ​ປະ​ກາດ​ໃຊ້​​ເຊັ່ນ: ​ດຳ​ລັດ, ​ຈົດ​ໝາຍ​ລັດ​ຖະ​ການ, ຄຳ​ສັ່ງ… ນອກນັ້ນ, ຍັງ​ມີ​ເອ​ກະ​ສານ​ນິ​ຕິ​ກຳ​ຫຼາຍ​ສ​ະ​ບັບ​ທີ່​ໄດ້​ປັບ​ປຸງ​ມາດ​ຕາ ກ່ຽວ​ກັບຂົງ​ເຂດ​ກາ​ນ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ​ຄື: ​ປະ​ມວນກົດ​ໝາຍ​ແພ່ງ, ​ປະ​ມວນກົດ​ໝາຍ​​ອາ​ຍ​າ, ກົດ​ໝາຍ​ວ່າ​ດ້ວຍ​ທີ່​ດິນ… ພິ​ເສດ, ປີ 2013, ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ໄດ້​ຮັບ​ຮອງ​ເອົາ​ລັດ​ຖະ​ທຳ​ມະ​ນູນ ປີ 2013 ດ້ວຍຫຼາຍ​ເນື້ອ​ໃນ​ກ່ຽວ​ຂ້ອງ​ເຖິງ​ສິ​ດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ. ເປັນ​ຄັ້ງ​ທຳ​ອິດ, ​ທີ່ລັດ​ຖະ​ທຳ​ມະ​ນູນ​ໄດ້​ກຳ​ນົດ​ວ່າ ບໍ່​ພຽງ​ແຕ່​ພົນ​ລະ​ເມືອງ​ຈຶ່ງ​ມີ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​​ຫນາ​ເທົ່າ​ນັ້ນ ຫາກ​ຄວ​າມ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ​ແມ່ນ​ສິດ​ຂອງ​ທຸກ​ຄົນ ແລະ ​ໄດ້​ຮັບ​ການ​ປົກ​ປ້ອງ​ຈາກ​ລັດ. ອາດຈ​ະ​ເຫັນ​ແຈ້ງບັນ​ຫານີ້​ໃນ​ມາດ​ຕາ 24: “ທຸກຄົນ​ມີ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ, ​ເຊື່ອຖື ຫຼື ບໍ່​​ເຊື່ອຖື​ສາ​ສະ​ໜາ​. ບັນ​ດາ​ສາ​ສະ​ໜາມ​ີ​ຄວາມ​ສະ​ເໝີ​ພາບ​ຕໍ່​ກົດ​ໝາຍ; ລັດ​ເຄົາ​ລົບ ແລະ ​ປົກ​ປ້ອງ​ສິດ​ເສ​ລີ​ໃນ​ການ​ເຫຼື້ອ​ມ​ໃສ, ເຊື່ອ​ຖືສາ​ສະ​ໜາ; ບໍ່​ມີ​ໃຜ​ໄດ້​ລະ​ເມີດ​ຄວາມ​ເສ​ລີ​ໃນ​ການ​ເຫຼື້​ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ ຫຼື ສວຍ​ໃຊ້ການ​ເຫຼື້​ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ ເພື່ອ​ລະ​ເມີດ​ກົດ​ໝາຍ”.

