ເພີ່ມ​ຄວາມເຄັ່ງ​ຕຶງ​​ຢູ່​ຕາ​ເວັນ​ອອກ​ກາງ​

(VOVWORLD) - ລື່ອງ ອາເມລິກາ ໄດ້ຕັດສິນໃຈສົ່ງທະຫານໄປເຂດອ່າວເປີເຊຍ,  ພາຍຫຼັງທີ່ຮາກຖານກັ່ນຕອງນ້ຳມັນ 2 ແຫ່ງຂອງ Saudi Arabia ຖືກບຸກໂຈມຕີດ້ວຍເຮືອບິນບໍ່ມີຄົນຂັບ ພວມເຮັດໃຫ້ສະພາບການຢູ່ຕາເວັນອອກກາງເຄັ່ງຮ້ອນທີ່ສຸດ. ບັນດາປະໂຫຍກທີ່ວ່າ “ສົງຄາມ” ຫລືວ່າ “ການປະທະກັນດ້ານການທະຫານຮອບດ້ານ” ໄດ້ຮັບການເຕື້ອງເຖິງເປັນປົກກະຕິ. ໃນສະພາບການປະຈຸບັນທີ່ແມ່ນຍັງບໍ່ທັນມີສັນຍານຫລຸດຜ່ອນຄວາມເຄັ່ງຕຶງຢູ່ພາກພື້ນນີ້ເທື່ອ.
ເພີ່ມ​ຄວາມເຄັ່ງ​ຕຶງ​​ຢູ່​ຕາ​ເວັນ​ອອກ​ກາງ​ - ảnh 1

ອາເມລິກາຢາກສົ່ງທະຫານໄປຍັງຕາເວັນອອກກາງຕື່ມອີກ (ພາບ: Reuters)

    ທ່ານ Mark Esper ລັດຖະມົນຕີກະຊວງປ້ອງກັນປະເທດອາເມລິກາ ໃຫ້ຮູ້ວ່າ: ເລື່ອງປະເທດນີ້ຜັນຂະຫຍາຍທະຫານໄປຍັງຕາເວັນອອກກາງຕື່ມອີກ ແມ່ນຕາມຄຳຮຽກຮ້ອງຂອງ Saudi Arabia ແລະ ບັນດາປະເທດອາຣັບເອກະພາບ (UAE) ເພື່ອແນໃສ່ປົກປ້ອງບັນດາຄູ່ຮ່ວມມືຢູ່ພາກພື້ນຕໍ່ໜ້າບັນດາການກະທຳເກາະຜິດຂອງອີຣານ. ຄຳຮຽກຮ້ອງດັ່ງກ່າວຖືກຍົກອອກມາ ພາຍຫຼັງບັນດາເຫດການອີຣານ ບຸກໂຈມຕີເຮືອບິນບໍ່ມີຄົນຂັບຂອງອາເມລິກາ ວ່າງເດືອນມິຖຸນາທີ່ຜ່ານມາ, ກັກບັນດາກຳປັ່ນຂົນສົ່ງນ້ຳມັນ ພ້ອມກັບເຫດການບຸກໂຈມຕີ ຊື່ງອາເມລິກາ ໄດ້ຖີ້ມໂທດໃສ່ອີຣານ ເພື່ອແນໃສ່ບັນດາຮາກຖານກັ່ນຕອງນ້ຳມັນຂອງ Saudi Arabia ຫວ່າງແລ້ວນີ້. ບັນດາກຳລັງຂອງອາເມລິກາ ໄດ້ຜັນຂະຫຍາຍທະຫານໄປຍັງຕາເວັນອອກກາງຕື່ມອີກ ຕົ້ນຕໍແມ່ນເພື່ອສຸມໃສ່ເປົ້າໝາຍປ້ອງກັນທາງອາກາດ ແລະ ປ້ອງກັນລູກສອນໄຟ.

