ເຈລະຈາສ້າງຕັ້ງລັດຖະບານປະສົມຢູ່ ເຢຍລະມັນ: ຄວາມມານະພະຍາຍາມແກ້ໄຂສິ່ງກີດຂວາງສຸດທ້າຍ

(VOVWORLD) - ການເຈລະຈາສ້າງຕັ້ງລັດຖະບານປະສົມຢູ່ ເຢຍລະມັນ ດຳເນີນໄປລະຫວ່າງພັກກາງຊ້າຍ ປະຊາທິປະໄຕສັງຄົມ (SPD) ກັບສຳພັນທະມິດພັກນິຍົມຮັກສາເດີມສຳພັນທະມິດປະຊາທິປະໄຕ ແລະ ພັກສັງຄົມສາສະໜາຄຼິດ (CDU/CSU) ຂອງທ່ານນາງນາຍົກລັດຖະມົນຕີ Angela Merkel.
ເຈລະຈາສ້າງຕັ້ງລັດຖະບານປະສົມຢູ່ ເຢຍລະມັນ: ຄວາມມານະພະຍາຍາມແກ້ໄຂສິ່ງກີດຂວາງສຸດທ້າຍ - ảnh 1 ການນຳພັກ CSU Horst Seehofer (ຊ້າຍ) ແລະ ທ່ານນາງ Angela Merkel (ກາງ) ແລະ ການນຳພັກ SPD Martin Schulz (ຂວາ)  (ພາບ: THX/TTXVN)

ການເຈລະຈາສຸດທ້າຍກ່ຽວກັບການສ້າງຕັ້ງລັດຖະບານປະສົມຢູ່ ເຢຍລະມັນ ໄດ້ແກ່ຍາວເກີນຄາດຄະເນ (ວັນທີ 04 ກຸມພາ). ເຖິງວ່າ ບັນດາຝ່າຍບັນລຸໄດ້ຄວາມເຫັນດີເຫັນພ້ອມໃໝ່ກໍ່ຕາມ ແຕ່ຍັງມີບັນດາຄວາມຫຍຸ້ງຍາກ ກ່ອນທີ່ກ້າວເຂົ້າສູ່ຂໍ້ຕົກລົງສຸດທ້າຍ. ເລື່ອງເຫັນດີເປັນເອກະພາບແກ່ຍາວການເຈລະຈາ ເພື່ອແກ້ໄຂບັນດາສິ່ງກີດຂວາງສຸດທ້າຍ ກໍ່ສະແດງໃຫ້ເຫັນຄວາມຫວັງຂອງບັນດາຝ່າຍພັກ ໃນການຢຸດຕິສະພາບຈົນຕາແຈດ້ານການເມືອງບົນເວທີການເມືອງ ເຢຍລະມັນ ມາເປັນເວລາກ່ວາ 4 ເດືອນຜ່ານມາ ນັບແຕ່ພາຍຫລັງການເລືອກຕັ້ງສະພາແຫ່ງຊາດແຫ່ງສະຫະພັນ ເຢຍລະມັນເມື່ອເດືອນ ກັນຍາ ປີ 2017.

        ການເຈລະຈາສ້າງຕັ້ງລັດຖະບານປະສົມຢູ່ ເຢຍລະມັນ ດຳເນີນໄປລະຫວ່າງພັກກາງຊ້າຍ ປະຊາທິປະໄຕສັງຄົມ (SPD) ກັບສຳພັນທະມິດພັກນິຍົມຮັກສາເດີມສຳພັນທະມິດປະຊາທິປະໄຕ ແລະ ພັກສັງຄົມສາສະໜາຄຼິດ (CDU/CSU) ຂອງທ່ານນາງນາຍົກລັດຖະມົນຕີ Angela Merkel. ວິວັດທະນາການນີ້ ໄດ້ເລີ່ມເຄື່ອນໄຫວນັບແຕ່ເດືອນ ມັງກອນ 2018 ແລະ ຜ່ານຫລາຍລະບຽບການຫລາຍຢ່າງ ເພື່ອກ້າວເຂົ້າສູ່ຮອບເຈລະຈາສຸດທ້າຍນີ້.

ບັນດາບາດກ້າວທີ່ເປັນໜ້າຊື່ນຊົມ                                              .

