ເດັກນ້ອຍ - ເປົ້າໝາຍໄດ້ຮັບບຸລິມະສິດເບິ່ງແຍງດູແລແບບພິເສດຢູ່ຫວຽດນາມ

(VOVWORLD) - ບັນດາຜົນງານພົ້ນເດັ່ນຂອງຫວຽດນາມໃນຂົງເຂດປົກປ້ອງ, ເບິ່ງແຍງດູແລສິດຂອງເດັກພາຍຫລັງ 30 ປີທີ່ເຂົ້າຮ່ວມສົນທິສັນຍາ ສປຊ ວ່າດ້ວຍສິດຂອງເດັກ (1982- 2019) ແມ່ນສິ່ງທີ່ບໍ່ອາດປະຕິເສດໄດ້ ແລະໄດ້ຮັບການຕີລາຄາສູງຈາກປະຊາຄົມສາກົນແລະສປຊ. ໃນສະພາບເກີດໂລກລະບາດໂຄວິດ 19 ຜ່ານມາ, ເດັກນ້ອຍຫວຽດນາມ ອີກຄັ້ງຫນຶ່ງແມ່ນເປົ້າໝາຍໄດ້ຮັບຄວາມເອົາໃຈໃສ່ ເບິ່ງແຍງດູແລເປັນພິເສດ.

ເດັກນ້ອຍ - ເປົ້າໝາຍໄດ້ຮັບບຸລິມະສິດເບິ່ງແຍງດູແລແບບພິເສດຢູ່ຫວຽດນາມ - ảnh 1

ຫວຽດນາມມີຄວາມຄຶບຫນ້າສຳຄັນຫລາຍຢ່າງໃນການປະຕິບັດສິດຂອງເດັກ

ພາບປະກອບ

ຫວຽດນາມແມ່ນປະເທດ ທຳອິດ ຢູ່ ອາຊີ, ແມ່ນປະເທດທີສອງໃນໂລກ ໃຫ້ສັດຕະຍາບັນສົນທິສັນຍາຂອງ ສປຊ ກ່ຽວກັບສິດຂອງເດັກ (2/1990). ບັນດາຄຳໝັ້ນສັນຍາດ້ານການເມືອງ ກໍ່ຄືການຊີ້ນຳນຳພາຢ່າງຂ້ຽວຂາດຂອງລັດຫວຽດນາມ ໃນການປະຕິບັດສິດຂອງເດັກ ໄດ້ຊ່ວຍປັບປຸງຊີວິດການເປັນຢູ່ໃຫ້ເດັກນ້ອຍນັບລ້ານໆຄົນ. ນັບມື້ນັບມີເດັກນ້ອຍຫລາຍຄົນໄດ້ຮັບການປົກປ້ອງຈາກກົດໝາຍ ແລະ ໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ, ໄດ້ຮ່ຳໄດ້ຮຽນບັນດາຄວາມຮູ້ ແລະ ທັກສະທີ່ຈຳເປັນນັບແຕ່ເມື່ອຮຽນຢູ່ໂຮງຮຽນອະນຸບານ ແລະ ໄດ້ຮັບບຸລິມະສິດຊົມໃຊ້ນະໂຍບາຍສະຫວັດດີການ.

ປົກປ້ອງເດັກໃນໂລກລະບາດໂຄວິດ 19

ດ້ວຍທິດນຳການເຄື່ອນໄຫວໃນການປ້ອງກັນສະກັດກັ້ນໂລກລະບາດໂຄວິດ 19 ຂອງລັດຖະບານຫວຽດນາມ ນັ້ນແມ່ນ “ບໍ່ໃຫ້ຜູ້ໃດຖືກປະໄວ້ຢູ່ທາງຫລັງ”, ເດັກນ້ອຍແມ່ນເປົ້າໝາຍໄດ້ຮັບຄວາມເອົາໃຈໃສ່ເປັນພິເສດ ແລະໄດ້ຮັບບຸລິມະສິດໃນການເບິ່ງແຍງດູແລ.

