ເປີດກວ້າງ​ປະ​ຊາ​ທິ​ປະ​ໄຕ, ຮັບ​ຟັງ​ຄຳ​ເຫັນ​ປະ​ກອບ​ໃສ່​ເອ​ກະ​ສານ​ການ​ເມືອງກອງ​ປະ​ຊຸມ​ໃຫ​ຍ່ຂອງ​ພັກ

(VOVWORLD) -ເປີດກວ້າງປະຊາທິປະໄຕ, ຮັບຟັງບັນດາຄຳເຫັນປະກອບຢ່າງສຸດຈິດສຸດໃຈຂອງປະຊາຊົນ ແມ່ນແຜນນະໂຍບາຍຂອງພັກ ແລະ ລັດ ຫວຽດນາມ. ໃນຊ່ວງເວລານີ້, ຮ່າງເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ ພວມຮັບເອົາຄຳເຫັນປະກອບຈາກຮາກຖານ ແລະ ຈະຮັບເອົາຄຳເຫັນປະກອບຢ່າງກວ້າງຂວາງຈາກປະຊາຊົນທຸກຊັ້ນວັນນະ. ເລື່ອງຮັບຟັງບັນດາຄຳເຫັນປະກອບ ເປັນການສະແດງໃຫ້ເຫັນການເສີມຂະຫຍາຍປະຊາທິປະໄຕໃນຊີວິດສັງຄົມ, ແມ່ນບັນດາຄວາມມານະພະຍາຍາມໃນກິດຈະການສ້າງພື້ນຖານປະຊາທິປະໄຕສັງຄົມນິຍົມຢູ່ຫວຽດນາມ.

ເປີດກວ້າງ​ປະ​ຊາ​ທິ​ປະ​ໄຕ, ຮັບ​ຟັງ​ຄຳ​ເຫັນ​ປະ​ກອບ​ໃສ່​ເອ​ກະ​ສານ​ການ​ເມືອງກອງ​ປະ​ຊຸມ​ໃຫ​ຍ່ຂອງ​ພັກ - ảnh 1 ພາບໂຄສະນາກ່ຽວກັບກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ

ພາບ:baonghean.vn

ພັກກອມມູນິດຫວຽດນາມ ຍາມໃດກໍ່ຢັ້ງຢືນວ່າ ປະຊາທິປະໄຕແມ່ນເນື້ອແທ້ຂອງລະບອບສັງຄົມນິຍົມ. ນັ້ນແມ່ນຄວາມຮັບຮູ້ຢ່າງສະເຫມີຕົ້ນສະເຫມີປາຍກ່ຽວກັບສັງຄົມນິຍົມ ແລະ ພື້ນຖານປະຊາທິປະໄຕສັງຄົມນິຍົມຜ່ານບັນດາການເຄື່ອນໄຫວຊີ້ນຳນຳພາກິດຈະການສ້າງສາ ແລະ ພັດທະນາປະເທດຊາດ. ພັກ ກໍ່ໄດ້ກຳນົດການຈັດຕັ້ງຮັບເອົາຄຳເຫັນປະກອບໃສ່ຮ່າງເອກະສານການເມືອງ ແມ່ນວຽກງານສຳຄັນຍິ່ງ, ມີລັກສະນະຕັດສິນຊີ້ຂາດເຖິງອະນາຄົດ ແລະ ການພັດທະນາຂອງປະເທດຊາດ, ເສີມຂະຫຍາຍປະຊາທິປະໄຕ, ລະດົມກຳລັງປະດິດຄິດສ້າງຂອງທົ່ວພັກ ທົ່ວປວງຊົນ.

ເປີດກວ້າງປະຊາທິປະໄຕ, ຮັບຟັງ ຄຳເຫັນປະກອບຂອງປະຊາຊົນແມ່ນການຊີ້ນຳຢ່າງລຸລ່ວງ

ໃນຄາວຍັງມີຊີວິດຢູ່, ທ່ານປະທານໂຮ່ຈີມິນ ຮຽກຮ້ອງວ່າ: ພະນັກງານການນຳ ຍາມໃດກໍ່ຕ້ອງຮັບຟັງຄຳເຫັນປະກອບຂອງສະມາຊິກພັກ, ຂອງປະຊາຊົນ.

