ເພີ່ມທະວີການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ

(VOVWORLD) - ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ແລະ ພະລັງງານ, ກ່ອນທີ່ດຳເນີນກອງປະຊຸມຄັ້ງທີ 28 ບັນດາຝ່າຍເຂົ້າຮ່ວມສົນທິສັນຍາແມ່ຂອງ ສປຊ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ (COP28), ເຊິ່ງຈັດຂຶ້ນໃນວັນທີ 2 ຕຸລາ, ຢູ່ Madrid (ປະເທດ ແອັດສະປາຍ).

ໂດຍໄດ້ດຳເນີນໃນສະພາບການທີ່ ໄລຍະມໍ່ໆມານີ້, ສປຊ ໄດ້ກ່າວເຕືອນບັນດາປະເທດພວມຊັກຊ້າໃນການປະຕິບັດບັນດາຄຳໝັ້ນສັນຍາຕ້ານການປ່ຽນແປງຂອງດິນຟ້າອາກາດ, ກອງປະຊຸມແມ່ນໂອກາດເພື່ອໃຫ້ບັນດາປະເທດ ພ້ອມກັນຢ້ຳຄືນບັນດາຄຳໝັ້ນສັນຍາ ແລະ ເພີ່ມທະວີການກະທຳ, ສະກັດກັ້ນສະພາບໜ່ວຍໂລກອຸ່ນຂຶ້ນ.

ເພີ່ມທະວີການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 1ພາບປະກອບ

        ກອງປະຊຸມນີ້ມີການເຂົ້າຮ່ວມຂອງລັດຖະມົນຕີ ແລະ ບັນດາການນຳໂລກກ່ຽວກັບຂົງເຂດສິ່ງແວດລ້ອມ ແລະ ພະລັງງານປະມານ 40 ທ່ານ. ບັນດາບັນຫາຄື: ການລົງທຶນເຂົ້າພະລັງງານທົດແທນ, ໜູນຊ່ວຍດ້ານການເງິນໃຫ້ແກ່ບັນດາປະເທດພວມພັດທະນາເພື່ອຫລຸດຜ່ອນການປ່ອຍອາຍພິດ, ສິ່ງເສດເຫຼືອ, ພັດທະນາພະລັງງານສະອາດ…, ແມ່ນຈຸດສຸມຂອງກອງປະຊຸມ.

ຫຼາຍແນວຄວາມຄິດແທດຈິງ

        ກອງປະຊຸມໄດ້ເຫັນດີເປັນເອກະພາບກ່ຽວກັບແນວຄວາມຄິດສ້າງ ສະຫະພັນສາກົນ ລົບລ້າງບັນດາຮູບແບບໜູນຊ່ວຍ ແລະ ໃຫ້ບຸລິມະສິດດ້ານພາສີໃຫ້ແກ່ພະລັງງານເຊື້ອໄຟ ຟອກຊິວ. ແນວຄວາມຄິດນີ້ໂດຍທ່ານ Rob Jetten, ລັດຖະມົນຕີດິນຟ້າອາກາດ ໂຮນລັງ ສະເໜີ ແລະ ລັດຖະບານ ໂຮນລັງ ຈະຂົນຂວາຍຕັ້ງໜ້າເພື່ອໃຫ້ສຳພັນທະມິດນີ້ໄດ້ສະເໜີຕົວໃນໄວໆນີ້, ກ່ອນຈຸດເວລາດຳເນີນກອງປະຊຸມ COP 28, ຄາດວ່າຈະດຳເນີນແຕ່ວັນທີ 30 ພະຈິກ ຮອດວັນທີ 12 ທັນວາ ຢູ່ Dubai (ສະຫະລັດອາຣັບ ເອມີເລັດ (UAE)).       

