ເບື້ອງຫຼັງຂອງເລື່ອງ ຢູແກຼນ ປະຕິເສດລົງນາມໃນຂໍ້ຕົກລົງຮ່ວມມືກັບ ອີຢູ


(vovvorld) ພາຍຫຼັງ​ ປະລະ​ແຜນການລົງ​ນາມໃນ​ຂໍ້​ຕົກລົງ​ຮ່ວມ​ສຳພັນ​ກັບ​ອີ​ຢູ ຂອງ​ປະທານາທິບໍດີ ຢູ​ແກຼນ Viktor Yanukovych ​ເພື່ອ​ບຸລິ​ມາ​ສິດ​ໃຫ້​ແກ່​ການ​ພົວພັນ​ທາງ​ດ້ານ​​ເສດຖະກິດ​ກັບ​ລັດ​ເຊຍ ​ເປັນ​ເວລາ​ເກືອບ 3 ສັບປະດາ, ຄວາມ​ເຄັ່ງ​ຕິງ​ທາງ​ດ້ານ​ການ​ເມືອງ​ຢູ່ ຢູ​ແກຼນ ຍັງ​ບໍ່​ທັນ​ມີ​ສັນຍາ​ນຫຼຸດ​ລົງ​ເທື່ອ. ຊຳ້​ບໍ່​ໜຳ​, ຍັງ​ຜັນ​ແປ​ໄປ​ຢ່າງ​ສັບ​ສົນ​ກວ່າ. ຄວາມດັນ​ຂອງ​ກຳລັງ​ສະໜັບສະໜູນ​ການ​ຮ່ວມ​ສຳພັນ​ກັບ​ອີ​ຢູ ທີ່​ມີ​ຕໍ່​ລັດຖະບານ​ໄດ້​ເພີ່ມ​ຂຶ້ນ​ຢ່າງ​ແຮງ, ພິ​ເສດ​ແມ່ນ​ໃນ​ສະພາບ​ທີ່​ປະທານາທິບໍດີ Viktor Yanukovych​ເດີນທາງ​ໄປ​ຢ້ຽມຢາມ​ສະຫະພັນ​ລັດ​ເຊຍ​ໃນ​ວັນ​ທີ 17/12 ​ເພື່ອ​ຊຸກຍູ້​ບັນດາ​ຂໍ້​ຕົກລົງ​ຮ່ວມ​ມື​ທາງ​ດ້ານ​​ເສດຖະກິດ.

ເບື້ອງຫຼັງຂອງເລື່ອງ ຢູແກຼນ ປະຕິເສດລົງນາມໃນຂໍ້ຕົກລົງຮ່ວມມືກັບ ອີຢູ - ảnh 1

ປະທານາທິບໍດີລັດເຊຍ Putin ແລະ

ປະທານາທິບໍດີ ຢູແກຼນ Viktor Yanukovych​ ພົບປະກັນເມື່ອເດືອນ 10 ຜ່ານມາ

(ພາບ: AP)

