ເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ: ຄວາມປາດຖະໜາໄປຄຽງຄູ່ກັບຄວາມເປັນຫ່ວງ

ວັນ​ທີ 31/12/2015 ປະ​ຊາ​ຄົມ​ອາ​ຊຽນ​ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ຕາມ​ແຜນ​ການ​ໂດຍ​ບັນ​ດາ​ການ​ນຳ​ອາ​ຊຽນ​ຍົກ​ອອກ​ມາ. ນີ້​ຖືກ​ຖື​ວ່າ​ເປັນ​ຂີດ​ໝາຍ​ສຳ​ຄັນ​ໃນ​ວິ​ວັດ​ການ​ສ້າງ​ຕັ້ງ ແລະ ພັດ​ທະ​ນາ​ຂອງ​ກຸ່ມ​, ພ້ອມ​ກັນ​ນັ້ນ ກໍ​ເປັນ​ຂີດ​ໝາຍ​ໃນ​ວິ​ວັດ​ທະ​ນາ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນຂອງ​ຫວຽດ​ນາມ. ກາ​ລະ​ໂອ​ກາດ​ມີຫຼາຍ​ຢູ່ ແຕ່​ສິ່ງ​ທ້າ​ທາຍ​ກໍ​ໃຫຍ່ຫຼວງ, ຖ້າ​ຫາກບໍ່​ຮັບ​ຮູ້​ໄດ້​ເຖິງກາ​ລະ​ໂອ​ກາດ​ທີ່​ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ AEC ນຳ​ມາ​ໃຫ້​.

     

ເຊື່ອມໂຍງເຂົ້າກັບປະຊາຄົມເສດຖະກິດອາຊຽນ:  ຄວາມປາດຖະໜາໄປຄຽງຄູ່ກັບຄວາມເປັນຫ່ວງ - ảnh 1

      ປະ​ຊາ​ຄົມ​ອາ​ຊຽນ​ອີງ​ໃສ່ 3 ເສົາ​ຄ້ຳ​ຕົ້ນ​ຕໍ,    ນັ້ນແມ່ນ​ການ​ເມືອງ -     ຄວາມ​ໝັ້​ນຄົງ, ເສດ​ຖະ​ກິດ ແລະ ວັດ​ທະ​ນະ​ທຳ-ສັງ​ຄົມ, ໃນ​ນັ້ນ​ເສດ​ຖະ​ກິດ​​ສວມ​ບົດ​ບາດເປັນ​ພື້ນ​ຖານ​ຂອງ​ການ​ເຊື່ອມ​ໂຍງ.

   ຂອບ​ເຂດ​ການ​ເຄື່ອນ​ໄຫວ​ກ້​ວາງ​ຂວາງ, ໂອ​ກາດ​ເປີດ​ກ້​ວາງ

 ກາ​ລະ​ໂອ​ກາດ​ທີ່​ໃຫຍ່​ກ່​ວາ​ໝູ່​ຂຶ່ງ​ຫວຽດ​ນາມ​ໄດ້ຮັບ​ຜົນ​ປະ​ໂຫຍດ​ຈາກ AEC, ນັ້ນ​ແມ່ນ​ສ້າງ​ໃຫ້​ມີ​ຕະຫຼາດ​ພາກ​ພື້ນ​ຮ່ວມ​ສຳ​ພັນ​ຂະ​ນະ​ທີ່​ທຸກໆ​ຮົ້ວ​ກີດ​ຂວາງ​ດ້ານ​ພາ​ສີ, ປອດ​ພາ​ສີ​ລະ​ຫວ່າງ 10 ປະ​ເທດ​ຖືກ​ຍົກ​ເລີກ, ບັນ​ດາ​ປະ​ເທດ​ອາ​ຊຽນຈະ​ມີ​ຕະຫຼາດ​ດ້ວຍ​ຈຳ​ນວນ​ປະ​ຊາ​ກອນ 625 ລ້ານ​ຄົນ ແລະ GDP ບັນ​ລຸ 2.600 ຕື້ USD. ປະ​ຈຸ​ບັນ ອາ​ຊຽນ​ແມ່ນ​ຄູ່​ຄ້າ​ໃຫຍ່​ອັນ​ດັບ​ໜຶ່ງ​ຂອງ​ຫວຽດ​ນາມ. ນີ້​ກໍ​ແມ່ນ​ຕະຫຼາດ​ລົງ​ທຶນ​ຢູ່​ຕ່າງ​ປະ​ເທດ​ໃຫຍ່ກວ່າ​ໝູ່​ຂອງ​ຫວຽດ​ນາມ. ບົນ​ພື້ນ​ຖ​ານລະ​ດັບ​ການ​ພົວ​ພັນ​ການ​ຄ້າ​ເຊັ່ນນັ້ນ, ເມື​່ອ AEC ໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ, ແມ່ນ​ຈະເປີດຫຼາຍ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ເສດ​ຖະ​ກິດ​ຂອງ​ຫວຽດ​ນາມ. ທ່ານ​ຫງວຽນ​ເຊີນ ຮອງ​ຫົວ​ໜ້າ​ກົມ, ຄະ​ນະ​ກຳ​ມະ​ການ​ກ່ຽວ​ກັບ​ການ​ຮ່ວມ​ມື​ເສດ​ຖະ​ກິດ​ສາ​ກົນ, ກະ​ຊ​ວງ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ໃຫ້​ຂໍ້​ສັງ​ເກດ​ວ່າ : 

