ເຄົາລົບກົດບັດສະຫະປະຊາຊາດເພື່ອຮັກສາສັນຕິພາບແລະຄວາມໝັ້ນຄົງສາກົນ

(VOVWORLD) -ເລື່ອງເຄົາລົບ ແລະ ປະຕິບັດຕາມກົດບັດສະຫະປະຊາຊາດ ແມ່ນປັດໃຈແກ່ນສານໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ສະກັດກັ້ນບໍ່ປະໃຫ້ເກີດສົງຄາມໂລກຄັ້ງໃໝ່

ເຄົາລົບກົດບັດສະຫະປະຊາຊາດເພື່ອຮັກສາສັນຕິພາບແລະຄວາມໝັ້ນຄົງສາກົນ - ảnh 1 ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງຊຸມເປີດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ

(ພາບ: UN)

ຢູ່ນິວຢອກ, ເປັນຄັ້ງທຳອິດທີ່ສະພາຄວາມໝັ້ນຄົງໄດ້ຮັບຮອງເອົາຖະແຫຼງການສະເພາະກ່ຽວກັບກົດບັດສະຫະປະຊາຊາດ. ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ໄດ້ເປັນປະທານກອງຊຸມເປີດຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ - ເຊິ່ງແມ່ນຂີດໝາຍສຳຄັນໂດຍຫວຽດນາມ ຈັດຕັ້ງໃນເດືອນທຳອິດທີ່ຫວຽດນາມ ເຂົ້າຮ່ວມ, ພ້ອມທັງຮັບໜ້າທີ່ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ແລະ ໄດ້ມີບົດກ່າວປາໄສສຳຄັນໃນບັນຫາດັ່ງກ່າວ.

        75 ປີກ່ອນນີ້, ຈາກຄວາມມຸງມາດປາດຖະໜາຢ່າງແຮງກ້າຂອງບັນດາປະຊາຊາດໃນໂລກ “ຫຼີກລ້ຽງເພື່ອໃຫ້ຄົນລຸ້ນຕ່າງໆໃນອະນາຄົດຫຼຸດພົ້ນອອກຈາກໄພເກີດສົງຄາມ”, ບັນດາຜູ້ກໍ່ຕັ້ງສະຫະປະຊາຊາດ ໄດ້ສ້າງກົດບັດດ້ວຍບັນດາຫຼັກການພື້ນຖານກ່ຽວກັບການຕ້ານສົງຄາມຮຸກຮານ, ສະເໜີພາບ, ເຄົາລົບເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ບໍ່ນຳໃຊ້ອາວຸດ ຫຼື ນາບຂູ່ນຳໃຊ້ອາວຸດ, ບໍ່ແຊກແຊງເຂົ້າວຽງານພາຍໃນຂອງປະເທດອື່ນ, ແກ້ໄຂບັນດາການຂັດແຍ້ງກັນໂດຍສັນຕິວິທີ. ບັນດາຫຼັກການພື້ນຖານດັ່ງກ່າວໄດ້ກາຍເປັນພື້ນຖານຂອງກົດໝາຍສາກົນທີ່ທັນສະໄໝປັບປຸງການພົວພັນຮ່ວມມື ແລະ ມິດຕະພາບລະຫວ່າງບັນດາປະເທດ, ຊຸກຍູ້ການສ້າງ ແລະ ພັດທະນາລະບົບກົດໝາຍສາກົນຢ່າງຮອບດ້ານ, ຈາກການຫຼຸດຜ່ອນກຳລັງອາວຸດ ແລະ ຊຸກຍູ້ສິດທິມະນຸດ, ຕະຫຼອດຮອດດ້ານເສດຖະກິດ, ການຄ້າ, ການປ່ຽນແປງຂອງດິນຟ້າອາກາດ…