ເພີ່ມ​ຄວາມເຄັ່ງ​ຕຶງ​​ຢູ່​ຕາ​ເວັນ​ອອກ​ກາງ​ - ảnh 2

(ພາບ: AP)

 ເຮັດໃຫ້ຄວາມເຄັ່ງຕຶງເພີ່ມຂຶ້ນ

    ໃນຕົວຈິງ,  ເລື່ອງຜັນຂະຫຍາຍທະຫານໄປຍັງຕາເວັນອອກກາງ ແມ່ນບາດກ້າວເດີນອັນຈຳເປັນຂອງອາເມລິກາ ເມື່ອປະເທດນີ້ບໍ່ອາດ “ມິດງຽບ” ໄປຕະຫຼອດ ພາຍຫຼັງເຫດການບຸກໂຈມຕີໃສ່ຄວາມໝັ້ນຄົງຂອງບັນດາສຳພັນທະມິດໃນພາກພື້ນ Saudi Arabia. ເຫດການອາດຈະໄດ້ຮັບຖືວ່າ ເປັນສິ່ງທ້າທາຍສຳລັບການພົວພັນລະຫວ່າງອາເລິກາ- Saudi Arabia. ໃນແຈ້ງການຂອງຕົນ, ບັນດາເຈົ້າໜ້າທີ່ອາເມລິກາ ກໍ່ຢືນຢັນວ່າ: ການຜັນຂະຫຍາຍຈະລວມມີກຳລັງທະຫານ “ພໍດີງາມ” ແລະຕົ້ນຕໍແມ່ນແນໃສ່ເປົ້າໝາຍປ້ອງກັນຕົນເອງ.

ເພີ່ມ​ຄວາມເຄັ່ງ​ຕຶງ​​ຢູ່​ຕາ​ເວັນ​ອອກ​ກາງ​ - ảnh 3 (ພາບ: Reuters)

   ເຖິງວ່າຝ່າຍອາເມລິກາ ອະທິບາຍວ່າ ເລື່ອງຜັນຂະຫຍາຍທະຫານໄປຍັງຕາເວັນອອກກາງ ແມ່ນເພື່ອແນໃສ່ປົກປ້ອງບັນດາຄູ່ຮ່ວມມືຢູ່ພາກພື້ນຕໍ່ໜ້າບັນດາການກະທຳເກາະຜິດຂອງອີຣານ ແລ້ວກໍ່ຕາມ, ແຕ່ຜູ້ຊ່ຽວຊານບາງທ່ານຖືວ່າ ຕາເວັນອອກກາງ ບໍ່ຕ້ອງການກຳລັງຂອງອາເມລິກາ, ຍ້ອນວ່າສິ່ງດັ່ງກ່າວຈະເຮັດໃຫ້ເພີ່ມຄວາມເຄັ່ງຕຶງເພີ່ມຂຶ້ນເທົ່ານັ້ນ. ທ່ານປະທານາທິບໍດີອີຣານ Hassan Rouhani ຖືວ່າ ການມີໜ້າຂອງບັນດາກຳລັງຕ່າງປະເທດ ໄດ້ນາບຂູ່ຄວາມໝັ້ນຄົງດ້ານພະລັງງານ ແລະ ການເດີນທະເລໃນພາກພື້ນ ທ່ານຮຽກຮ້ອງໃຫ້ບັນດາກຳລັງຕ່າງປະເທດຈົ່ງຖອນກຳລັງທະຫານອອກໄປ ແລະ “ຫລີກໄປໃຫ້ໄກ” ຈາກເຂດອ່າວເປີເຊຍ ເພື່ອບໍ່ເຮັດໃຫ້ເຂດນີ້ກາຍເປັນເຂດດຳເນີນການຊ່ວງເສັງອາວຸດ. ໃນຂະນະນັ້ນ, ທ່ານພົນຈັດຕະວາ Hossein Salami ຜູ້ບັນຊາການກຳລັງທະຫານພິທັກປະຕິວັດອີຣານ (IRGC),  ຢືນຢັນວ່າ: ອີຣານ ບໍ່ອະນຸຍາດໃຫ້ປະເທດຕົນກາຍເປັນສະໜາມຮົບ ແລະ ຈະປົກປັກຮັກສາຜືນແຜ່ນດິນອັນຄົບຖ້ວນຂອງຕົນຈົນເຖິງທີ່ສຸດ.

