ເບິ່ງແຍງດູແລ ແລະ ປົກປ້ອງເດັກໃນຊ່ວງເວລາເກີດໂລກລະບາດໂຄວິດ 19

(VOVWORLD) - ໃນຊຸມປີຜ່ານມາ ວຽກງານເບິ່ງແຍງດູແລ, ສຶກສາ ແລະ ປົກປ້ອງເດັກ ຍາມໃດ ພັກ, ລັດ ແລະ ທົ່ວສັງຄົມກໍ່ມີຄວາມເອົາໃຈໃສ່ ແລະ ໄດ້ຮັບຖືວ່າ ແມ່ນຫນຶ່ງໃນບັນດານະໂຍບາຍບຸລິມະສິດແຖວຫນ້າເພື່ອຮັບປະກັນຊີວິດສັງຄົມ ເພື່ອເປົ້າໝາຍພັດທະນາຢ່າງສະຖຽນລະພາບ ແລະຍາວນານ ຂອງປະເທດຊາດ. ຕໍ່ຫນ້າການຜັນແປ ແລະ ຜົນຮ້າຍຢ້ອນຫລັງຍາກທີ່ຈະຄາດຄະເນໄດ້ຂອງໂລກລະບາດໂຄວິດ 19, ເດັກນ້ອຍ ຫວຽດນາມ ໄດ້ຮັບຖືວ່າ ແມ່ນກຸ່ມຄົນມີຄວາມສ່ຽງກວ່າໝູ່ ສືບຕໍ່ໄດ້ຮັບຄວາມເອົາໃຈໃສ່ເບິ່ງແຍງດູແລ ແລະ ປົກປ້ອງເປັນພິເສດ.

ເບິ່ງແຍງດູແລ ແລະ ປົກປ້ອງເດັກໃນຊ່ວງເວລາເກີດໂລກລະບາດໂຄວິດ 19 - ảnh 1ພາບປະກອບ:tuyengiao.vn

ພາຍຫລັງ ກົມການເມືອງ ປະກາດໃຊ້ ຄຳສັ່ງ ເລກທີ 20   ເມື່ອວັນທີ 5 ພະຈິກ ປີ 2012 ກ່ຽວກັບການ “ເພີ່ມທະວີການຊີ້ນຳນຳພາຂອງພັກ ສຳລັບ ວຽກງານເບິ່ງແຍງດູແລ, ສຶກສາ ແລະ ປົກປ້ອງເດັກໃນສະພາບການໃຫມ່”, ສະພາແຫ່ງຊາດ, ລັດຖະບານ, ບັນດາອົງການຄຸ້ມຄອງລັດກ່ຽວກັບເດັກ ຢູ່ສູນກາງ ແລະຄະນະພັກທຸກຂັ້ນ, ອຳນາດການປົກຄອງບັນດາທ້ອງຖິ່ນ ໄດ້ຫັນຄຳສັ່ງເປັນກົດບັນຍັດ ແລະ ຜັນຂະຫຍາຍປະຕິບັດຢ່າງຕັ້ງຫນ້າ, ມີປະສິດທິຜົນ.

ພົ້ນເດັ່ນແມ່ນ ສະພາແຫ່ງຊາດ ໄດ້ຮັບຮອງເອົາກົດໝາຍວ່າດ້ວຍເດັກນ້ອຍ, ນາຍົກລັດຖະມົນຕີ ໄດ້ປະກາດໃຊ້ໂຄງການປົກປ້ອງເດັກໄລຍະ 2016 – 2020, ແຜນການດຳເນີນງານແຫ່ງຊາດກ່ຽວກັບການປ້ອງກັນ ສະກັດກັ້ນການໃຊ້ຄວາມຮຸນແຮງທາລຸນເດັກ ໄລຍະ 2020 – 2025 ແລະ ຄຳສັ່ງ ກ່ຽວກັບ “ການເພີ່ມທະວີບັນດາມາດຕະການຮັບປະກັນການປະຕິບັດສິດທິເດັກ ແລະປົກປ້ອງເດັກ”. ລະບົບກົດໝາຍ,ບັນດານະໂຍບາຍກ່ຽວກັບເດັກນ້ອຍເວົ້າລວມ, ວຽກງານປົກປ້ອງເດັກນ້ອຍເວົ້າສະເພາະ ສືບຕໍ່ໄດ້ຮັບການສຳຫລວດກວດກາ, ດັດແກ້, ປັບປຸງ,  ສ້າງໃຫ້ສົມບູນແບບເທື່ອລະກ້າວ, ເບື້ອງຕົ້ນ ບາງບັນຫາກ່ຽວກັບເດັກກໍ່ໄດ້ຮັບການແກ້ໄຂເປັນຢ່າງດີພໍສົມຄວນ, ຕອບສະຫນອງຄວາມຮຽກຮ້ອງຕ້ອງການກ່ຽວກັບການປົກປ້ອງເດັກໃນສະພາບການໃຫມ່.