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຢັ້ນຢືນວ່າ ປະຫວັດສາດແຫ່ງການພັດທະນາຂອງສະຫະປະຊາຊາດ ແມ່ນພະຍານຫຼັກຖານຢ່າງມີຊີວິດຊີວາທີ່ສຸດໃຫ້ແກ່ຄວາມໝາຍສຳຄັນຂອງກົດບັດ. ເລື່ອງເຄົາລົບ ແລະ ປະຕິບັດຕາມກົດບັດສະຫະປະຊາຊາດ ແມ່ນປັດໃຈແກ່ນສານໃນການຮັກສາສັນຕິພາບ, ຄວາມໝັ້ນຄົງສາກົນ, ສະກັດກັ້ນບໍ່ປະໃຫ້ເກີດສົງຄາມໂລກຄັ້ງໃໝ່, ຊຸກຍູ້ການເຈລະຈາ, ການປະນິປະນອມເພື່ອຊອກຫາມາດຕະການແກ້ໄຂໂດຍສັນຕິວິທີໃຫ້ແກ່ການປະທະກັນນັບຮ້ອຍຄັ້ງທີ່ເກີດຂຶ້ນຢູ່ບັນດາພາກພື້ນ. ຕາມທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ແລ້ວ, ເລື່ອງບໍ່ເຄົາລົບ ແລະ ບໍ່ປະຕິບັດຕາມບັນດາຫຼັກການຂອງກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ ໄດ້ ແລະ ພວມນາບຂູ່ເຖິງສັນຕິພາບ, ຄວາມໝັ້ນຄົງຂອງແຕ່ລະປະເທດ, ພາກພື້ນ ແລະ ສາກົນຢ່າງຮ້າຍແຮງ, ພ້ອມກັນນັ້ນກໍ່ພາໃຫ້ສະຫະປະຊາຊາດຢືນຢູ່ຕໍ່ໜ້າບັນດາສິ່ງທ້າທາຍຍາກທີ່ຈະຜ່ານຜ່າໄປໄດ້.

        ທ່ານຮອງນາຍົກລັດຖະມົນຕີ, ລັດຖະມົນຕີການຕ່າງປະເທດຫວຽດນາມ ຟ້າມບິ່ງມິງ ຖືວ່າ, ໂລກພວມມີການປ່ຽນແປງ, ດ້ວຍເລື່ອງນັບມື້ນັບມີບັນດາສິ່ງທ້າທາຍມີລັກສະນະທົ່ວໂລກປະກົດຕົວຂຶ້ນ ແລະ ໄດ້ສົ່ງຜົນກະທົບເຊິ່ງກັນແລະກັນ ບໍ່ມີປະເທດໃດສາມາດແກ້ໄຂພຽງລຳພັງຝ່າຍດຽວໄດ້. ໃນສະພາບການນັ້ນ, ກົດບັດສະປະຊາຊາດຍິ່ງນັບມື້ນັບມີການເສີມຂະຫຍາຍຄຸນຄ່າ. ຈຳເປັນຕ້ອງມີການກະທຳເພື່ອໃຫ້ສະຫະປະຊາຊາດກາຍເປັນບ່ອນສ່ອງແສງຜົນປະໂຫຍດລວມຂອງທຸກໆປະເທດສະມາຊິກ, ຊຸກຍູ້ລັດທິຫຼາຍຝ່າຍ ແລະ ການພົວພັນຮ່ວມມືສະເໝີພາບອີງໃສ່ກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນ. ນີ້ແມ່ນວິທີໜຶ່ງດຽວເພື່ອຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ຊຸກຍູ້ການພັດທະນາແບບຍືນຍົງ, ຕ້ານການປ່ຽນແປງຂອງດິນຟ້າອາກາດ, ແກ້ໄຂຜົນຮ້າຍຢ້ອນຫຼັງຈາກສົງຄາມ, ການຟື້ນຟູພາຍຫຼັງເກີດການປະທະກັນ… ເພື່ອໂລກແຫ່ງສັນຕິພາບ, ມີຄວາມຍຸຕິທຳ ແລະ ດີງາມກວ່າ.

