ເປັນເຈົ້າການໃນແນວຮົບໂຄສະນາກັບຕ່າງປະເທດ ຊ່ວຍໃຫ້ມີການເຂົ້າໃຈຖືກຕ້ອງກ່ຽວກັບຫວຽດນາມ

​  ເພື່ອ​ໃຫ້​ເພື່ອນ​ມິດສາ​ກົນ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ໃຈ​ຢ່າງຖືກຕ້ອງ​ກ່ຽວ​ກັບ​ຫວຽດນາມ​, ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, ວຽກ​ງານ​​ໂຄສະນາກັບ​ຕ່າງປະ​ເທດຕ້ອງ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຢ່າງ​ເປັນ​ເຈົ້າການ ​ແລະ ຂ້ຽວຂາດ​ກ່ວາ​ອີກ. ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ນັ້ນ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ຂົງ​ເຂດ​ໂຄສະນາ. ນີ້​ກໍ່​ແມ່ນ​ເນື້ອ​ໃນໜຶ່ງ​ໃນ​ວາລະ​ປະຊຸມ​ຂອງ​ຄະນະ​ຊີ້​ນຳ​ວຽກ​ງານ​​ໂຄສະນາກັບ​ຕ່າງປະ​ເທດ ​ໂດຍ​ຄະນະ​ໂຄສະນາ​ສຶກສາ​ສູນ​ກາງເປັນ​ປະທານ ຊື່​ງຈັດ​ຂຶ້ນ​ໃນ​ວັນ​ທີ 9/4 ຢູ່​ຮ່າ​ໂນ້ຍ.

ເປັນເຈົ້າການໃນແນວຮົບໂຄສະນາກັບຕ່າງປະເທດ ຊ່ວຍໃຫ້ມີການເຂົ້າໃຈຖືກຕ້ອງກ່ຽວກັບຫວຽດນາມ - ảnh 1

ຄະນະ​ນັກ​ຂ່າວ​ຈີນ​ເຮັດ​ວຽກ​ກັບ​ການ​ນຳໜັງສືພິມ​

ກອງທັບ​ປະຊາຊົນຫວຽດນາມ

(ພາບ:qdnd.vn)

​  ໃນ​ວິວັດ​ທະນະ​ການ​ແຫ່ງ​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ຂອງ​ປະຊາຊົນ​ຫວຽດນາມ, ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ໄດ້ ​ແລະ ພວມ​ປະຕິບັດ “ການ​ຜັນ​ແປ່​ສັນຕິພາບ“ ບໍ່​ພຽງ​ແຕ່​ເພື່ອ​ແນ​ໃສ່​ກໍ່​ຄວາມ​ແບ່ງ​ແຍກ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ເທົ່າ​ນັ້ນ, ຫາກ​ຍັງ​ເພື່ອ​ແນ​ໃສ່​ໃສ່​ຮ້າຍ​ປາຍສີ ​ແລະ ຫລຸດຜ່ອນ​ອິດ​ທິພົນ​ຊື່​ສຽງ​ຂອງ​ຫວຽດນາມ ຕໍ່ໜ້າ​ເພື່ອນ​ມິດສາ​ກົນ​ອີກ​ດ້ວຍ. ​ເພື່ອ​ຊ່ວຍ​ໃຫ້​ເພື່ອ​ນມິດສາ​ກົນ, ປະຊາຊົນ​ໂລກ, ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ​ເຂົ້າ​ໃຈ​ຢ່າງ​ຖືກຕ້ອງ ​ແລະ ຄົບ​ຖ້ວນ​ກ່ຽວ​ກັບ​ຫວຽດນາມ, ​ໃນ​ໄລຍະ​ຜ່ານ​ມາ, ໜຶ່ງ​ໃນ​ບັນດາ​ມາດ​ຕະການ​ສຳຄັນ​ແມ່ນ​ການ​ເປີດ​ກ້ວາງ​ການ​ຮ່ວມ​ມື​ກັບ​ສາກົນ​ໃນ​ຂົງ​ເຂດ​ສື່ສານ. ທ່ານ​ເຈິ່ນດັກ​ເລີ້​ຍ, ຮອງ​ຫົວໜ້າ​ຄະນະ​ພົວພັນ​ກັບ​ຕ່າງປະ​ເທດ​ສູນ​ກາງ​ພັກ ​ໃຫ້​ຮູ້​ວ່າ:

   “ບົດຮຽນ​ໃນ​ໄລຍະ​ຜ່ານ​ມາສະ​ແດງ​ໃຫ້​ເຫັນ​ວ່າ, ພາຍຫຼັງ​ມາ​ຫວຽດນາມ, ບັນດາ​ນັກ​ຂ່າວ​ຕ່າງປະ​ເທດ ມີ​ຄວາມ​ຮັບ​ຮູ້ຄົບ​ຖ້ວນ​ກ່ວາ, ຈາກ​ນັ້ນ​ ເຂົາ​ເຈົ້າຈຶ່ງ​ມີ​ວິ​ໃສ​ທັດ​ຖືກຕ້ອງ​ກ່ວາ​ກ່ຽວ​ກັບ​ສະພາບ​ການ​ຢູ່​ຫວຽດນາມ, ບົນ​ພື້ນຖານ​ນັ້ນ, ​ເຂົາ​ເຈົ້າຈະ​ສ່ອ​ງ​ແສງ​ກ່ຽວ​ກັບ​ສະພາບ​ຢູ່​ຫວຽດນາມ​ຢ່າງ​ພາວະ​ວິ​​ໄສ

ເປັນເຈົ້າການໃນແນວຮົບໂຄສະນາກັບຕ່າງປະເທດ ຊ່ວຍໃຫ້ມີການເຂົ້າໃຈຖືກຕ້ອງກ່ຽວກັບຫວຽດນາມ - ảnh 2

ຄະນະ​ນັກ​ຂ່າວ​ລາວເຮັດ​ວຽກ​ກັບ​ໜັງສືພິມ​

​ເສດຖະກິດ ​ແລະ ​ຕົວ​ເມືອງ

(ພາບ:ktdt.com.vn)

  ຕາມ​ການ​ສະຖິຕິ​ແລ້ວ, ສະ​ເລ່ຍ​ແຕ່ລະ​ປີ, ກະຊວງ​ຖະ​ແຫຼ​ງຂ່າວ ​ແລະ ສື່ສານ​ຫວຽດນາມ ​ໄດ້​ເຊື້ອ​ເຊີນ​ປະມານ 6 ຄະນະ​ນັກ​ຂ່າວ​ສາກົນ​ມາ​ຫວຽດນາມ ​ເພື່ອ​ຂຽນ​ບົດ ​ແລະ ຕ້ອນຮັບ​ແຕ່ 20-30 ຄະນະ​ນັກ​ຂ່າວ​ສາກົນ​ມາ​ຫວຽດນາມ ຕາມ​ລາຍການ​ເຮັດ​ວຽກ​ສະ​ເພາະ. ການ​ເຄື່ອນ​ໄຫວ​ນີ້​ມີ​ຄວາມ​ໝາຍ​ສຳຄັນ​ທີ່​ສຸດ​ໃນ​ການ​ເພີ່ມ​ທະວີ​ຄວາມ​ເຂົ້າອົກ​ເຂົ້າ​ໃຈ​ໃຫ້ເພື່ອ​ນມິດສາ​ກົນ​ກ່ຽວ​ກັບປະ​ເທດ​ຊາດ, ຊາວ​ຫວຽດນາມ ​ແລະ ສະພາບຕົວ​ຈິງ​ຂອງ​ຫວຽດນາມ. ທ່ານ​ຫງວນດຶກ​ເລີ້​ຍ, ຜູ້ອຳນວຍການ​ໃຫ່ຍສຳນັກ​ຂ່າວສານ​ຫວຽດນາມ ​ໃຫ້​ຮູ້​ວ່າ:

  “ຍົກ​ຕົວຢ່າງ​ຄື: ພາຍຫຼັງ​ທີ່ຄະນະ​ນັກ​ຂ່າວ​ຂອງ​ສື່​ເອ​ເລກ​ໂຕ​ນິກ​ ແຈວນຈຽວ ຂອງ​ຈີນ ມາ​ຊອກ​ຮູ້​ສະພາບ​ຕົວ​ຈິງ​ຢູ່ຫວຽດນາມ ​ແລະ ​ແລກປ່ຽນ​ກັບ​ບັນດາ​ອົງການ​ສື່​ມວນ​ຊົນ​ຫວຽດນາມ ​ແລ້ວ​ກໍ່​ເຫັນ​ວ່າ, ບັນດາ​ຂໍ້​ມູນ​ຂ່າວສານ​ທີ່​ມີ​ລັກສະນະ​ປໍ​ລະ​ປັກ​ກັບ​ຫວຽດນາມ​ ໃນ​ສື່​ເອ​ເລກ​ໂຕ​ນິກນີ້​ໄດ້​ຫລຸດ​ລົງ​ຫຼາຍ

  ຕົວ​ຈິງ​ໄດ້​ພິສູດ​ໃຫ້​ເຫັນ​ປະສິດທິ​ຜົນ​ຂອງ​ວິທີ​ໂຄສະນາ​ກັບ​ຕ່າງປະ​ເທດ​ນີ້. ​ໃນ​ເດືອນ​ພຶດສະພາ​ປີ 2011, ບັນດາ​ພາຫະນະ​ສື່​ມວນ​ຊົນ​ສາກົນ ​ໄດ້​ໃຫ້​ຫຼາຍ​ຂໍ້​ມູນ​ຂ່າວ​ທີ່​ຜິດ​ພາດກ່ຽວ​ກັບ​ເຫດການ​ທີ່​​ຖື​ວ່າ “ການຈະລາຈົນ“ ​ເກີດ​ຂຶ້ນ​ຢູ່​ເມືອງ​ແຍ, ດ້ຽນບຽນ ອັນ​ໄດ້​ກໍ່​ຄວາມ​ສົງ​ໃສ​ໃນ​ປະຊາ​ຄົມ​ຊາວ​ຫວຽດນາມ ອາ​ໄສ​ຢູ່​ຕ່າງປະ​ເທດ. ຫວຽດນາມ ​ໄດ້​ເປັນ​ເຈົ້າການ​ເຊີນ​ນັກ​ຂ່າວຂອງ​ບັນດາ​ສຳນັກ​ຂ່າວສານ​ສາກົນ​ມາ​ດ້ຽນບຽນ ​ເພື່ອ​ຊອກ ຮູ້​ສະພາບ​ການ​ຕົວ​ຈິງໃນ​ເຫດການ​ດັ່ງກ່າວ. ຜ່ານ​ການ​ເຮັດ​ວຽກ ​ແລະ ລົງພຶດຕິ​ກຳ​ຕົວ​ຈິງ, ບັນດາ​ນັກ​ຂ່າວ​ໄດ້​ເຂົ້າ​ໃຈ​ຕື່ມ​ອີກ​ກ່ຽວ​ກັບ​ນະ​ໂຍບາຍ​ສະ​ເໝີ​ຕົ້ນສະ​ເໝີ​ປາຍ​ຂອງ​ຫວຽດນາມ ​ນັ້ນ​ແມ່ນ​ຮັບປະກັນ​ສິດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ, ສິດ​ເສລີພາບ​ໃນ​ການ​ເຫຼື້ອມ​​ໃສ​ສາສະໜາ ​ແລະ ຄວາມ​ສະ​ເໝີ​ພາບ​ຂອງ​ປະຊາ​ຄົມ​ບັນດາ​ເຜົ່າ​ຫວຽດນາມ ພ້ອມ​ທັງ​ເດັດດ່ຽວ​ຮັກສາ​ຄວາມ​ເຂັ້ມງວດ​ຂອງ​ກົດໝາຍ.