   ໃນຂະນະທີ່ຄວາມເຕັ່ງຕຶງພວມເພີ່ມຂຶ້ນສູງຢູ່ເຂດອ່າວເປີເຊຍ, ກອງທັບອີຣານ ໄດ້ຈັດການສວນສະໜາມຢູ່ເຕເຮຣານ ແລະ ນະຄອນໃຫ່ຍຫຼາຍແຫ່ງຢ່າງຟົດສະໜັ່ນຫວັ່ນໄຫວ, ອີຣານ ຍັງຈັດງານວາງສະແດງເຮືອບິນບໍ່ມີຄົນຂັບຕ່າງປະເທດທີ່ຖືກອີຣານ ຍິງຕົກ ເພື່ອແນໃສ່ສະແດງໃຫ້ເຫັນຄວາມຕັດສິນໃຈຂອງກອງທັບປະເທດນີ້ຕໍ່ໄພນາບຂູ່ຈາກຕ່າງປະເທດ.

ຍາກທີ່ຈະປະລະ

   ອາເມລິກາ ຮູ້ດີວ່າສິ່ງທີ່ອາເມລິກາ ເຮັດມານັ້ນ ຈະເຮັດໃຫ້ຕາເວັນອອກກາງເວົ້າລວມ ແລະ ການພົວພັນກັບອີຣານ ເວົ້າສະເພາະເຄັ່ງຕຶງຂຶ້ນຕື່ມ ແຕ່ແນ່ນອນວ່າອາເມລິກາ ພວມ ແລະ ຈະສືບຕໍ່ຮັກສາອິດທິພົນຢູ່ພາກພື້ນນີ້. ນອກຈາກເຫດຜົນເພື່ອຮັບປະກັນລາຄານ້ຳມັນໃຫ້ເປັນປົກກະຕິນັ້ນ, ການມີໜ້າໃນໄລຍະຍາວນານຂອງອາເມລິກາ ຢູ່ພາກພື້ນນີ້ ຈະນຳມາເຊິ່ງບັນດາຜົນປະໂຫຍດໃດໜຶ່ງໃຫ້ແກ່ອາເມລິກາ. ຖ້າຫາກອາເມລິກາ ຖອນກຳລັງທະຫານອອກຈາກພາກພື້ນນີ້, ສະພາບຈະສັບສົນທີ່ສຸດ. ມີຫຼາຍປະເທດພວມຊອກຫາບັນດາບົດບາດໃຫ່ຍກ່ວາອີກໃນພາກພື້ນຄື: ລັດເຊຍ, ຈີນ… ພິເສດ, ຈີນ, ແມ່ນນັກນຳເຂົ້ານ້ຳມັນບໍ່ໃຫ່ຍກ່ວາໝູ່ໃນໂລກ ດ້ວຍປະມານ 40% ປະລິມານນ້ຳມັນດິບຈາກເຂດອ່າວເປີເຊີຍ.

   ນັ້ນແມ່ນບັນດາເຫດຜົນທີ່ວົງການນັກໄຈ້ແຍກຖືວ່າ ນັບທັງໃນຂະນະທີ່ອາເມລິກາ ອີງໃສ່ນ້ຳມັນບໍ່ໜ້ອຍຢູ່ເຂດອ່າວເປີເຊຍ ແຕ່ກອງທັບປະເທດນີ້ຍັງຕ້ອງຮັກສາການມີໜ້າຢູ່ພາກພື້ນ.

   ການພົວພັນລະຫວ່າງອາເມລິກາ-ອີຣານ ເວົ້າສະເພາະ ແລະ ເຂດອ່າວເປີເຊຍ ເວົ້າລວມ ພວມຢູ່ໃນສະພາບຄວາມສະດຸ້ງໄວ້ທີ່ສຸດ. ແຕ່ເຖິງຢ່າງໃດກໍ່ຕາມ, ຫາງສຽງຍັງຫວັງວ່າສອງຝ່າຍຈະບໍ່ເຮັດໃຫ້ຄວາມເຕັ່ງຕຶງເພີ່ມຂຶ້ນຕື່ມອີກ ແລະ ຈະເກີດການປະທະກັນໃນໃນລະດັບພາກພື້ນ.

ຕອບກັບ

ຂ່າວ/ບົດ​ອື່ນ