​ເປີດ​ຂອບເຂດການ​ຮ່ວມ​ມື​ໃຫມ່ລະ​ຫວ່າງ ຫວຽດ​ນາມ ກັບ ຣູ​ມາ​ນີ ແລະ ສ ເຊັກ​ໂກ

(VOVWORLD) -ວັນທີ 18 ເມສາ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ໄດ້ສິ້ນສຸດການຢ້ຽມຢາມສອງປະເທດ ຣູມານີ ແລະ ສ.ເຊັກໂກ ຢ່າງຈົບງາມ. ນີ້ແມ່ນ 02 ການເຄື່ອນໄຫວຕ່າງປະເທດທີ່ສຳຄັນຂອງຫວຽດນາມ ໃນ ປີ 2019. ບັນດາໝາກຜົນຂອງການຢ້ຽມຢາມ ໄດ້ສ້າງກຳລັງຫນູນໃຫມ່ ແລະ ແມ່ນບາດກ້າວບຸກທະລຸສຳຄັນ ນຳການພົວພັນ ລະຫວ່າງຫວຽດນາມ ກັບ ຣູມານີ ແລະ ສ.ເຊັກໂກ ກ້າວເຂົ້າສູ່ໄລຍະໃຫມ່ ເປັນຕົ້ນແມ່ນຊຸກຍູ້ການຮ່ວມມືດ້ານເສດຖະກິດ ການຄ້າ ແລະ ການລົງທຶນ.

ການຢ້ຽມຢາມສອງປະເທດ ຣູມານີ ແລະ ສ.ເຊັກໂກ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ບໍ່ພຽງແຕ່ ເປີດຂອບເຂດ, ກຳນົດທິດ ແລະ ສ້າງກຳລັງຫນູນໃຫມ່ໃຫ້ແກ່ການພົວພັນລະຫວ່າງຫວຽດນາມ ກັບສອງປະເທດເທົ່ານັ້ນ ຫາກຜ່ານການຢ້ຽມຢາມ ນັ້ນຍັງຍາດແຍ່ງໄດ້ການສະຫນັບສະຫນູນຈາກສອງປະເທດຢູ່ເອີລົບກາງ ແລະ ເອີລົບຕາເວັນອອກ ໃນການຮ່ວມມືຮອບດ້ານກັບ ສະຫະພາບເອີລົບ (ອີຢູ) ເປັນຕົ້ນໃນການຊຸກຍູ້ການລົງນາມໃນສັນຍາການຄ້າເສລີຫວຽດນາມ - ອີຢູ (EVFTA) ໂດຍໄວ. ຖະແຫລງການຮ່ວມ ຫວຽດນາມ - ຣູມານີ ແລະ ຖະແຫລງການຮ່ວມ ຫວຽດນາມ - ສ ເຊັກໂກ ໄດ້ເປີດຂອບເຂດການຮ່ວມມືໃຫມ່ ລະຫວ່າງຫວຽດນາມ ກັບສອງປະເທດດັ່ງກ່າວໃນໄລຍະຈະມາເຖິງ.

​ເປີດ​ຂອບເຂດການ​ຮ່ວມ​ມື​ໃຫມ່ລະ​ຫວ່າງ ຫວຽດ​ນາມ ກັບ ຣູ​ມາ​ນີ ແລະ ສ ເຊັກ​ໂກ - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານປະທານາທິບໍດີ ຣູມານີ Klaus Iohannis (ພາບ:chinhphu.vn)

ການຢ້ຽມຢາມບັນລຸໄດ້ໝາກຜົນຮອບດ້ານ, ແທດຈິງຫລາຍຢ່າງ

ຢູ່ ສອງປະເທດ ທີ່ທ່ານນາຍົກລັດຖະມົນຕີ ຫວຽດນາມ ໄປຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ໄດ້ມີບັນດາການພົບປະເຈລະຈາ, ການພົບປະແລກປ່ຽນຄຳເຫັນ ກັບບັນດາການນຳ ຣູມານີ ແລະ  ສ.ເຊັກໂກ ເກືອບທັງໝົດ. ທີ່ການພົບປະຄັ້ງຕ່າງໆນັ້ນ ການນຳສອງປະເທດ ລ້ວນແຕ່ສະແດງການສະຫນັບສະຫນູນ ການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ(EVFTA) ເພື່ອແນໃສ່ສ້າງກໍາລັງໜູນ ແລະ ກາລະໂອກາດໃໝ່ກ່ຽວກັບເສດຖະກິດ, ການລົງທຶນ ລະຫວ່າງ ຫວຽດນາມ ກັບ ບັນດາປະເທດ ອີຢູ.