    “ ກາ​ລະ​ໂອ​ກາດ​ທີ 1, ນັ້ນແມ່ນ​ຕະຫຼາດ​ພາກ​ພື້ນ​ຮ່ວມ​ສຳ​ພັນ, ກາ​ລະ​ໂອ​ກາດ​ດຳ​ເນີນ​ທຸ​ລະ​ກິດ​ໄດ້​ຮັບ​ການ​ເປີດ​ກ້​ວາງ. ທີ 2 , ອາ​ຊ​ຽນ ກໍ​ຄື​ບັນ​ດາ​ປະ​ເທດ​ໃນພາກ​ພື້ນ​ລ້ວນ​ແຕ່​ມີ FTA. ວິ​ສາ​ຫະ​ກີດ​ແຫ່ງ​ໜຶ່ງ​ຂອງ​ຫວຽດ​ນາມ​ເມື່ອ​ລົງ​ທຶນ​ເຂົ້າ​ຕະຫຼາດນີ້ ບໍ່​ພຽງ​ແຕ່​ໄດ້​ແຊກ​ຊຶມ​ເຂົ້າ​ຕະຫຼາດ​ພາກ​ພື້ນ​ອາ​ຊຽນ​ເທົ່າ​ນັ້ນ, ຫາກ​ຍັງ​ມີ​ໂອ​ກາດ ແຊກ​ຊຶມ​ເຂົ້າບັນ​ດາ​ຕະຫຼາດຊຶ່ງ​ອາ​ຊຽນພວມ​ມີ FTA ອີກ​ດ້ວຍ. ດ້ວຍ​ຕາ​ໜ່າງທີ່​ກ້​ວາງ​ຂວາງ​ດ້ວຍບ​ັນ​ດາ FTA ຊຶ່ງ​ຫວຽດ​ນາມ​ກໍ​ຄື ບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້​ລົງ​ນາມນັ້ນ, ອາ​ຊຽນ​ພວມ​ກາຍ​ເປັນ​ພາກ​ພື້ນ​ແກ່ງ​ແຍ້ງ​ຢ່າ​ງ​ຂ້ຽວ​ຂາດ​ກ່ຽວ​ກັບ​ການ​ດຶງ​ດູດ​ເງິນ​ລົງ​ທຶນ​ຈາກ​ຕ່າງປະ​ເທດ​ເມື່ອ​ທຽບ​ໃສ່ຫຼາຍ​ພາກ​ພື້ນ​ອື່ນໆ”