        ​ໂດຍ​ໄດ້​ຮັບ​ຕີ​ລາຄາ​ວ່າ ​ແມ່ນ​ພື້ນຖານ​ເສດຖະກິດ​ທີ່​ມີ​ຄວາມ​ສາມາດ​ບົ່ມ​ຊ້ອນ​ຫຼາຍ​ຢ່າງ​ກໍ່ຕາມ, ​ແຕ່ ຢູ​ແກຼນ ພວມ​ຕ້ອງ​ປະ​ເຊີນ​ໜ້າ​ກັບ​ຄວາມ​ຫຍຸ້ງຍາກ​ຄື: ລະດັບ​ເຕີບ​ໂຕ​ຫຼຸດ​ລົງ, ອັດຕາ​ຫວ່າງ​ງານ ​ແລະ ​ໄພ​ເງິນ​ເຟີ້​ເພີ່ມ​ຂຶ້ນ​ສູງ. ຖ້າ​ຫາກ ຢູ​ແກຼນ ລົງ​ນາມ​ໃນ​ຂໍ້​ຕົກລົງ​ເພີ່ມ​ທະວີ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ກັບ​ອີ​ຢູ, ອີ​ຢູ ຈະ​ຍົກ​ເລີກ 98% ​ພາສີ​ໃຫ້​ສິນຄ້າຂອງ ຢູ​ແກຼນ ນຳ​ເຂົ້າ​ອີ​ລົບ ​ແລະ ​ໃນ​ແຕ່ລະ​ປີ ກີ​ແອບ ຈະ​ສ້າງ​ລາຍ​ຮັບຕື່ມ​ອີກ​ປະມານ 500 ລ້ານ​ເອີ​ໂຮ. ​ແທນ​ທີ​ນັ້ນ​ ກີ​ແອບ ຕ້ອງ​ຫຼຸດຜ່ອນ​ລາຍ​ຈ່າຍ​ເກີນ​ດູ​ນງົບປະມານ ​ແລະ ​ເພີ່ມ​ລາຄາ​ອາຍ​ແກ​ສ. ​ໃນ​ຂະນະ​ນັ້ນ, ​ລັດ​ເຊຍ​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ ລົງທຶນ​​ໃຫ້ ຢູ​ແກຼນ ນັບ​ສິບ​ຕື້​ໂດ​ລາ​ສະຫະລັດ​ໃນ​ທັນທີ. ອາດ​ເຫັນ​ໄດ້​ວ່າ, ຖ້າ​ຫາກ​ມີ​ການ​ຮ່ວມ​ສຳພັນ​ກັບ​ອີ​ຢູ, ຢູ​ແກຼນ ຈະ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ໄລຍະ​ຍາວ, ສ່ວນ​ຮ່ວມ​ສຳພັນ​ກັບ​ລັດ​ເຊຍ, ຢູ​ແກຼນ ຈະ​ມີ​ຜົນ​ປະ​ໂຫຍ​ດ​ໃນ​ທັນທີ. ນັ້ນ​ແມ່ນ​ສາຍ​ເຫດ​ທີ່​ພາ​ໃຫ້ ປະທານາທິບໍດີ Viktor Yanukovych ປະຕິ​ເສດ​ຂໍ້​ຕົກລົງ​ເພີ່ມ​ທະວີ​ການ​ພົວພັນ​ກັບ 28 ປະ​ເທດ​ສະມາຊິກ​ຂອງ​ອີ​ຢູ, ​ເຊິ່ງ​ແມ່ນ​ຂໍ້​ຕົກລົງ​ທີ່​ເຮັດ​ໃຫ້ 50% ຈຳນວນ​ພົນລະ​ເມືອງ​ຂອງ​ປະ​ເທດ​ນີ້​ສະໜັບສະໜູນ.

        ຄວາມ​ເຄັ່ງ​ຕຶງ​ທາງ​ດ້ານ​ການ​ເມືອງ​ບໍ່​ທັນ​ສິ້ນ​ສຸດ​ລົງ

        ບາງ​ເທື່ອ​ ປະທານາທິບໍດີ Viktor Yanukovych ບໍ່​ຄາດ​ຄະ​ເນ​ໄດ້​ບັນດາ​ຜົນ​ຮ້າຍ​ຢ້ອນ​ຫຼັງ​​ ຈາກ​ເລື່ອງ​ບໍ່​ຮ່ວມ​ສຳພັນ​ກັບ​ອີ​ຢູ ຂອງ​ຕົນ, ດັ່ງ​ນັ້ນ​ສະພາບ​ການ​ຢູ່ ຢູ​ແກຼນ ນັບ​ມື້​ນັບ​ເຄັ່ງ​ຕຶງ​ກວ່າ. ​ໃນ​ເກືອບ 3 ສັບປະດາ​ທີ່​ຜ່ານ​ມາ, ຢູ​ແກຼນ ​ໄດ້​ຕົກ​ເຂົ້າ​ສູ່​ສະພາບ​ວິ​ກິດ​ການ​ດ້ານ​ການ​ເມືອງ, ຄວາມ​ສາມັກຄີ​ຊົນ​ຊາດ​ຖືກ​ແບ່ງ​ແຍກ, ການ​ແຫ່​ຂະ​ບວນປະ​ທ້ວງ​ດ້ວຍ​ຂອບ​ຂະໜາດ​ໃຫຍ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢູ່​ປະ​ເທດ​ນີ້​ເພື່ອ​ຄັດຄ້ານ​ເລື່ອງ​ລັດຖະບານ​ບໍ່​ຮ່ວມ​ສຳພັນ​ກັບ​ອີລົບ. ບັນດາ​ຜູ້​ແຫ່​ຂະ​ບວນ​ໄດ້​ຮຽກຮ້ອງ​ປ່ອຍ​ຕົວ​ນັກ​​ໂທດ​ການ​ເມືອງ, ​ໃນ​ນັ້ນ​ມີອະດີດ​ນາຍົກລັດຖະມົນຕີ Timoshenko, ຍຸບ​ເລີກ​ລັດຖະບານ ​ແລະ ປິດ​ລ້ອມ​ສຳນັກງານ​ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ ຢູ​ແກຼນ, ກະຊວງ​ການ​ຕ່າງປະ​ເທດ ​ແລະ ຄະນະ​ກຳມະການ​ເລືອກ​ຕັ້ງ​ສູນ​ກາງ. ຝ່າຍ​ຄ້ານ​ໃຫ້​ຮູ້​ພວມ​ກະກຽມ​ໃຫ້​ແກ່​ການ​ແຫ່​ຂະ​ບວນດ້ວຍ​ຂອບ​ຂະໜາດ​ໃຫຍ່​ຄັ້ງ​ໃໝ່ ດ້ວຍ​ຈຳນວນ​ຜູ້​ເຂົ້າ​ຮ່ວມ​ເກື​ອບ 3 ​ແສນ​ຄົນ.

