ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກ

(vovworld) - ໂດຍສືບ​ຕໍ່​ການ​ພົວ​ພັນ​ຕ່າງ​ປະ​ເທດ​ທີ່​ສຳ​ຄັນ​ຂອງ​ຫວຽດ​ນາມ​ ນັບ​ແຕ່​ຕົ້ນ​ປີ​ມາ​ຮອດ​ປະ​ຈຸ​ບັນ, ການ​ຢ້ຽມ​ຢາມ​ ສ​ເກົາຫຼີ ຢ່າງ​ເປັນ​ທາງ​ການ​ໃນ​ລະ​ຫວ່າງວັນ​ທີ 21 – 24/7 ແລະ ການ​ຢ້ຽມ​ຢາມ​ມຽນ​ມາ​ ຢ່າງ​ເປັນ​ທາງ​ການ​ແຕ່​ວັນ​ທີ 24 – 26/7 ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະ​ຫ​ຍາຍ​ການ​ເຄື່ອນ​ໄຫວ​ທາງ​ການ​ທູດ​ຂອງ​ຫວຽດ​ນາມ, ພິ​ເສດ​ແມ່ນການ​ທູດ​ລັດ​ຖະ​ສະ​ພາ​ຂອງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ. ການ​ຢ້ຽມ​ຢາມ​ເພື່ອ​ແນ​ໃສ່​ເພີ່ມ​ທະ​ວີ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ, ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ລະ​ຫວ່າງ​ຫວຽດ​ນາມ - ສ​ເກົາຫຼີ ແລະ ມຽນ​ມາ, ພ້ອມ​ທັງ​ສ້າງ​ກົນ​ໄກ​ຮ່ວມ​ມື​ລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກັບ​ສະ​ພາ​ແຫ່ງ​ຊາດ​ສອງ​ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ​ຕາມ​ທິດ​ໝັ້ນ​ຄົງ, ແທດ​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.

        ສຳ​ລັບ ສ​ເກົາຫຼີ, ເຊິ່ງ​ແມ່ນ​ປະ​ເທດ​ທຳ​ອິດ​ໃນ​ການ​ໄປ​ປະ​ຕິ​ບັດ​ງານ​ຄັ້ງ​ນີ້​ຂອງທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ການ​ຢ້ຽມ​ຢາມ​ດຳ​ເນີນ​ໄປ​ໃນ​ສະ​ຖາ​ນະ​ການ​ທີ່​ການ​ພົວ​ພັນ​ຮ່ວມ​ມື​ມິດ​ຕະ​ພາບ​ລະ​ຫວ່າງ​ຫວຽດ​ນາມ - ສ​ເກົາຫຼີ ພວມ​ພັດ​ທະ​ນາ​ຢ່າງ​ຈົບ​ງາມ. ຫວຽດ​ນາມ ແລະ ສ​ເກົາຫຼີ ເຄີຍ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ນຳ​ກັນ, ຮັກ​ສາ​ກົນ​ໄກ​ສົນ​ທະ​ນາ​ເປັນ​ປະ​ຈຳ, ສ້າງ​ຄວາມ​ເຂົ້າ​ອົກ​ເຂົ້າ​ໃຈ ແລະ ໄວ້​ເນືອ​ເຊື່ອ​ໃຈ​ເຊິ່ງ​ກັນ ແລະ ກັນ, ພິ​ເສດ, ປີ 2012, ຫວຽດ​ນາມ ແລະ ສ​ເກົາຫຼີ ໄດ້​ຈັດ​ຕັ້ງ​ຫຼາຍ​ເຫດ​ການ​ສະ​ເຫຼີມ​ສະຫຼອງ 20 ປີ ແຫ່ງວັນ​ສ້າງ​ຕັ້ງ​ການ​ພົວ​ພັນທາງ​ການ​ທູດ​ຢູ່​ແຕ່​ລະ​ປະ​ເທດ, ປະ​ກອບ​ສ່ວນ​ຫັນ​ການ​ພົວ​ພັນ “ຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ” ເປັນ​ລະ​ອຽດ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ຫ​ວຽດ​ນາມ ປະ​ຈຳ ສ​ເກົາຫຼີ ເຈິ່ນ​ຈ້ອງ​ຕ່​ວານ ໄດ້​ຢືນ​ຢັນ​​ວ່າ:

        “ບໍ່​ມີ​ເວ​ລາ​ໃດ​ທີ່​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ - ສ​ເກົາຫຼີ ໄດ້​ຮັບ​ການ​ພັດ​ທະ​ນາ​ອັນ​ດີ​ງາມ​ຄື​ໃນ​ປະ​ຈຸ​ບັນ. ນັບ​ແຕ່​ປີ 1992, ສອງ​ປະ​ເທດ​ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ, ຫຼັງ​ຈາກ​ນັ້ນ​ການ​ພົວ​ພັນ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງວ່ອງ​ໄວ. ຮອດ​ເດືອນ 8/2001 ສອງ​ປະ​ເທດ​ໄດ້​ຍົກ​​ການ​ພົວ​ພັນ​ຂຶ້ນ​ສູ່​ລະ​ດັບ​ຄູ່​ຮ່ວມ​ມື ຮ່ວມ​ມື​ຮອບ​ດ້ານ ແລະ ຮອດ​ເດືອນ 10/2009 ຍົກເປັນການ​ພົວ​ພັນ​ຄູ່​ຮ່ວມ​ມື ຮ່ວມ​ມື​ຍຸດ​ທະ​ສາດ ແລະ ນັບ​ແຕ່​ນັ້​ນ​ມາ​ຮອດ​ປະ​ຈຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງ​ແຮງ. ກ່ຽວ​ກັບ​ການ​ພົວ​ພັນ​ດ້ານ​ການ​ເມືອງ, ໄດ້​ມີ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ສູງ​ສຸດ​ລະ​ຫວ່າງ​ການ​ນຳ​ສອງ​ປະ​ເທດ”.

ເປີດກວ້າງການພົວພັນຮ່ວມມືກັບບັນດາປະເທດໃນພາກພື້ນອາຊີຕາເວັນອອກ - ảnh 1
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ

        ໃນ​ການ​ຢ້ຽມ​ຢາມ ສ​ເກົາຫຼີ ຄັ້ງ​ນີ້, ນອກ​ຈາກ​ການ​ເຈ​ລະ​ຈາ​ກັບ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ສ​ເກົາຫຼີ Kang Chang Hee, ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຍັງ​ມີ​ໂອ​ກາດ​ພົບ​ປະ​ກັບ​ບັນ​ດາ​ການ​ນຳ​ຂັ້ນ​ສູງ ສ​ເກົາຫຼີ ແລະ ແລກ​ປ່ຽນ​ບັນ​ດາ​ມາດ​ຕະ​ການຊຸກ​ຍູ້​ການ​ພົວ​ພັນ​ຮ່ວມ​ມື ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຫວຽດ​ນາມ - ສ​ເກົາຫຼີ ໃຫ້​ພັດ​ທະ​ນາ​ຢ່າງ​ແຮງກວ່າ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

        ຖັດ​ຈາກ ສ​ເກົາຫຼີ, ມຽນ​ມາ ແມ່ນ​ປະ​ເທດ​ທີ​ສອງ​ທີ່​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ມາ​ຢ້ຽມ​ຢາມ​ຕາມ​ຄຳ​ເຊີນ​ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ມຽນ​ມາ Khin Aung Myint. ໃນ​ຊຸມ​ປີ​ຜ່ານ​ມາ, ສອງ​ປະ​ເທດ​ໄດ້​ຕັ້ງ​ໜ້າ​ປັ​ບ​ປຸງ ແລະ ຊຸກ​ຍູ້​ການ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ. ​ການ​ນຳຂັ້ນ​ສູງ​ສອງ​ປະ​ເທດ​ໄດ້​ແລກ​ປ່ຽນ​ໄປ​ມາ​ຢ້ຽມ​ຢາມ​ເຊິ່ງ​ກັນ ແລະ ກັນ. ພິ​ເສດ, ​ແມ່ນ​ການ​ຢ້ຽມ​ຢາມ​ມຽນ​ມາ ຂອງ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫງວຽນ​ເຕິ໋ນ​ຢຸງ (4/2010), ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ປະ​ທາ​ນາ​ທິ​ບໍ​ດີ Thein Sein ເມື່ອ​ເດືອນ 3/2012 ແລະ ຂອງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ມຽນ​ມາ Khin Aung Myint ເມື່ອ​ເດືອນ 6/2012… ໄດ້​ນຳ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ປະ​ເທດ​ຂື້ນ​ສູ່​ລະ​ດັບ​ສູງ​ໃໝ່. ທ່ານ​ຮອງ​ລັດ​ຖະ​ມົນ​ຕີ​ການ​ຕ່າງ​ປະ​ເທດຫວຽດ​ນາມ ຟ້າມ​ກວາງວິງ, ຖື​ວ່າ:

        “ໃນ​ຊຸມ​ປີ​ຜ່ານ​ມາ, ຫວຽດ​ນາມ ແລະ ມຽນ​ມາ ໄດ້​ສ້າງ​ຂອບ​ເຂດ​ການ​ຮ່ວມ​ມື ແລະ ພື້ນ​ຖານ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ເມືອງ, ການ​ຕ່າງ​ປະ​ເທດ, ການ​ປ້ອງ​ກັນ​ຊາດ ປ້ອງ​ກັນ​ຄວາມ​ສະ​ຫງົບນຳ​ກັນ. ນີ້​ແມ່ນ​ໂອ​ກາດ​ເພື່ອ​ໃຫ້​ພວກ​ເຮົາ​ເສີມ​ຂະ​ຫ​ຍາຍ​ຂອບ​ເຂດ​ການ​ຮ່ວມ​ມື​ນັ້ນ​ກວ່າ​ອີກ”.

        ໃນ​ການ​ຢ້ຽມ​ຢາມ​ມຽນ​ມາ ຄັ້ງ​ນີ້, ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ​ Khin Aung Myint ຈະ​ເຊີນ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ກ່າວ​ຄວາມ​ເຫັນ​ຕໍ່​ສະ​ພາ​ແຫ່ງ​ຊາດ. ສິ່ງ​ດັ່ງ​ກ່າວ​ສະ​ແດງ​ໃຫ້​ເຫັນຄວາມ​ນັບ​ຖື​ຂອງ​ມຽນ​ມາ​ທີ່​ມີ​ຕໍ່​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວົ້າສະ​ເພາະ ແລະ ປະ​ເທດ​ຫວຽດ​ນາມ ເວົ້າ​ລວມ ກໍ່​ຄື​ຄວາມ​ຕັດ​ສິນ​ໃຈ​ພັດ​ທະ​ນາ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ທີ່​ເປັນ​ມູນ​ເຊື້ອ, ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ ແລະ ສອງ​ສະ​ພາ​ແຫ່ງ​ຊາດ.

        ການ​ຢ້ຽມ​ຢາມ ສ​ເກົາຫຼີ ແລະ ມຽນ​ມາ ຂອງ​ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຄັ້ງ​ນີ້​ສືບ​ຕໍ່​ຢັ້ງ​ຢືນ​ນະ​ໂຍ​ບາຍ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ​ຂອງ​ຫວຽດ​ນາມ ທີ່​ຖື​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມືຫຼາຍ​ດ້ານ​ກັບ​ສອງ​ປະ​ເທດ​ຄູ່​ຮ່ວມ​ມື​ທີ່​ສຳ​ຄັນ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ເປັນ​ສຳ​ຄັນ, ພ້ອມ​ທັງ​ສ້າງ​ກົນ​ໄກ​ຮ່ວມ​ມື​​ຢ່າງ​ມີ​ປະ​ສິດ​ທິ​ຜົນ​ກວ່າ​ອີກລະ​ຫວ່າງ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ກັບ​ສະ​ພາ​ແຫ່ງ​ຊາດ ສ​ເກົາຫຼີ ແລະ ມຽນ​ມາ​ ໃນ​ໄລ​ຍະ​ຈະ​ມາ​ເຖິງ. ການ​ຢ້ຽມ​ຢາມ​ກໍ່​ແມ່ນ​ໂອ​ກາດ​ເພື່ອ​ເພີ່ມ​ທະ​ວີການ​ສະ​ໜັບ​ສະ​ໜູນສອງ​ປະ​ເທດ​ນີ້​ທີ່​ມີຕໍ່​ເລື່ອງຫວຽດ​ນາມ ເປັນ​ເຈົ້າ​ພາບ​ຈັດ​ຕັ້ງ​ກອງ​ປະ​ຊຸມ​ໃຫ​ຍ່​ລັດ​ຖະ​ສະ​ພາ​ລະ​ຫວ່າງ​ຊາດສາ​ກົນ (IPU) ຄັ້ງ​ທີ 132 ໃນ​ປີ 2015 ແລະ  ປະ​ກອບ​ສ່ວນ​ຍົກ​ສູງ​ທີ່​ຕັ້ງ​ຂອງ​ຫວຽດ​ນາມ ໃນ​ເວ​ທີ​ສາ​ກົນ.

ຕອບກັບ

ຂ່າວ/ບົດ​ອື່ນ