    AEC ບໍ່​ມີພຽງ​ແຕ່​​ເງື່ອນ​ໄຂ​ທີ່​ດີເທົ່າ​ນັ້ນ

      ແຕ່​ເລື່ອງ​ກາຍ​ເປັນ​ປັດ​ໄຈ​ໜຶ່ງ​ຂອງ AEC ສຳ​ລັບ​ຫວຽດ​ນາມ ແມ່ນບໍ່​ງ່າຍ​ດາຍ. ປະ​ຊາ​ຄົມ​ເສດ​ຖະ​ກິດອາ​ຊຽນໄດ້​ຮັບ​ການ​ສ້າງ​ຕັ້ງ​ຂຶ້ນ ກໍ​ມີ​ຄວາມ​ໝາຍ​ເຊັ່ນ​ດຽວ​ກັນ​ກັບ​ເລື່ອງ​ບັນ​ດາ​ຕະຫຼາດ​ລ້ວນ​ແຕ່​ມີ​ຄວາມ​ສະ​ເໝີ​ພາບເຊັ່ນ​ກັນ. ຖ້າ​ຫາກ​ຕະຫຼາດ​ໜຶ່ງບໍ່​ມີເງື່ອນ​ໄຂ​ສະ​ດວກ ຈະ​ຖືກ​ຕົກ​ຕ່ຳ​ຖອຍຫຼັງ​ກວ່າ ຍ້ອນ​ຄວາມ​ແກ່ງ​ແຍ້ງ​ຢູ່​ພາຍ​ໃນ​ຢ່າງ​ຂ້ຽວ​ຂາດ​ກ່​ວາ. ຖ​້າ​ຫາກ​ສະ​ພາບ​ແວດ​ລ້ອມ​ແຫ່ງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ ບໍ​່ສາ​ມາດ​ດຶງ​ດູດ​ນັກ​ລົງ​ທຶນນັ້ນ, ຊ້ຳ​ບໍ່​ໜຳ​ ມີ​ບັນດາ​ນັກ​ລົງ​ທຶນ​ພວມ​ທຳ​ມາ​ຄ້າ​ຂາຍ​ກັບ​ຫວຽດ​ນາມ ຈະ​ຫັນ​ການ​ລົງ​ທຶນໄປ​ສູ່ປະ​ເທດ​ອາຊຽນ​ອື່ນໆ​ທີ່​ມີ​ເງື່ອນ​ໄຂ​ສະ​ດວກ​ກວ່າກ່ຽວ​ກັບການ​ລົງ​ທຶນ, ແຮງ​ຊື້​ໃນ​ຕະຫຼາດ ແລະ ຂອບ​ຂະ​ໜາດ​ການ​ຜະ​ລິດ. ໃນ​ຂະ​ນະ​ນັ້ນ, ໃນ​ຕາ​ຕະ​ລາງ​ຈັດ​ອັນ​ດັບ​ກ່ຽວ​ກັບ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ທົ່ວ​ໂລກ​ຂອງ​ເວ​ທີ​ປາ​ໄສ​ເສດ​ຖະ​ກິດ​ໂລກ. ເຖິງວ່າ​ຫວຽດ​ນາມ​ໄດ້​ປົວ​ແປງ​ທີ່​ຕັ້ງ​ຂອງ​ຕົນ​ກໍ​ຕາມ, ແຕ່ບໍ່​ທັນ​ມີ​ຍາມ​ໃດ​ສາ​ມາດ​ຜ່າ​ນຜ່າ 6 ປະ​ເທດ​ສະ​ມາ​ຊິກ​ເກົ່າ​ຂອງ​ອາ​ຊຽນ​ໄດ້ ແລະ ຫວຽດ​ນາມ​ຍັງ​ຖືກ​ຈັດຢູ່ໃນ​ອັນດັບ​ຕ່ຳ​ກວ່າ​ຫມູ່​ໃນ 3 ຂົງ​ເຂດ​ເຊັ່ນ: ຄວາມ​ກະ​ຈ່າງ​ແຈ້ງ​ທາງ​ດ້ານ​ນະ​ໂຍ​ບາຍ, ນະ​ໂຍ​ບາຍ​ພາ​ສີ​ອາ​ກອນ ແລະ ພາ​ສີ. ສ່ວນ​ໃນ​ດ້ານ​ການ​ຄ້ານັ້ນ, ສິ່ງ​ທ້າ​ທາຍ​ຢ່າງ​ໃຫຍ່ຫຼວງ​ທີ່​ສຸດສຳ​ລັບ​ຫວຽດ​ນາມ ແມ່ນ​ນັບ​ແຕ່ນີ້​ເຖິງ​ປີ 2018 ແມ່ນ​ຕ້ອງ​ລົບ​ລ້າງ​ພາ​ສີ​ສຳ​ລັບ 7% ປະ​ເພ​ດ​ພາ​ສີ​ທີ່​ສະ​ດຸ້ງ​ໄວ( ປະ​ມານ 400 ປະ​ເພ​ດພາ​ສີ). ບັນ​ດາ​ປະ​ເພດ​ພາ​ສີນີ້​ ເມື່ອ​ກ່ອນນີ້​ຖືກ​ຈັດ​ເຂົ້າ​ສາ​ລະບານພາ​ສີ​ທີ່​ສະ​ດຸ້ງ​ໄສ ໝາຍ​ຄວາມ​ວ່າ​ບັນ​ດາ​ປະ​ເພດ​ສິນ​ຄ້າ​ຂອງ​ຫວຽດ​ນາມ​ທີ່ມີ​ຄວາມ​ສາ​ມາດ​ແກ່ງ​ແຍ້ງ​ຕ່ຳ . ນອກ​ຈາກນັ້ນ, ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຍັງ​ບໍ່​ເອົາ​ໃຈ​ໃສ່​ຕໍ່​ໜ້າ​ວິ​ວັດ​ການ​ສ້າງ​ຕັ້ງ ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ. ທ່ານ​ຝ້າມ​ບີງ​ອານ, ຜູ້​ອຳ​ນວຍ​ການ ສູນ WTO ນະ​ຄອນ​ໂຮ່​ຈິ​ມິນ ຖື​ວ່າ : 

