ເດັດດຽວຕ້ານການສໍ້ລາດບັງຫຼວງດ້ວຍບັນດາມາດຕະການລະອຽດ


(vovworld) -​ ​ໃນ​ບົດ​ກ່າວ​ປາ​ໄສ​ອັດ​ກອງ​ປະຊຸມ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ເຊິ່ງດຳ​ເນີນ​ໃນ​ວັນ​ທີ 5/5 ຢູ່​ຮ່າ​ໂນ້ຍ, ທ່ານ​ເລຂາທິການ​ໃຫຍ່ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຫວຽດນາມ ຫງວຽນ​ຟູ໋ຈ້ອງ, ຫົວໜ້າ​ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ​ເນັ້ນ​ໜັກ​ວ່າ, ວຽກ​ງານປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ ຈະ​ສືບ​ຕໍ່​ໄດ້​ຮັບ​ການ​ຍູ້​ແຮງ ດ້ວຍ​ຄວາມ​ຕັດສິນ​ໃຈ​ສູງ​ກວ່າ​ອີກ. ວິທະຍຸ​ກະຈາຍສຽງ​ຫວຽດນາມ ຄັດ​ສະ​ເໜີ​ເນື້ອ​ໃນ​ບົດ​ປາ​ໄສ​ຂອງ​ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ດ້ວຍ​ເນື້ອ​ໃນ “ເດັດ​ດຽວ​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ ດ້ວຍ​ບັນດາ​ມາດ​ຕະການ​ລະອຽດ “. ​

ເດັດດຽວຕ້ານການສໍ້ລາດບັງຫຼວງດ້ວຍບັນດາມາດຕະການລະອຽດ - ảnh 1

ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ

(ພາບ: ອິນເຕີແນດ)

        ຕາມທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ, ​ໃນ​ປີຜ່ານມາ, ຄະນະ​ຊີ້​ນຳ​ສູນ​ກາງ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານການ​ສໍ້​ລາດ​ບັງ​ຫຼວງ ​ໄດ້​ສຸມ​ໃສ່​ຊີ້​ນຳ, ​ແກ້​ໄຂ, ຍົກ​ສູງ​ປະສິດທິ​ຜົນ​ວຽກ​ງານ​ສົມທົບກັນ​ລະຫວ່າງ​ອົງການ​ຕ່າງໆ​ໃນ​ການ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ຍ້ອນ​ເຫດ​ນັ້ນ, ວຽກ​ງານ​ຄົ້ນ​ພົບ, ​ແກ້​ໄຂ​ບັນດາ​ເຫດການ, ຄະດີ​ສໍ້​ລາດ​ບັງ​ຫຼວງ​ໄດ້​ຮັບ​ການ​ຍູ້​ແຮງ, ປະກອບສ່ວນ​ປັບປຸງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ທີ່​ມີ​ຕໍ່​ພັກ, ລັດ.

