ເບື້ອງຫຼັງຂອງສານທີ່ແຂງກກະດ້າງໃໝ່ຂອງ ອາເມລິກາ

ເບື້ອງຫຼັງຂອງສານທີ່ແຂງກກະດ້າງໃໝ່ຂອງ ອາເມລິກາ - ảnh 1
( ພາບ : anninhthudo.vn)

ຕົ້ນອາທິດ​ນີ້, ອາ​ເມລິ​ກາ​ໄດ້​ຢຸດ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ດ້ານ​ການ​ທະຫານ​ຢູ່​ເອີ​ລົບ​ໃຫ້​ແກ່​ລັດ​ເຊຍ. ເຫດຜົນ​ທີ່ອາ​ເມລິ​ກາ​ຍົກ​ອອກ​ມາ​ນັ້ນ​ ແມ່ນ​ ລັດ​ເຊຍ​ບໍ່​ປະຕິບັດ​ບັນດາ​ຂໍ້​ມາດຕາ​ໃນ​ສົນທິສັນຍາ​ບັນດາ​ກຳລັງ ​ປະ​ກອບ​ອາວຸດ​ທຳ​ມະ​ດາ​ຢູ່​ເອີ​ລົບ. ​ເຫດການ​ນີ້​ໄດ້​​ເກີດ​ຂຶ້ນ​ໃນ​ສະພາວະ​ທີ່​ລັດ​ເຊຍ​ຖະ​ແຫຼ​ງວ່າ ຍັງ​ອາດ​ຈະ​ເຈລະຈາ​ກັບ ອາ​າເມລິ​ກາ​ກ່ຽວ​ກັບ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ NMD ຢູ່​ເອີ​ລົບ, ອັນ​ໄດ້​ເຮັດ​ໃຫ້ຫາ​ງສຽງ​ຕ້ອງ​ຕັ້ງ​ຄຳ​ຖາມ​ວ່າ ອາ​ເມລິ​ກາພວມ​ຄິດ​​ໄລ່​ຊັ່ງຊາ​ບັນຫາຫຍັງ   ​ກັບລັດ​ເຊຍ ​ແລະ ການ​ກະທຳ​ນີ້​ຈະ​ສົ່ງ​ຜົນ​ກະທົບ​ຄື​ແນວ​ໃດ​ເຖິງ​ການ​ພົວພັນ ລັດ​ເຊຍ​- ອາ​ເມລິ​ກາໃນອະນາຄົດ ?

    ດ້ວຍ​ບັນດາ​ເຫດການ​ໃນ​ມໍ່​ມາ​ນີ້, ອາດ​ຈະ​ເຫັນ​ໄດ້​ວ່າ ອຳນາດ​ການ​ປົກຄອງ ວໍ​ຊິງ​ຕັນ ຕົກລົງຢຸດ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ກ່ຽວ​ກັບ​ອາວຸດ​ບັນດາ​ປະ​ເພດ​ທຳ​ມະ​ດາ​ແລະ​ ການ​ເຄື່ອນ​ໄຫວດ້ານ​ການ​ທະຫານ​ຂອງ ອາ​ເມລິ​ກາ ຢູ່​ເອີ​ລົບ​ໃຫ້​ແກ່​ລັດ​ເຊຍ, ​ແມ່ນສິ່ງ​ທີ່​ສາມາດ​ທຳນາຍ​ໄດ້​ລ່ວງ​ໜ້າ. ​ແຕ່​ດົນນານ​ມາ​ແລ້ວ, ອາ​ເມລິ​ກາກໍ່​ບໍ່ພໍ​ໃຈ​ກັບ​ລັດ​ເຊຍ​ໃນ​ຫຼາຍ​ບັນຫາ, ​ໃນ​ນັ້ນ​ພົ​ົ້ນ​ເດັ່ນ​ຂຶ້ນຍັງ​ຄົງ​ແມ່ນ​ເລື່ອງ​ລັດ​ເຊຍ​ຄັດຄ້ານ ອາ​ເມລິ​ກາ​ ກໍ່ສ້າງ​ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ​ຢູ່​ເອີ​ລົບ NMD. ​ເຖິງ​ວ່າ ວໍ​ຊິງ​ຕັນ ​ແລະ ມົດ​ສະ​ກູ​ໄດ້​ບັນລຸ​ສັນຍາ​ກ່ຽວ​ກັບ NMD ຢູ່​ທີ່​ກອງ​ປະຊຸມ​ສຸດ​ຍອດ ລັດ​ເຊຍ-ນາ​ໂຕ ຢູ່ ລິດບ​ອນ ​ເມື່ອ​ເດືອນ​ພະຈິກ​ປີ​ກາຍ​ແລ້ວ​ກໍ່ຕາມ, ​ແຕ່​ມາ​ຮອດ​ປະຈຸ​ບັນ, ການ​ຮ່ວມ​ມື​ໃໝ່​ນີ້​ຍັງຄົງ​ເປັນ​ພຽງລາຍ​ລັກ​ອັກສອນ​ເທົ່າ​ນັ້ນ, ​ແລະ​ຍັງ​ບໍ່ທັນ​ເຂົ້າ​ສູ່​ຕົວ​ຈິງ​ເທື່ອ. ຍາມ​ໃດ​ລັດ​ເຊັຍ​ ​ກໍ່​ຮັກສາ​ທັດສະນະ​ທີ່​ວ່າ ລະບົບ​ປ້ອງ​ກັນ​ລູກ​ສອນ​ໄຟ ດ້ວຍ​ຮູບ​ແບບ​ທີ່​ທາງ​ຝ່າຍ ອາ​ເມລິ​ການຳ​ສະ​ເໜີ​ນັ້ນ ອາດ​ຈະ​ເຮັດ​ໃຫ້​ລະບົບ​ຫຼັກການ​ສະ​ເໝີພາບ​ປ່ຽນ​ແປງ​ຢ່າງ​ແຂງ​ແຮງ, ພ້ອມ​ກັນ​ນັ້ນ, ອາດ​ຈະ​​ເຮັດ​ໃຫ້​ລັດ​ເຊຍ​ຢືນ​ຢູ່​ຕໍ່ໜ້າ​ສິ່ງ​ທ້າ​ທາຍ​ດ້ານ​ຄວາ​ມ ສະຫງົບປອດ​ໄພ.