   “ ຂ້າ​ພະ​ເຈົ້າ​ຖື​ວ່າ ບັນ​ດາ​ວິ​ສາ​ຫະ​ກິດ​ໃນ​ປະ​ຈຸ​ບັນ ມີ​ຂໍ້​ມູນ​ຂ່າວ​ສານ​ໜ້ອຍ​ທີ່​ສຸດ​ກ່ຽວ ປະ​ຊາ​ຄົມ​ເສດ​ຖະ​ກິດ​ອາ​ຊຽນ. ສຳ​ລັບ​ສິ່ງນີ້, ພວກ​ຂ້າ​ພະ​ເຈົ້າ​ໄດ້​ມີ​ການ​ສຳຫຼວດ​ແລ້ວ. ນີ້​ແມ່ນ​ສິ່ງທ້າ​ທາຍ​ຢ່າງ​ໃຫຍ່ຫຼວງ​ທ​ີ່​ສຸດ​ເພາະ​ວິ​ສາ​ຫະ​ກິດບໍ່​ຍາດ​ແຍ່ງ​ກາ​ລະ​ໂອ​ກາດ​ຂອງ​ຕົນ ຫຼື​ເມື່ອ​ຮູ້​ວ່າ​​ມີ​ສິ່ງ​ທ້າ​ທາຍ, ແຕ່ບໍ່​ມີ​ການ​ກະ​ກຽມ​ຮັບ​ມື. ເປັນ​ອັນ​ວ່າ ວິ​ສາ​ຫະ​ກິດ​ຂອງ​ເຮົາ​ຈະ​ຖືກ​ເສຍ​ປຽບຫຼາຍ​ເມື່ອ​ເຮົາ​ເຂົ້າ​ຮ່ວມ AEC ”

      ການ​ເຄື່ອນ​ໄຫວ​ມະ​ຫາ​ພາກ ແລະ ຄວາມ​ເປັນ​ເຈົ້າ​ຂອງວິ​ສາ​ຫະ​ກິດ

  ເຂົ້າ​ໃຈ​ໄດ້​ເຖິງສິ່ງ​ທ້າ​ທາຍ​ໃໝ່ເພື່ອສາ​ມາດ​ຍາດ​ແຍ່ງ​ກາ​ລະ​ໂອ​ກາດໄດ້​. ນັ້ນ​ແມ່ນ​ສິ່ງ​ທີ່​ບັນ​ດາ​ຜູ້​ວາງ​ນະ​ໂຍ​ບາຍ​ກໍ​ຄື​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ​ຕ້ອງ​ເຮັດ. ໃນ​ກອງ​ປະ​ຊຸມ​ສຳ​ມະ​ນາ​ຖືກ​ຈັດ​ຂຶ້ນ​ໃນ​ຕົ້ນ​ປີ​ນີ້, ພາຍຫຼັງ​ທີ່ ປະ​ຊາ​ຄົມ​ອາ​ຊຽນ​​ປະ​ກາດ​ສ້າງ​ຕັ້ງ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທ​ດຫວຽດ​ນາມ ຝ້າມ​ບີງ​ມິນ ໄດເນັ້ນ​ໜັກ​ເຖິງຄວາມ​ຈຳ​ເປັນ​ຕ້ອງ​ສ້າງ​ການ​ຫັນ​ປ່ຽນ​ກ່ຽວ​ກັບ​ລະ​ດັບ​ຄວາມ​ຮັບ​ຮູ້​ຈາກ​ຂັ້ນ​ມະ​ຫາ​ພາກ​ຈົນ​ເຖິງວິ​ສາ​ຫະ​ກິດ ແລະ ປະ​ຊາ​ຊົນ, ເພື່ອ​ເຮັດ​ແນວ​ໃດ​ສາ​ມາດ​ເຂົ້​າ​ໃຈ​ແຈ້ງກວ່າ​ກ່ຽວ​ກັບປະ​ຊາ​ຄົມ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​, ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທ​ດຫວຽດ​ນາມ ຝ້າມ​ບີງ​ມິນ ກ່າວ​ວ່າ : 

