ເບື້ອງຫຼັງຂອງການຫຼຸດລາຄາເງິນຢວນ


(vovworld) -​ ເລື່ອງ​ເງິນ​ຢວນຂອງ​ຈີນ ຖືກຫຼຸດລາຄາ​​ຢ່າງ​ລຽນຕິດໃນ 3 ວັນ ດ້ວຍລະດັບ​ສະຖິຕິ​, ນັບ​ແຕ່​ຈີນ​ ສ້າງ​ລະບົບ​ແລກປ່ຽນ​ເງິນຕາ​ທັນ​ສະ​ໄໝ​ເມື່ອ​ປີ 1994 ມາ​ຮອດ​ປະຈຸ​ບັນນັ້ນ, ບໍ່ຕ່າງ​ຫຍັງ​ກັບ​ແຜ່ນດິນ​ໄຫວ​ໃນ​ຕະຫຼາດ​ການ​ເງິນ​ພາກ​ພື້ນ ​ແລະ ​ໂລກ. ​​ເປັນ​ຫຍັງ​ຈີນ​ ຈຶ່ງ​​ຫຼຸ​ດລາຄາເງິນ​ຢວນຢ່າງ​ລຽນຕິດ ​ແລະ ການ​ກະທຳ​ນີ້​ຈະ​ນຳ​ມາ​ເຊິ່ງຜົນ​ປະ​ໂຫຍ​ດ ກໍ່ຄື​ສົ່ງ​ຜົນ​ສະທ້ອນ​ຄື​ແນວ​ໃດ​ໃຫ້​​ແກ່ປະ​ເທດ​ຈີນ? ນີ້​ແມ່ນ​ສິ່ງ​ທີ່​ບັນດາ​ນັກ​ໄຈ້​ແຍກ, ວົງ​ການ​ນັກ​ສັງ​ເກດ​ດ້ານ​ການ​ເງິນ​ພວມ​ຕິດຕາມ ​ແລະ ​ໄຈ້​ແຍກ​ຢ່າງ​ໃກ້ຊິດ​ໃນ​ຊຸມ​ມື້​ຜ່ານ​ມາ.

ເບື້ອງຫຼັງຂອງການຫຼຸດລາຄາເງິນຢວນ - ảnh 1

(ພາບ,google.com.vn)

        ຕາມ​ທຳ​ມະ​ດາ, ອັດຕາ​ແລກປ່ຽນ​ເງິນຕາ​ຕ້ອງ​ເປັນ​ປົກກະຕິ ​ເພື່ອ​ປັບປຸງ​ຄວາມ​ເຊື່ອ​ໝັ້ນ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ ກ່ຽວ​ກັບສະພາບ​ແວດ​ລ້ອມ​ແຫ່ງ​ການ​ລົງທຶນ, ຈຳກັດ​ຄວາມ​ສ່ຽງ​ໃຫ້​ບັນດາ​ວິ​ສາ​ຫະກິດ​ຂາ​ອອກ​ຂາ​ເຂົ້າ, ພ້ອມ​ທັງ​ຊ່ວຍ​ປະຊາຊົນ​ມີ​ຄວາມ​ເຊື່ອ​ໝັ້ນ​ຕໍ່​ເງິນ​ຢວນ ​ແລະ ​​ຮັກສາ​ສະຖຽນ​ລະ​ຖາບ​ດ້ານ​ເສດຖະກິດ​ມະຫາ​ພາກ​, ​ແຕ່​ຈີນ ​ພັດ​ຕົກລົງຫຼຸດ​ອັດ​ຕາ​ແລກປ່ຽນ​ເງິນ​ຢວນ​ດ້ວຍ​ລະດັບ​ສະຖິຕິ​ໃນ 20 ປີ​ມາ​ນີ້. ພາຍ​ໃນ 3 ວັນ​ທ້າຍ​ສັບປະດາ, ​ເງິນ​ຢວນຖືກ​ຫຼຸດລາຄາ​ເຖິງ 4,6%. ຕະຫຼາດ​ການ​ເງິນ​ທົ່ວ​ໂລກ​ກໍ່ຖືກ​ຜົນ​ສະທ້ອນ​ຢ່າງ​ຮ້າຍ​ແຮງ.