        ​ໃນ​ຂະນະ​ນັ້ນ, ບັນດາ​ຜູ້​ສະໜັບ​ສະ​ໜູນ​ປະທານາທິບໍດີ ​ແລະ ສະໜັບສະໜູນ​ການ​ພົວພັນ​ຮ່ວມ​ມື​ກັບ​ລັດ​ເຊຍ ກໍ່​ຈັດ​ຕັ້ງ​ການ​​ແຫ່​ຂະ​ບວນຢູ່​ໃກ້​ກັບ​ສຳນັກງານ​ສະພາ​ແຫ່ງ​ຊາດ.

        ​ເພື່ອ​ແນ​ໃສ່​ຫຼຸດຜ່ອນ​ຄວາມ​ເຄັ່ງ​ຕຶງຢູ່ ຢູ​ແກຼນ​, ທ້າຍ​ສັບປະດາ​ຜ່ານ​ມາ, ປະທານາທິບໍດີ Viktor Yanukovych ຕ້ອງ​ງົດ​ຕຳ​ແຫຼ່ງ​ເຈົ້າ​ຄອງ​ນະຄອນ ກີ​ແອບ ສຳລັບ​ທ່ານ Alexxandre Popov ​ແລະ ທ່ານ Vladimir Sivkovitch, ຜູ້​ທີ່​ຮັບຜິດຊອບ​ດ້ານ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ ຢູ​ແກຼນ, ພາຍຫຼັງ​ກໍລະນີ​ປາບ​ປາມ​ຜູ້​ແຫ່​ຂະ​ບວນປະ​ທ້ວງ​ເມື່ອ​ວັນ​ທີ 30/11. ປະທານາທິບໍດີ Viktor Yanukovych ຍັງ​ກ່າວ​ເຕື່ອນກ່ຽວ​ກັບ​ການ​ຄັດ​ເຂ່ຍ​ບັນດາ​ເຈົ້າ​ໜ້າ​ທີ່​ຮຽບຮຽງ​ຂໍ້​ຕົກລົງ​ຮ່ວມ​ສຳພັນ​ກັບ​ສະຫະພາບ​ເອີ​ລົບ (ອີ​ຢູ) ​ແລະ ຢືນຢັນ​ວ່າ ບັນດາ​ຂໍ້​ຕົກລົງ​ກັບ​ລັດ​ເຊຍ​ໃນ​ການ​ຢ້ຽມຢາມ​ວັນ​ທີ 17/12 ຈະ​ບໍ່​ມີ​ເອກະສານ​ກ່ຽວ​ກັບ​ການ​ຮ່ວມ​ສຳພັນ​ດ້ານ​ພາສີ. ​ໃນ​ຂະນະ​ນັ້ນ, ທ່ານ​ນາຍົກລັດຖະມົນຕີ Mykola Azarov ກໍ່​ປະຕິ​ເສດ​ຄຳ​ຖະ​ແຫຼ​ງວ່າ ຢູ​ແກູນ ພວມ​ມີ​ທິດ​ຮ່ວມ​ສຳພັນ​ກັບ​ລັດ​ເຊຍ ​ແລະ ບັນດາ​ປະ​ເທດ​ສາທາລະນະ​ລັດ​ທີ່​ຂຶ້ນ​ກັບ​ໂຊ​ວຽດ​ເກົ່າ.