        ປັບປຸງ​ລະບົບ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

        ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ຟູ໋ຈ້ອງ ຊີ້​ແຈ້ງວ່າ, ​ໃນ​ປີ 2014 ​ແລະ ​ໃນ​ຊຸມ​ປີ​ຕໍ່ໆ​ໄປ, ຫວຽດນາມ​ ຄວນ​ຍູ້​ໄວ​ວຽກ​ງານ​ກໍ່ສ້າງ, ປັບປຸງ​ກົນ​ໄກ, ນະ​ໂຍບາຍ, ກົດໝາຍ, ​ແກ້​ໄຂ​ຊ່ອງ​ຫວ່າງ​ໃນ​ການ​ຄຸ້ມ​ຄອງ​ເສດຖະກິດ - ສັງຄົມ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ຕ່າງໆ​ທີ່​ເກີດ​ການ​ສໍ້​ລາດ​ບັງ​ຫຼວງ​ງ່າຍ. ທ່ານ​ເລຂາທິການ​ໃຫຍ່ ສະ​ເໜີ​ໃຫ້​ສະພາ​ແຫ່ງ​ຊາດ, ລັດຖະບານ ສຸມ​ໃສ່​ຊີ້​ນຳສືບ​ຕໍ່​ການ​ປັບປຸງ, ​ເພີ່ມ​ເຕີມ ​ເຮັດ​ໃຫ້​ກົດໝາຍ, ກົນ​ໄກ, ນະ​ໂຍບາຍ​ທີ່​ກ່ຽວຂ້ອງ​ເຖິງວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງສົມ​ບູນ​ແບບ, ພິ​ເສດ​ແມ່ນ​ພາຍຫຼັງ​ສະພາ​ແຫ່ງ​ຊາດ​ຮັບຮອງ​ເອົາລັດຖະທຳ​ມະນູນ​ປີ 2013 ​ແລະ ກົດໝາຍ​ຈຳນວນ​ໜຶ່ງ, ກໍ່​ຄື​ສືບ​ຕໍ່​ການຄົ້ນ​ຄ້ວາ​ປັບປຸງ​ຂໍ້​ກຳນົດ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງທີ່​ພວມ​ປະຕິບັດ ​ແຕ່​ປະສິດທິ​ຜົນ​ຍັງ​ຕຳ່. ຕາມ​ທ່ານ​​ເລຂາທິການ​ໃຫຍ່​ແລ້ວ, ຕ້ອງ​ເດັດ​ດຽວ, ຍືດໝັ້ນ​ການ​ສ້າງ​ກົນ​ໄກສະກັດ​ກັ້ນ, ກົນ​ໄກ​​ແກ້​ໄຂ, ນາບ​ຂູ່ ເພື່ອ​ບໍ່​ໃຫ້​ເກີດການ​ສໍ້​ລາດ​ບັງ​ຫຼວງ​.

        ຍູ້​ແຮງ​ວຽກ​ງານ​ໂຄສະນາ, ສຶກສາ​ກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

        ຕາມ​ທ່ານ​ເລຂາທິການ​ໃຫຍ່, ຄວນ​ມີ​ທ່າ​ທີ​ຕຳ​ນິຕິ​ຕຽນ​ຢ່າງ​ເຄັ່ງ​ຄັດ​ສຳລັບ​ການ​ກະທຳສໍ້​ລາດ​ບັງ​ຫຼວງ, ສຶກສາ​ຈິດ​ໃຈ​ເປັນ​ກຽດ, ສັດ​ຊື່​ບໍລິສຸດ. ຮູ້​ລະອາຍ, ​​ເຈັບ​ໃຈ​​ເມື່ອ​ສໍ້​ລາດ​ບັງ​ຫຼວງ. ມີ​ຄວາມ​ຮັບ​ຮູ້​ຢ່າງ​ຖືກຕ້ອງ​ກ່ຽວ​ກັບ​ຄວາມ​ຮັບຜິດຊອບ​ໃນ​ການ​ຄົ້ນ​ພົບ, ​ແກ້​ໄຂ​ບັນດາ​ກໍລະນີ​ສໍ້​ລາດ​ບັງ​ຫຼວງ​ໃນ​ຄະນະ​ພັກ​ແຕ່ລະ​ຂັ້ນ, ​ແຕ່​ລະ​ອົງການ​ຈັດ​ຕັ້ງ, ອົງການ​ສຳນັກງານ, ຫົວໜ່ວຍ ​ແລະ ພັກ​ນັກ​ງານ, ສະມາຊິກ​ພັກ​ແຕ່ລະຄົນ. ມີ​ຄວາມ​ ​ຮູ້​ຢ່າງຈະ​ແຈ້ງ ​ແລະ ​ເຂົ້າ​ໃຈ​ຢ່າງ​ເລິກ​ເຊິ່ງ ກ່ຽວ​ກັບ​ຈຸດປະສົງ, ຄວາມ​ໝາຍ, ​ເນື້ອ​ໃນ​ບັນດາ​ຂໍ້​ກຳນົດ​ຂອງ​ພັກ, ລັດ ​ໃນວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ໃນ​ນັ້ນ​ຖືການ​ສະກັດ​ກັ້ນ​ເປັນ​ຕົ້ນຕໍ ​ແລະ ການ​ຄົ້ນ​ພົບ, ​ແກ້​ໄຂ​ບັນດາ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ ກໍ່​ມີ​ປະ​ໂຫຍ​ດຢ່າງ​ຕັ້ງໜ້າ ​ເພື່ອ​ຂົ່ມຂູ່, ສະກັດ​ກັ້ນ​ການ​ສໍ້​ລາດ​ບັງ​ຫຼວງ.

