ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່ຕໍ່​ເສັ້ນ​ທາງ​ທີ່​ໄດ້​ເລືອກ

(VOVWORLD) -ໃນປື້ມຫົວຫນຶ່ງທີ່ມີຊື່ວ່າ: “ບາງບັນຫາທິດສະດີ ແລະ ພຶດຕິກຳຕົວຈິງ ກ່ຽວກັບສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມ ຢູ່ ຫວຽດນາມ” ໄດ້ເປີດຕົວໃນວັນທີ 9 ກຸມພາ ຢູ່ ຫວຽດນາມ, ທ່ານເລຂາທິການໃຫຍ່ ຄະນະບໍລິຫານງານສູນກາງພັກກອມມູນິດ ຫວຽດນາມ ຫງວຽນຟູຈ້ອງ ໄດ້ເຕື້ອງເຖິງ, ກຳນົດທິດ ແລະ ເຈາະຈີ້ມຫລາຍບັນຫາໃຫຍ່ ແລະ ໃຫມ່ອ່ຽມກ່ຽວກັບເສັ້ນທາງປະຕິວັດຊື່ງ ພັກ, ປະທານໂຮ່ຈີມິນ ແລະ ປະຊາຊົນ ຫວຽດນາມ ໄດ້ເລືອກເຟັ້ນ. ນີ້ແມ່ນປື້ມຫົວຫນຶ່ງທີ່ເຕັມໄປດ້ວຍຫລັກມູນດ້ານວິທະຍາສາດ, ມີຄວາມໝາຍດ້ານທິດສະດີ ແລະ ພຶດຕິກຳຕົວຈິງອັນໃຫຍ່ຫລວງສຳລັບກິດຈະການປ່ຽນແປງໃຫມ່ຂອງປະເທດຊາດ ເວົ້າສະເພາະ, ພາລະກິດປະຕິວັດຫວຽດນາມ ເວົ້າລວມໃນໄລຍະໃຫມ່.
ເຊື່ອ​ໝັ້ນ​ຢ່າງ​ແນວ​ແນ່ຕໍ່​ເສັ້ນ​ທາງ​ທີ່​ໄດ້​ເລືອກ - ảnh 1ທ່ານ ຫງວຽນຊວັນທັງ ປະທານສະພາທິດສະດີສູນກາງ, ຜູ້ອຳນວຍການສະຖາບັນການເມືອງແຫ່ງຊາດ ໂຮ່ຈີມິນ ກ່າວຄຳເຫັນທີ່ພິທີເປີດຕົວປື້ມຄັດສະເຫນີບົດຂຽນ, ບົດກ່າວປາໄສຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ. ພາບ:VOV

ໃນບົດຂຽນທຳອິດ ຊື່ງຫົວຂໍ້ແມ່ນໄດ້ນຳໃຊ້ເປັນຊື່ຂອງປື້ມຫົວນີ້, ທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ຕັ້ງຫລາຍຄຳຖາມຍາກ ແລະ ໃຫມ່ ຊື່ງເກີດຂຶ້ນຈາກພຶດຕິກຳຕົວຈິງ ຫລັງຈາກນັ້ນ ສຸມໃສ່ແກ້ຕອບຄຳຖາມຢ່າງຈະແຈ້ງ ແລະ logic. ດ້ວຍຂໍ້ອ້າງອີງຈະແຈ້ງ, ເລິກເຊິ່ງ, ເນື້ອໃນບັນດາບົດຂຽນຂອງທ່ານເລຂາທິການໃຫຍ່ ໄດ້ຕອບບາງຄຳຖາມໃຫຍ່ເທື່ອລະກ້າວທີ່ພວມໄດ້ຮັບຄວາມສົນໃຈ ແລະ ພັກກອມມູນິດ ຫວຽດນາມ ກຳລັງຄົ້ນຄ້ວາ, ເຮັດແຈ້ງ ນັບທັງທິດສະດີ ແລະ ພຶດຕິກຳຕົວຈິງຄື: ສັງຄົມນິຍົມແມ່ນຫຍັງ? ເປັນຫຍັງ ຫວຽດນາມ ເລືອກເຟັ້ນເສັ້ນທາງກ້າວຂຶ້ນສັງຄົມນິຍົມ?, ເຮັດແນວໃດ ແລະ ດ້ວຍວິທີໃດເພື່ອກໍ່ສ້າງສັງຄົມນິຍົມຢູ່ ຫວຽດນາມ ເທື່ອລະກ້າວ?..

