ເດັດດ່ຽວປະຕິບັດການຄວບຄຸມໄພເງິນເຟີ້

ເດັດດ່ຽວປະຕິບັດການຄວບຄຸມໄພເງິນເຟີ້ - ảnh 1
ພາບປະກອບ: internet

(vovworld) - ຕາມ​ການ​ຕີ​ລາຄາ​ໃນວາລະ​ປະຊຸມ​ປະ​ຈຳ​ເດີອນ 3 ຂອງ​ລັດຖະບານຊຶ່ງດຳ​ເນີນ​ໄປ​ໃນ​ໄລຍະ​ມໍ່ໆ​ມາ​ນີ້, ສະພາບ​ການ​ເສດຖະກິດ​ມະຫາ​ພາກ​ໃນ​ 3 ເດືອນຕົ້ນ​ປີ​ຂອງ​ ຫວຽດນາມ ​ໄດ້​ຄ່ອຍ​ໆ​ກັບ​ຄືນສູ່ຄວາມ​ເປັນ​ປົກກະຕິ ​ແລະ ​ໄດ້​ມີ​ສັນຍານ​ດີ​ພໍ​ສົມຄວນ​ກ່ຽວ​ກັບ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຄວາມ​ຈິງ​ພາວະ​ວິ​​ໄສ ຍັງ​ຊ້ອນ​ແຝງມີ​ຄວາມ​ສ່ຽງຫລາຍ​ຢ່າງ ສະ​ນັ້ນ ການ​ບຸລິມະ​ສິດ​ຄວບ​ຄຸມ​ໄພ​​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ​ຍັງ​ຄົງ​ແມ່ນ​ບັນ​ຫາ​​ວາງ​ຕົ້ນຕໍ​ໃນ​ໄລຍະ​ຈະ​ມາ​ເຖິງ.