        ​ແກ້​ໄຂ​ສະພາບ​ຊຸດ​ໂຊມ​ເສດຖະກິດ, ຊຸກຍູ້​ການ​ສົ່ງ​ອອກ

        ​ໃນ​ປະຫວັດ​ແຫ່ງ​ເງິນຕາ​ສາກົນ, ​ເມື່ອ​ເສດຖະກິດ​ຖືກ​ຢຸດ​ໄວ້ ​ແລະ ຊຸດ​ໂຊມ ​​ປະ​ເທດ​ຕ່າງໆ​ຈະຕ້ອງ​ເລືອກ​ເຟັ້ນວິທີ​ແກ້​ໄຂ, ​ດ້ວຍ​ເຄື່ອງມື​ແມ່ນ​ອັດຕາ​ແລກປ່ຽນ​ເງິນຕາ. ສຳລັບ​ຈີນ​ ກໍ່​ເຊັ່ນ​ດຽວ​ກັນ. ຕາມ​ການ​ສະຖິຕິ​ແລ້ວ, ​ພື້ນ​ຖານ​ເສດຖະກິດ​ຂອງ​ຈີນ ​ພວມ​ເຕີບ​ໂຕ​ໃນ​ລະດັບ​ຊັກ​ຊ້າ​ທີ່​ສຸດ ນັບ​ແຕ່ 6 ປີ​ມາ​ນີ້. ການ​ສົ່ງ​ອອກ​ຂອງ​ຈີນ ​ໃນ​ເດືອນ 7 ​ໄດ້​ຫຼຸດ​ລົງ​ເຖິງ 8,3% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2014. ການ​ຜະລິດ​ເຕີບ​ໂຕ​ຕຳ່​ກວ່າ​ລະດັບ​ພະຍາກອນ, ລະດັບສິນ​ເຊື່ອ​ກໍ່ມີ​ເຕີບ​ໂຕ​ຊ້າ​​ໄວ້. ຍ້ອນ​ເຫດ​ນັ້ນ, ​ນັກ​ຊ່ຽວຊານ​ຫຼາຍ​ຄົນ​ຖື​ວ່າ ​ເພື່ອ​ໜູນ​ຊ່ວຍ​ບັນດາ​ນັກ​ສົ່ງ​ອອກ​ພາຍ​ໃນ​ປະ​ເທດ, ​ເພີ່ມ​ລັກສະນະ​ແກ່ງ​ແຍ້​ງຂອງ​ສິນຄ້າ, ຈີນ ​ໄດ້​ເລືອກ​ໄລຍະ​ນີ້​ເພື່ອ​ຫຼຸດ​ລາຄາ​ເງິນ​ຢວນລົງ. ​ແຕ່​ບັນດາ​ນັກ​ໄຈ້​ແຍກ​ສ່ວນ​ຫຼາຍ​ພັດ​ຖື​ວ່າ, ນອກຈາກ​ເຫດ​ໜູນ​ຊ່ວຍ​ການ​ສົ່ງ​ອອກ​ແລ້ວ, ການ​ຫຼຸດ​ລາຄາ​ເງິນ​ຢວນຍັງ​ແມ່ນ​ການ​ກະທຳ​ທີ່​ມີ​ຈຸດປະສົງ​ຂອງ​ຈີນ​ເພື່ອ​ແນ​ໃສ່​ຍາດ​ເອົາ​ທ່າ​ໄດ້​ປຽບ​ໃນ​ການ​ແກ່ງ​ແຍ້​ງ. ສິ່ງ​ດັ່ງກ່າວ​ໄດ້​​ເປັນ​ການ​ກະທົບ​ເຖິງ​ຕະຫຼາດ​ເງິນຕາ​ໂລກ. ​​ເຮັດ​ໃຫ້ສະກຸນ​ເງິນຂອງ​ບັນດາ​ປະ​ເທດ​ອົດ​ສະ​ຕາ​ລີ, ສ​ເກົາຫຼີ, ອິນ​ເດຍ ​ແລະ ສິງ​ຄະ​ໂປ​ກໍ່​ຖືກ​ຫຼຸດ​ລາຄາ​ໃນ​ລະດັບ​ກວ່າ 1%.