        ຄືດັ່ງການຄາດຄະເນ, ສຳພັນທະມິດພັກນິຍົມຮັກສາເດີມສະພັນທະມິດປະຊາທິປະໄຕ / ສັງຄົມສາສະໜາຄຼິດ (CDU/CSU) ຂອງທ່ານນາງນາຍົກລັດຖະມົນຕີ Angela Merkel ຕ້ອງຜ່ານຜ່າບັນດາການຜ່ອນສັ້ນຜ່ອນຍາວກັບ SPD ຢ່າງແຂງກະດ້າງ ແລະ ຫຍຸ້ງຍາກໃນການເຈລະຈາທີ່ມີລັກສະນະຕັດສິນ. ເຖິງຢ່າງໃດກໍ່ຕາມ ບົນຈິດໃຈເຈດຕະນາດີຢ່າງສູງ ຄືຄຳໝັ້ນສັນຍາຂອງການນຳຈາກ 2 ຝ່າຍ, ບາງໝາກຜົນພົ້ນເດັ່ນກໍ່ບັນລຸໄດ້. ນັ້ນແມ່ນຄວາມເອກະພາບກ່ຽວກັບບາງບັນຫາໃໝ່ຄື: ເປົ້າໝາຍຕ້ານການປ່ຽນແປງຂອງດິນຟ້າອາກາດ, ປະກອບເງິນເບ້ຍບຳນານ ແລະ ການເຕົ້າໂຮມຄອບຄົວຂອງຊາວລີ້ໄພ.

        ກ່ຽວກັບ ເອີຣົບ, ບັນດາຝ່າຍເຫັນດີເປັນເອກະສັນ ກ່ຽວກັບເລື່ອງມີງົບປະມານລົງທຶນສະຫງວນໃຫ້ພາກພື້ນໃຊ້ສະກຸນເງິນລວມ ເອີຣົບ Eurozone, ຈະຢຸດຕິບັນດານະໂຍບາຍຮັດເຂັມຄັດກ່ຽວກັບງົບປະມານ. ນອກນັ້ນ,CDU/CSU ແລະ SPD ກໍ່ບັນລຸໄດ້ຄວາມເຫັນດີເຫັນພ້ອມໃນເລື່ອງ ຈະຊຸກຍູ້ການເກັບພາສີ “ຊັບເຈນ ແລະ ຍຸຕິທຳກ່ວາ” ສຳລັບບັນດາກຸ່ມບໍລິສັດເຕັກໂນໂລຢີໃຫຍ່ຂອງ ອາເມລິກາ ພວມເຄື່ອນໄຫວຢູ່ ເອີຣົບ ຄື: Google, Apple, Facebook ຫຼື Amazon. ເຖິງຢ່າງໃດກໍ່ຕາມ ບັນດາຂໍ້ຕົກລົງທັງໝົດກ່ຽວກັບ ເອີຣົບ ນີ້ ລ້ວນແຕ່ແມ່ນຄຳຖະແຫຼງເທົ່ານັ້ນ ແຕ່ຍັງບໍ່ທັນຍົກອອກບັນດາຕົວເລກລະອຽດເທື່ອ.

        ບັນດາໝາກຜົນທີ່ບັນລຸໄດ້ ນຳມາເຊິ່ງຄວາມປະເອີບໃຈກ່ຽວກັບວິວັດທະນາການແຫ່ງການເຈລະຈາ. ພ້ອມທັງ ກໍ່ສ່ອງແສງເຖິງທັດສະນະລວມຂອງ 2 ຝ່າຍ ກ່ຽວກັບຄວາມສຳຄັນຂອງເລື່ອງ ສ້າງຄັ້ງລັດຖະບານປະສົມຢູ່ ເຢຍລະມັນ ສຳລັບການກໍ່ສ້າງ ເອີຣົບ ເຂັ້ມແຂງ ແລະ ເອກະພາບ. ນີ້ແມ່ນບັນດາປັດໄຈສຳຄັນ, ກະທົບຕໍ່ຄວາມມານະພະຍາຍາມຂອງ CDU/CSU  ແລະ SPD ເພື່ອຕັດສິນໃຈຮັດແຄບຄວາມບໍ່ລົງລອຍກັນ.

