ເປີດໜ້າໃໝ່ໃນການພົວພັນລະຫວ່າງອີຣານກັບບັນດາປະເທດມະຫາອຳນາດ

ເປີດໜ້າໃໝ່ໃນການພົວພັນລະຫວ່າງອີຣານກັບບັນດາປະເທດມະຫາອຳນາດ - ảnh 1
ປະທານາທິບໍດີ ອີຣານ Hassan Rouhani
(ພາບ: Irandaily)

(vovworld) -  ພາຍຫຼັງ 5 ​ເດືອນ, ນັບ​ແຕ່​ວັນ​ທີ່​ຂໍ້​ຕົກລົງ​ນິວ​ເຄຼຍລະຫວ່າງ ອີຣານ ກັບ P5+1 ​ໄດ້​ຮັບ​ການ​ລົງ​ນາມ, ດ້ວຍ​ການ​ໂຕ້​ຖຽງ​ກັນ ​ແລະ ຕຳ​ໜິຕິຕຽນ​ບໍ່​ແມ່ນ​ໜ້ອຍ, ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ຫາ​ກໍ່​ເຫັນ​ດີ​ຍຸບເລີກ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ສຳລັບ ​ເຕ​ເຮຣານ. ນີ້​ໄດ້​ຮັບ​ຖື​ວ່າ​ແມ່ນ​ເຫດການ​ປະຫວັດສາດ,​ ​ເປີດ​ໜ້າ​ໃໝ່​ໃຫ້​ແກ່​ການ​ພົວພັນ​ລະຫວ່າງ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ອີຣານ, ພາຍຫຼັງທີ່​ເປັນ​ປໍ​ລະ​ປັກ​ກັນມາ​ເປັນ​ເວລາ 35 ກວ່າ​ປີ, ພ້ອມ​ທັງ​ສ້າງ​ກາລະ​ໂອກາດ​ໃໝ່​ໃຫ້ ອີຣານ ​ໃນ​ວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ກັບ​ໂລກ.

        ​ເລື່ອງ​ຍຸບ​ເລີກ​ບັນດາ​ຄຳ​ສັ່ງ​ລົງ​ໂທດ ​ແມ່ນ​ບາດກ້າວ​ຕໍ່​ໄປ​ຂອງ​ຂໍ້​ຕົກລົງ​ນິວ​ເຄຼຍ​ປະຫວັດສາດ​ທີ່​ບັນລຸ​ໄດ້​ເມື່ອ​ເດືອນ 7/2015 ລະຫວ່າງ ອີຣານກັບ ກຸ່ມ P5+1 (​ເຊິ່ງລວມມີ​ອາ​ເມ​ລິ​ກາ, ລັດ​ເຊຍ, ຈີນ, ຝລັ່ງ, ອັງກິດ ​ແລະ ​ເຢຍລະ​ມັນ). ຂໍ້​ຕົກລົງ​ນີ້​ບັນລຸ​ໄດ້​ພາຍຫຼັງ​ການ​ເຈລະຈາ​ເຄັ່ງ​ຕຶງ​ມາ​ເປັນ​ເວລາ 2,5 ປີ, ສິ່ງ​ດັ່ງກ່າວ​ໄດ້ປິດ 36 ປີ ​ແຫ່ງ​ການ​ຢຸດຕິ​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ອາ​ເມ​ລິ​ກາ, ຝ່າຍ​ຕາ​ເວັນ​ຕົກ ​ແລະ ອີຣານ, ນັບ​ແຕ່​ການ​ປະຕິວັດ​ ອິດສະ​ລາມ​ເມື່ອ​ປີ 1979 ​ໄວ້.

        ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ໄດ້​ຮັບ​ການ​ສ້າງຂຶ້ນ

        ​ໃນ​ຖະ​ແຫຼ​ງການ​ທີ່​ຍົກ​ອອກ​ມາ​ເມື່ອ​ວັນ​ທີ 16/1, ອົງການ​ພະລັງງານ​ປະລາມະນູ​ສາກົນ (IAEA), ​ເຊິ່ງ​ແມ່ນ​ອົງການ​ກວດກາ​ນິວ​ເຄຼຍຂອງ​ສະຫະ​ປະຊາ​ຊາດ, ຢືນຢັນ​ວ່າ, ​ເຕ​ເຮຣານ ​ໄດ້​ປະຕິບັດ​ສັນຍາ​ນິວເຄຼຍ ​ທີ່​ບັນລຸ​ໄດ້​ລະຫວ່າງ 6 ປະ​ເທດ​ມະຫາ​ອຳນາດ​ຝ່າຍ​ຕາ​ເວັນ​ຕົກ ​ແລະ ​ເຕ​ເຮຣານ ​ເມື່ອ​​ເດືອນ 7/2015, ພາຍຫຼັງ IAEA ຍົກ​ຖະ​ແຫຼ​ງດັ່ງກ່າວ​ອອກ​ມາ, ປະທານາທິບໍດີ​ອາ​ເມ​ລິ​ກາ Barack Obama ​ໄດ້​ລົງ​ນາມ​ໃນ​ລັດຖະດຳລັດ​ຍຸບ​ເລີກ​ບັນດາ​ຄຳ​ສັ່ງລົງ​ໂທດ​ຢ່າງ​ເປັນ​ທາງ​ການ. ຕາມ​ນັ້ນ​ແລ້ວ, ອາ​ເມ​ລິ​ກາ​ໄດ້​ຍຸບ​ເລີກການ​ປິດ​ລ້ອມ​ຊັບ​ສົມບັດ​ຂອງ ອີຣານ, ຄາດ​ຄະ​ເນ​ວ່າ​ແມ່ນ​ປະມານ 150 ຕື້ USD, ​ໃນ​ລະບົບ​ການ​ເງິນ​ສາກົນ. ພ້ອມ​ທັງ​ອະນຸຍາດ​ໃຫ້​ສົ່ງ​ອອກ​ບັນດາ​ເຮືອບິນ​ໂດຍສານ​ໄປ​ຍັງ ​ເຕ​ເຮຣານ, ອອກ​ໜັງສື​ອະນຸຍາດ​ໃຫ້​ບັນດາ​ບໍລິສັດ ອາ​ເມ​ລິ​ກາ​ ນຳ​ເຂົ້າ​ທັນ​ຍາ​ຫານ, ສະບຽງ​ອາຫານ ​ແລະ ສິນຄ້າ​ປະ​ເພດ​ຕ່າງໆ​ຈາກ ອີຣານ. ​ໃນ​ວັນ​ດຽວ​ກັນ, ຜູ້​ຕາງໜ້າ​ຮັບຜິດຊອບ​ບັນດາ​ພົວພັນ​ຕ່າງປະ​ເທດ​ຂອງ​ສະຫະພາບ​ເອີ​ລົບ (ອີ​ຢູ), ທ່ານ​ນາງ Federica Mogherini ກໍ່​ຢືນຢັນ​ວ່າ, ຜູ້ຕາງໜ້າ 6 ປະ​ເທດ​ມະຫາ​ອຳນາດ​ໃນ​ໂລກ​ເຫັນ​ດີ​ຍຸບ​ເລີກ​ຄຳ​ສັ່ງ​ລົງ​ໂທດ​ໃນ​ຂົງ​ເຂດ​ທະນາຄານ, ອຸດສາຫະກຳ​ເຫຼັກ​ກ້າ, ຕໍ່​ກຳ່​ປັ່ນ ​ແລະ ຫຼາຍ​ຂົງ​ເຂດ​ອື່ນໆ​ສຳລັບ ອີຣານ ​ແລະ ພວມ​ດຳ​ເນີນ​ບັນດາ​ມາດ​ຕະການ​ຍຸບ​ເລີກ​ຄຳ​ສັ່ງ​ລົງ​ໂທ​ດ.