        ​ຈຸ​ດ​ທີ່​ພົ້ນ​ເດັ່ນ​ກ່​ວາ​ນັ້ນແມ່ນ​ໃນ​ເດືອນ 11/2016, ​ເປັນ​ຄັ້ງ​ທຳ​ອິດ, ​ທີ່ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາໄດ້​ຮັບ​ການ​ຮັບ​ຮອງ​ເອົາ​ຈາກ​ສະ​ພາ​ແຫ່ງ​ຊາດ. ນີ້​ແມ່ນ​ຂີດ​ໝາຍ​ສຳ​ຄັນ​ຢືນຢັນ​ແນວ​ທາງ, ແຜນ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ຢ່າ​ງ​ເປີດ​​ອົກ​ເປີດ​ໃຈຂອງ ຫວຽດ​ນາມ ສຳ​ລັບ​ຄວາມ​​ຕ້ອງ​ການ​ໃນ​ຊີ​ວິດ​ທາງ​ດ້ານ​ຈິດ​ວີນ​ຍານ, ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສາ​ໜາ​ຂອງ​ປະ​ຊາ​ຊົນ, ຜ່ານນັ້ນ ໄດ້​ສົ່ງ​ເສີມໃຫ້​ປະ​ຊາ​ຊົນ​ທຸ​ກ​ຄົນ​ປະ​ກອບ​ສ່ວນ​ເສີມ​ຂະ​ຫຍາຍ​ກຳ​ລັງ​ແຮງ​ມະ​ຫາ​ສາ​ມັກ​ຄີ​​ທົ່ວປວງ​ຊົນ​ເພື່ອ​ສ້າງ​ສາ​ປະ​ເທດ​ ຫວຽດ​ນາມ ໃຫ້​ນັບ​ມື້​ນັບ​ພັດ​ທະ​ນາ.

ເຂົ້າໃຈຢ່າງຖືກຕ້ອງກ່ຽວກັບຄວາມເສລີໃນການເຫຼື້ອມໃສ, ເຊື່ອຖືສາສະໜາຢູ່ ຫວຽດນາມ - ảnh 2
ພວກ​ນ້ອງ​ນ້ອຍ​ເຂົ້າ​ຮ່ວມ​ພິ​ທີ​ບູ​ຊາ​ວັນ​ເພັງ​ເດືອນ 7
(ພາບ: ດຶກ​ແອງ)


​ຈຸດ​ເດັ່ນຫຼາຍ​ຢ່າງ​ກ່ຽວ​ກັບ​ຄວາມ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ

        ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ ປີ 2016 ໄດ້​ສະ​ແດງ​ໃຫ້​ເຫັນຢ່າງຖືກ​ຕ້ອງ​​ກ່ຽວ​ກັບທາດ​ແທ້​ຂອງ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ​ແມ່ນ​ສິດ​ທິ​ມະ​ນຸດ​ຕາມ​​ເນື້ອ​ໃນຈິດ​ໃຈ​ຂອງ​ລັດ​ຖະ​ທ​ຳ​ມະ​ນູນ ປີ 2013. ມາດ​ຕາ 6 ຂອງ​ກົດ​ໝາຍ​ໄດ້​ຊີ້​ແຈ້ງວ່າ: “ທຸກ​ຄົນ​ມີ​ສິດ​ເສ​ລ​ີ​ໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ, ເຊື່ອຖື ຫຼື ບໍ່​ເຊື່ອ​ຖື​ສາ​ສະ​ໜາ​ໃດ. ຜູ້​ຖືກ​ກັກ​ຂັງ​ກັກ​ຂັງ​ພາງ​ຕາມ​ຂໍ້​ກຳ​ນົດ​ຂອງ​ກົດ​ໝາຍ ​ຜູ​້​ພວມ​ປະ​ຕິ​ບັດ​ບັນ​ດາ​ມາດ​ຕະ​ການ​ໃນ​ໂຮງ​ຮຽນ​ດັ​ດ​ສາງ​ຕ່າງໆ, ຮາກ​ຖານ​​ສຶກ​ສາ​ບັງ​ຄັບ, ຮາກ​ຖານ​ບຳ​ບັດ​ຢາ​ເສບ​ຕິດ​ໂດຍ​ບັງ​ຄັບມີ​ສິດ​ໄດ້​ນ​ຳ​ໃຊ້ປື້ມ​ຄຳ​ພີ, ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ. ກົດ​ໝາຍ​ໄດ້​ເພີ່ມ​ເຕີມ​ພາກໜຶ່ງກ່ຽວ​ກັບ​ຄວາມ​ເສ​ລີ​ໃນ​ການ​ເຫຼື້ອມ​​ໃສ, ເຊື່ອ​ຖືສາ​ສະ​ໜາ​ເພື່ອ​ສ່ອງ​ແສງ​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ​ກ່​ວາກ່ຽວ​ກັບ​ຂອບ​​ເຂດ​ການ​ປັບ​ປຸງ​ຂອງ​ກົດ​ໝາຍ ກໍ່​ຄື​ສະ​ແດງ​ໃຫ້​ເຫັນ​ນະ​ໂຍ​ບາຍ​​ຂອງລັດ ໃນ​ການ​ເຄົາ​ລົບ ແລະ ​ປົ​ກ​ປ​້ອງ​ສິດ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ​ຂອງ​ທ​ຸກ​ຄົນ​ໂດຍ​ພື້ນ​ຖານ. ກ່ຽວ​ກັບ​ເລື່ອງ​ຈົດ​ທະ​ບ​ຽນ​ດຳ​ເນີນ​ຊີ​ວິດ​​ທາງສາ​ສະ​ໜາ, ກົດ​ໝາຍ ໄດ້​ຖືວ່ານີ້​ແມ່ນ​ການ​ເຄື່ອນ​ໄຫວ ເພື່ອ​ແນ​ໃສ່​ຕອ​ບ​ສະ​ໜອງ​ຄວາມ​ຕ້ອງ​ການ​​ທາງ​ດ້ານສາ​ສະ​ໜາ​ຂອງ​​ຜູ້​ເຊື່ອ​ຖື​ສາ​ສະ​ໜາ, ຫາກບໍ່​ຖື​ວ່າ​ແມ່ນ​ເງື່ອ​ນ​ໄຂ​ເພື່ອ​ສ້າງ​ຕັ້ງ​ອົງ​ການ​ສາ​ສະ​ໜາ. ກົດ​ໝາຍກໍ່​ເພີ່ມ​ເຕີມ​ເນື້ອ​ໃນ​ເລື່ອນ​ຊັ້ນ, ແຕ່ງ​ຕັ້ງ​ຜູ້​ຖື​ສັນ​ຊາດ​ຕ່າງ​ປະ​ເທດ​ເຄື່ອນ​ໄຫວ​ໃຫ້​ອົງ​ກ​ານ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ. ຊາວ​ຕ່າ​ງ​ປະ​ເທດ​ຢູ່​ອາ​ໄສ​ຢ່າງ​ຖືກ​ຕ້ອງ​ຕາມ​ກົດ​ໝາຍ ຫວຽດ​ນາມ ກໍ່​ມີ​ສິດ​ດຳ​ເນີນ​ຊີ​ວິດ​​ທາງສາ​ສະ​ໜາ, ເຂົ້າ​ຮ່ວມ​ການ​ເຄື່ອນ​ໄຫວ​ເຫຼື້ອມ​ໃສ, ​ເຊື່ອ​ຖື​ສາ​ສະ​ໜາ; ນຳ​ໃຊ້​ສະ​ຖານ​ທີ່​ຖືກ​ຕ້ອງ​ຕາມ​ກົດ​ໝາຍ​ເພື່ອ​ດຳ​ເນີນ​ຊີ​ວິດ​​ທາງສາ​ສະ​ໜາ​​ລວມ​ສູນ; ເຊື້ອ​ເຊີນ​ບັນ​ດາ​ຜູ້​​ມີຍົດ​ຖາ​ບັນ​ດາ​ສັກ, ນັກ​ບວດ​ມາ​ປະ​ຕິ​ບັດ​ບັນ​ດາ​ພິ​ທີ​​ທາງສາ​ສະ​ໜາ​, ສອນ​ສາ​ສະ​ໜາ; ເຂົົ້າ​ບ​ວດ​ຢູ່​ບັນ​ດາ​ຮາກ​ຖານ​ສາ​ສະ​ໜາ, ເຂົ້າ​ຮຽນ​ຢູ່​ຮ​າກ​ຖານ​ບຳ​ລຸງ​ສ້າງ​ສາ​ສະ​ໜາ ຫຼື ຊຸດ​​ບຳ​ລຸງ​ກ່ຽວ​ກັບ​ສາ​ສະ​ໜາ​ຂອງ​ອົງ​ການ​ສາ​ສະ​ໜາ​ຢູ່ ຫວຽດ​ນາມ; ນຳ​ເອົາບັນ​ດາສື່​ສິ່ງ​ພິມ​​ກ່ຽວ​ກັບສາ​ສະ​ໜາ, ​ອຸ​ປະ​ກອນ​ສາ​ສະ​ໜາ ເພື່ອ​ຮັບ​ໃຊ້​​ຄວາມ​ຕ້ອງ​ການ​ໃນ​ການ​ດຳ​ເນີນ​ຊີ​ວິ​ດ​ທາງສາ​ສະ​ໜາ​ຕາມ​ຂໍ້​ກ​ຳ​ນົດ​ຂອງ​ກົດ​ໝາຍ ຫວຽດ​ນາມ.”

        ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ​ປີ 2016 ໄດ້​ສະ​ແດງ​ໃຫ້​ເຫັນ​ທັດ​ສະ​ນະ​​ຢ່າງແທດ​ຈິງ, ການ​ກະ​ທຳ​ຢ່າງ​ລະ​ອຽດ​ຂອງ​ລັດ ຫວຽດ​ນາມ ໃນ​ຂົງ​ເຂດ​ສາ​ສະ​ໜາ. ກົດ​ໝາຍ​ໄດ້​ຮັບ​ຖື​ວ່າ​ໄດ້​ຕອບ​ສະ​ໜອງ​ຄວາມ​ມຸ່ງ​ມາດ​ປາດ​ຖະ​ໜາຂອງ​ຜູ້​ມີ​ຍົດ​​ຖະ​ບັນ​ດາ​ສັກ​ອົງ​ການ​ສາ​ສ​ະ​ໜາ, ສ້າງ​ເງື່ອນ​ໄຂ​​ຕອບສະ​ໜອງຄວາມ​ຕ້ອງ​ການ​ຂອງ​ປະ​ຊາ​ຊົນ​ໃນ​ການ​ດຳ​ເນີນ​ຊີ​ວິດ​ທາງ​ດ້ານ​ຈິ​ດ​ວີນ​ຍານ, ສົ່ງ​ເສີມ​ການ​ຜັນ​ຂະ​ຫຍາຍ​ບັນ​ດາ​ຄຸນ​ຄ່າ​ຂອງ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາສະ​ໜາໃນ​ຊີ​ວິດ​ສັງ​ຄົມ. ກົດ​ໝາຍ​ໄດ້​ຮັບ​ການ​ກຳ​ເນີດ​ແມ່ນ​ການ​ສະ​ແດງ​ໃຫ້​ເຫັນ​ວ່າ ຫວຽດ​ນາມ ນັບ​ມື້​ນັບ​ປະ​ຕິ​ບັດ​​ລັດ​ຖະ​ທຳ​ມະ​ນູນ, ກົດ​ໝາຍ​ວ່າ​ດ້ວຍ​ການ​ເຫຼື້ອມ​ໃສ, ເຊື່ອ​ຖືສາ​ສະ​ໜາ ໃນ​ວິ​ວັດ​​ແຫ່ງການ​ພັດ​ທະ​ນາ ແລະ ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ​ໄດ້​ດີ​ກ່​ວາ, ມີ​ປະ​ສິດ​ທິ​ຜົນ​ກ່​ວາ. ສ້າງ​ລະ​ບົບ​ກົດ​ໝາຍ​​ເພື່ອຕອບ​ສະ​ໜອງ​ຄວາມ​ຕ້ອງ​ການ​ດ້ານ​ຈິ​ດ​ວີນ​ຍານ​ຂອງ​ປະ​ຊາ​ຊົນ ແມ່ນ​ວິ​ທີທີ່ ຫວຽດ​ນາມ ໄດ້ ແລະ ພວມ​ມາ​ນະ​ພະ​ຍາ​ຍາມ​ຜັນ​ຂະ​ຫຍາຍ​ເພື່ອ​ໃຫ້​ຄວາມ​ເສ​ລີ​ໃນ​ການ​ເຫຼື້ອມ​ໃສ​ເຊື່ອ​ຖືສາ​ສະ​ໜາ​ຢູ່ ຫວຽດ​ນາມ ນັບ​ມື້​ນັບ​ໄດ້​ຮັບ​​ການ​ຮັບປະ​ກັນ.


ຂ່າວ/ບົດ​ອື່ນ