ໃນນັ້ນ ທ່ານເລຂາທິການໃຫຍ່ ສະຫລຸບຖອດຖອນໄດ້ວ່າ: “ສັງຄົມນິຍົມ ຊື່ງ ປະຊາຊົນ ຫວຽດນາມ ພວມສູ້ຊົນກໍ່ສ້າງ ແມ່ນສັງຄົມທີ່ມີປະຊາຊົນຮັ່ງມີ, ປະເທດຊາດເຂັ້ມແຂງ, ປະຊາທິປະໄຕ, ຍຸຕິທຳ, ສີວິໄລ; ໂດຍປະຊາຊົນເປັນເຈົ້າ; ມີພື້ນຖານເສດຖະກິດພັດທະນາສູງ, ອີງໃສ່ກຳລັງການຜະລິດທັນສະໄຫມ ແລະ ການພົວພັນການຜະລິດທີ່ກ້າວຫນ້າ ເໝາະສົມ; ມີພື້ນຖານວັດທະນະທຳກ້າວຫນ້າ, ເຂັ້ມຂົ້ນໄປດ້ວຍສີສັນຊາດ; ປະຊາຊົນມີຊີວິດອີ່ມໜຳສຳລານສົມບູນພູນສຸກ, ມີເງື່ອນໄຂພັດທະນາຮອບດ້ານ, ບັນດາຊົນເຜົ່າໃນວົງຄະນາຍາດ ຫວຽດນາມ ມີຄວາມສະເຫມີພາບ, ສາມັກຄີ, ເຄົາລົບ ແລະ ຊ່ວຍເຫລືອກັນ ພ້ອມກັນພັດທະນາ; ມີລັດແຫ່ງອຳນາດນິຕິບັນຍັດສັງຄົມນິຍົມເປັນຂອງປະຊາຊົນ, ໂດຍປະຊາຊົນ, ເພື່ອປະຊາຊົນ ໂດຍແມ່ນພັກກອມມູນິດ ຫວຽດນາມ ນຳພາ; ມີການພົວພັນໄມຕິຈິດມິດຕະພາບ ແລະ ການຮ່ວມມືກັບບັນດາປະເທດໃນໂລກ.

ຕອບຄຳຖາມຕໍ່ໄປ, ທ່ານເລຂາທິການໃຫຍ່ ຖືວ່າ: ນີ້ແມ່ນບັນດາບັນຫາທີ່ເປັນພື້ນຖານ, ແຕ່ຮຽກຮ້ອງທິດສະດີຕ້ອງມີການເຄື່ອນໄຫວ “ໄປກ່ອນຕັດຫນ້າ”, ຖອດຖອນບົດຮຽນຢ່າງທັນການ, ສະຫລຸບພຶດຕິກຳຕົວຈິງເພື່ອແກ້ໄຂບັນຫາຢ່າງເຖິງຖອງ, ຖືກຕ້ອງຕາມກົດເກນ. ດ້ວຍວິທີເຂົ້າເຖິງຄືແນວນັ້ນ, ບັນດາບົດຂຽນຂອງທ່ານເລຂາທິການໃຫຍ່ ໄດ້ແກ້ໄຂບັນຫາທິດສະດີໃນບັນດາຂົງເຂດຂອງກິດຈະການປ່ຽນແປງໃຫມ່ຂອງປະເທດຊາດເທື່ອລະກ້າວ. ຜ່ານນັ້ນ ສາມາດວາດພາບຈີນຕະນາການ, ຮັບຮູ້ຫລັກສະນະພິເສດສະເພາະ, ທາດແທ້ເທື່ອລະກ້າວ, ເປັນຕົ້ນແມ່ນຫລັກສະນະດີເລີດຂອງລະບົບສັງຄົມນິຍົມຢູ່ ຫວຽດນາມ  ລະບອບ ເພື່ອການພັດທະນາຢ່າງຮອບດ້ານແທ້ຈິງ ຂອງມະນຸດ, ເພື່ອຄວາມອີ່ມໜຳສຳລານສົມບູນພູນສຸກຂອງປະຊາຊົນ, ເພື່ອຄວາມສັນຕິພາບຂອງມວນມະນຸດ, ພ້ອມກັນກ້າວຫນ້າ, ພັດທະນາ…