        ປະຊາ​ຄົມ​ສາກົນ​ໄດ້​ຊົມ​ເຊີຍ​ການ​ກະທຳ​ດັ່ງກ່າວ​ໃນ​ທັນທີ, ຖື​ວ່າ​ນີ້​ແມ່ນ​ຜົນງານ​ທີ່​ສຳຄັນ, ສ່ອງ​ແສງ​ໃຫ້​ເຫັນ​ຄວາມ​ມານະ​ພະຍາຍາມ​ຕ່າງໆ​ຂອງ​ບັນດາ​ຝ່າຍ​ໃນ​ການ​ປະຕິບັດ​ຄຳ​ໝັ້ນ​ສັນຍາ​ທີ່​ບັນລຸ​ໄດ້. ທ່ານ​ເລ​ຂາ​ທິການ​ໃຫຍ່ ສະຫະ​ປະຊາ​ຊາດ Ban Ki-moon ​​ເນັ້ນ​ໜັກ​ວ່າ, ​ເລື່ອງ​ປະຕິບັດ​ສັນຍາ​ນິວເຄຼຍ ​ແມ່ນ​ຜົນງານ​ທາງ​ດ້ານ​ການ​ທູດ​ທີ່​ມີ​ລັກສະນະ​ປະຫວັດສາດ,  ​ແລະ ​ເຊື່ອ​ໝັ້ນ​ວ່າ​ບັນດາ​ບາດກ້າວ​ນີ້​ຈະ​ຊຸກຍູ້​ສະຖຽນ​ລະ​ພາບ​ໃນ​ພາກ​ພື້ນ. ສ່ວນ​ທ່ານ​ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ​ ອາ​ເມ​ລິ​ກາ John Kerry ຢືນຢັນ​ວ່າ, ນີ້​ແມ່ນ​ບາດກ້າວ​ທຳ​ອິດ​ແຫ່ງ​ການ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ, ອີຣານ​ໄດ້​ຮັກສາ​ຄຳ​ໝັ້ນ​ສັນຍາ, ສ່ວນ ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ​ກໍ່ປະຕິບັດ​ຕາມຄຳ​ໝັ້ນ​ສັນຍານີ້. ປະທານາທິບໍດີ ອີຣານ Hassan ຖື​ວ່າ​ນີ້​ແມ່ນ​ໄຊຊະນະ​ສຳຄັນ​ໃຫ້​ແກ່​ປະ​ເທດ​ ອີຣານ. ຜົນງານ​ດັ່ງກ່າວ​ພິສູດ​ໃຫ້​ເຫັນ​ວ່າ, ດ້ວຍ​ເຈດ​ຕະນາ​ດ້ານ​ການ​ເມືອງ​ທີ່​ດີ, ພ້ອມ​ກັບ​ຄວາມ​ເດັດ​ດ່ຽວ ​ແລະ ການ​ຕ່າງປະ​ເທດ​ຫຼາຍ​ຝ່າຍ​ນັ້ນ, ຝ່າຍ​ຕ່າງໆ​ສາມາດ​ແກ້​ໄຂ​ບັນດາ​ບັນຫາ​ຫຍຸ້ງຍາກ​ທີ່​ສຸດ.

        ອີຣານກ້າວ​ເຂົ້າ​ສູ່​ໄລຍະ​ພັດທະນາ​ຈະ​ເລີ​ນທີ່​ສຸດ

        ​ເລື່ອງ​ອາ​ເມ​ລິ​ກາ ​ແລະ ຝ່າຍ​ຕາ​ເວັນ​ຕົກ ຍຸບ​ເລີກ​ຄຳ​ສັ່ງ​ຂວ້ຳ​ບາດ​ກັບ ອີຣານ ນັ້ນ​ມັນ​ຈະ​ຊ່ວຍ​ໃຫ້​ປະ​ເທດ​ນີ້​ບືນ​ຕົວ​ຂຶ້ນ, ກາຍ​ເປັນ​ປະ​ເທດ​ມະຫາ​ອຳນາດ​ໃນ​ພາກ​ພື້ນ​ຢ່າງ​ແທ້​ຈິງ.