ນັບແຕ່ເດືອນ ມີນາ ປີ 2020, ຈຳນວນຜູ້ຖືກແຍກຕົວຢູ່ບັນດາເຂດແຍກຕົວລວມສູນ ນັບມື້ນັບເພີ່ມຂຶ້ນ, ໃນນັ້ນມີ ແມ່ຍິງຖືພາ ແລະເດັກນ້ອຍ. ກະຊວງແຮງງານ ທະຫານເສຍອົງຄະ ແລະສັງຄົມ ໄດ້ສົມທົບກັບກອງທຶນ ສປຊ ເພື່ອເດັກນ້ອຍ ປະຈຳຫວຽດນາມ ແລະ ບາງອົງການບໍ່ຂຶ້ນກັບລັດຖະບານສາກົນເຄື່ອນໄຫວເພື່ອສິດຂອງເດັກ ຮຽບຮຽງບັນດາເອກະສານແນະນຳການຮັກສາຄວາມປອດໄພ, ປົກປ້ອງເດັກຢູ່ບັນດາເຂດແຍກຕົວລວມສູນໂດຍໄວ. ຄຽງຄູ່ກັນນັ້ນ ຖັນແຖວຮັບໃຊ້ຢູ່ບັນດາຮາກຖານແຍກຕົວກໍ່ໄດ້ປະຕິບັດຫນ້າທີ່ເປັນຢ່າງດີເພື່ອຕອບສະຫນອງຄວາມຕ້ອງການພິເສດຂອງເດັກ.

ໃນສະພາບການເດັກນ້ອຍບໍ່ໄດ້ໄປໂຮງຮຽນ ປະຕິບັດການແຍກຫ່າງສັງຄົມຍ້ອນໂລກລະບາດ, ຫວຽດນາມ ກໍ່ໄດ້ຜັນຂະຫຍາຍບັ້ນໂຄສະນາເຜີຍແຜ່ທາງອອນລາຍ ເພື່ອແນໃສ່ແນະນຳການແກ້ໄຂບັນດາບັນຫາຂອງເດັກຢ່າງທັນການ.

ບັນດາສິ່ງທ້າທາຍໃຫມ່ ແລະ ການກະທຳ

ຫວຽດນາມ ມີຄວາມຄືບຫນ້າສຳຄັນຫລາຍຢ່າງໃນການປະຕິບັດສິດຂອງເດັກ ພິເສດແມ່ນເລື່ອງນຳບັນດາມາດຕາ ແລະຫລັກການຂອງສົນທິສັນຍາເຂົ້າໃນບັນດາກົດໝາຍ ນະໂຍບາຍ ແລະ ໂຄງການແຫ່ງຊາດຂອງຫວຽດນາມ. ໄລ່ມາຮອດປະຈຸບັນ ຫວຽດນາມ ໄດ້ມີເອກະສານນິຕິກຳສຳຄັນຫລາຍສະບັບໄດ້ກຳນົດກ່ຽວກັບສິດຂອງເດັກ. ປີ 2016 ກົດໝາຍວ່າດ້ວຍເດັກນ້ອຍ ໄດ້ຮັບການສ້າງຂຶ້ນ ເພື່ອແນໃສ່ເພີ່ມເຕີມບັນດາຂໍ້ກຳນົດໃຫມ່ ເພື່ອແກ້ໄຂບັນດາບັນຫາຕິດຄັດໃນພຶດຕິກຳຕົວຈິງໃນການປະຕິບັດສິດຂອງເດັກ.