ສິ່ງກີດຂວາງ

        2 ສິ່ງກີດຂວາງໃຫຍ່ສຸດທີ່ຂັດຂວາງ CDU/CSU ແລະ SPD ບັນລຸໄດ້ຂໍ້ຕົກລົງ ແມ່ນບັນຫາກົດໝາຍວ່າດ້ວຍແຮງງານ ແລະ ສາທາລະນະສຸກ. ທີ່ກ່ຽວຂ້ອງເຖິງກົດໝາຍວ່າດ້ວຍແຮງງານ, ຝ່າຍ SPD ຢາກຄວບຄຸມຢ່າງໜັກແໜ້ນກ່ວາກ່ຽວກັບເລື່ອງບັນດາບໍລິສັດສວຍໃຊ້ການເຊັນບັນດາສັນຍາໄລຍະສັ້ນກັບຊາວຜູ້ອອກແຮງງານ ເພື່ອຫລີກລ້ຽງພັນທະກ່ຽວກັບລະບອບປະກັນໄພ ຫລື ຮັບປະກັນຊີວິດສັງຄົມ. ເຖິງຢ່າງໃດກໍ່ຕາມ CDU/CSU ຄັດຄ້ານຂໍ້ສະເໜີນີ້ ແລະ ພຽງແຕ່ຕົກລົງຈະສ້າງກົດໝາຍ ເພື່ອສະກັດກັ້ນເລື່ອງບັນດາບໍລິສັດຕໍ່ກຳນົກເວລາສຳລັບບັນດາສັນຍາໄລຍະສັ້ນກັບຊາວຜູ້ອອກແຮງງານ.

        ກ່ຽວກັບດ້ານສາທາລະນະສຸກ, SPD ຢາກປ່ຽນແທນ 2 ລະບົບເບິ່ງແຍງດູແລສາທາລະນະສຸກພາກລັດ - ພາກເອກະຊົນ ພວມພ້ອມກັນເຄື່ອນໄຫວຢູ່ ເຢຍລະມັນ ດ້ວຍລະບົບເບິ່ງແຍງດູແລສາທາລະນະສຸກໜຶ່ງດຽວທີ່ສະຫງວນໃຫ້ພົນລະເມືອງທຸກຄົນ. ເຖິງຢ່າງໃດກໍ່ຕາມ, ຂໍ້ສະເໜີນີ້ ຍັງບໍ່ທັນໄດ້ຮັບການເຫັນດີຈາກ CDU/CSU.

        2 ບັນຫາດັ່ງກ່າວ ໄດ້ກໍ່ສິ່ງກີດຂວາງໃຫຍ່ຕໍ່CDU/CSU ແລະ SPD ຍ້ອນ SPD ຖືນີ້ແມ່ນ 2 ແນວໂຮມພົວພັນພາຍໃນສຳຄັນ ເພື່ອແນໃສ່ສ້າງຄວາມສະໜັບສະໜູນຈາກຝ່າຍອ່ຽງຊ້າຍໃນພັກນີ້ ກໍ່ຄືບັນດາສະມາຊິກພັກ ຊຶ່ງເຄີຍຂາດຄວາມເຊື່ອໝັ້ນຕໍ່ສະພາບການ SPD ສ້າງລັດຖະບານປະສົມໂດຍສຳພັນທະມິດກັບ CDU/CSU. ເລື່ອງ SPD ເຂົ້າຮ່ວມການເຈລະຈາກ່ຽວກັບການສ້າງຕັ້ງ “ມະຫາສຳພັນທະມິດ” ຄືນໃໝ່ກັບ CDU/CSU ໄດ້ກໍ່ຄວາມແບ່ງແຍກຢູ່ພາຍໃນພັກ SPD, ສະນັ້ນ ເລື່ອງຟື້ນຟູຄວາມສາມັກຄີໃນພັກ ແມ່ນເລື່ອງບຸລິມະສິດສຳຄັນ.

        ກ່ວາ 4 ເດືອນຜ່ານມາ, ປະເທດ ເຢຍລະມັນ ບໍ່ມີລັດຖະບານເປັນປົກກະຕິ. ສິ່ງດັ່ງກ່າວ ບໍ່ພຽງແຕ່ສົ່ງຜົນສະທ້ອນເຖິງການພັດທະນາຂອງປະເທດ ເຢຍລະມັນ ເທົ່ນນັ້ນ ຫາກຍັງແມ່ນບັນດາແຜນການປະຕິຮູບຄວາມມັກໃຫຍ່ໃຝ່ສູງຂອງສະຫະພາບ ເອີຣົບ ກໍ່ຖືກຮັບຜົນກະທົບ.

        ເພາະສະນັ້ນ, ເລືີ່ອງບັນລຸໄດ້ຂໍ້ຕົກລົງ ແນໃສ່ສ້າງຕັ້ງລັດຖະບານ “ມະຫາສຳພັນທະມິດ” ຢູ່ ເຢຍລະມັນ ແມ່ນສັນຍານດີ ສຳລັບທັງ ເຢຍລະມັນ ແລະ ເອີຣົບ./.   

ຕອບກັບ

ຂ່າວ/ບົດ​ອື່ນ