ດ້ວຍຄວາມສຳຄັນນັບທັງທິດສະດີ ແລະ ພຶດຕິກຳຕົວຈິງ, ປື້ມຫົວດັ່ງກ່າວໄດ້ຊ່ວຍຜູ້ອ່ານຮັບຮູ້ໄດ້ຢ່າງຈະແຈ້ງກ່ຽວກັບເສັ້ນທາງຊື່ງ ປະຊາຊົນຫວຽດນາມ, ຊາດຫວຽດນາມ ພວມເດີນຕາມ ແມ່ນຖືກຕ້ອງ ເຖິງວ່າ ໃນພາຍພາກຫນ້າຍັງປະສົບກັບຄວາມຫຍຸ້ງຍາກ ສິ່ງທ້າທາຍນາໆປະການກໍຕາມ, ແຕ່ພາຍໃຕ້ການຊີ້ນຳນຳພາຂອງພັກກອມມູນິດ ຫວຽດນາມ ແນ່ນອນວ່າ ຈະບັນລຸຜົນສຳເລັດ.

ບັນດາບົດຂຽນຂອງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ສົ່ງສານດ້ວຍຄວາມເຊື່ອໝັ້ນຕໍ່ສັງຄົມນິຍົມ ແລະ ເສັ້ນທາງກ້າວຂຶ້ນສັງຄົມນິຍົມຢູ່ ຫວຽດນາມ ຕໍ່ຜູ້ອ່ານ ແລະ ປະຊາຊົນ. ເມື່ອໄດ້ອ່ານບົດຂຽນແຕ່ລະບົດ, ຜູ້ອ່ານ ແນ່ນອນວ່າ ຈະຍິ່ງມີຄວາມເຊື້ອໝັ້ນຢ່າງແນວແນ່ຕໍ່ລັກສະນະດີເລີດຂອງລະບອບສັງຄົມນິຍົມຂຶ້ນຕື່ມ ຊື່ງແມ່ນ ສັງຄົມເພື່ອມະນຸດຢ່າງແທ້ຈິງ, ການພັດທະນາເສດຖະກິດຍາມໃດກໍ່ໄປຄຽງຄູ່ກັບຄວາມກ້າວຫນ້າ ແລະ ຍຸຕິທຳສັງຄົມ; ແມ່ນສັງຄົມເຕັມໄປດ້ວຍຄວາມເມດຕາປານີ, ສາມັກຄີກັນ, ອຸ້ມຊູ່ຊ່ວຍເຫລືອເຊິ່ງກັນ ແລະກັນ, ມຸ່ງໄປເຖິງບັນດາຄຸນຄ່າກ້າວຫນ້າ, ວັດທະນະທຳມະນຸດ, ການພັດທະນາແບບຍືນຍົງ, ມີຄວາມກົມກ່ຽວກັບທຳມະຊາດເພື່ອຮັບປະກັນສິ່ງແວດລ້ອມແຫ່ງການດຳລົງຊີວິດທີ່ປອດໄສໃຫ້ແກ່ຄົນລຸ້ນປະຈຸບັນ ແລະ ອະນາຄົດ, ລະບົບການເມືອງແມ່ນມີສິດອຳນາດຢ່າງແທ້ຈິງເປັນຂອງປະຊາຊົນ, ໂດຍປະຊາຊົນ ແລະ ຮັບໃຊ້ປະຊາຊົນ. ບັນດາເນື້ອໃນຊື່ງທ່ານເລຂາທິການໃຫຍ່ ຫງວຽນຟູຈ້ອງ ໄດ້ເຕື້ອງເຖິງໃນປື້ມຫົວນີ້ ແມ່ນບັນຫາທິດສະດີລວມ, ກໍ່ແມ່ນການສຸມສິ່ງຍອດຍິ່ງທາງດ້ານທິດສະດີປັນຍາຂອງທົ່ວພັກໃນກິດຈະການປ່ຽນແປງໃຫມ່ປະເທດຊາດ, ສະແດງໃຫ້ເຫັນບັນຫາຫລັກ, ບັນຫາທີ່ເປັນພື້ນຖານຂອງການປະຕິວັດຫວຽດນາມ ໃນໄລຍະທາງຕໍ່ໆໄປ.

ຕອບກັບ

ຂ່າວ/ບົດ​ອື່ນ