     ຍ້ອນ​ເຫດ​ນີ້​ເອງ, ຂໍ້​ຕົກລົງ​ຂອງ ອາ​ເມລິ​ກາຖືກ​ຖື​ວ່າ​ແມ່ນການ​ກະທຳ​ເພື່ອ​ແນ່​ໃສ່​ໂຕ້​ຕອບ​ລັດ​ເຊຍ. ພວກ​ເຮົາ​ຄວນ​ຄິດຄືນ​​ເບິ່ງວ່າ ​ໃນ​ຕົ້ນ​ອາທິດ​ນີ້, ປະທານາທິບໍດີ​ລັດ​ເຊຍ Medvedev ​ໄດ້ຖະ​ແຫຼ​ງວ່າ ຍັງ​ອາດ​ຈະ​ເຈລະຈາ​ກັບ ອາ​ເມລິ​ກາກ່ຽວ​ກັບ NMD ຢູ່​ເອີ​ລົບ. ຫຼັກ​ໝັ້ນ​ທີ່ ລັດ​ເຊຍຍົກ​ອອກ​ມາ​ນັ້ນ ​ແມ່ນ​ການ​ພົວພັນ ລັດ​ເຊຍ - ອາ​ເມລິ​ກາ ​ເຖິງ​ວ່າ​ໃນ​ຂົງ​ເຂດ​ເສດຖະກິດ​ ຫຼື​ ການ​ທະຫານ ​ແມ່ນ​ຕ້ອງ​ໄດ້​ຮັບ​ການ​ກໍ່ສ້າງ​ບົນ​ຫຼັກການ​ສະ​ເໝີ​ພາບ ຕ່າງ​ຝ່າຍ​ຕ່າ​ງມີ​ຜົນ​ປະ​ຫຍດ. ປັດ​ໃຈ​ສະ​ເໝີ​ພາບ ​ໄດ້ຮັບ​ການ​​ເນັ້ນ​ໜັ້ກ​ເປັນ​ພິ​ເສດ​ຈາກ ປະທານາທິບໍດີ​ລັດ​ເຊັຍ Medvedev ຂະນະ​ທີ່​ທ່ານ​ຖື​ວ່າ ບັນດາ​​ເງື່ອນ​ໄຂທີ່ລັດ​ເຊຍ​ຍົກ​ອອກ​ມາແມ່ນ​ເພື່ອແນ່​ໃສ່​ປົກ​ປັກ​ຮັກສາ​ອະທິປະ​ໄຕ ​ແລະ​ ຜົນ​ປະ​ໂຫຍ​ດ​ແຫ່ງ​ຊາດ ​ແລະ ​ໃນ​ຂະນະ​ທີ່​ປະ​ເທດ​ລັດ​ເຊຍ ຍັງ​ບໍ່​ທັນ​ໄດ້​ຮັບ​ການ​ຮັບປະກັນ​ເປັນ​ລາຍ​ລັກ​ອັກສອນ ກ່ຽວ​ກັບ​ເລື່ອງລະບົບ​ NMD ​ແມ່ນ​ບໍ່​ເພື່ອ​ແນ່​ໃສ່​ຕ້ານ​ຄືນ​ລັດ​ເຊຍ​ນັ້ນ, ປະ​ເທດ ​ລັດ​​ເຊຍ​ ຈະ​ມີ​ສິດ​ປ້ອງ​ກັນ​ຕົວ. ປະທານາທິບໍດີ​ລັດ​ເຊຍ Medvedev ​ຫາ​ກໍ່​ປະກາດບັນດາ​ມາດ​ຕະການ​ໂຕ້​ຕອບ ທີ່​ລັດ​ເຊຍ​ຈະ​ນຳ​ໃຊ້​ໃນ​ກໍລະນີ ເອ​ເມລິ​ກາ ​ແລະ ​ນາ​ໂຕ ຜັນ​ຂະຫຍາຍ​ລະບົບ​ປ້ອງ​ກັນ​ລູກ​ສອນ​​ໄຟ​ຢູ່​ເອີ​ລົບ ຫາກ​ບໍ່​ຄິດ​ໄລ່​ເຖິງ​ຫຼັກ​ໝັ້ນ​ແລະ​ຜົນ​ປະ​
ໂ​ຫຍດຂອງລັດ​ເຊຍ. ​ແຕ່​ສຳລັບ ອາ​ເມລິ​ກາ​ແລ້ວ, ປະຕິກິ​ລີ​ຍາ​ຂອງ ລັດ​ເຊຍ ສືບ​ຕໍ່​ແມ່ນ​ສິ່ງ​ທີ່​ບໍ່​ອາດ​ຮັບ​ຮູ້​ໄດ້. ວົງ​ການ​ນັກ​ໃຈ້​ແຍກ​ຖື​ວ່າ : ອາ​ເມລິ​ກາຕັດສິນ​ຢຸດ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ໃຫ້​ແກ່ ລັດ​ເຊຍນັ້ນ ກໍ່​ແມ່ນ​ການ​ປ່ຽນ​ແປງ​ຍຸດທະ​ສາດຂອງ ອ​າເມລິ​ກາ ທີ່​ມີ​ຕໍ່​ລັດ​ເຊຍ ​ແລະ ​ເປັນ​ທີ່​ຈະ​ແຈ້ງ​ແລ້ວວ່າ ນັ້ນ​ແມ່ນ​ສານ​ກ່າວ​ເຕືອນ​ສະບັບ​ໃໝ່​ວ່າ ຈະ​ບໍ່​ມີ​ເລື່ອງ ອາ​ເມລິ​ກາ ສືບ​ຕໍ່​ຜ່ອນ​ສັ້ນ​ຜ່ອນ​ຍາວ​ກັບ ລັດ​ເຊຍ ​ໃນ​ບັນຫາ NMD ຢູ່​ເອີ​ລົບ​ກໍ​ຄື​ໃນ​ທຸກໆ​ຂົງ​ເຂດ​ອື່ນໆ.