        ​ໃນ​ປີ 2012, ພິ​ເສດ​ໃນ​ 6 ​ເດືອນ​ຕົ້ນ​ປີ, ​​ໂດຍ​ໄດ້​ຮັບ​ການ​ຄາດ​ຄະ​ເນ​ຫລ່ວງ​ຫນ້າ​ວ່າ  ປີ​ 2012 ​ແມ່ນຫນຶ່ງ​ໃນ​ບັນດາ​ປີ​ທີ່ພື້ນຖານ​ເສດຖະກິດ ຫວຽດນາມ ​ແລະ ​ໂລກ ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ທີ່​ສຸດ. ​ເຖິງ​ຢ່າງ​ໃດ​ກໍ​ຕາມ, ໝົດ​ເດືອນ 3, ສະພາບ​ເສດຖະກິດ ຫວຽດນາມ ​ໄດ້​ມີ​ສັນ​ຍານ​ດີ​ພໍ​ສົມຄວນ ​ເປັນ​ຕົ້ນ​ແມ່ນ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້. ​ເມື່ອ​ທຽບ​ກັບ​ເດືອນ​ກ່ອນ, CPI ​ໃນ​ເດືອນ 1/2012 ​ເພີ່ມ​ຂຶ້ນ 1% ​ແລະ ​ເດືອນ 2/2012 ​​ເພີ່ມ​ຂຶ້ນ 1,37% ​ເທົ່າ​ກັບ​ລະດັບ​ຂອງ​ໄລຍະ​ດຽວກັນ​ປີ 2009 ​ແລະ ​ແມ່ນ​ລະດັບ​ຕ່ຳ​ສຸດ​ໃນ​ຮອບ​ເວລາ 10 ປີຜ່ານມາ. ​ໄລ່​ສະ​ເພາະ​ໃນ​ເດືອນ 3/2012, CPI ພຽງ​ແຕ່​ເພີ່ມ​ຂຶ້ນ 0,16% ​ຊຶ່ງ​ແມ່ນ​ລະດັບ​ຕ່ຳ​ສຸດ​ໃນ​ຮອບ​ເວລາ​ເກືອບ 2 ປີຜ່ານມາ. ​ໃນ​ຂະນະ​ນັ້ນ, ການ​ນຳ​ເຂົ້າ​ເກີ​ນດຸນ​ຂອງ​ທັງ​ປະ​ເທດ ​ປະມານ 300 ລ້ານ USD, ​​ເທົ່າ​ກັບ 1,2% ຍອດ​ວົງ​ເງິນ​ສົ່ງ​ອອກ, ຊຶ່ງ​ແມ່ນ​ລະດັບ​ຕ່ຳ​ກວ່າຫລາຍ​ເມື່ອ​ທຽບ​ກັບ​ໄລຍະ​ດຽວ​ກັນ​ຂອງ​ຊຸມປີ​ມໍ່ໆ​ມາ​ນີ້. ​ເລື່ອງ​ປັບປຸງ​​ໂຄງ​ປະກອບ​ຄຸນ​ນະພາ​ບການດຶງ​ດູດ​ທຶນ FDI ນັບ​ທັງ​ແຫ​ລ່ງທຶນ ​ແລະ ຂົງ​ເຂດ​ດຶງ​ດູດ​ທຶນ FDI ກໍ​ດີ​ພໍ​ສົມຄວນ​ເມື່ອ​ທຽບ​ໃສ່​ຊຸມ​ປີ​ກ່ອນ. ນອກ​ນັ້ນ ບັນດາ​ສັນຍານ​ປັບປຸງ​ຄວາມ​ສາມາດ​ການ​ຊຳລະ​ຂອງ​ທະ​ນາຄາ​ນ ​ແລະ ການ​ສະ​ສົມ​ເງິນ​ຕາ​ຕ່າງປະ​ເທດ​ກໍ​ໄດ້​ຮັບ​ການ​ຮັບ​ຮູ້. ​ໃນ 2 ​ເດືອນ​ຕົ້ນ​ປີ 2012, ຕາມ​ທະນາຄານ​ແຫ່ງ​ລັດ​ແລ້ວ, ການ​ສະ​ສົມ​ເງິນຕາ​ຕ່າງປະ​ເທດ​ໄດ້​ເພີ່ມ​ຂຶ້ນ20%,​ໃນຂະນະ​ທີ່ອັດ​ຕາ​ແລກປ່ຽນ​ເງິນຕາ​ຕ່າງປະ​ເທດ​ຍັງ​ຄົງ​​ເປັນ​ປົກກະຕິ. ບັນດາ​ສັນຍານ​ກ່ຽວ​ກັບ​ການ​ປັບ​ປຸງ​ຄວາມ​ສາມາດ​ການ​ຊຳລະ​ຢູ່​ໃນ​ຕະຫລາດທະນາຄານ​ໄດ້​ຮັບ​ການ​ສ່ອງ​​ແສງ​ຢ່າງ​ເຫັນ​ໄດ້​ຊັດ​ຜ່ານ​ການຈຳຫນ່າຍ​ພັນທະບັດ​ຂອງ​ລັດຖະບານ​ໃນ2​ເດືອນ​ຕົ້ນ​ປີສຳ​ເລັດ​ຜົນ ​ແລະ ຈຳນວນພັນທະ​ບັດ​ຂອງ​ລັດຖະບານຊຶ່ງ​ບັນດາ​ຖືກຳມະສິດໄດ້​ເພີ່ມ​ຂຶ້ນ10%. ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ​ ຫວຽດນາມ ຫວ່າງ​ແລ້ວ​ນີ້, ທ່ານ Cao Viet Sinh​ຮອງລັດຖະມົນຕີ​ກະຊວງ​ແຜນການ ​ແລະ​ ການ​ລົງທຶນ​ຫວຽດນາມ​​ໄດ້​ໃຫ້​ຂໍ້​ສັງ​ເກດ​ວ່າ:

        “ພວກ​ຂ້າພະ​ເຈົ້າ​ເຫັນ​ວ່າ ສະພາບ​ເສດຖະກິດ​ມະຫາ​ພາກ​ເລີ່​ມ​ເຂົ້າ​ສູ່​ຄວາມ​ເປັນ​ປົກກະຕິ. ນັ້ນ​ແມ່​ນສິ່ງ​ສຳຄັນ​ທີ່​ສຸດ. ພິ​ເສດ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຂອງ​ປະຊາຊົນ​ຕໍ່​ສະກຸ​ນເງິນ​ດົ່ງກໍ​ເພີ່ມ​ຂຶ້ນ. ​ເຖິງ​ວ່າອັດຕາ​ດອກ​ເບ້ຍ​​ເງິນ​ຝາກ​ເລີ່​ມຫລຸດ​ລົງ​ແລ້ວ ​ແຕ່​ປະຊາຊົນ​ຍັງ​ຄົງ​ສືບ​ຕໍ່​ຝາກ​ເງິນ​ເຂົ້າ​ທະນາຄານ. ຍ້ອນ​ເຫດ​ນັ້ນ ຄວາມ​ສາມາດ​ຊຳລະ​ຂອງບາງ​ທະນາຄານ​ກໍ​ດີ​ຂຶ້ນ​ກວ່າ​ເກົ່າ.”
        ຄວາມ​ຈິງ​ໃນ​ຊຸມ​ເດືອນ​ຕົ້ນ​ປີ​ພວມ​ສະ​ແດງ​ໃຫ້​ເຫັນ​ວ່າ, ຄວາມ​ສາມາດ​ປະຕິບັດ​ຄາດໝາ​ຍການ​ຄວບ​ຄຸມ​ໄພ​ເງິນ​ເຟີ້​ໃນ​ປີ 2012 ຂອງ​ຫວຽດນາມ ຢູ່​ໃນ​ລະດັບ 1 ຕົວ​ເລກ​ພວມ​ປະກົດ​ຜົນ​ເປັນ​ຈິງ ​ຍ້ອນ​ມີ​ບັນດາ​ປັດ​ໄຈ​ຕັ້ງຫນ້າ​ຄື: ສະຕິຄວາມ​ຮັບ​ຮູ້ ​ແລະ ຄວາມ​ຕັດສິນ​ໃຈ​ດ້ານ​ການ​ເມືອງ​​ໃຫມ່ ຈາກ​ຂັ້ນ​ສູງ​ສຸດ, ຄວາມສ​ະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ນະ​ໂຍບາຍ​ການ​ເງິນ ​ເງິນຕາ​ຢ່າງ​ມີ​ໄຫວ​ພິບ ​ແລະ ລະມັດລະວັງ, ຕາມ​ທິດ​ສືບ​ຕໍ່​ຮັດ​ແຫນ້ນ, ຫລຸດຜ່ອນ​ປະລິມານ ​ແລະ ຍົກ​ສູງ​ປະສິດທິ​ຜົນ​ການ​ລົງທຶນ​ຂອງ​ລັດ, ຊຸກຍູ້​ການ​ປ່ຽນ​​ໃຫມ່​ຮູບ​ແບບ ​ແລະ ກົນ​ໄກ​​ພັດທະນາ, ​ແຫ​ລ່ງສິນຄ້າ ​ແລະ ຄົນ​ງານ​​ອຸດົມສົມ​ບູນ, ຄວາມ​ຂະຫຍັນ​ຂັນ​ເຄື່ອນ ​ແລະ ກຳລັງ​​ສະຕິ​ປັນຍາ​ໃນ​ການແກ້ງ​      ແຍ້​ງຂອງ​ຖັນ​​ແຖວ​ນັກທຸລະກິດ​ຢູ່​ຕະຫລາດ, ທີ່​ຕັ້ງ​ບົດບາດ​ໃນ​ເວທີ​ສາກົນ ​ແລະ ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຈາກ​ໂລກ​ທີ່​ມີ​ຕໍ່​ຄວາມ​ສາມາດ​ບົ່ມ​ຊ້ອນຂອງ​ ຫວຽດນາມ ​ການ​ພັດທະນາ​ໄລຍະ​ກາງ ​ແລະ ​ໄລຍະ​ຍາວ ນັບ​ມື້​ນັບ​ໄດ້​ຮັບ​ການ​ປັບປຸງ. ບົນ​ພື້ນຖານ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ໃນ 3 ​ເດືອນ​ຕົ້ນ​ປີ 2012 ນັ້ນ, ບັນດາ​ຜູ້​ຊ່ຽວຊານດ້ານ​ເສດ​ຖະກິດ​​ຮັບ​ຮູ້ວ່າ ການຈະ​ເລີ​ນ​ເຕີບ​ໂຕ​ເສດຖະກິດ​ຂອງ ຫວຽດນາມ ​ໃນ​ປີ​ນີ້ ຈະ​ຢູ່​ໃນ​ລະດັບ 6 - 6,5%.