ບົນພື້ນຖານການກຳນົດທິດ,  ການຊີ້ນຳນຳພາຂອງພັກ, ລັດ, ບັນດາຄະນະ, ກະຊວງ, ຂະແຫນງການສູນກາງ ແລະ ຄະນະພັກທຸກຂັ້ນ,ອຳນາດການປົກຄອງບັນດາທ້ອງຖິ່ນ ໄດ້ຜັນຂະຫຍາຍປະຕິບັດ ບັນດາແຜນນະໂຍບາຍ,ນະໂຍບາຍເບິ່ງແຍງດູແລ, ສຶກສາ ແລະ ປົກປ້ອງເດັກຢ່າງທັນການ, ມີປະສິດທິຜົນ. ຍ້ອນເຫດນັ້ນ ວຽກງານເບິ່ງແຍງດູແລ, ສຶກສາ ແລະປົກປ້ອງເດັກຢູ່ຫວຽດນາມ ບັນລຸໄດ້ບັນດາໝາກຜົນສຳຄັນ. ອັດຕາສ່ວນເດັກນ້ອຍປະສົບກັບຄວາມຫຍຸ້ງຍາກ ໄດ້ຫລຸດລົງຍັງເຫລືອພຽງ 5%, 80% ຈຳນວນເດັກນ້ອຍປະສົບກັບຄວາມຫຍຸ້ງຍາກເປັນພິເສດໄດ້ຮັບການຫນູນຊ່ວຍ, ເບິ່ງແຍງດູແລ ເພື່ອຟື້ນຕົວ, ເຊື່ອມຕົວເຂົ້າກັບວົງຄະນາຍາດ ແລະມີໂອກາດພັດທະນາ.

ລະບົບສະຫນອງການບໍລິການ ປົກປ້ອງເດັກ ໄດ້ຮັບຄວາມເອົາໃຈໃສ່ປັບປຸງ,ລົງທຶນ ທັງພື້ນຖານດ້ານວັດຖຸ ແລະການເຄື່ອນໄຫວ. ປະຈຸບັນ ທົ່ວປະເທດ ມີ 146 ຮາກຖານສະຫນອງບໍລິການປົກປ້ອງເດັກ, 40 ສູນວຽກງານສັງຄົມຂັ້ນແຂວງ, 11.039 ຈຸດທາບທາມຄຳເຫັນ ຢູ່                            ໂຮງຮຽນ, 6. 323 ຈຸດທາບທາມຄຳເຫັນວົງຄະນາຍາດ.ຄຽງຄູ່ກັນນັ້ນ ຍັງມີຮາກຖານຫນູນຊ່ວຍສັງຄົມນັບບຮ້ອຍໆແຫ່ງ  ແລະ ສູນວຽກງານສັງຄົມໃນບັນດາໂຮງໝໍ ກໍ່ໄດ້ເຂົ້າຮ່ວມການສະຫນອງການບໍລິການປົກປ້ອງເດັກ.