   ​  ໃນ​ຕົວ​ຈິງ, ຄວາມ​ຂັດ​ແຍ່ງ​ກັນ ລະຫວ່າງ ລັດ​ເຊຍ - ອາ​ເມລິ​ກາ ບໍ່​​ແມ່ນ​ເລື່​ອງໃໝ່​ອ່ຽມ​ແຕ່ຄຳ​ຖະ​
ແຫຼ​ງຂອງ ອາ​ເມລິ​ກາ ​ໂດຍ​ຢຸດ​ການ​ສະໜອງ​ຂໍ້​ມູນ​ຂ່າວສານ​ດ້ານ​ການ​ທະຫານ​ຢູ່​ເອີ​ລົບ​ໃຫ້​ແກ່​ລັດ​ເຊຍນັ້ນ, ​ໄດ້​ສະ​ແດງ​ໃຫ້​ເຫັນ​ການ​ຄິດ​ໄລ່ຊັ່ງຊາ​ໃໝ່ ຂອງປະທານາທິບໍດີ​ ອາ​ເມລິ​ກາ. ພາຍຫຼັງ​ຫຼາຍ​ປີ​ທີ່​ບໍ່​ສາ​ມາດ​ຊອກ​ຫາ​ໄດ້​ສຽງ​ເວົ້າ​ລວມນັ້ນ, ກາລະ​ໂອກາດ​ສົນທະນາ​ຫາລື ລັດ​ເຊຍ - ອ​າເມລິ​ກາ ​ນັບ​ມື້​ນັບ​ມີ​ຄວາມ​ສະດວກ​ຫຼາຍ​ຂຶ້ນ ຂະນະ​ທີ່​ເວທີ​ການ​ເມືອງ ອ​າເມລິ​ກາ ​ແລະ ລັດ​ເຊຍ ພວມ​ກະກຽມ​​ໃຫ້​ແກ່ການ​ເຄື່ອນ​ໄຫວ​ໃໝ່. ປະທານາທິບໍດີ​ ອາ​ເມລິ​ກາ ພວມ​ຢູ່​ໃນ​ໄລຍະ​ສຸດ​ທ້າ​ຍຂອງ​ອາຍຸ​ການ​ຂອງ​ຕົນ ​ແລະ ປະທານາທິບໍດີ​ລັດ​ເຊຍ Medvedev ກໍ່​​ໃກ້​ຈະ​ໝົດ​ອາຍຸການນຳພາ​ປະ​ເທດ ລັດ​ເຊຍ 4 ປີ . ສຳລັບ​ທ່ານ Obama ຜູ້​ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ສິ່ງທ້າ​ທາຍ​ຫຼາຍ​ຢ່າງໃນຂົງ​ເຂດ​ເສດຖະກິດ​ສັງຄົມນັ້ນ, ການ​ຊອກ​ຫາ​ກາລະ​ໂອກາດ​ໃໝ່ເພື່ອ​ປັບປຸງ​ອິດ​ທິພົນ​ຊື່​ສຽງ​ແລະ​ດຶງ​ດູດ​ການ​ສະໜັບ​ສະໜູນຂອງ​ຜູ້​ມີ​ສິດ​ເລືອກ​ຕັ້ງ ອາ​ເມລິ​ກາ ​ແມ່ນ​ສິ່ງ​ທີ່​ຈຳ​ເປັນ​ທີ່​ສຸດ. ບັນ​ດາການ​ຢັ່ງ​ຫາງ​ສຽງ​ຄັ້ງ​ມໍ່ໆ​ມາ​ນີ້ລ້ວນ​ແຕ່​ສະ​ແດງ​ໃຫ້​ເຫັນ​ວ່າ ອິດ​ທິພົນ​ຊື່​ສຽງຂອງປະທານາທິບໍດີ Obama ຖືກ​ຫຼຸດ​ລົງ​ຫຼາຍ. ​ເພາະສະ​ນັ້ນ, ການ​ຊອກ​ຫາ​ວິທີ​ການ​ແກ້​ໄຂ​ໃໝ່ຈະ​ຊ່ວຍ​ທ່ານ Obama ມີ​ຄວາມ​ໝັ້ນ​ໃຈ​ກ່ວາກ​່ອນກ້າວ​ສູ່​ການ​ເລືອກ​ຕັ້ງປະທານາທິບໍດີ​ ອາ​ເມລິ​ກາປີ 2012.

