ເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງຫວຽດນາມແລະອິດສະຣາແອນ

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີ​ນ​ຂອງ​ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ, ທ່ານ​ປະ​ທານ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອ​ນ Reuven R. Rivlin ແລະ ພັນ​ລະ​ຍາ​ໄດ້ຢ້ຽມ​ຢາມ​ທາງ​ລັດ​ຖະ​ກິດຫວຽດ​ນາມ ໃນ​ລະ​ຫວ່າງວັນ​ທີ 19 – 25/03/2017. ການ​ຢ້ຽມ​ຢາມ​​ເພື່ອ​ແນ​ໃສ່​ຊຸກຍ​ູ້​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ​ທີ່​ມີ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ລະ​ຫວ່າງ​ 2 ປະ​ເທດ, ປະ​ກອບ​ສ່ວນ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ລະ​ຫວ່າງ​ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ ກວ່າ​ອີກ, ນຳ​ການ​ພົວ​ພັນ​ຮ່ວມ​ມື​ຫຼາຍ​ດ້ານ​ລະ​ຫວ່າງ 2 ປະ​ເທດ​ກ້າວ​ເຂົ້າ​ສູ່​ໜ້າ​ໃໝ່.

ເປີດກາລະໂອກາດຮ່ວມມືໃໝ່ລະຫວ່າງຫວຽດນາມແລະອິດສະຣາແອນ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈີນ​ດ້າຍກວາງ ຕ້ອນ​ຮັບ
 ທ່ານ​ປະ​ທານ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອ​ນ Reuven R. Rivlin
(ພາບ: TTXVN)

ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ ໄດ້​ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ເມື່ອ​ປີ 1993. ນັບ​ແຕ່ນັ້ນ​ມາ​ຮອດ​ປະ​ຈ​ຸ​ບັນ, ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ປັບ​ປຸງ ແລະ ເພີ່ມ​ທະ​ວີ​ໃນ​ຫຼາຍ​ຂ​ົງ​ເຂດ​ຢ່າງບໍ່​ຢຸດ​ຢັ້ງ. ສິ່ງ​​ທີ່ໜ້າ​ສົນ​ໃຈນັ້ນ​ແມ່ນ, ເດືອນ 05/2016, ອິດ​ສະ​ຣາ​ແອນ ໄດ້​ຮັບຮອງ​ຫວຽດ​ນາມ ​​ເປັນພື້ນ​ຖານ​ເສດ​ຖະ​ກິດ​ການ​ຕະ​ຫຼາດ​ຄົບ​ຖ້ວນ​ຢ່າງ​ເປັນ​ທາງ​ການ.

ການ​ພົວ​ພັນ​ອັນ​ດີ​ງາມ​ໃນ​ຫຼາຍ​ຂົງ​ເຂດ

        ກ່ຽວ​ກັບ​ດ້ານ​ການ​ເມືອງ, ຫວຽດ​ນາມ​ ແລະ ອິດ​ສະ​ຣາ​ແອນ ໄດ້​ຮັກ​ສາ​ການ​ແລກ​ປ່ຽນ​ຄະ​ນະ​ຜູ້​ແທນ​ທຸກ​ຂັ້ນ​ເປັນ​ປະ​ຈຳ, ໃນ​ນັ້ນ​ສິ່ງ​ທີ່​ໜ້າ​ສົນ​ໃຈ​ນັ້ນ​ແມ່ນ ການ​ຢ້ຽມ​ຢາມ​ຫວຽດ​ນາມ ຂອງ​ທ່າ​ນ​ປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອນ Simon Peres ເມື່​ອ​ປີ 2011 ແລະ ການ​ຢ້ຽ​ມຢ​າມ​ອິດ​ສະ​ຣາ​ແອນ ​ຢ່າງ​ເປັນ​ທາງ​ການຂອງ​ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ ຮ່​ວາງ​ຈຸງ​ຫາຍ ເ​ມື່ອ​ປີ 2015. ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ ໄດ້​ລົງ​ນາມ​ໃນ​ຂໍ້​ຕົກ​ລົງ​ຫຼາຍ​ສະ​ບັບ, ໃນ​ນັ້ນ​ມີ​ສັນ​ຍາ​ແມ່​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ວິ​ທະ​ຍາ​ສາດ, ເຕັກ​ນິກ, ກະ​ສິ​ກຳ ແລະ ການ​ຄ້າ (1996); ສັນ​ຍາ​ຮ່ວມ​ມື​ດ້ານ​ວັດ​ທະ​ນະ​ທຳ, ສື່​ສານ (2005); ບົດ​ບັນ​ທຶກ​ຊ່ວຍ​ຈຳ​​ການຮ່ວມ​ມື​ລະ​ຫວ່າງ​ກະ​ຊວງ​ການ​ຕ່າງ​ປະ​ເທດ 2 ປະ​ເທດ (2015)… 2 ຝ່າຍ​ໄດ້​ດຳ​ເນີນກອງ​ປະ​ຊຸ​ມ​ຄັ້ງ​ທີ​ໜຶ່ງ​ຂອງ​ຄະ​ນະ​ກຳ​ມະ​ການ​ລະ​ຫວ່າງ​ລັດ​ຖະ​ບານ​ຢູ່ Tel Aviv ເມື່ອ​ເດືອນ 10/2014.

        ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ ໄດ້​ມີ​ບັນ​ດາ​ບາດ​ກ້າວ​ພັດ​ທະ​ນາ​ປະ​ທັບ​ໃຈ, ດ້ວຍ​ວົງ​ເງິນ​ການ​ຄ້າ 2 ຝ່າຍ​ເພີ່ມ​ຂຶ້ນ​ກະ​ໂດດ​ຂັ້ນຈາກ 222 ລ້ານ USD (2010) ຂຶ້ນ​ເຖິງ 1,2 ຕື້ USD (2016), ໃນ​ນັ້ນ​ຫວຽດ​ນາມ ໄດ້​ສົ່ງ​ອອກ​ໄປ​ຍັງ​ອິດ​ສະ​ຣາ​ແອນ ​ຕົ້ນ​ຕໍ່​ແມ່ນ​ໂທ​ລະ​ສັບ ແລະ ເຄື່ອງ​ອາ​ໄ​ຫຼ່​ທຸກ​ຊະ​ນິດ, ເກີບ​ໜັງ, ກາ​ເຟ, ໝາກມ່ວງຫິມະພານ, ເຄື່ອງ​ຕ່ຳ​ແຜ່ນ​ຕັດ​ຫ​ຍິບ, ສິ​ນ​ໃນ​ນ້ຳ ແລະ ນຳ​ເຂົ້າ​ຕົ້ນ​ຕໍ່​ແມ່ນ​ບັນ​ດາ​ເຄື່ອງ​ຈັກ, ອຸ​ປະ​ກອບ​ເຕັກ​ໂນ​ໂລ​ຊີ​ສູງ, ຝຸ່ນເຄມີ... ນອກນັ້ນ, ເລື່ອງ​ຮັບ​​ຮອງຫວຽດ​ນາມ ມີ​ພື້ນ​ຖານ​ເສດ​ຖ​ະ​ກິດ​ການ​ຕະ​ຫຼາ​ດ​ຄົບ​ຖ້ວນ​ຢ່າງ​ເປັນ​ທາງ​ການ, ອິດ​ສະ​ຣາ​ແອນ ຍັງ​ດຳ​ເນີນ​ການ​ເຈ​ລະ​ຈາ​ສັນ​ຍາ​ການ​ຄ້າ​ເສ​ລີ ຫວຽດ​ນາມ - ອິດ​ສະ​ຣາ​ແອນ (VIFTA). ໄລ່​ຮອດ​​​ທ້າຍໄຕມາດ​ທີ 1 ປີ 2016, ອິດ​ສະ​ຣາ​ແອນ ມີ 25 ໂຄງ​ການ​ລົງ​ທຶນ​ໂດຍ​ກົງ​ທີ່​ຍັງ​ມີ​ຜົນ​ສັກ​ສິດ​ຢ​ູ່​ຫວຽດ​ນາມ ດ້ວຍຍອດ​​ຈຳ​ນວນ​ທຶນ​ຈົດ​ທະ​ບຽນ​ບັນ​ລຸກວ່າ 46 ລ້ານ USD, ຢືນ​ອັນ​ດັບ​ທີ 56 ໃນ​ຈຳ​ນວ​ນ 116 ປະ​ເທດ ແລະ ເຂດ​ແຄ້ວນ​ທີ່​ລົງ​ທຶນ​ເຂົ້າ​ຫວຽດ​ນາມ. ເດືອນ 08/2013, ໂຄງ​ການ​ຄ​້າຍ​ສະ​ແດງ ແລະ ​ລ້ຽງ​ງົວ​ນົມ​​ທົດ​ລອງດ້ວຍ​ເຕັກ​ໂນ​ໂລ​ຊີ​ສູງ, ດ​້ວຍ​ການ​ໜູນ​ຊ່ວຍ​ດ້ານ​ເຕັກ​ນິກ ແລະ ທຶນ​ຊ່ວຍ​ເຫຼືອ​ລ້າ ເພື່ອ​ພັດ​ທະ​ນາ​​ຢ່າງເປັນ​ທາງ​ການ (ODA) 1 ລ້ານ USD ຂອງ​ອິດ​ສະ​ຣາ​ແອນ ໄດ້​ນຳ​ເຂົ້າເຄື່ອນ​ໄຫວ. ອິດ​ສະ​ຣາ​ແອນ ກໍ່​ໃຫ້​ຄຳ​ໝັ້ນ​ສັນ​ຍາ​ສະ​ໜອງ​ບ້​ວງ​ສິນ​ເຊື່ອ 250 ລ້ານ USD ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ຫວຽດ​ນາມ ຮ່ວມ​ມື, ດຳ​ເນີນ​ທຸ​ລະ​ກິດ​ກັບ​ບັນ​ດາ​ຄູ່​ຮ່ວມ​ມື​ອິດ​ສະ​ຣາ​ແອນ.