        ສັນຍານ​ແຫ່ງ​ການ​ປະ​ເຊີນ​ໜ້າ​ລະຫວ່າງ​ຝ່າຍຕາ​ເວັນ​ອອກ - ຝ່າຍຕາ​ເວັນ​ຕົກ

        ຂໍ້​ຕົກລົງ​ປະ​ຕິ​ເສດ​ຂໍ້​ຕົກລົງ​​ເພີ່ມ​ທະວີ​ການ​ພົວພັນ​ທາງ​ດ້ານ​ເສດຖະກິດ​ກັບ 28 ປະ​ເທດສະມາ​ຊິກຂອງ ອີ​ຢູ, ບໍ່​ພຽງ​ແຕ່​ສົ່ງ​ຜົນ​ສະທ້ອນ​ບໍ່​ດີ​ເຖິງ​ການ​ພົວພັນ​ລະຫວ່າງ ຢູ​ແກຼນ ກັບ​ອີ​ຢູ​ ເທົ່າ​ນັ້ນ, ຫາກ​ຍັງສ້າງ​ເງື່ອນ​ໄຂ​ ​ໃຫ້​ອາ​ເມ​ລິ​ກາ ​ແຊກ​ແຊງ​ເຂົ້າ ດ້ວຍ​ເຫດ ກິ​ແອບ ​ໄດ້​ປາບ​ປາມ​ຜູ້​ແຫ່​ຂະ​ບວນປະ​ທ້ວງ. ທ່ານ​ຮອງ​ປະທານາທິບໍດີ​ອາ​ເມ​ລິ​ກາ Joe Biden ​ເອງ​ໄດ້​ໂທລະສັບ​ຫາ ປະທານາທິບໍດີ Viktor Yanukovych ສະ​ແດງ​ຄວາມ​ວິຕົກ​ກັງວົຍຢ່າງ​ເລິກ​ເຊິ່ງ. ​ໃນ​ຂະນະ​ນັ້ນ, ບັນດາ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຂອງ​ອາ​ເມ​ລິ​ກາ​ ບາງ​ທ່ານ ກໍ່​ໄດ້​ເຂົ້າ​ຮ່ວມການ​ແຫ່​ຂະ​ບວນປະ​ທ້ວງ​ຄັ້ງ​ຫຼ້າ​ສຸດ​ຢູ່ ກີ​ແອບ, ​ເຂົາ​ເຈົ້າ​ຖື​ວ່າ​ອະນາຄົດ​ຂອງ ຢູ​ແກຼນ ​ແມ່ນ​ຂຶ້ນ​ກັບ​ກຸ່ມ​ເອີ​ລົບ​ເອກະ​ພາບ. ຕາມ​ບັນດາ​ນັກ​ສັງ​ເກດ​ການ​ແລ້ວ, ການ​ແຊກ​ແຊງ​ຂອງ​ອາ​ເມ​ລິ​ກາ ບໍ່​ພຽງ​ແຕ່​ແມ່ນປະຕິກິລິຍາ​ແບບ​ທຳ​ມະ​ດາ​ເທົ່າ​ນັ້ນ ຫາກ​ແມ່ນ​ສັນຍານ​ຂອງ​ການ​ປະ​ເຊີນ​ໜ້າ​ລະຫວ່າງ​ຝ່າຍ​ຕາ​ເວັນ​ອອກ ​ແລະ ຝ່າຍ​ຕາ​ເວັນ​ຕົກ.

        ອາດ​ເວົ້າ​ໄດ້​ວ່າ, ພາຍຫຼັງ​ການ​ປະຕິວັດ​ສີ​ສົ້ມ​ປີ 2004 ມາ​ຮອດ​ປະຈຸ​ບັນ, ຢູ​ແກຼນ ພວມ​ຜ່ານ​ຜ່າ​ວິ​ກິດ​ການ​ດ້ານ​ການ​ເມືອງ​ຮ້າຍ​ແຮງ​ທີ່​ສຸດ, ​ເລື່ອງ​ຫັນປ່ຽນ​ສະພາບ​ການ ​ແລະ ຍົກ​ອອກ​ບັນດາ​ມາດ​ຕະການ​ແກ້​ໄຂ ​ເພື່ອ​ຮັບປະກັນ​ຜົນ​ປະ​ໂຫຍ​ກລະຫວ່າງ​ຝ່າຍ​ຕ່າງໆ ​ແມ່ນ​ເລື່ອງ​ທີ່​ຫຍຸ້ງຍາກ​ສຳລັບ ປະທານາທິບໍດີ Viktor

ຕອບກັບ

ຂ່າວ/ບົດ​ອື່ນ