      ການ​ຕັ​ດສິນທີ່​ແຂງ​ກະດ້າງຂອງ ອາເມລິ​ກາ ອາດ​ຈະ​ກໍ່​ຄວາມຂັດ​ແຍ່​ງ​ໃໝ່​ໃນ ການ​ພົວພັນ ລັດ​ເຊຍ - ອາ​ເມລິ​ກາ ​ແລະ​ທຸກ​ຂໍ້​ຕິດ​ຂັດ​ໃນ​ສາຍ​ພົວພັນ​ນີ້ ລ້ວນ​ແຕ່​ພາ​ໄປ​ເຖິງ​ໄພ​ອັນຕະລາຍ​ທີ່​ບໍ່​ອາດ​ຄາດ​ຄິດ​ລ່ວງ​ໜ້າ​ໄດ້. ​ເຖິງ​ວ່າ​ຍັງ​ໄວ​ເກີນ​ໄປ​ເມື່ອ​ເວົ້າ​ເຖິງ​ເລື່ອງ​ສົງຄາມ​ເຢັນອາດ​ຈະ​ກັບ​ຕ່າວ​ຄືນ​ມາ, ​ແຕ່​ດ້ວຍ​ທຸກ​ສິ່ງ​ທຸກ​ຢ່າງ ທີ​ພວມ​ເກີດ​ຂຶ້ນ, ພິ​ເສດ​ແມ່ນ​ທ່າ​ທີ​ແຂງ​ແກ່ນ​ຂອງ ອາ​ເມລິ​ກາ ທີ່​ມີ​ຕໍ່ລັດ​ເຊຍນັ້ນ, ກໍ່​ຍາກ​ທີ່​ຈະຄອຍ​ຖ້າ​ສັນຍານ​ອັນ​ຕັ້ງໜ້າ​ໃນ​ການ​ພົວພັນ ລັດ​ເຊຍ - ອາ​ເມລິ​ກາ ​ໃນ​ໄລຍະ​ທີ່​ຈະ​ມາ​ເຖິງ.

ຕອບກັບ

ຂ່າວ/ບົດ​ອື່ນ