        ການ​ຮ່ວມ​ມື​ດ້ານ​ວິ​ທະ​ຍາ​ສາດ - ເຕັກ​ໂນ​ໂລ​ຊີ, ກະ​ສິ​ກຳ​ເຕັກ​ໂນ​ໂລ​ຊີ​ສູງ​ລະ​ຫວ່າງ 2 ປະ​ເທດ ໄດ້​ຮັບ​ການ​ພັດ​ທະ​ນາ​ຢູ່​ຫຼາຍ​ທ້ອງ​ຖິ່ນ. ອິດ​ສະ​ຣາ​ແອນ ໄດ້​ໜູນ​ຊ່ວ​ຍ​ຜັ​ນ​ຂະ​ຫຍາຍ​ຫຼາຍ​ໂຄງ​ການ​ເພື່ອ​ຖ່າຍ​ທອດ​ເຕັກ​ໂນ​ໂລ​ຊີ​ລ້ຽງ​ສັດ, ການ​ປູກ​ຝັງ, ຫົດ​ນ້ຳ​ທີ​ທັນ​ສະ​ໄໝຢູ່​ຮ່າ​ໂນ້ຍ ແລະ ນະ​ຄອນ​ໂຮ່​ຈິ​ມິນ, ບັນ​ດາ​ໂຄງ​ການ​ພັດ​ທະ​ນາ​ການ​ລ້ຽງ​ສັດ, ການຄົ້ນ​ຄວ້າ​ຍົກ​ສູງ​ຄຸນ​ນະ​ພາບ​ຕົ້ນ​ໄມ້​ກິນ​ໝາກ, ປະ​ຢັດ​ນ້ຳ, ປູກ​ຕົ້​ນ​ໄມ້​ໃນ​ເຮືອ​ນ​ແກ້ວ…

        ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ການ​ສຶກ​ສາ, ບຳ​ລ​ຸງ​ສ້າງ ແລະ ຮ່ວມ​ມື​ດ້ານ​ແຮງ​ງານ, ນັບ​ແຕ່​ປ​ີ 2008 ມາ​ຮອດ​ປະ​ຈຸ​ບັນ, ອິດ​ສະ​ໜາ​ແອນ ໄດ້​ຮັບ​ນັກ​ສຶກ​ສາ​ຫວຽດ​ນາມ ກວ່າ 2.100 ຄົນ ມາ​ທັງ​ຮ່ຳ​ຮຽນ, ທັງ​ເຮັດ​ວຽກ​ຢູ່​ບັນ​ດາ​​ນິ​ຄົມ​ກະ​ເສດ​ຂອງ​ອິດ​ສະ​ຣາ​ແອນ ​ໃນ​ໄລ​ຍະ 1 ປີ; ​ຮັບ​ຄົນ​ງານ​ເຮັດ​ວຽກ​ໃນ​ຂ​ົງ​ເຂດ​ກະ​ສິ​ກຳ​ຫວຽດ​ນາມ ປະ​ມ​ານ 1.400 ຄ​ົນ​ມາ​ເຮັດ​ວຽກ​​ໃນໄລ​ຍະ 5 ປີ ນັບ​ແຕ່​ປີ 2010.

ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ໃນ​ການຮ່ວມ​ມື​ຫວຽດ​ນາມ​ ແລະ ອິດ​ສະ​ຣາ​ແອນ ຍັງ​ຫຼວງຫຼາຍ​ຢູ​່

        ​ກ່ອນ​ການຢ້ຽມ​ຢາມ​ຫວຽດ​ນາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອນ Reuven Ruvi Rivlin ຢືນ​ຢັນ​ວ່າ, ພາຍ​ຫຼັງ 25 ປີ​ແຫ່ງ​ການ​ສ້າງ​ຕ​ັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​, ຫວຽດ​ນາມ ແລະ ອິດ​ສະ​ຣາ​ແອນ ຍັງ​ມີ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ ແລະ ທ່າ​ແຮງ​ຫຼາຍ​ຢ່າງ ຍັງ​ບໍ່​ທັນ​ນ​ຳ​ໃຊ້​ຢ່າງ​ສຸດ​ຂີດ. ຕາມນັ້ນ​ແລ້ວ, 2 ຝ່າຍ​ສາ​ມາດ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ກະ​ສິ​ກຳ, ຫົດ​ນ້ຳ ແລະ ຊົນ​ລະ​ປະ​ທານ, ຮັກ​ສາ​ແຫຼ່ງ​​ຊັບ​ພະ​ຍາ​ກອນ​ແຫຼ່ງນ້ຳ… ນີ້​ແມ່ນ​ບັນ​ດາ​ຂົ​ງ​ເຂດ​ເຊິ່ງ​ອິດ​ສະ​ຣາ​ແອນ ມ​ີ​ບົດ​ຮຽນ​ຫຼາຍ​ຢ່າງ ກໍ​ຄື​ເຕັກ​ໂນ​ໂລ​ຊີ​ພັດ​ທະ​ນາ​ກ້າວ​ໜ້າ, ​ສາ​ມາດ​ຊ່ວຍ​ຫວຽດ​ນາມ ໃນ​ການ​ຊອກ​ຫາ​ເຕັກ​ໂນ​ໂລ​ຊີ​ໃໝ່​ເພື່ອ​ເພີ່ມ​ປະ​ລິ​ມານ​ຕົ້ນ​ໄມ້​ທັນ​ຍາ​ຫານ ແລະ ສະ​ໜອງ​ນ້ຳ​ສະ​ອາດ​ໃຫ້​ປະ​ຊາ​ຊົນ​ຢ່າງ​ພຽງ​ພໍ.

        ພິ​ເສດ, ຮ່ວມ​ເດີນ​ທາງ​ພ້ອມ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອນ ໃນ​ການ​ຢ້ຽມ​ຢາມ​ຫວຽດ​ນາມ ຄັ້ງ​ນີ້ ມີ​ວິ​ສາ​ຫະ​ກິດ​ແຖວ​ໜ້າ 50 ແຫ່ງ​ຂອງ​ອິດ​ສະ​ຣາ​ແອນ ​ອີ​ກ​ດ້ວຍ. ເວ​ທີ​ປາ​ໄສວິ​ສາ​ຫະ​ກິດ​ລະ​ຫວ່າງ 2 ປະ​ເທດ​ໄດ້​ຮັບ​ການ​ຈັດ​ຕັ້ງ​ເພື່ອ​ເປີດກວ້າງ​ການ​ພົວ​ພັນ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ລະ​ຫວ່າງ 2 ປະ​ເທດກວ່າ​ອີກ.

        ໃນ​ການ​ຢ້ຽມ​ຢາມ, ທ່ານ​ປະ​ທາ​ນາ​ທິ​ບໍ​ດີ​ອິດ​ສະ​ຣາ​ແອນ ແລະ ບັນ​ດາ​ການ​ນຳ​ຫວຽດ​ນາມ ໄດ້​ແລກ​ປ່ຽນ​ບັນ​ດ​າ​ມາດ​ຕະ​ການ​ເພີ່ມ​ທະ​ວີ​ການ​ພົວ​ພັນ 2 ຝ່າຍ ກໍ​ຄື​ແກ​້​ໄຂ​ບັນ​ດາ​ສິ່ງ​ທ້າ​ທາຍ​ທົ່ວ​ໂລກ. ການ​ຢ້ຽມ​ຢາມ​ຈະ​ນຳ​ມາ​ເຊິ່ງ​​ໝາກຜົນ​​ອັນ​ດີ​ງາມ, ສ້າງ​ກຳ​ລັງ​ໜູນ​ໃຫ້​ແກ່​ການ​ພົວ​ພັນ​ລະ​ຫວ່າງ 2 ປະ​ເທດ​ໃນ​ໄລ​ຍະ​ຈະ​ມາ​ເຖິງ.

ຂ່າວ/ບົດ​ອື່ນ