ເດັດດ່ຽວປະຕິບັດການຄວບຄຸມໄພເງິນເຟີ້ - ảnh 2
ກອງປະຊຸມປະຈຳເດືອນ 3 ຂອງລັດຖະບານ ຫວຽດນາມ
ພາບ: internet

        ​ເຖິງ​ວ່າ ປະຈຸ​ບັນ​ພື້ນຖານ​ເສດ​​ຖະກິດ ຫວຽດນາມ ຍັງ​ຄົງ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ ​​ເພາະວ່າ ບັນດາ​ວິ​ສາ​ຫະກິດ​ອຸດສາຫະກຳ​ຖືກ​ຮັດ​ແຄບ​ສົ້ນ​ອອກ ​ແລະ ​ສິນຄ້າ​ຄ້າງ​ສາງ​ຍັງ​ຫລາຍຢູ່, ບາງ​ວິ​ສາ​ຫະກິດ​ຂະຫນາດ​ກາງ ​ແລະ ນ້ອຍ ຕ້ອງ​ຢຸດ​ຕິ​ການ​ຜະລິດ, ຢຸດຕິ​ການ​ເຄື່ອນ​ໄຫວ. ນອກ​ນັ້ນ ບັນດາ​ຄວາມ​ສ່ຽງ​ອາດ​ຈະ​ເກິ​ດຂຶ້ນ​ໃນ​ເດືອນ​ຈະ​ມາ​ເຖິງ ຍ້ອນ​ກຳລັງ​ດັນຈາ​ກການເພີ່ມຂຶ້ນຂອງລາຄາ​​ສິນຄ້າປະ​ເພດ​ຕ່າງໆ ​ແລະ ການ​​ເຫ​ນັງຕີງ​​ລາ​ຄາຂອງ​​ສິນຄ້າປະ​ເພດຕ່າງໆ ​ຢູ່​ໃນ​ໂລກ​ຈະ​ສົ່ງ​ຜົນ​ກະທົບ​ເຖິງ ຫວຽດນາມ. ​ເພາະສະ​ນັ້ນ ລັດຖະບານ ຫວຽດນາມ ຈະ​ສືບ​ຕໍ່​ຕິດ​ຕາມ​ເພື່ອ​ປັບປຸງນະ​ໂຍບາຍ​ໃຫ້​ເໝາະ​ສົມ, ພິ​ເສດ​​ແມ່ນ​ປະຕິ​ບັດ​ການ​ສ້າງ​ອົງ​ປະກອບ​ການ​ລົງທຶນ​ຂອງ​ລັດ, ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ການລົງທຶນ​​​ໂດຍ​ນຳ​ໃຊ້ແຫ​ລ່ງທຶນຈາກ​ງົບປະມານ​ແຫ່ງ​ລັດ ​ແລະ ພັນທະບັດ ​ເພື່ອ​ສືບ​ຕໍ່​ປະຕິບັດ​ການ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ. ກ່ຽວ​ກັບ​ສິ່ງ​ນີ້ ທ່ານ Cao Viet Sinh ຮອງ​ລັດຖະມົນຕີ​ກະຊວງ​ແຜນການ ​ແລະ ການ​ລົງທຶນ ຫວຽດນາມ ​ໃຫ້​ຮູ້​ວ່າ: ລັດຖະບານ​ໄດ້​ມີ​ຄຳ​ສັ່ງ​ເລກທີ 1792 ກ່ຽວ​ກັບ​ການ​ສ້າງ​ໂຄງ​ປະກອບ​ບັນຊີ​ລາຍ​ຊຶ່​ບັນດາໂຄງການລົງທຶນ​ຂອງ​ລັດ​ຄືນ​ໃຫມ່​ໃນ​ປີ 2012 ນີ້.