        ຍົກ​ສູງ​ຄວາມ​ສາມາດ​ໃຫ້​ພະນັກງານ, ສະມາຊິກພັກ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ

        ທ່ານ​ເລຂາທິການ​ໃຫຍ່ ຫງຽນຟູ໋ຈ້ອງ ຢືນຢັນ​ຢ່າງ​ຈະ​ແຈ້ງວ່າ, ອົງການ​ພັກ ​ແລະ ການ​ນຳ​ຕ້ອງ​ມີ​ຄວາມ​ຕັດສິນ​ໃຈ​ດ້ານການ​ເມືອງ​ສູງ, ສຸມ​ໃສ່​ຊີ້​ນຳ​ນຳພາ​ເປັນ​ປະຈຳ, ສ້າງ​ການ​ສົມທົບ​ກັນຢ່າງ​ແໜ້ນ​ແຟ້ນ, ລະດົມ​ກຳລັງ​ແຮງ​ສັງ​ລວມຂອງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ສັງຄົມ​ໃນ​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ. ທ່ານ​ເລຂາທິການ​ໃຫຍ່ ຫງຽນຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າ:

        ”ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ ນັ້ນ​ແມ່ນ​ຄຳ​ໝັ້ນ​ສັນຍາ​ເດັດ​ດຽວ​ຕໍ່ສູ້​ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ, ​ເຊິ່ງຕ້ອງ​ສະ​ແດງ​ອອກ​ຜ່ານ​ການ​ກະທຳ​ຢ່າງ​ລະອຽດ ​ແລະ ​ເປີດ​ເຜີຍ ​ເພື່ອ​ໃຫ້​ປະຊາຊົນ​ຮູ້, ປະຊາຊົນປະກອບ​ກຳລັງ​ເຫື່ອ​ແຮງ ​ແລະ ຕິດຕາມ​ກວດກາ. ດ້ານ​ໜຶ່ງ, ຕົນ​ເອງ​ຕ້ອງ​ເປັນ​ແບບຢ່າງ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ກ່ຽວ​ກັບ​ຄວາມ​ສັດ​ຊື່​ບໍລິສຸດ, ຄວາມ​ເປັນ​ລະບຽບ, ປະຕິບັດ​ການ​ປະ​ຢັດ​ມັດທະຍັດ, ບໍ່​ຟຸມ​ເຟືອຍ, ບໍ່​ຮູ້​ແຕ່​ປະ​ໂຫຍ​ດສ່ວນ​ຕົວ, ຕື່ນ​ຕົວ​ປະຕິບັດ​ບັນດາ​ຂໍ້​ກຳນົດ​ຂອງ​ພັກ, ກົດໝາຍ​ຂອງ​ລັດ, ມີ​ການ​ພົວພັນ​ໃກ້ຊິດ​ກັບ​ມະຫາຊົນ. ດ້ານ​ອື່ນ, ຕ້ອງ​ມີທ່າ​ທີ​ຈະ​ແຈ້ງ, ​ເດັດ​ດຽວ, ຍືດໝັ້ນ​ໃນ​ການ​ຕ້ານ​ສໍ້​ລາດ​ບັງ​ຫຼວງ, ຄວາມ​ຫຍໍ້​ທໍ້, ບໍ່​ພຽງ​ແຕ່​ດ້ວຍ​ຄຳ​ເວົ້າ​ຊື່ໆ, ​ໃນ​ໜ້າ​ເຈ້ຍ ຫຼື​ຮຽກຮ້ອງ​ແບບ​ລວມໆ​ເທົ່າ​ນັ້ນ, ຫາກ​ຕ້ອງ​ເຮັດ​ດ້ວຍ​ວຽກ​ງານ​ລະອຽດ, ​ແທດ​ຈິງ, ມີ​ປະສິດທິ​ຜົນ. ຄະນະ​ພັກ, ອົງການ​ພັກ​ທຸກ​ຂັ້ນ​ຕ້ອງ​ມີ​ລັກສະນະ​ຕໍ່ສູ້​ສູງ, ​ເປັນ​ເຈົ້າ​ການ​ສະກັດ​ກັ້ນ, ຄົ້ນ​ພົບ ​ແລະ ​​ແກ້​ໄຂ​ບັນດາ​ການ​ກະທຳ​ສໍ້​ລາດ​ບັງ​ຫຼວງ​ຢ່າງ​ເຂັ້ມ​ງວດ”.