ໂດຍແນໃສ່ໂຄສະນາຍົກສູງຄວາມຮັບຮູ້ກ່ຽວກັບສິດທິເດັກ, ປົກປ້ອງເດັກ, ເບິ່ງແຍງດູແລເດັກໃນຊ່ວງເວລາເກີດໂລກລະບາດ ພ້ອມກັນນັ້ນ  ກໍ່ຫນູນຊ່ວຍເດັກທີ່ຖືກຜົນສະທ້ອນຍ້ອນໂລກລະບາດໂຄວິດ 19, ເດືອນເຄື່ອນໄຫວເພື່ອເດັກນ້ອຍປີ 2021 ໄດ້ສຸມໃສ່ເຂົ້າໃນຫົວເລື່ອງ “ຮ່ວມແຮງຮ່ວມໃຈຮັບປະກັນການປະຕິບັດສິດທິເດັກ, ປົກປ້ອງເດັກເມື່ອເກີດໄພທຳມະຊາດ, ໂລກລະບາດ”

ໂດຍຕອບສະຫນອງເດືອນເຄື່ອນໄຫວເພື່ອເດັກນ້ອຍ, ຄະນະກຳມະການປະຊາກອນ, ຄອບຄົວ ແລະ ເດັກນ້ອຍ, ກະຊວງປ້ອງກັນປະເທດ, ກະຊວງວັດທະນະທຳກິລາ ແລະ ທ່ອງທ່ຽວ, ກະຊວງຖະແຫລງຂ່າວ ແລະ ສື່ສານ ສົມທົບກັບສະຫະສະມາຄົມຄວາມປອດໄພດ້ານຂໍ້ມູນຂ່າວສານ ແລະບາງອົງການກ່ຽວຂ້ອງ ໄດ້ຈັດຕັ້ງການແຂ່ງຂັນ ນັກຮຽນກັບຄວາມປອດໄພດ້ານຂໍ້ມູນຂ່າວສານໃນເດືອນມິຖຸນາ ປີ 2021, ສູນກາງຄະນະຊາວຫນຸ່ມກອມມູນິດ ໂຮ່ຈີມິນ ຈັດຕັ້ງລາຍການໄຂລະດູແລ້ງ. ພິເສດ ວຽກງານໂຄສະນາກ່ຽວກັບຄວາມຮູ້, ທັກສະໃນການປ້ອງກັນ ຕ້ານການທາລຸນເດັກ, ປ້ອງກັນ ຕ້ານອຸບັດຕິເຫດ, ຄວາມເຈັບປວດຂອງເດັກ, ປົກປ້ອງເດັກໃນເຄືອຂ່າຍອິນເຕີແນັດ.

ດ້ວຍທິດນຳການກະທຳ “ບໍ່ໃຫ້ໃຜຖືກປະໄວ້ຢູ່ທາງຫລັງ”, ເປົ້າໝາຍແມ່ນແມ່ຍິງ ແລະເດັກນ້ອຍ ຫວຽດນາມ ໄດ້ຮັບບຸລິມະສິດເບິ່ງແຍງດູແລຫລາຍກວ່າໝູ່ໃນໂຄງການປ້ອງກັນ ຕ້ານໂລກລະບາດໂຄວິດ 19 ຂອງລັດຖະບານ. ໃນຫລາຍມາດຕະການ, ນະໂຍບາຍກ່ຽວກັບການຮັບປະກັນຊີວິດສັງຄົມ, ລັດຖະບານ, ບັນດາກະຊວງ ຂະແຫນງການ ທ້ອງຖິ່ນ ໄດ້ມີຄວາມເອົາໃຈໃສ່ຜັນຂະຫຍາຍຢ່າງທັນການ, ແກ້ໄຂບັນດາບັນຫາເດັກ,  ພໍ່ແມ່ຂອງເດັກ ແລະຄູອາຈານ ໃນສະພາບການແຍກຫ່າງສັງຄົມຍ້ອນໂລກລະບາດໃຫ້ທັນການ ມີປະສິດທິຜົນ. ບັນດາລັດຖະນະໂຍບາຍ, ຂໍ້ຕົກລົງ ຢ່າງທັນການ, ສອດຄ່ອງນັ້ນ ໄດ້ປົກປ້ອງ ແລະເບິ່ງແຍງດູແລເດັກດີກວ່າ, ຊ່ວຍເດັກ ແລະບັນດາເປົ້າໝາຍມີຄວາມສ່ຽງອື່ນ ມີຄວາມເຂັ້ມແຂງເພື່ອຜ່ານຜ່າໂລກລະບາດ.

ຕອບກັບ

ຂ່າວ/ບົດ​ອື່ນ