    “ ເມື່ອ​ອາ​ຊຽນ​ເລີ່ມ​ຜັນ​ຂະ​ຫຍາຍ​ການ​ສ້າງປະ​ຊາ​ຄົມ​ອາ​ຊຽນນັບ​ແຕ່​ປີ 2009, ພວກ​ເຮົາ​ກໍ​ໄດ້​ສ້າງ​ແຜນ​ຮ່າງ​ກ່ຽວ​ກັບ​ທິດ​ທາງ ແລະ​ມາດ​ຕະ​ການ​ທີ່​ຫວຽດ​ນາມ​ໃຫ້​ການ​ຮ່ວມ​ມື​ຮອດ​ປີ 2015 ກໍ​ຄື​ການ​ກະ​ທຳ​ລັດ​ຖະ​ບານ​ເພື່ອ​ຜັນ​ຂະ​ຫຍາຍ. ໃນ​ຍຸດ​ທະ​ສາດ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາ​ກົນ, ພວກ​ເຮົາກໍ​ໄດ້​ວາງ​ບັນ​ດາ​ກຳ​ນົດ​ທິດ​ເພື່ອ​ພ້ອມ​ກັບ​ບັນ​ດາ​ປະ​ເທດ​ອາ​ຊຽນ​ກໍ່​ສ້າ​ງປະ​ຊາ​ຄົມ​ ແລະ ຜັນ​ຂະ​ຫຍາຍ​ວິ​ໄສ​ທັດ​ເຖິງ​ປີ 2025 ດ້ວຍ​ບັນ​ດາ​​ເນື້ອ​ໃນບຸ​ລິ​ມະ​ສິດ​ຢ່າງ​ສູງ​ ”

    ແຕ່​ເຖິງ​ຢ່າງ​ໃດ​ກໍ​ດີ, ພ້ອມ​ກັບບັນ​ດານະ​ໂຍ​ບາຍ​ມະ​ຫາ​ພາກ, ວິ​ສາ​ຫະ​ກິດ​ເອງ ກໍ​ຕ້ອງ​ມີ​ຄວາມ​ເປັນເຈົ້າ​ໃນ​ວິ​ວັດ​ການ​ເຊື່ອມ​ໂຍງ. ເປັນ​ທີ່​ຈະ​ແຈ້ງ​ແລ້ວ​ວ່າ : ການ​ແກ່ງ​ແຍ້ງ​ນັບ​ມື້ນັບ​ຂ້ຽວ​ຂາດກວ່າ ນັບ​ທັງ​ຜະ​ລິດ​ຕະ​ພັນ, ຕະຫຼາດ, ກ່ຽວ​ກັບແຫຼ່ງ​ຊັບ​ພະ​ຍາ​ກອນ​ມະ​ນຸດ​ຄຸນ​ນະ​ພາບ​ສູງ, ອັນ​ໄດ້​ຮຽກ​ຮ້ອງ​ໃຫ້​ມີ​ຄວາມ​ກຽມ​ພ້ອມ​ຂອງວິ​ສາ​ຫະ​ກິດ​ເພື່ອ​ຍາດ​ແຍງ​ກາ​ລະ​ໂອ​ກາດ​ໃຫ້​ແກ່​ການ​ພັດ​ທະ​ນາ.

ຕອບກັບ

ຂ່າວ/ບົດ​ອື່ນ