ເຖິງຢ່າງໃດກໍ່ຕາມ, ບັນດາການປ່ຽນແປງໃນທົ່ວໂລກຄື ການພັດທະນາຂອງເຕັກໂນໂລຢີດີຈີຕອນ, ການປ່ຽນແປງຂອງສະພາບແວດລ້ອມແຫ່ງການດຳລົງຊີວິດ, ການອົບພະຍົບເປັນຈຳນວນຫຼວງຫຼາຍ ພວມວາງອອກ ບັນດາສິ່ງທ້າທາຍໃໝ່ໃນການຮັບປະກັນການປະຕິບັດສິດຂອງເດັກນ້ອຍຢ່າງຄົບຖ້ວນ. ການປະຕິວັດອຸດສາຫະກຳ 4.0 ແລະ ການພັດທະນາອິນເຕີແນັດ, ສື່ສັງຄົມອອນລາຍ ດ້ານໜຶ່ງແມ່ນສ້າງສະພາບແວດລ້ອມເພືື່ອໃຫ້ເດັກນ້ອຍພັດທະນາພູມປັນຍາ, ມີການພົວພັນກັບສັງຄົມໃຫ້ໄວກ່ວາອີກ ແຕ່ອີກດ້ານໜຶ່ງແມ່ນເພີ່ມບັນດາຄວາມສ່ຽງຖືກຜົນສະທ້ອນຈາກບັນດາຂ່າວຮ້າຍ, ຖືກໃຊ້ຄວາມຮຸນແຮງທຳຮ້າຍຜ່ານສະພາບແວດລ້ອມອິນເຕີແນັດ. ເດັກນ້ອຍຍັງແມ່ນເປົ້າໝາຍໄດ້ຮັບຜົນສະທ້ອນທຳອິດ ແລະ ຍາວນານຈາກການປ່ຽນແປງດິນຟ້າອາກາດ, ໄພທຳມະຊາດ, ສິ່ງແວດລ້ອມທີ່ຮ້າຍແຮງ, ແຫຼ່ງຊັບພະຍາກອນທຳມະຊາດຖືກຫຼຸດລົງ.

        ໃນສະພາບການດັ່ງກ່າວ, ລັດຖະບານ ຫວຽດນາມ ຍາມໃດກໍ່ຖືສິດຂອງເດັກເປັນສຳຄັນ ແລະ ມີບັນດາໂຄງການກະທຳຢ່າງລະອຽດ, ມີຄວາມເອົາໃຈໃສ່ເປັນພິເສດເຖິງການຮັບປະກັນຄວາມປອດໄພໃຫ້ແກ່ເດັກນ້ອຍໃນສະພາບແວດລ້ອມອິນເຕີແນັດ, ສ້າງບັນດາຂັ້ນຕອນກວດຜ່ານສະເພາະໃຫ້ຫວຽດນາມໃນບັນດາໂປໂຣແກມ ອິນເຕີແນັດ. ຫວຽດນາມກໍ່ພວມຜັນຂະຫຍາຍ “ແຜນການກະທຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານການໃຊ້ຄວາມຮຸນແຮງ ແລະ ທຳຮ້າຍເດັກໄລຍະ 2020 – 2025”. ລະບົບກົດໝາຍວ່າດ້ວຍການປ້ອງກັນ, ດູແລ ແລະ ສຶກສາ ອົບຮົບເດັກນ້ອຍກໍ່ໄດ້ຮັບການປັບປຸງເທື່ອລະກ້າວ ແລະ ມີຄວາມກົມກຽວກັບສົນທິສັນຍາຂອງ ສປຊ ກ່ຽວກັບສິດຂອງເດັກນ້ອຍກ່ວາອີກ, ສ້າງບັນດາພື້ນຖານນິຕິກຳ, ນະໂຍບາຍທີ່ຈຳເປັນ ໃຫ້ແກ່ການປະຕິບັດບັນດາສິດຂອງເດັກນ້ອຍຢູ່ຫວຽດນາມ. ປົກປ້ອງ, ດູແລ ແລະ ສຶກສາອົບຮົມເດັກນ້ອຍແມ່ນແຜນນະໂຍບາຍສະເໝີຕົ້ນສະເໝີປາຍຂອງລັດຫວຽດນາມ, ແມ່ນໜ້າທີ່ ທີ່ມີລະດັບຄວາມສຳຄັນພິເສດໃນຍຸດທະສາດພັດທະນາແຫຼ່ງຊັບພະຍາກອນມະນຸດ.

ຕອບກັບ

ຂ່າວ/ບົດ​ອື່ນ