        ຫວຽດນາມ ຖືວ່າ, ບັນດາປະເທດ, ເປັນເຈົ້າກຳຕົ້ນຕໍ ແລະ ສຳຄັນທີ່ສຸດຂອງການພົວພັນສາກົນທັນສະໄໝ, ມີຄວາມຮັບຜິດຊອບແຖວໜ້າໃນການຊຸກຍູ້ ແລະ ຮັບປະກັນການເຄົາລົບກົດບັດສະຫະປະຊາຊາດ ແລະ ກົດໝາຍສາກົນໃນທຸກຂັ້ນ. ຫວຽດນາມ ກໍ່ຖືວ່າ, ດ້ວຍຖານະແມ່ນອົງການກົດບັດ ມອບຄວາມຮັບຜິດຊອບຕົ້ນຕໍໃນການຮັກສາສັນຕິພາບ ແລະ ຄວາມໝັ້ນຄົງສາກົນ, ສະພາຄວາມໝັ້ນຄົງ ແລະ ບັນດາປະເທດສະມາຊິກຂອງສະພາຄວາມໝັ້ນຄົງ ຕ້ອງນຳໜ້າໃນຄວາມມານະພະຍາຍາມຮັບປະກັນການເຄົາລົບບັນດາທິດນຳ, ຈຸດປະສົງຂອງກົດບັດ.

        ທ່ານຮອງນາຍົກລັດຖະມົນຕີ ໄດ້ຍົກອອກ 3 ຂໍ້ສະເໜີນັ້ນແມ່ນ, ບັນດາປະເທດຄວນປັບປຸງຄຳໝັ້ນສັນຍາສຳລັບລັດທິຫຼາຍຝ່າຍ ເຊິ່ງສະຫະປະຊາຊາດເປັນໃຈກາງ. ປະເທດຄວນນຳໃຊ້ບັນດາກົນໄກ, ເຄື່ອງມືໂດຍສະຫະປະຊາຊາດໄດ້ວາງອອກຢ່າງຊຸດຂີດ, ໂດຍສະເພາະແມ່ນໃນການສະກັດກັ້ນການປະທະກັນ ແລະ ແກ້ໄຂບັນດາການຂັດແຍ້ງສາກົນໂດຍສັນຕິວິທີ. ທີ 2 ແມ່ນ, ບັນດາປະເທດຄວນມານະພະຍາຍາມຮ່ວມມື ເພື່ອແນໃສ່ເພີ່ມທະວີປະສິດທິຜົນ ແລະ ບົດບາດຂອງບັນດາອົງການຈັດຕັ້ງພາກພື້ນຢ່າງມີປະສິດທິຜົນ, ພິເສດແມ່ນໃນການສົມທົບກັບສະຫະປະຊາຊາດ ແລະ ສະພາຄວາມໝັ້ນຄົງສະຫະປະຊາຊາດ, ເພື່ອແນໃສ່ຮັກສາສັນຕິພາບ ແລະ ຄວາມໝັ້ນຄົງຢູ່ແຕ່ລະພາກພື້ນ, ຜ່ານນັ້ນປະກອບສ່ວນຮັບປະກັນສັນຕິພາບ, ຄວາມໝັ້ນຄົງສາກົນ. ສະພາບຕົວຈິງຢູ່ພາກພື້ນອາຊີຕາເວັນອອກສ່ຽງໃຕ້ ໄດ້ຊີ້ໃຫ້ເຫັນວ່າ ປະຊາຄົມອາຊຽນ ດ້ວຍກອບນິຕິກຳແມ່ນກົດບັດອາຊຽນ, ໄດ້ເອົາແນວຄວາມຄິດ ແລະ ແຫຼ່ງອາລົມຈາກກົດບັດສະຫະປະຊາຊາດ, ໄດ້ກາຍເປັນປະຊາຄົມມີຄວາມສະໜິດຕິດພັນ, ເປີດກວ້າງການຮ່ວມມື, ຢືນຢັນທີ່ຕັ້ງໃນໂຄງປະກອບຄວາມໝັ້ນຄົງພາກພື້ນ ກໍຄືບົດບາດເປັນໃຈກາງໃນການແກ້ໄຂບັນດາບັນຫາຂອງພາກພື້ນ, ຮັກສາສັນຕິພາບ, ຄວາມໝັ້ນຄົງ, ສະຖຽນລະພາບຂອງພາກພື້ນ ແລະ ສາກົນ.