        ສໍາລັບ ຣູມານີ, ປັດຈຸບັນ ປະເທດນີ້ພວມດໍາລົງຕໍາແໜ່ງເປັນປະທານໝູນວຽນ ສະຫະພາບເອີຣົບ (ອີຢູ) ໄລຍະ 6 ເດືອນຕົ້ນປີ 2019 ປະສົບຜົນສໍາເລັດ. ໃນການພົບປະເຈລະຈາກັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ,  ທ່ານນາງ ນາຍົກລັດຖະມົນຕີ Viorica Dancila  ຢັ້ງຢືນວ່າ ໃນໄລຍະເປັນການນໍາ ອີຢູ, ຣູມານີ ຈະມີການກະທໍາທີ່ຈໍາເປັນ ເພື່ອຊຸກຍູ້ເລື່ອງລົງນາມສັນຍາການຄ້າເສລີ ຫວຽດນາມ - ອີຢູ (EVFTA) ແລະ ສັນຍາອາລັກຂາການລົງທຶນ ຫວຽດນາມ - ອີຢູ (EVIPA) ຢ່າງເປັນທາງການ, ສ້າງກຳລັງຫນູນ, ເຮັດໃຫ້ການພົວພັນລະຫວ່າງ ຫວຽດນາມ ແລະ ອີຢູ່ ເວົ້າລວມ ແລະ ການພົວພັນລະຫວ່າງຫວຽດນາມ ແລະ ຣູມານີ ເວົ້າສະເພາະ ເລິກເຊິ່ງຂຶ້ນຕື່ມ.

“ນີ້ແມ່ນຈຸດເວລາປະຫວັດສາດໃນການພົວພັນສອງຝ່າຍ ເມື່ອມີການຢ້ຽມຢາມ ຣູມານີ ຄັ້ງທໍາອິດຂອງທ່ານນາຍົກລັດຖະມົນຕີຫວຽດນາມ ພາຍຫລັງ 42 ປີ. ສອງປະເທດມີການພົວພັນຮ່ວມມືອັນດີງາມໃນຫລາຍຂົງເຂດ ນັບທັງດ້ານວັດທະນະທຳ, ການສຶກສາ. ດ້ວຍພົນລະເມືອງຫວຽດນາມປະມານ 4000 ຄົນ ທີ່ໄດ້ຮ່ຳຮຽນຢູ່ບັນດາໂຮງຮຽນຂອງ ຣູມານີ, ນີ້ແມ່ນຂົວຕໍ່ສຳຄັນໃນການຊຸກຍູ້ການຮ່ວມມືລະຫວ່າງສອງປະເທດ. ດ້ວຍບົດບາດເປັນປະທານ ອີຢູ, ຣູມານີ ສະຫນັບສະຫນູນຫວຽດນາມ ເພື່ອກ້າວໄປເຖິງການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ(EVFTA) ແລະ (EVIPA) ໃນໄລຍະໄວທີ່ສຸດ. ໃນຊຸມປີມໍ່ໆມານີ້ ເສດຖະກິດ ຣູມານີ ແລະ ຫວຽດນາມ ລ້ວນແຕ່ເຕີບໂຕດີ, ເປີດກາລະໂອກາດການຮ່ວມມືໃນຫລາຍຂົງເຂດ.”

​ເປີດ​ຂອບເຂດການ​ຮ່ວມ​ມື​ໃຫມ່ລະ​ຫວ່າງ ຫວຽດ​ນາມ ກັບ ຣູ​ມາ​ນີ ແລະ ສ ເຊັກ​ໂກ - ảnh 2 ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວນຟຸກ ແລະ ທ່ານນາຍົກລັດຖະມົນຕີສ.ເຊັກໂກ Andrej Babis (ພາບ:chinhphu.vn)

ບັນດາບົດບັນທຶກຊ່ວຍຈໍາການຮ່ວມມືລະຫວ່່າງ ຫວຽດນາມ ກັບ ຣູມານີ ແລະ ສ.ເຊັກໂກ ໄດ້ລົງນາມໃນຫຼາຍຂົງເຂດ, ສ້າງກໍາລັງແຮງໃໝ່ໃຫ້ແກ່ການພົວພັນຂອງຫວຽດນາມ ກັບສອງປະເທດໃນໄລຍະຈະມາເຖິງ. ສໍາລັບ ສ.ເຊັກໂກ, ໜຶ່ງໃນບັນດາຂີດໝາຍສໍາຄັນໃນການຢ້ຽມຢາມຄັ້ງນີ້ ແມ່່ນ ສອງຝ່າຍໄດ້ລົງນາມໃນບົດບັນທຶກຊ່ວຍຈໍາການຮ່ວມມືກ່ຽວກັບການເປີດສາຍການບິນໂດຍກົງ, ສ້າງກາລະໂອກາດເພື່ອຊຸກຍູ້ການຮ່ວມມື, ການໄປມາຂອງຊາວຜູ້ອອກແຮງງານ, ການທ່ອງທ່ຽວ ແລະ ການລົງທຶນລະຫວ່າງສອງປະເທດ ມີຄວາມສະດວກກວ່າເກົ່າ. ເມື່ອແລກປ່ຽນກັບປະຊາຄົມວິສາຫະກິດຫວຽດນາມ ແລະ ເຊັກໂກ ຢູ່ ເວທີປາໄສວິສາຫະກິດສອງປະເທດ ໃນຂອບເຂດການຢ້ຽມຢາມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢ້ັງຢືນວ່າ:

        “ພວກຂ້າພະເຈົ້າເຫັນດີເປັນເອກະພາບນໍາກັນວ່າ ລັດຖະບານສອງປະເທດ ໃຫ້ຄໍາໝັ້ນສັນຍາສ້າງທຸກເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດເຊື່ອມຕໍ່ບັນດາແນວຄວາມຄິດປະດິດຄິດສ້າງ, ບັນດາໂຄງການດໍາເນີນທຸລະກິດໃນສະພາບແວດລ້ອມໃໝ່ ເພື່ອກ້າວໄປເຖິງການຜົນສໍາເລັດ. ໃນນັ້ນ, ພື້ນຖານເສດຖະກິດຂອງ ສ.ເຊັກໂກ ພັດທະນາສູງກວ່າ, ຫວຽດນາມ ພັດທະນາຢ່າງຂະຫຍັນຂັນເຄື່ອນ, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ສອງພື້ນຖານເສດຖະກິດຜະລິດເປັນສິນຄ້າ, ໂດຍສະເພາະແມ່ນຂົງເຂດກະສິກໍາ ທີ່ມີລັກສະນະໜູນຊ່ວຍໃຫ້ກັນ ຫຼາຍກວ່າການແກ້ງແຍ້ງກັນໂດຍກົງ. ນີ້ແມ່ນຄວາມສາມາດບົ່ມຊ້ອນອັນໃຫຍ່່ຫຼວງ ເພື່ອເປີດກວ້າງການຮ່ວມມືໃຫ້ກວ້າງ ແລະ ໄກກວ່າ, ມີການຮ່ວມມືກວ້າງກວ່າ ແລະ ມີປະສິດທິຜົນກວ່າ.”

ຊຸກຍູ້ສະຕິຄວາມຮັບຮູ້ລວມ ກ່ຽວກັບຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼາຍສົ້ນ

        ໄປຄຽງຄູ່ກັບບັນດາໝາກຜົນທີ່ບັນລຸໄດ້ໃນບັນດາຂົງເຂດການຮ່ວມມືລະອຽດ, ການຢ້ຽມຢາມ ຣູມານີ ແລະ ສ.ເຊັກໂກ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຍັງເປັນການຊຸກຍູ້ສະຕິຄວາມຮັບຮູ້ລວມສໍາຄັນຂອງການນໍາຂັ້ນສູງ ກ່ຽວກັບຄວາມຈໍາເປັນຂອງການເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນ ເພື່ອແນໃສ່ຮັກສາສັນຕິພາບ, ຄວາມໝັ້ນຄົງ ໃນສະພາບການໂລກ ແລະ ພາກພື້ນ ພວມມີການຜັນແປຢ່າງວ່ອງໄວ ແລະ ສັບສົນ. ທ່ານເລຂາທິການໃຫຍ່, ປະທານປະເທດຫວຽດນາມ ຫງວຽນຝູຈ້ອງ ແລະ ບັນດາການນໍາຂັ້ນສູງຂອງ ຣູມານີ ແລະ ສ.ເຊັກໂກ ລ້ວນແຕ່່ສະໜັບສະໜູນການຊຸກຍູ້ຄວາມເປັນລະບຽບຮຽບຮ້ອຍຂອງໂລກຫຼາຍສົ້ນ ໂດຍອີງໃສ່ລັດທິຫຼາຍຝ່າຍ, ພ້ອມທັງເນັ້ນໜັກເຖິງການຖືບົດບາດຂອງ ສປຊ ເປັນສໍາຄັນ, ໃຫ້ຄໍາໝັ້ນສັນຍາເຄົາລົບຄວາມເປັນເອກະລາດ, ອະທິປະໄຕ, ຜືນແຜ່ນດິນອັນຄົບຖ້ວນ, ສິດຕັດສິນດ້ວຍຕົນເອງ ແລະ ລະບອບການເມືອງຂອງກັນ; ທັງ 2 ຝ່າຍລ້ວນແຕ່ເນັ້ນໜັກເຖິງບັນດາການຂັດແຍ້ງສາກົນ ຄວນໄດ້ຮັບການແກ້ໄຂໂດຍສັນຕິວິທີ, ເຄົາລົບກົດໝາຍສາກົນ, ກົດບັດຂອງ ສປຊ.

        ອາດຢັ້ງຢືນໄດ້ວ່າ ດ້ວຍບັນດາໝາກຜົນອັນດີງາມຂອງການຢ້ຽມຢາມທັງສອງປະເທດໃນຄັ້ງນີ້ ຂອງທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ, ແນ່ນອນວ່າ ອະນາຄົດຂອງການພົວພັນລະຫວ່າງ ຫວຽດນາມ ກັບ ຣູມານີ ແລະ ສ.ເຊັກໂກ ຈະກ້າວເຂົ້າສູ່ໄລຍະພັດທະນາໃໝ່./.

ຕອບກັບ

ຂ່າວ/ບົດ​ອື່ນ