ຄວາມຈິງກ່ອນທີ່ດຳເນີນກອງປະຊຸມຄັ້ງໃຫມ່ຂອງພັກແລະການປັບປຸງລັດຖະທຳມະນູນໃນແຕ່ລະເທື່ອ, ການປະກາດໃຊ້ບັນດາກົດໝາຍຫລືບັນຫາສຳຄັນຂອງປະເທດຊາດ.. ພັກແລະລັດຍາມໃດກໍ່ປະຕິບັດການຮັບເອົາຄຳເຫັນປຶກສາຫາລື, ຄຳເຫັນປະກອບ ຂອງທົ່ວປວງຊົນ. ບັນດາກະຊວງ, ຂະແຫນງການ, ທ້ອງຖິ່ນ, ອົງການຕ່າງໆ ໄດ້ຈັດຕັ້ງກອງປະຊຸມ, ກອງປະຊຸມສຳມະນາ, ການໂອ້ລົມສົນທະນາເປັນຮ້ອຍໆຄັ້ງ ເພື່ອແນໃສ່ສ້າງເງື່ອນໄຂໃຫ້ປະຊາຊົນມີໂອກາດສະແດງທັດສະນະຂອງຕົນ.

ສຳລັບກອງປະຊຸມໃຫຍ່ທົ່ວປະເທດຂອງພັກ, ເລື່ອງປຶກສາຫາລືໃນບັນດາອົງການຈັດຕັ້ງພັກຈາກສູນກາງລົງຮອດທ້ອງຖິ່ນແລະການຮັບເອົາຄຳເຫັນປະກອບຢ່າງກວ້າງຂວາງໃນໝູ່ປະຊາຊົນ ແມ່ນຂັ້ນຕອນແບບບັງຄັບໃນວິວັດການສ້າງເອກະສານການເມືອງໃຫ້ແກ່ກອງປະຊຸມໃຫຍ່. ທ່ານເລຂາທິການໃຫຍ່ ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ໄດ້ເນັ້ນຫນັກເປັນຫລາຍຄັ້ງວ່າ:  ການເສີມຂະຫຍາຍປະຊາທິປະໄຕ, ຮັບເອົາຄຳເຫັນປະກອບ, ເຄົາລົບບັນດາຄຳເຫັນປະກອບຂອງປະຊາຊົນ ເປັນຕົ້ນແມ່ນບັນດາຜູ້ຊ່ຽວຊານ, ນັກວິທະຍາສາດທີ່ມີຄວາມຮູ້ອັນເລິກເຊິ່ງໃນແຕ່ລະຂົງເຂດ… ເພື່ອຄົ້ນຄ້ວາ, ເພີ່ມເຕີມ, ສ້າງສຳເລັດບັນດາເອກະສານການເມືອງເພື່ອຍື່ນສະເຫນີຕໍ່ກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກ.

ບົນເນື້ອໃນຈິດໃຈນັ້ນໃນຮ່າງເອກະສານການເມືອງກອງປະຊຸມໃຫຍ່ຂອງພັກ, ບັນດາພະນັກງານ, ສະມາຊິກພັກແລະປະຊາຊົນສາມາດປຶກສາຫາລືຕີລາຄາບັນດາຜົນງານ, ຂໍ້ຈຳກັດ, ສາຍເຫດພາໄປເຖິງບັນດາໝາກຜົນໃນໄລຍະ 5 ປີແຫ່ງການປະຕິບັດມະຕິກອງປະຊຸມໃຫຍ່ຄັ້ງທີ 12 ຂອງພັກ, 10 ປີແຫ່ງການປະຕິບັດໂຄງການການເມືອງປີ 2011, ຍຸດທະສາດພັດທະນາເສດຖະກິດ- ສັງຄົມແລະ 35 ປີແຫ່ງກິດຈະການປ່ຽນແປງໃຫມ່, ບັນດາບັນຫາກ່ຽວກັບວິໄສທັດ, ການກຳນົດທິດພັດທະນາໃນໄລຍະ 5 ປີ, 10 ປີຈະມາເຖິງແລະການກຳນົດທິດຮອດປີ 2045- 100 ປີແຫ່ງວັນສະຖາປະນາປະເທດຊາດ. ຕໍ່ຈາກນັ້ນແມ່ນບັນດາບັນຫາກ່ຽວກັບຫນ້າທີ່, ມາດຕະການພັດທະນາບັນດາຂົງເຂດຄື: ເສດຖະກິດ, ສັງຄົມ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ, ການຕ່າງປະເທດ, ການກໍ່ສ້າງພັກແລະລະບົບການເມືອງ.

