ເບື້ອງຫລັງຂອງອັນທີ່ເອີ້ນວ່າ “ນ້ຳໃຈຮັກຊາດ” ຂອງນັກສຶກສາ Nguyen Phuong Uyen

(vovworld)- ​ໃນ​ບາງພາຫະນະ​ສື່​ມວນ​ຊົນ​ຂອງ​ຕ່າງປະ​ເທດ​ໄດ້ອອກ​ຂ່າວ​ຄາວ​ເສກ​ສັນ​ປັ້ນ​ແຕ່ງ​ເລື່ອງ Nguyen Phuong Uyen ນັກ​ສຶກສາ​ມະຫາວິທະຍາ​ໄລ​ອຸດສາຫະກຳ​ສະບຽງອາຫານ ນະຄອນ ​ໂຮ່ຈິ​ມິນ ລະ​ເມີດ​ກົດໝາຍ. ຄວາມ​ຈິງ​ຊ້ອນ​ແຝງ​ຢູ່ເບື້ອງ​ຫລັງ​ຂອງ​ເຫດການ​ນີ້​ແມ່ນ​ຫຍັງ? ​

        ວັນ​ທີ 19/10/2012, ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ສືບສວນ​​ແຂວງ Long An ​ໄດ້​ອອກ​ຄຳ​ສັ່ງເປີດ​ການ​ສືບ​ສວນ​ສອບ​ສວນຄະດີ​ອາຍາ, ​ເປີດ​ການສືບສວນ​ສອບ​ສວນ​ຜູ້​ຕ້ອງ​ຫາ, ກັກ​ຕົວ​ຊົ່ວຄາວ​ສຳລັບ Dinh Nguyen Kha ​ແລະ Nguyen Phuong Uyen ​ໃນ​​ເວລາ 4 ​ເດືອນ​ເພື່ອ​​ເຮັດ​ແຈ້ງ​ກ່ຽວ​ກັບການ​ກະທຳ​ຂອງ​ສອງ​ຄົນ​ດັ່ງກ່າວ ​ແລະ ​ເປົ້າ​ໝາຍ​ຈຳນວນ​ຫນຶ່ງ​ທີ່​ມີ​ສ່ວນກ່ຽວຂ້ອງ​ ຍ້ອນ​ໄດ້​ດຳ​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ຕ້ານ​ລັດ ຫວຽດນາມ, ຕາມ​ການ​ກຳນົດ​ໃນ​ມາດຕາ 88 ຂອງ​ ປະມວນກົດໝາຍ​ອາຍາ. ກ່ອນ​ຫນ້າ​ນັ້ນ ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ແຂວງ Long An ​ໄດ້​ພົບ​ເຫັນ​ພະຍານ​ຫລັກ​ຖານ​ຫລາຍ​ຢ່າງ​ຢູ່​ເຮື​ອນສ່ວນ​ຕົວ​ຂອງ Dinh Nguyen Kha ກ່ຽວ​ກັບ​ເລື່ອງ ບຸກຄົນ​ນີ້​ໄດ້​​​ເຜີຍ​ແຜ່​ເອກະສານ​ມີ​ເນື້ອ​ໃນ​ລະ​ເມີດ​ກົດໝາຍ ຫວຽດນາມ. ​ໃນ​ວິວັດທະນາ​ການ​ສືບສວນ​ໄດ້​ພິສູດ​ໃຫ້​ເຫັນ​ວ່າ: Kha ​ແລະ Uyen ພ້ອມ​ກັນ​ປະຕິບັດ​ບັນດາ​ການ​ກະທຳ​ລ​ະ​ເມີດ​ກົດໝາຍ, ​ໃນ​ນັ້ນ ​ໄດ້ຫວ່າ​ນ​ໃບ​ປີ່​ວ​ເສກ​ສັນ​ປັ້ນ​ແຕ່ງບິດ​ເບື່ອ​ນຄວາມ​ຈິງ​ຕໍ່​ກັບນະ​ໂຍບາຍ​ສາສະຫນາ, ນະ​ໂຍບາຍ​ທີ່​ດິນ​ຂອງ​ພັກ ​ແລະ ລັດ ຫວຽດນາມ,​ ສະ​ແດງ​ທັດສະນະ​ຜິດ​ເຂ​ວກ່ຽວ​ກັບ​ອະທິປະ​ໄຕ​ເຂດ​ທະ​ເລ,​ ໝູ່​ເກາະ ​ແລະ ​​ຊາຍ​ແດນ​ທາງບົກ​ລະຫວ່າງ ຫວຽດນາມ ​ແລະ ຈີນ, ຕາມ​ການ​ຊີ້​ນຳ​ຂອງ Nguyen Thien Thanh ຊື່​ງ​ແມ່ນ​ສະມາຊິກ​ຂອງ​ອັນ​ທີ່​ເອີ້ນ​ວ່າ “​ໄວຫນຸ່ມ​ຮັກ​ຊາດ” ແຕ່​ເນື້ອ​ແທ້ແມ່ນ​ອົງການ​ປະຕິ​ການ, ດຳ​​ເນີນ​ບັນດາ​ການ​ເຄື່ອນ​ໄຫວ​ໂຄສະນາ​ຕ້ານ​ລັດ ຫວຽດນາມ.