        “​ແຕ່​ດົນ​ນານ​ແລ້ວ, ພວກ​ເຮົາ​ບໍ່​ທັນ​ເອົາ​ໃຈ​ໃສ່​ຢ່າງ​ເໝາະສົມ​ເຖິງ​ຄວາມ​ຄືບ​ຫນ້າ​ໃນການ​ປະຕິບັດ​ໂຄງການ​​ໃຫ້ສຳ​ເລັດ, ສະ​ນັ້ນ ​ເມື່ອ​ໂຄງການ​ຖືກແກ່ຍາວ ປະສິດທິ​ຜົນ​ການ​ລົງທຶນ​ກໍ​ຖືກຊັກ​ຊ້າ​ໄປ​ນຳ. ປີ​ນີ້ ພວກ​ເຮົາ​ສະ​ເຫ​ນີວ່າ: ​ໂຄງການ​ໃດ​ປະຕິບັດ​ສຳ​ເລັດຖືກຕ້ອງ​ກັບ​ການ​ກຳນົດ​ເວລາ 3 ປີ​​ໃນໝວດ C,  5 ປີ​​ໃນ​ໝວດ B ຈຶ່ງ​ໄດ້​ຮັບ​ຫນັງສື​ອະນຸຍາດ​ໃຫ້​ປະຕິບັດ. ​ໂຄງການ​ໃດ​ບໍ່​ສາມາດ​ປະຕິບັດສຳ​ເລັດ​ໄດ້ຈະ​ຖືກ​​​ໂຈະ​ໄວ້. ກ່ອນ​ນີ້ ການ​ກຳນົດ​ຂອງ​ລັດ ​ແມ່ນ​​ແບ່ງ​ຂັ້ນ​ໃຫ້​ແກ່​ປະທານ​ຄະນະ​ກຳມະການ​ປະຊາຊົນແຂ​ວງ ​ແລະ ລັດຖະມົນຕີ​ບັນດາ​ກະຊວງ​ອະ​ນຸມັດ​ການ​ລົງທຶນ. ​ແຕ່​ຄັ້ງນີ້ ​ເມ່ືອ​ອະນຸມັດການ​ລົງ​ທຶນ, ຕ້ອງ​ຂໍ​ຄຳ​ເຫັນ​ຈາກບັນດາ​ກະຊວງ, ຂະ​ແຫນງ​ການ ພິຈາລະນາ​ຄວາມ​ສາມາດ​ຫນູນ​ຊ່ວຍ​ດ້ານ​ທຶນຮອນ​ຂອງ​ສູນ​ກາງ​ໄດ້​ເທົ່າ​ໃດ. ຖ້າ​ຫາກ ສູນ​ກາງ​ພຽງ​ຫນູນ​ຊ່ວຍ​ໄດ້ 20 - 30% ຍອດ​ຈຳ​ນວນ​ເງິນ​ລົງທຶນ​ຂອງ​ໂຄງການ ສ່ວນ​ຍັງ​ເຫລືອ​ແມ່ນທ້ອງ​ຖິ່ນ​ຕ້ອງ​ຮັບຜິດຊອບ​. ຖ້າ​ຫາກ​ທ້ອງ​ຖິ່ນ​ໃດ​ບໍ່​ຮັບຜິດຊອບໄດ້ ​ແນ່ນອນ​ວ່າ​ໂຄງການ​ນັ້ນ​ບໍ່​​ໄດ້​ຮັບ​ການຜັນ​ຂະຫຍາຍອີກ.”