   ​ໄປ​ຄຽງ​ຄູ່​ກັບ​ການ​ເພີ່ມ​ທະວີ​ການ​ໂຄສະນາ​ກັບ​ຕ່າງປະ​ເທດ ຜ່ານ​ການ​ຮ່ວມ​ມື​ສາກົນ​ໃນ​ຂອບ​ເຂດ​ສື່ສານ, ການ​ພົວພັນ​ຕ່າງປະ​ເທດ​ປະຊາຊົນ​ກໍ່​ແມ່ນ​ຊ່ອງ​ໄດ້​ຮັບ​ບຸລິມະສິດ. ດ້ວຍ​ບົດບາດ​ແມ່ນ​ຂົວ​ຕໍ່​ຜັນ​ຂະຫຍາຍ​ການ​ເຄື່ອນ​ໄຫວ​ດ້ານການພົວພັນ​ຕ່າງປະ​ເທດ​ປະຊາຊົນ, ທ່ານ​ຫວູ໋ຊວນ​ຮົ່ງ, ປະທານ​ສະຫະພັນ​ບັນດາ​ອົງການ​ຈັດຕັ້ງມິດຕະພາບ​ຫວຽ​ດນາມ ຢືນຢັນ​ວ່າ:

   “ພາລະ​ກຳ​ຂອງ​ພວກ​ຂ້າພະ​ເຈົ້າສືບ​ຕໍ່​ແມ່ນ​ເຮັດ​​ແນວ​ໃດ​ໃຫ້​ປະຊາຊົນ​ໂລກ​ເຂົ້າ​ໃຈ​ກ່ຽວ​ກັບ​ຫວຽດນາມ ກ່ວາ. ​ເຮັດ​ແນວ​ໃດ​ເພື່ອ​​ແນະນຳ​ວັດທະນະທຳ, ມູນ​ເຊື້ອ, ສິ່ງ​ທີ່​ດີ​ຂອງ​ຫວຽດນາມ ​ແລະ ທັງ​ຄວາມ​ຫຍຸ້ງຍາກ​ຂອງ​ຫວຽດນມ ​ເພື່ອ​ໃຫ້​ເພື່ອນ​ມິດ​ເຂົ້າ​ໃຈ​ພວກ​ເຮົາ, ບົນ​ພື້ນຖານ​ນັ້ນ​ເຂົາ​ເຈົ້າຈະ​ແບ່ງປັນ, ສະໜັບສະໜູນ​ຫວຽດນາມ ​ໃນ​ພາລະ​ກິດ​ຫັນ​ປະ​ເທດ​ຊາດ​ເປັນ​ອຸດສາຫະກຳ ​ແລະ ທັນ​ສະ​ໄໝ“.

   ການ​ໂຄສະນາ​ຂ່າວຢ່າງ​ຈະ​ແຈ້ງ ​ແມ່ນ​ວິທີ​ປະຕິບັດ​ທີ່​ມີ​ປະສິດທິ​ຜົ​ນ​ໃນ​ການ​ຕໍ່ສູ້​ຫາງ​ສຽງ, ຍາດ​ແຍ່ງ​ການ​ສະໜັບສະໜູນ ​ແລະ ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຈາກ​ປະຊາຊົນ​ໂລກ ທີ່​ມີ​ຕໍ່​ພາລະກິດ​ເປັນ​ທຳ​ຂອງ​ຫວຽດນາມ. ​ເພີ່ມ​ທະວີ, ຍູ້​ແຮງ​ການ​ໂຄສະນາ​​ກັບ​ຕ່າງປະ​ເທດ ຈະ​ເຮັດ​ໃຫ້​ບັນດາ​ອິດ​ທິກຳລັງ​ທີ່​ເປັນ​ປໍ​ລະ​ປັກ​ບໍ່​ສາມາດ​ຕ້ານ​ທຳລາຍ, ​ແບ່ງ​ແຍກ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ​ຫວຽດນາມ ​ໄດ້. ນີ້​ຈະ​ແມ່ນ​ວຽກ​ງານ​ຍາວ​ນານ, ຢ່າງ​ຕໍ່​ເນື່ອງ ​ແລະ ທົນ​ທານ​ໜຽວ​ແໜ້ນ​ຊື່​ງຫວຽດນາມ ພວມ​ຕັດສິ​ນໃຈ​ປະຕິບັດ./.

ຕອບກັບ

ຂ່າວ/ບົດ​ອື່ນ