        ການ​ປ້ອງ​ກັນ, ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ຕ້ອງ​ມີ​ຈຸດ​ສຸມ

        ທ່ານ​ເລຂາທິການ​ໃຫຍ່ ຫງຽນຟູ໋ຈ້ອງ ​ເນັ້ນ​ໜັກ​ວ່າໃນ​ໄລຍະຈະ​ມາ​ເຖິງ​ຕ້ອງ​ສຸມ​ໃສ່​ຊີ້​ນຳ, ນຳພາ​ວຽກ​ງານ​ຄົ້ນ​ພົບ, ສືບສວນ, ​ແກ້​ໄຂ​ບັນດາ​ຄະດີ​ສໍ້​ລາດ​ບັງ​ຫຼວງ​ໃຫຍ່​ຢ່າງ​​ເໝາະ​ສົມ, ທັນ​ການ.

        ”ກ່ອນ​ອື່ນ​ໝົດ​ຕ້ອງ​ຍູ້​ໄວ​ຄວາມ​ຄືບ​ໜ້າ​ໃນ​ການ​ແກ້​ໄຂ​ບັນດາ​ເຫດ ການ, ຄະດີ​ສໍ້​ລາດ​ບັງ​ຫຼວງ​ທີ່​ຮ້າຍ​ແຮງ, ສັບສົນຕາມ​ຂໍ້​ກຳນົດ​ຂອງ​ກົດ ໝາຍ. ຄວນ​ດຳ​ເນີນ​ຢ່າງ​ມີ​ຈຸດ​ສຸມ, ສຸມ​ໃສ່​ແກ້​ໄຂ​ບັນດາ​ການ​ສໍ້​ລາດ​ບັງ​ຫຼວງ​ທີ່ມີ​ລັກສະນະ​ລວມໝູ່, ມີ​ການຈັດ​ຕັ້ງ. 

        ທ່ານ​ເລຂາທິການ​ໃຫຍ່ ຫງຽນຟູ໋ຈ້ອງ ສະ​ເໜີ​ ​ຄະນະ​ພັກ, ທັງ​ລະບົບ​ການ​ເມືອງ ​ແລະ ທົ່ວ​ສັງຄົມ​ຄວນ​ເພີ່ມ​ທະວີ​ວຽກ​ງານ​ກວດກາ, ຕິດຕາມ​ກວດກາ​​ວຽກ​ງານ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງກວ່າ​ອີກ; ນຳ​ເນື້ອ​ໃນ​ປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​ເຂົ້າ​ລາຍການ​ກວດກາ, ຕິດຕາມ​ກວດກາ​ປະຈຳ​ປີ. ປະຕິບັດ​ວຽກ​ງານປ້ອງ​ກັນ ​ແລະ ຕ້ານ​ການ​ສໍ້​ລາດ​ບັງ​ຫຼວງ​​ໃຫ້​ດີ ຈະ​ເປັນ​ກຳລັງ​ໜູນ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໃນ​ທົ່ວສັງຄົມ ​ເພື່ອ​ໃຫ້​ຫວຽດນາມ ​ພັດທະນາ​ຢ່າງ​ໝັ້ນຄົງ.

ຕອບກັບ

ຂ່າວ/ບົດ​ອື່ນ