ເງິນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ-ແຫຼ່ງກຳລັງໃຫ່ຍຫຼວງໃຫ້ແກ່ການພັດທະນາ

ຈຳນວນ​​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາຫວຽດນາມ ​ໃນ​ຊຸມ​ປີຜ່ານມາ​ໄດ້​​ເພິ່ມຂຶ້ນ​ຢ່າງ​ໄວວາ. ປີ 2012, ​ໂດຍ​ບໍ່​ຫົວຊາ​ຕໍ່​ວິ​ກິດ​ການ​ເສດຖະກິດ​ໂລກ,  ຈຳນວນເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາຫວຽດນາມ ຍັງ​ບັນລຸ​ເກືອບ 10 ຕື້​ໂດ​ລາ​ສະຫະລັດ ຊື່​ງ​ໄດ້​ປະກອບ​ແຫຼ່ງກຳລັງ​ບໍ່​ແມ່ນ​ໜ້ອຍ​​ເຂົ້າໃນ​ການ​ສ້າງສາ ​ແລະ ພັດທະນາ​ເສດຖະກິດ​ຂອງ​ປະ​ເທດ​ຊາດ, ມີ​ບົດບາດ​ສຳຄັນ ​ເມື່ອ​ທຽບ​ກັບ​ບັນດາ​ແຫຼ່ງທຶນ​ອຸປະຖຳ​ຫລື​ແຫຼ່ງທຶນຊ່ວຍ​ເຫຼືອ​ເພື່ອ​ການ​ພັດທະນາ.

ເງິນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ-ແຫຼ່ງກຳລັງໃຫ່ຍຫຼວງໃຫ້ແກ່ການພັດທະນາ - ảnh 1

(ພາບ​ປະກອບ: gdtd.vn)

​   ໃນ 10 ປີມາ​ນີ້,  ຈຳນວນ​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາຫວຽດນາມ ບັນລຸ​ກ່ວາ 70 ຕື້​ໂດ​ລາ​ສະຫະລັດ.  ຈຳນວນ​​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາ ​ໄດ້​ປະກອບສ່ວນ​ເພິ່ມ​ເຕີມ​ແຫຼ່ງ​ເງິນຕາ​ຕ່າງປະ​ເທດ​ເປັນ​ປົກ​ກະຕິ​ໃຫ້​ແກ່​ຫວຽດນາມ, ໜູນ​ຊ່ວຍ​ການ​ດຸ່ນດຽງ​ດຸນ​ຊຳລະ​ແຫ່ງ​ຊາດ, ຫລຸດ​ກຳລັງ​ດັນ​ເພິ່ມອັດຕາ​ແລກປ່ຽນ​ເງິນຕາ. ​ໃນ​ປີ 2011-2012, ດຸນ​ຊຳລະ​ມີ​ສ່ວນ​ເກີນລື່ນ​ກາຍ​ການ​ຄາດ​ຄະ​ເນ, ພາຍຫຼັງ 2,3 ປີຖືກ​ຂາດ​ດຸນ. ທ່ານ​ຫງວຽນ​ແທນ​ເຊີນ (Nguyễn Thanh Sơn) ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ, ປະທານ​ຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ (ສັງກັດກະຊວງການ​ຕ່າງປະ​ເທດ​ຫວຽດນາມ) ​ໃຫ້​ຂໍ້​ສັງ​ເກດ​ວ່າ:

   “ໃນ​ 4 ປີ​ມາ​ນີ້, ຈຳນວນ​​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາ​ໄດ້​ເພີ່ມ​ເຂຶ້ນ​ເປັນ​ກ້າວໆ​ຄື: 10-15%. ​ເຖິງວ່າ​ເສດຖະກິດ​ໂລກ​ມີ​ບັນດາ​ການ​ຜັນ​ແປທີ່​ບໍ່​ດີ​ແຕ່​ປະຊາຊົນ​ຍັງ​ຝາກ​ເງິນ​ມາ​ປະ​ເທດ​ເພື່ອ​ລົງທຶນ. ສິ່ງ​ດັ່ງກ່າ​ວ​ສະ​ແດງໃຫ້​ເຫັນ​ວ່າຄວາມ​ຫຍຸ້ງຍາກ​ຂອງ​ເສດຖະກິດ​ໂລກ​ບໍ່​ແມ່ນ​ສິ່ງ​ທ້າ​ທາຍ​ສຳລັບ​ປະຊາຊົນ. ບັນຫາ​ຕົ້ນຕໍ​ແມ່ນ​ປະຊາຊົນ​ຍັງ​ສະຫງວນ​ອາລົມ​ຈິດ, ຄວາມ​ຮັກ​ແພງໃຫ້​ແກ່ປະ​ເທດ​ຊາດ”

ເງິນຂອງຊາວຫວຽດນາມອາໄສຢູ່ຕ່າງປະເທດຝາກມາ-ແຫຼ່ງກຳລັງໃຫ່ຍຫຼວງໃຫ້ແກ່ການພັດທະນາ - ảnh 2

ເງິນຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດ

ຝາກ​ມາຫວຽດນາມຜ່ານ World Bank

(ພາບ:vef.vn)