        ກ່ຽວ​ກັບ​ຂົງ​ເຂດ​ເສດຖະກິດ, ​ໂດຍ​ບໍ່​ຫົວຊາ​ຕໍ່​ຄຳ​ສັ່ງ​ລົງ​ໂທດ, ອີຣານຍັງ​ຄົງ​ເປັນ​ໜຶ່ງ​ໃນ​ຈຳນວນ​ພື້ນຖານ​ເສດຖະກິດ​ພັດທະນາ. ​ໃນ​ຫຼາຍ​ປີຜ່ານມາ, ​ເຖິງ​ວ່າບັນດາ​ຄຳ​ສັ່ງ​ລົງ​ໂທດ​ໄດ້​ກໍ່​ຄວາມ​ຫຍຸ້ງຍາກ​ໃຫ້​ແກ່ ອີຣານກໍ່ຕາມ, ​ແຕ່​ເສດຖະກິດ​ຂອງ​ປະ​ເທດ​ນີ້​ຍັງ​ຄົງ​ຮັກສາ​ລະດັບ​ເຕີບ​ໂຕ​ໄວ້​ຢ່າງ​ໝັ້ນຄົງ. ​ເມື່ອ​ທຽບ​ໃສ່​ບັນດາ​ປະ​ເທດ​ພວມ​ພັດທະນາ​ອື່ນໆ, ພິ​ເສດ​ແມ່ນ​ເມື່ອ​ຕ້ອງ​ຮັບ​ມື​ກັບ​ຄວາມ​ເສຍ​ຫາຍ​ຍ້ອນ​ສົງຄາມ ​ແລະ ບັນດາ​ຄຳ​ສັ່ງ​ລົງ​ໂທດ​ນັ້ນ, ດັດ​ຊະນີ​ພັດທະນາ​ມະນຸດ (HDI) ຂອງ ອີຣານ ຍັງ​ຄົງ​ໄດ້​ຮັບ​ການ​ປັບປຸງ. ອີຣານ ​ໄດ້​ຮັບ​ການ​ຕີ​ລາຄາ​ວ່າ ​ແມ່ນ​ປະ​ເທດ​ເຕີບ​ໂຕ​ໄວ​ໃນ​ຂົງ​ເຂດ​ເຕັກນິກ​ສູງ ​ແລະ ການ​ລົງທຶນ​ເຂົ້າ​ໃນ​ການ​ຄົ້ນ​ຄ້ວາ​ວິທະຍາສາດ​ກໍ່ຫຼາຍ​ກວ່າປະ​ເທດ​ອື່ນ​ໃນ​ພາກ​ພື້ນ​ຕາ​ເວັນ​ອອກ​ກາງ. ປີ 2015, ລະດັບ​ເຕີບ​ໂຕ​ດ້ານ​ເສດຖະກິດ​ຂອງ ອີຣານບັນລຸ 3%, ​ເລື່ອງ​ຍຸບ​ເລີກ​ຄຳ​ສັ່ງ​ລົງ​ໂທດ​ໄດ້​ຊ່ວຍ​ໃຫ້​ພື້ນຖານ​ເສດຖະກິດ​ທີ່​ຂະຫຍັນ​ຂັນ​ເຄື່ອນ​ຂອງ ອີຣານ ພັດ​ທະນາ​ຢ່າງ​ໄວ ​ແລະ GDP ຂອງ ​ເຕ​ເຮຣານ ສາມາດ​ເພີ່ມ​ຂຶ້ນ​ສູງ​ໃນ​ໄລຍະ​ຈະ​ມາ​ເຖິງ. ​ເລື່ອງ​ຍຸບ​ເລີກ​ບັນດາ​ຄຳ​ສັ່ງ​ລົງ​ໂທດ​ດ້ານ​ເສດຖະກິດ ກໍ່​ເປັນ​ຂີດ​ໝາຍ​ແຫ່ງ​ການ​ຟື້ນ​ຊີບ​ຂອງ​ນັກ​ຜະລິດ​ນຳ້ມັນ​ຂະໜາດ​ໃຫຍ່ ອີຣານ​ ໃນ​ຕະຫຼາດ​ນ້ຳມັນ​ບໍ່​ແຮ່​ທົ່ວ​ໂລກ. ຄາດ​ຄະ​ເນ​ວ່າ, ອີຣານ ສາມາດ​ເພີ່ມ​ອັດຕາ​ການ​ສົ່ງ​ອອກ​ຂຶ້ນ​ເຖິງ 60% ​ໃນ​ປີ​ນີ້. ບໍ່​ພຽງ​ແຕ່​ມີ​ນ້ຳມັນ​ບໍ່​ແຮ່​ເທົ່າ​ນັ້ນ, ​ຫາກ​ດ້ວຍ​ຈຳນວນພົນລະ​ເມືອງ​ເຖິງ 80 ລ້ານ​ຄົນ ​ແລະ ຍອດ​ປະລິມານ​ເສດຖະກິດ​ແຕ່ລະ​ປີ​ ບັນລຸ​ໄດ້ 400 ຕື້ USD ນັ້ນ, ປະ​ເທດ​ນີ້​ຈະ​ແມ່ນຕະຫຼາດ​ທີ່​ສ້າງ​ຄວາມ​ດຶງ​ດູດ​ໃຫ້​ບັນດາ​ນັກ​ລົງທຶນ​ຕ່າງປະ​ເທດ.