ບົດບາດສຳຄັນຂອງການເປີດກວ້າງປະຊາທິປະໄຕ, ຮັບຟັງ ຄຳເຫັນປະກອບຂອງປະຊາຊົນ

ດ້ວຍການເປີດກວ້າງປະຊາທິປະໄຕ, ຮັບຟັງ ຄຳເຫັນປະກອບຂອງປະຊາຊົນ ສ້າງການກະທົບຕອບເຊິ່ງກັນແລະກັນກ່ຽວກັບທັດສະນະ, ຈິນຕະນາການຂອງບັນດາກຳລັງ, ພາກສ່ວນໃນສັງຄົມຕໍ່ຫນ້າບັນດາບັນຫາຂຶ້ນກັບແຜນນະໂຍບາຍ, ນະໂຍບາຍ, ລະບອບລະບຽບການ… ທີ່ກ່ຽວຂ້ອງໂດຍກົງເຖິງສິດຜົນປະໂຫຍດຂອງບັນດາສະມາຊິກໃນສັງຄົມ.

ເລື່ອງປະກອບຄຳເຫັນໃສ່ຮ່າງເອກະສານການເມືອງກອງປະຊຸມໃຫຍ່ຂອງພັກຄັ້ງນີ້, ຄຳເຫັນຂອງພະນັກງານ, ສະມາຊິກພັກ ແລະ ປະຊາຊົນທຸກຊັ້ນວັນນະນັບລ້ານໆຄົນ ຈະປະກອບສ່ວນກຳນົດບັນດາທັດສະນະພື້ນຖານໃຫ້ຊັດເຈນກວ່າ, ຈະແຈ້ງກວ່າ ເພື່ອເຮັດໃຫ້ຂໍ້ສັງເກດ, ການຕີລາຄາສະພາບການຕົວຈິງມີຄວາມອຸດົມສົມບູນ, ຊັດເຈນກວ່າ, ປະກອບສ່ວນບັນດາແນວຄວາມຄິດ, ວິທີນຶກຄິດ, ວິທີເຮັດແບບໃຫມ່ ເພື່ອສ້າງບັນດາເນື້ອໃນ, ມາດຕະການພັດທະນາຂອງປະເທດຊາດໃນແຕ່ລະຂົງເຂດໃຫ້ສົມບູນແບບ. ນັ້ນແມ່ນການສຸມສະຕິປັນຍາເຂົ້າໃນການກໍ່ສ້າງແນວທາງພັດທະນາປະເທດຊາດຂອງພັກກອມມູນິດຫວຽດນາມ.

ບັນດາຄຳເຫັນປຶກສາຫາລືເມື່ອສະແດງທັດສະນະເຫັນດີກັບແຕ່ລະເນື້ອໃນ, ບັນຫາ ກໍ່ມີຄວາມໝາຍຄືດັ່ງການຕົກລົງ ເຫັນດີເຫັນພ້ອມຂອງພະນັກງານ, ສະມາຊິກພັກ, ປະຊາຊົນ ຕໍ່ກັບບັນດາເນື້ອໃນແນວທາງໃນບັນດາເອກະສານການເມືອງ ນັ້ນແມ່ນການສະແດງໃຫ້ເຫັນຄວາມເປັນເອກະພາບເຈດຈຳນົງໃນທົ່ວພັກ, ທົ່ວປວງຊົນ.

ອາດເວົ້າໄດ້ວ່າ ຫນຶ່ງໃນບັນດາຜົນງານສຳຄັນຂອງການປ່ຽນແປງໃຫມ່ ນັ້ນແມ່ນພື້ນຖານປະຊາທິປະໄຕສືບຕໍ່ໄດ້ຢັ້ງຢືນການສວມບົດບາດ ແມ່ນກຳລັງຫນູນຂອງການພັດທະນາສັງຄົມ, ພິເສດ ແມ່ນຜ່ານການເຄື່ອນໄຫວປະກອບຄຳເຫັນ, ສ້າງເອກະສານການເມືອງກອງປະຊຸມໃຫຍ່ຄັ້ງທີ 13 ຂອງພັກໃນຄັ້ງນີ້.

ຕອບກັບ

ຂ່າວ/ບົດ​ອື່ນ