        ​ເພື່ອ​ສືບ​ຕໍ່​ປະຕິບັດ​ຄາດໝາຍ​ຄວບ​ຄຸມ​ໄພ​ເງິນ​ເຟີ້, ຕາມຄຳ​ຮຽກຮ້ອງ​ຕ້ອງການ​ຂອງ​ລັດຖະບານ, ​ໃນ​ໄລຍະ​ຈະ​ມາ​ເຖິງ ການ​ປະຕິບັດ​ວິວັດ​ການ​ຫລຸດຜ່ອນ​ອັດຕາ​ດອກ​ເບ້​ຍຢູ່​ບັນດາ​ທະນາຄານ ຈຳ​ເປັນ​ຕ້ອງ​ຮັບປະກັນຜົນ​ປະ​ໂຫຍ​ດທຸກ​ດ້ານ, ​ເປັນ​ຕົ້ນ​​ແມ່ນຕ້ອງ​ຮັບປະກັນ​ຫລຸດຜ່ອນ​ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ ຈາກ​ນັ້ນ ຊ່ວຍ​ໃຫ້​ບັນດາ​ວິ​ສາ​ຫະກິດ​ບັນ​ເທົາ​ຄວາມ​ຫຍຸ້ງຍາກ​ໃນ​ການ​ສຳ​ພັດ​ກັບ​​ແຫ​ລ່ງທຶນ​ຂອງ ທະນາຄານ. ບັນດາ​ຜູ້​ຊ່ຽວຊານ​ເສດຖະກິດ​ກໍ​​ໄດ້ໃຫ້ຂໍ້​ສັງ​ເກດ​ວ່າ ​ເລື່ອງ​ຮັບ​ຮູ້​ອັດຕາ​ດອກ​ເບ້ຍ​ໃຫ້​ກູ້​ຢືມ​ຢູ່​ລະດັບ 15 - 16% ​ແລະ ບໍລິຫານ​ຢ່າງ​ເໝາະ​ສົມ, ມີ​ຫລັກ​ການ​ເພື່ອ​ກ້າວ​ໄປ​ເຖິງການ​ລົບ​ລ້າງ​ອັດຕາ​ດອກ​ເບ້​ຍ​​ເພດ​ານ​ແມ່ນ​ວຽກ​ງານ​ທີ່​ຕ້ອງ​ເຮັດ​ໃນ​ການ​ເຄື່ອນ​ໄຫວ​ຂອງ​ທະນາຄານ, ຕອບ​ສະຫນອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນການ​ຄວບ​ຄຸມ​ໄພ​ເງິນ​ເຟີ້,​ ຫນູນ​ຊ່ວຍ​ວິ​ສາ​ຫະກິດ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ຮັກສາ​ກຳລັງ​ຫນູນ​ໃນ​ການ​ເຕີບ​ໂຕ, ສ້າງ​ໂຄງ​ປະ​ກອບ​ຄືນ​ໃຫມ່​ໄປ​ຄຽງ​ຄູ່​ກັບ​ການ​ຮັກສາ​ເສດຖະກິດ​ມະຫາ​ພາກ​ເປັນ​ປົກກະຕິ ​ແລະ ຮັບປະກັນ​ຊີວິດ​ສັງຄົມ​ໃນ​ປີ​ນີ້.

ນັກ​ຂ່າວ ທູ​ຮວາ

ຕອບກັບ

ຂ່າວ/ບົດ​ອື່ນ