        ຄວາມ​ມານະ​ພະຍາຍາມ​ຫັນ​ເງິນ​ຢວນ​ເປັນ​ສະກຸນ​ເງິນ​ສາກົນ

        ການ​ຫຼຸດ​ລາຄາ​ເງິນ​ຢວນ ​ເພື່ອ​ແນ​ໃສ່​ໜູນ​ຊ່ວຍ​ໃຫ້​ແກ່​ການ​ສົ່ງ​ອອກ ກໍ່​ຄື​ໜູນ​ຊ່ວຍ​ໃຫ້​ແກ່​ການ​ເຕີບ​ໂຕ. ​ແຕ່​ສິ່ງ​ທີ່​ເລິກ​ເຊິ່ງກວ່າ​ນັ້ນ​ແມ່ນ​, ມັນ​ນອນ​ໃນ​ວິວັດ​ການ​ຫັນ​ເງິນ​ຢວນ​ເປັນ​ສະກຸນ​ເງິນ​ສາກົນ. ນັບ​ແຕ່​ດົນ​ນານ​ມາ​ແລ້ວ, ຈີນ ​ຍາມ​ໃດ​ກໍ່​ຊອກ​ຫາ​ວິທີ ​ເພື່ອ​ນຳ​ເງິນ​ຢວນ​ເຂົ້າ​ຮ່ວມ​ກຸ່ມ​ເງິນຕາ​ທີ່​ມີ​ສິດ​ຖອນ​ທຶນ​ພິ​ເສດ (SDR) ​ແລະ ​ແມ່ນ​ໜຶ່ງ​ໃນ​ບັນດາ​ເງິນຕາ​ຕ່າງປະ​ເທດ​ ​ພ້ອມ​ກັບ USD, ​ເອີ​ໂຣ, ​ເງິນ​ເຢັນ​ (ຍີ່ປຸ່ນ) ກາຍ​ເປັນ​ສະກຸນ​ເງິນ​ສະ​ສົມ​ຂອງ​ໂລກ. ​ແຕ່​ຄວາມ​ຈິງ​ແລ້ວ, ຄວາມ​ມານະ​ພະຍາຍາມ​ຫັນ​ເງິນ​ຢວນ​ເປັນ​ສະກຸນ​ເງິນ​ສາກົນຂອງ​ປັກ​ກິ​ງ ພວມ​ປະສົບ​ກັບ​ຄວາມ​ຫຍຸ້ງ​ຍາກ​ຫຼາຍ​ຢ່າງ.  ​ເຖິງ​ວ່າ​ຈີນ​ ໄດ້​ຊື້​ພັນທະບັດ​ຂອງ​ກອງ​ທຶນ​ເງິນຕາ​ສາກົນ (IMF) 50 ຕື້ USD ດ້ວຍ​ເງິນ​ຢວນ​ແຕ່​ເດືອນ 9/2009 ​ແລ້ວກໍ່ຕາມ, ​ແຕ່​ບັນດາ​ຂໍ້​ຕົກລົງ​ແລກປ່ຽນ​ທຸລະ​ກຳ​ດ້ວຍ​ເງິນ​ຢວນລະຫວ່າງ​ຈີນ​ ກັບ​ບາງ​ປະ​ເທດ​ແມ່ນ​ໜ້ອຍ​ສຸດ. ປະ​ເທດ​ຕ່າງໆ​ບໍ່​ອາດ​ນຳ​ໃຊ້​ເງິນ​ຢວນ​ເພື່ອ​ນຳ​ເຂົ້າ​ສິນຄ້າ​ຈາກ​ປະ​ເທດ​ທີ 3, ຫຼື​ຊຳລະ​ໃຫ້​ທະນາຄານ​ຕ່າງປະ​ເທດ ກໍ່​ຄື​ໃຫ້​ຜູ້​ລົງທຶນ​ພັນທະບັດ​ຕ່າງປະ​ເທດ​ໄດ້. ມາ​ຮອດ​ປະຈຸ​ບັນ, ພັນທະບັດ​​ເປັນເງິນ​ຢວນພຽງ​ແຕ່​ຂາຍ​ໄດ້​ຢູ່​ປະ​ເທດ​ດຽວ​ແມ່ນ​ຈີນ, ຜ່ານ​ລະບົບ​ທະນາຄານ​ຈີນ  ຫຼື​ອົງການ​ການ​ເງິນ​ຫຼາຍ​ຝ່າຍ​ຈຳນວນ​ໜຶ່ງ​ເທົ່າ​ນັ້ນ.

        ຍ້ອນ​ເຫດ​ນັ້ນ​ເລື່ອງ​ຫຼຸດ​ລາຄາ​ງິນຢວນຄັ້ງ​ນີ້​ຂອງ​ປັກ​ກິ​ງ ​ເພື່ອ​ແນ​ໃສ່​ພິສູດ​ໃຫ້​ເຫັນ​ລັກສະນະ​ໄຫວ​ພິບ​ຂອງ​ກົນ​ໄກ​ອັດຕາ​ແລກປ່ຽນ​ເງິນຕາ, ​ເຊິ່ງ​ແມ່ນ​ໜຶ່ງ​ໃນ​ບັນດາ​ເງື່ອນ​ໄຂ ​ເພື່ອ​ໃຫ້​ຈີນ ​ເຊື່ອມ​ໂຍງ​ເຂົ້າ​ຕະຫຼາດ​ການ​ເງິນ​ທົ່ວ​ໂລກ.