        ​ໃນ​ບົດ​ຮັບ​ສາລະພາບໂທດ​ຂອງ​ຕົນ, Nguyen Phuong Uyen ​ໄດ້​ເປີດ​ເຜີຍ​ເລື່ອງ​ພ້ອມ​ກັບ Kha ​ຫວ່າ​ນໃບ​ປີ່​ວ ​ແລະ ປະຕິບັດ​ບັນດາ​ການ​ເຄື່ອນ​ໄຫວ​ລະອຽດ​ເພື່ອ​ໂຄສະນາ, ຕ້ານ​ລັດ ຫວຽດນາມ. ຕາມ​ນັ້ນ​ແລ້ວ, ວັນ​ທີ 3/10/2012 Kha ​ແລະ Uyen ​ໄດ້​ໄປ​ເຖິງ ຂົວ An Suong ນະຄອນ ​ໂຮ່ຈິ​ມິນ ​ເພື່ອຫ​​ວ່າ​ນໃບ​ປ່ີ​ວດ້ວຍຮູບ​ການ​ຕິດ​ໃບ​ປີ່​ວຢູ່​ດ້ານຫລັງ​ຂອງ​ເງິນ​ເຈ້ຍປະມານ 2000 ​ໃບ ​. ນອກ​ນັ້ນ Kha ​ແລະ Uyen ຍັງ​ຖ່າຍຮູບ, ຖ່າຍ​ທຳ video ກ່ຽວ​ກັບ​ເລື່ອງບັນດາ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ພວມ​ເກັບ​​ເອົາ​ໃບ​ປີ່​ວ ​ແລ້ວ ສົ່ງ​ໃຫ້ Thanh ຜ່ານ​ facebook, yahoo. ກ່ອນ​ຫນ້າ​ນັ້ນ ວັນ​ທີ 20/8/2012, ພາຍ​ໃຕ້​ການ​ແນະນຳ​ຂອງ Thanh, Uyen ​ໄດ້​ເອົາ​ຮູບ​​ແຕ້ມ​ທຸງ 3 ​ແສກ​ພ້ອມ​ດ້ວຍ​ແຖວ​ຕົວ​ຫນັງສືມີ​ເນື້ອ​ໃນ​ໃສ່​ຮ້າຍປາຍ​ສີພັກ​ກອມ​ມູນິດຫວຽດນາມ ຕິດ​ຢູ່​ທາງ​ຫລວງ​ເລ​ກທີ 28 ຢູ່​ Binh Thuan ​ແລະ ຖ່າຍຮູບຫລາຍ​ແຜ່ນສົ່ງ​ໃຫ້ Thanh ​ເພື່ອ​ອອກ​ທາງ​ຫນ້າ​​ເວັບ “​ໄວ​ຫນຸ່ມ​ຮັກ​ຊາດ” ​ແລະ facebook ສ່ວນ​ຕົວ ທີ່​ມີ​ຊື່ວ່າ: Nguyen Tan Cuong. ​ເມື່ອ​ຖືກ​ຈັບ​ຕົວ, Uyen ສະ​ແດງ​ຄວາມ​ກິນ​​ແຫນງ ​ແລະ ຍອມຮັບ​ສາລະພາບໂທດ, Uyen ​ເວົ້າ​ວ່າ: ຂ້າພະ​ເຈົ້າ​ເອງ​ເຫັນ​ວ່າ​ ການ​ກະທຳ​ຂອງ​ຕົນ​​ແມ່ນ​ລະ​ເມີດ​ກົດໝາຍ​ຂອງລັດ ຫວຽດນາມ, ຕ້ານ​ພັກ​ກອມ​ມູນິດ ຫວຽດນາມ ​ແລະ ລັດ ຫວຽດນາມ. Uyen ອະທິ​ບາຍ​ວ່າ: Uyen ​​ມີ​ການ​ກະທຳ​ຄື​ແນວ​ນັ້ນ ຍ້ອນ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ດ້ານ​ເສດຖະກິດ, ຢາກ​​ໄດ້​ laptop, ​ໂທລະສັບ ​ແລະ ​ເງິນ​ເພ່ືອ​ຈ່າຍຄ່າ​ຮຽນຈາກ Thanh. Uyen ສະ​ແດງ​ຄວາມ​ປາດ​ຖະຫນາ​ຢາກ​ໃຫ້​ພັກ ​ແລະ ລັດ ຫວຽດນາມ ອະ​ໄພ​ຍະ​ໂທດ​ເພື່ອສືບຕໍ່ການຮຳ່ຮຽນ ກາຍເປັນພົນລະເມືອງທີ່ມີປະໂຫຍດຕໍ່​ສັງຄົມ.”