ກ່ຽວ​ກັບ​ທາງ​ດ້ານ​ການ​ເມືອງ ​ແລະ ທີ່​ຕັ້ງ, ​ເຕ​ເຮຣານພວມ​ກາຍ​ເປັນ​ປະ​ເທດ​ທີ່​ມີ​ທີ່​ຕັ້ງ​ພູມ​ສາດ​ການ​ເມືອງ​ທີ່​ສຳຄັນ​ໃນ​ພາກ​ພື້ນ, ​ເລື່ອງ​ຍຸບ​ເລີກ​ບັນດາ​ຄຳ​ສັ່ງ​ລົງ​ໂທດ, ຈະ​ຍົກ​ທີ່​ຕັ້ງ​ຂອງ ​ເຕ​ເຮຣານ​ໃນ​ເວທີ​ການ​ເມືອງ​ຂຶ້ນ. ສຳລັບ ອາ​ເມ​ລິ​ກາ, ມີ​ບົດບາດຕັ້ງໜ້າ​ທີ່​ນຳ​ມາ​ເຊິ່ງສະຖຽນ​ລະ​ພາບ​ໃຫ້​ພາກ​ພື້ນ, ຊ່ວຍ​ໃຫ້​ອາ​ເມ​ລິ​ກາ “ດັບ​ເພີ​ງ“ ທີ່​ພວມ​ເກີດ​ຂຶ້ນ​ຢູ່​ຕາ​ເວັນ​ອອກ​ກາງ.

ຄຳ​ສັ່ງ​ລົງ​ໂທດ​ຖືກ​ຍຸບ​ເລີກ, ​ໄດ້​ເປີດ​ໜ້າ​ປະຫວັດສາດ​ໃຫ້​ແກ່ ອີຣານ, ພ້ອມ​ກັນ​ນັ້ນ​ແມ່ນ​ບັນດາ​ກາລະ​ໂອກາດ​ໃຫຍ່​ດ້ານ​ເສດຖະກິດ ​ແລະ ການ​ເມືອງ. ຂໍ້​ຕົກລົງ​ນິວເຄຼຍອີຣານ, ​ແມ່ນ​ດິນ​ຈີ່​ກ້ອນ​ທຳ​ອິດ​ບົນ​ເສັ້ນທາງ​ສ້າງ​ຄວາມ​ເຊື່ອ​ໝັ້ນ​ລະຫວ່າງ ອີຣານກັບ​ບັນດາ​ປະ​ເທດ​ມະຫາ​ອຳນາດ.

 

 

ຂ່າວ/ບົດ​ອື່ນ