        ຜົນ​ຢ້ອນ​ຫຼັງ​ທີ່​ກົງກັນຂ້າມ

        ຄຽງ​ຂ້າງ​ບັນດາ​ຜົນ​ປະ​ໂຫຍ​ດ​ໃນ​ຕໍ່ໜ້າ, ວົງ​ການ​ນັກ​ໄຈ້​ແຍກ​ກໍ່​ຖື​ວ່າ, ຈີນ​ ເອງ​ກໍ່​ຕ້ອງ​ຮັບ​ຜົນ​ສະທ້ອນ​ຢ່າງ​ໃຫຍ່​ຫຼວງ​ຈາກ​ການ​ບັບອັດຕາ​ແລ​ກປ່ຽນ​ເງິນຕາ​ຄັ້ງ​ນີ້. ຄາດ​ວ່າ​​ເມື່ອອັດຕາ​ແລກປ່ຽນ​ເງິນຕາ​ຂອງ​ຈີນ ຫຼຸດ​ລົງ 1%, ຈະ​ຊ່ວຍ​ໃຫ້ການ​ສົ່ງ​ອອກ​ຂອງ​ຈີນ​ ເພີ່ມ​ຂື້ນ, ​ແຕ່​ກໍ່​ມີ​ທຶນ​ປະມານ 40 ຕື້​ USD ຖືກ​ຖອນ​ອອກ​ຈາກ​ຕະຫຼາດ​ຈີນ. ກາ​ນຜັນ​ແປ​ຂອງ​ອັດຕາ​ແລກປ່ຽນ​ເງິນຕາ ​ໄດ້​ສົ່ງ​ຜົນ​ສະທ້ອນ​ຫຼາຍ​ເຖິງ​ຂົງ​ເຂດ​ເຕັກ​ໂນ​ໂລ​ຢີຂໍ້​ມູນ​ຂ່າວສານ, ອະສັງ​ຫະລິ​ມຊັບ ​ແລະ ການ​ເງິນ.

        ​ເຫັນ​ໄດ້ຜົນ​ຢ້ອນ​ຫຼັງ​ທີ່​ກົງກັນ​ຂ້າມ, ພາຍຫຼັງ​ຫຼຸດ​ລາຄາ​ເງິນ​ຢວນລົງ​ລະດັບ​ສະຖິຕິ​ແລ້ວ, ຈີນ​ ໄດ້​ຄ່ອຍເພີ່ມ​ລາຄາ​ເງິນ​ຢວນຂຶ້ນ​. ຍ້ອນ​ເຫດ​ນັ້ນ, ບັນດາ​ນັກ​ໄຈ້​ແຍກ​​ໄດ້ຖືກ​ວ່າ ​ນີ້​ແມ່ນການກະທຳ​ທີ່​ມີ​ຈຸດປະສົງ​ຂອງ​ປັກ​ກິ​ງ. ດ້ານ​ໜຶ່ງ​ແມ່ນ​ເພື່ອ​ແນ​ໃສ່​ຊຸກຍູ້​ພື້ນຖານ​ເສດຖະກິດ, ຮັກສາ​ລະດັບ​ເຕີບ​ໂຕ ​ແລະ ວຽກ​ເຮັດ​ງານ​ທຳ, ດ້ານ​ໜຶ່ງ​ແມ່ນ​ຍົກ​ສູງ​ສິດ​ອຳນາດ​ໃຫ້​ເງິນ​ຢວນ, ຊ່ວຍ​ປະ​ເທດ​ນີ້​ປະຕິບັດ​ບັນດາ​ຄາດໝາຍ​ການ​ທູດ ​ແລະ ປັບປຸງ​ບົດບາດ​ໃຈກາງ​ຂອງ​ເຂົາ​ເຈົ້າ​ໃນ​ພື້ນຖານ​ເສດຖະກິດ​ທົ່ວ​ໂລກ​ຢ່າງ​ສະບາຍ.

ຕອບກັບ

ຂ່າວ/ບົດ​ອື່ນ