   ຖ້າ​ຫາກ​ວ່າ, ​ໃນ​ເມື່ອກ່ອນ, ຈຳນວນ​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາຫວຽດນາມ ສຸ່ມ​ໃສ່​ການ​ໃຊ້​ສອຍ​ເປັນຕົ້ນນັ້ນ, ​ໃນ 2,3 ປີ​ມາ​ນີ້, ພ້ອມ​ກັບ​ການ​ພັດທະນາ​ຂອງ​ພື້ນຖານ​ເສດຖະກິດ​ຢ່າງ​ໄວວາ​ນັ້ນ, ປະຊາ​ຄົມຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ ມີ​ຄວາມ​ສົນ​ໃຈ​ຕໍ່​​ບັນດາ​ກາລະ​ໂອກາດ​ລົງທຶນ​ຫາ​ກຳ​ໄລ​ຢູ່​ຫວຽດນາມ ຫຼາຍ​ກ່ວາ. ປະຈຸ​ບັນ, ຫວຽດນາມ ມີ​ກ່ວາ 2000 ​ໂຄງການ​ໂດຍຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ຈົດ​ທະບຽນ​ລົງທຶນ​ດ້ວຍ​ຍອດ​ຈຳນວນ​ທຶນ​ເກືອບ 6 ຕື້​ໂດ​ລາ​ສະຫະລັດ​ໃນ​ຫຼາຍ​ຂະ​ແໜງ​ຄື: ກະສິກຳ, ສາທາລະນະ​ສຸກ, ການ​ສຶກສາ, ອຸດສາຫະກຳ, ອະສັງຫາ​ລິ​ມະ​ຊັບ, ການທ່ອງທ່ຽວ. ທ່ານ​ຮ່ວາງ​ວັນ​ເລີມ (Hoàng Văn Lâm) ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ອາ​ເມ​ລິ​ກາ ​ໃຫ້​ຮູ້​ວ່າ:

    “​ປະຈຸ​ບັນ, ພ້ອມ​ກັບ​ການ​ເປີດ​ປະຕູ, ຫວຽດນາມ ​ໄດ້​ໃຫ້​ບຸລິມະສິດ, ສ້າງ​​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ເພື່ອ​ໃຫ້ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ​ຝາກ​​ເງິນ​ມາ​ລົງທຶນ. ຍ້ອນ​ໄດ້​ຮັບ​ເງື່ອນ​ໄຂ​ສະດວກ​ດ້ານ​ກົດໝາຍ, ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດມີ​ຄວາມ​ອຸ່ນ​ອຽນ​ໃຈ​ຝາກ​ເງິນ​ມາ​ລົງທຶນ​ຢູ່​ຫວຽດນາມ ຫລາຍ​ກ່ວາ

​   ຈຳນວນ​​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາ​ໄດ້​ເພີ່ມ​ຂຶ້ນ ​ແລະ ມີ​ຂອບ​ຂະໜາດ​ໃຫ່ຍຜ່ານ​ຫຼາຍ​ລະບົບ. ປະຈຸ​ບັນ,  ມີ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ກ່ວາ 100 ປະ​ເທດ ​ແລະ ​ເຂດ​​ແຄ້ວ​ນ​ໃນ​ໂລກ. ນອກຈາກ​ນັ້ນ​ແລ້ວ, ຈຳນວນ​​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາ​ໄດ້​ເພິ່ມຂຶ້ນ​ກໍ່​ຍ້ອນ​ລັດ​ໄດ້​ອອກ​ຫນັງສື​ອະນຸຍາດ​ໃຫ້​ບັນດາ​ອົງການ​ຈັດຕັ້ງ​ເຂົ້າຮ່ວມ​ການ​ຝາກ​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ ຄື​ກັນ​ກັບ​ບັນດາ​ທະນາຄານ​ການ​ຄ້າ, ​ໄປສະນີ, ບໍລິສັດ​ດຳ​ເນີນ​ທຸລະ​ກິດ​ການ​ບໍລິການ​ຝາກ​ເງິນ​ຂອງຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດ.