        ທີ 3 ແມ່ນ, ບັນດາປະເທດຄວນຮັບປະກັນການເຄົາລົບບັນດາຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ ແລະ ຮັບປະກັນການວາງແຜນກຳນົດ ແລະ ຜັນຂະຫຍາຍບັນດາຍຸດທະສາດ, ນະໂຍບາຍພັດທະນາ, ຄວາມໝັ້ນຄົງ, ການປ້ອງກັນຊາດ ແລະ ການຕ່າງປະເທດຕ້ອງເໝາະສົມກັບບັນດາພື້ນຖານ ແລະ ຫຼັກການພື້ນຖານຂອງກົດໝາຍສາກົນ ແລະ ກົດບັດສະຫະປະຊາຊາດ, ຈາກນັ້ນສ້າງເປັນວັດທະນະທຳເຄົາລົບ ແລະ ປະຕິບັດຕາມກົດບັດສະຫະປະຊາຊາດ. ນີ້ແມ່ນວິທີໜຶ່ງດຽວເພື່ອສ້າງພື້ນຖານສັນຕິພາບແບບຍືນຍົງ.

        ໂດຍມີສະຕິຮັບຮູ້ບັນດາຄຸນຄ່າຂອງກົດບັດສະຫະປະຊາຊາດ, ຫວຽດນາມ ສະໜັບສະໜູນບັນດາທິດນຳ, ຈຸດປະສົງຂອງສະຫະປະຊາຊາດຢ່າງແຮງ ແລະ ຖະແຫຼງວ່າ ຈະປະຕິບັດຕາມບັນດາຫຼັກການພື້ນຖານຂອງກົດບັດສະຫະປະຊາຊາດ. ໂດຍແມ່ນປະເທດໄດ້ຜ່ານຄວາມເສຍຫາຍ, ເຈັບປວດຈາກສົງຄາມ ແລະ ພວມມານະພະຍາມປ່ຽນແປງໃໝ່, ພັດທະນາ, ເຊື່ອມໂຍງເຂົ້າກັບສາກົນ, ຫວຽດນາມ ມີຄວາມເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄຸນຄ່າ ແລະ ຄວາມໝາຍຂອງການປະຕິບັດຕາມກົດບັດສະຫະປະຊາຊາດ, ຖືນັ້ນແມ່ນວິທີສຳຄັນແຖວໜ້າ ເພື່ອເສີມສ້າງພື້ນຖານສັນຕິພາບແບບຍືນຍົງ, ນຳມາເຊິ່ງຄວາມວັດທະນາຖາວອນໃຫ້ແກ່ມວນມະນຸດ ແລະ ສ້າງຄວາມເປັນລະບຽບຮຽບຮ້ອຍຂອງໂລກ ໂດຍອີງໃສ່ກົດໝາຍກັບບັນດາການພົວພັນສາກົນໂດຍມີຄວາມຍຸດຕິທຳ, ສະເໝີພາບ ແລະ ມິດຕະພາບລະຫວ່າງບັນດາປະເທດ.

        ໂດຍແມ່ນປະເທດດຳລົງຕຳແໜ່ງກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ແມ່ນສະມາຊິກທີ່ຕັ້ງໜ້າ ແລະ ມີຄວາມຮັບຜິດຊອງຂອງສະຫະປະຊາຊາດ. ບົນຈິດໃຈ “ຄູ່ຮ່ວມມືເພື່ອສັນຕິພາບແບບຍືນຍົງ”, ຫວຽດນາມ ຈະມານະພະຍາຍາມປະກອບສ່ວນເຂົ້າໃນບັນດາການເຄື່ອນໄຫວຂອງສະຫະປະຊາຊາດ ແລະ ປະຊາຄົມສາກົນ ໃນການຮັບປະກັນການປະຕິບັດບັນດາທິດນຳ, ຈຸດປະສົງຂອງກົດບັດຢ່າງມີປະສິດທິຜົນ, ເພື່ອສັນຕິພາບ, ຄວາມໝັ້ນຄົງ ແລະ ການພັດທະນາແບບຍືນຍົງ.

ຕອບກັບ

ຂ່າວ/ບົດ​ອື່ນ