        ເປັນອັນວ່າ ຄວາມຈິງກ່ຽວກັບການລະເມີດກົດໝາຍຂອງນັກສຶກສາ Nguyen Phuong Uyen ​​ໄດ້​ຮັບ​ການ​​ສືບສວນເຮັດ​ໃຫ້​ຈະ​ແຈ້ງ​ຈາກ​ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ. ການ​ກະທຳ​ຜິດ​ຂອງ Uyen ​​ໄດ້​ພາ​ໃຫ້​ຕົນ​ເອງຕ້ອງ​ຮັບຜິດຊອບ​ຕໍ່ຫນ້າ​ກົດໝາຍ. ສິ່ງ​​ທີ່​ຕ້ອງ​ເວົ້າ​ເຖິງ ນັ້ນ​ແມ່ນ ສະມາຄົມ, ຄະນະ​ຊາວ​ຫນຸ່ມ, ອົງການ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ ​​ໂດຍ​ຂະໜານ​ນາມ, ປອມ​ແປງ​ຫລັກ​ຖານ​​ເພື່ອ​ຂຽນ​ໃບ​ສະ​ເຫ​ນີສົ່ງ​​ເຖິງ​ທ່ານປະທານ​ປະ​ເທດຜ່ານ​ເຄືອ​ຂ່າຍ ອິນ​ເຕີ​​​ແນ​ດ ​ແລະ ຈົດໝາຍ​ສົ່ງ​ເຖິງ​ນັກຮຽນ​ຮູ້, ປັນຍາ​ຊົນ ​ເພື່ອສະຫນັບສະຫນູນ Nguyen Phuong Uyen. ອົງການ​ທີ່​ມີຫນ້າ​ທີ່​ຮັບຜິດຊອບ​ໄດ້​ຢັ້ງຢືນ​ບັນຊີ​ລາຍ​ຊື່​ນັກ​ສື​ກສາ 109 ຄົນ​ຂອງ​ມະຫາວິທະຍາ​ໄລ​ອຸດສາຫະກຳ​ສະບຽງອາຫານ​ນະຄອນ ​ໂຮ່ຈິ​ມິນ ລົງ​ລາຍ​ເຊັນ​ ສົ່ງ​ເຖິງ​ປະທານ​ປະ​ເທດ​ແມ່ນ​ບໍ່​ຖືກ​ກັບ​ຄວາມ​ຈິງ. ນາງ Nguyen Thi Kim Thu ນັກ​ສຶກສາ​ຮຽນ​ຫ້ອງ​ດຽວ​ກັນ​ກັບ​ນາງ Uyen ຢືນຢັນ​ວ່າ: ນ້ອງ​ບໍ່​ຄິດ​​​ເລີຍວ່າ Uyen ມີ​ການ​ກະທຳ​ຄື​ແນວ​ນັ້ນ ​ແລະ ບັງ​ເອີນ​ນ້ອງ​ມີ​ຊື່​ໃນ​ບັນຊີ​ລາຍ​ຊື່ຜູ້​ຂຽນ​ຈົດໝາຍ​ດັ່ງກ່າວ. ນີ້​ແມ່ນ​ການ​ປອມ​ແປງ​ລາຍ​ເຊັນບໍ່​ພຽງ​ແຕ່​ນ້ອງ​ເອງ​ເທົ່າ​ນັ້ນ ຫາກ​ໝູ່​ເພື່ອນ​ໃນ​ຫ້ອງ​ລ້ວນ​ແຕ່​ບໍ່​ຮູ້​ເຖິງ​ໃບ​ສະ​ເຫ​ນີດັ່ງກ່າວ.

ເບື້ອງຫລັງຂອງອັນທີ່ເອີ້ນວ່າ “ນ້ຳໃຈຮັກຊາດ”  ຂອງນັກສຶກສາ Nguyen Phuong Uyen - ảnh 1
Dinh Nguyen Kha ​ແລະ Nguyen Phuong Uyen
ພາບ:congan.com

        ​ເລື່ອງ​ລາວ​ຂອງ​ Nguyen Phuong Uyen ​ແມ່ນ​ຄວາມ​ລະ​ເມີ​ເຝີ້​ຝັນ​ດ້ານ​ການ​ເມືອງ ​ແລະ ​ເຂົ້າ​ໃຈ​ຜິດ​ກ່ຽວ​ກັບນ້ຳ​ໃຈ​ຮັກ​ຊາດ ​ແລະ ​ແມ່ນຄວາມ​ຜິດ​ພາດ​ຂອງ​ນັກ​ສຶກສາ​ຜູ້​ຫນຶ່ງ. ສະ​ນັ້ນ ​ລຸ້ນ​ຫນຸ່ມ​ແຕ່ລະຄົນ​ຕ້ອງ​ສະ​ແດງ​ນ້ຳ​ໃຈ​ຮັກ​ຊາດ​ຢ່າງ​ຖືກ​ທິດ ບໍ່​​ປະໃຫ້​ຜູ້​ບໍ່​ດີ​ສວຍ​ໃຊ້​​ໂອກາດ​ເພື່ອ​ມີ​ການ​ກະທຳ​ຜິດ ລະ​ເມີດ​ກົດໝາຍ​.

ຕອບກັບ

ຂ່າວ/ບົດ​ອື່ນ