   ​​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດພວມ​ກາຍ​ເປັນ​ແຫຼ່ງກຳລັງ​ຫຼາຍ​ພໍ​ສົມຄວນ​ສຳລັບ​ພື້ນຖານ​ເສດຖະກິດ, ສະນັ້ນ, ລັດຖະບານ​ໄດ້​ຊີ້​ນຳ​ໃຫ້​ບັນດາ​ກະຊວງ, ຂະ​ແໜງ​ການກ່ຽວຂ້ອງ, ພິ​ເສດ​ແມ່ນ​ລະບົບ​ທະນາຄານຕ້ອງ​ດຶງ​ດູດ​ແຫຼ່ງກຳລັງ​ນີ້, ສ້າງ​ເງື່ອນ​ໄຂສະດວກ​ໃນ​ການປຸກລະດົມ ​ແລະ ປ່ອຍ​ເງິນ. ຕາມຄະນະ​ກຳມະການ​ແຫ່ງ​ຊາດ​ກ່ຽວ​ກັບ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ແລ້ວ, ປີ 2013, ທາງ​ຄະນະ​ກຳມະການ​ສືບ​ຕໍ່​ສະ​ເໜີ, ປັບປຸງ, ​ເພີ່ມ​ເຕີມບັນດາ​ເອກະສານ​ກ່ຽວຂ້ອງ​ເຖິ​ງກົດໝາຍ​ວ່າ​ດ້ວຍ​ສັນຊາດ​ປີ 2008 ​ເ​ພື່ອສ້າງ​ເງື່ອນ​ໄຂ​ອຳນວຍ​ຄວາມ​ສະດວກ​ໃນ​ບັນດາ​ລະບຽບ​ການ​ກ່ຽວຂ້ອງ​ເຖິງ​ສັນຊາ​ດ,​ກຳມະສິດນຳ​ໃຊ້​ເຮືອນ​ຢູ່, ການ​ລົງທຶນ​ໃຫ້​ແກ່​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ, ລັດ​ຄົ້ນຄ້ວາ​ເພື່ອ​ປະກາດ​ໃຊ້​ບັນດາ​ນະ​ໂຍບາຍ​ສົ່ງ​ເສີມ​ຜູ້​ໄດ້​ຮັບ​​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາ ຂາຍ​ເງິນຕາ​ຕ່າງປະ​ເທດ​ໃຫ້​ແກ່​ທະນາຄານ​ການ​ຄ້າຫຼື​ວ່າ​ມຸ້ງ​ໄປ​ເຖິງ​ການ​ນຳ​​ໃຊ້​​ເງິນຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາ​ລົງທຶນ​​ເຂົ້າ​ໃນ​ການ​ຜະລິດ​ດຳ​ເນີນ​ທຸລະ​ກິດໂດຍ​ກົງ. ນອກຈາກ​ນັ້ນ​ແລ້ວ, ບັນດາ​ອົງການ​ມີ່​ໜ້າ​ທີ່​ຮັບຜິດຊອບ​ກໍ່​ສົມທົບ​ກັນ​ເພື່ອ​ຮັບປະກັນ​ແຫຼ່ງ​ຄົນ​ງານ​ສົ່ງ​ອອກ, ປະກອບສ່ວນ​ດຶງ​ດູດ​​ເງິນຂອງ​ຊາວ​ຫວຽດນາມ​ ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາ. ທ່ານ​ຫງວຽນ​ແທນ​ເຊີນ (Nguyễn Thanh Sơn) ຮອງ​ລັດຖະມົນຕີ​ການ​ຕ່າງປະ​ເທດ​ຫວຽດນາມ ​ໃຫ້​ຮູ້​ວ່າ:

   “​ພວກ​ເຮົາ​ສືບ​ຕໍ່​ຜັນ​ຂະຫຍາຍມະຕິ​ເລກທີ 36 ຂອງ​ກົມ​ການ​ເມືອງສູນ​ກາງ​ພັກ ​ແລະ ​ໂຄງການ​ດຳ​ເນີນ​ງານ​ຂອງ​ລັດຖະບານ​ກ່ຽວ​ກັບ​ວຽກ​ງານ​ຂອງ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດຢ່າງຮອບດ້ານ​ຕາມ​ທິດ​ສືບ​ຕໍ່​ສ້າງ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍແລະກົນ​ໄກ​ຮັບປະກັນ​ບັນດາ​ສິດຜົນປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ຊາວ​ຫວຽດນາມອາ​ໄສ​ຢູ່​ຕ່າງປະ​ເທດ​​ໃຫ້​ສົມບູນ​ແບບ ​ເພື່ອ​ແນ​ໃສ່​ລະດົມ​ກຳ​ລົງ​ໃຈ​ເຂົາ​ເຈົ້າ​​ເພື່ອປະກອບສ່ວນ​ສ້າງສາ​ປະ​ເທດ​ຊາດ

   ທະນາຄານ​ໂລກ​ໄດ້​ຈັດຫວຽດນາມ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່ບັນດາ​ປະ​ເທດ​ມີ​ແຫຼ່ງເງິນຂອງ​ຊາວ​ຫວຽດນາມ​ອາ​ໄສ​ຢູ່​ຕ່າງປະ​ເທດຝາກ​ມາຫຼາຍກ່ວາ​ໝູ່, ກວມ​ເອົາ​ອັດຕາ​ສູງ​ພໍ​ສົມ​ຕວນ​ໃນ​ຈີ​ດີ​ພີ. ສະນັ້ນ, ​ເລື່ອງ​ດຶງດູດ ​ແລະ ນຳ​ໃຊ້​ແຫຼ່ງກຳລັງ​ນີ້​ຢ່າງ​ມີ​ປະສິດທິ​ຜົນ​ ໄດ້ ​ແລະ ພວມ​ປະກອບສ່ວນ​ສຳຄັນ​ເຂົ້າ​ໃນພາລະກິດ​ສ້າງສາ ​ແລະ ພັດທະນາ​ປະ​ເທດ​ຊາດ.

 

ຕອບກັບ

ຂ່າວ/ບົດ​ອື່ນ