        ທ່ານ ປອ Fatih Birol, ຜູ້ອຳນວຍການບໍລິຫານຂອງ ອົງການພະລັງງານສາກົນ (IEA), ໄດ້ເນັ້ນໜັກຄວາມສຳຄັນຂອງການໃຫ້ຄຳໝັ້ນສັນຍາຂອງບັນດາຝ່າຍກ່ຽວຂ້ອງເຖິງແນວຄວາມຄິດນີ້. ທ່ານ Fatih Birol ຖືວ່າ, ການສ້າງຂັ້ນຕອນລະອຽດເພື່ອຍຸບເລີກພະລັງງານເຊື້ອໄຟຟອກຊິວ ແມ່ນ 1 ໃນຈຳນວນ 5 ເງື່ອນໄຂຕັດສິນວ່າ: ກອງປະຊຸມສຸດຍອດ COP 28 ຈະມາເຖິງບັນລຸຜົນສຳເລັດຫຼືບໍ່?. ບັນດາເງື່ອນໄຂຍັງເຫຼືອແມ່ນເພີ່ມການລົງທຶນໃຫ້ພະລັງງານທົດແທນຂຶ້ນທົບ 3 ເທົ່າ, ເພີ່ມປະສິດທິພາບການນຳໃຊ້ພະລັງງານທົບສອງເທົ່າ, ຫລຸດຜ່ອນຄວາມເຄັ່ງຕຶງດ້ານພູມສາດການເມືອງ ແລະ ສ້າງກົນໄກໜູນຊ່ວຍດ້ານການເງິນໃຫ້ແກ້ພະລັງງານສີຂຽວ ຢູ່ບັນດາປະເທດພວມພັດທະນາ. ທ່ານນາງ Teresa Ribera, ລັດຖະມົນຕີພະລັງງານ ແອັດສະປາຍ, ປະເທດເຈົ້າພາບຈັດກອງປະຊຸມທັງເປັນປະເທດພວມດຳລົງຕຳແໜ່ງເປັນປະມານໝູນວຽນ ຂອງສະພາເອີລົບ, ໃຫ້ຮູ້ວ່າ: ເລື່ອງສ້າງຕັ້ງສະຫະພັນຍຸບເລີກບັນດາບຸລິມະສິດທີ່ສະຫງວນໃຫ້ແກ່ພະລັງງານເຊື້ອໄຟຟອກຊິວຈະແມ່ນບາດກ້າວທຳອິດ.

        ກ່ອນໜ້ານັ້ນ, ທີ່ກອງປະຊຸມຂອງຂະແໜງນ້ຳມັນອາຍແກັດ ຈັດຂຶ້ນຢູ່ນະຄອນຫຼວງ Abu Dhabi ຂອງ ສະຫະລັດ ອາຣັບ ເອມີເລັດ (UAE), ໂດຍທ່ານ Sultan al-Jaber, ປະທານ COP 28 ເປັນປະທານນັ້ນ, ບໍລິສັດນ້ຳມັນອາຍແກັດທົ່ວໂລກ ກ່ວາ 20 ແຫ່ງໄດ້ຕອບສະໜອງຢ່າງຕັ້ງໜ້າຄຳຮຽກຮ້ອງມຸ່ງໄປເຖິງເປົ້າໝາຍຮອດປີ 2050 ບັນລຸລະດັບການປ່ອຍອາຍພິດລົງລະດັບ 0 ແລະ ການປ່ອຍ methane ເກືອບເປັນລະດັບ 0 ໃນປີ 2030. ທີ່ກອງປະຊຸມສຸດຍອດກ່ຽວກັບອາບຟຣີກາ ກ່ຽວກັບດິນຟ້າອາກາດໃນເດືອນ ກັນຍາ ຢູ່ Kenya, UAE ກໍ່ໄດ້ໃຫ້ຄຳໝັ້ນສັນຍາລົງທຶນຈຳນວນເງິນ 4,5 ຕື້ໂດລາສະຫະລັດ ເພື່ອຜະລິດ 15 GW (gigawat) ພະລັງງານສະອາດໃນປີ 2030 ຢູ່ ອາບຟຣີກາ.

ເພີ່ມທະວີການກະທຳຕ້ານການປ່ຽນແປງຂອງດິນຟ້າອາກາດ - ảnh 2ທ່ານປະທານ  COP28 Sultan Ahmed al-Jaber (ພາບ:AFP/TTXVN)

ຍັງມີສິ່ງກີດຂວາງຫຼາຍຢ່າງ

       ຕາມສັນຍາ ປາຣີ ກ່ຽວກັບການປ່ຽນແປງຂອງດິນຟ້າອາກາດ ທີ່ໄດ້ຮັບຮອງເອົາທີ່ COP21 (ປີ 2015, ຢູ່ ປາຣີ), 195 ປະເທດສະມາຊິກເຫັນດີເປັນເອກະພາບຈຳກັດລະດັບເພີ່ມອຸນຫະພູມຂອງໜ່ວຍໂລກບໍ່ເກີນ 2 ອົງສາ C ເມື່ອທຽບໃສ່ໄລຍະກ່ອນການປະຕິວັດອຸດສາຫະກຳ (ໃນຊຸມປີ 50 ຂອງສະຕະວັດທີ 19), ພະຍາຍາມນຳຕົວເລກນີ້ກັບຄືນສູ່ລະດັບ 1,5 ອົງສາ C.

        ນັບແຕ່ນັ້ນມາຮອດປະຈຸບັນ, ບັນດາປະເທດພວມມີຄວາມກ້າວໜ້າກ່ຫຼາຍວາໃນບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ. ແຕ່ເຖິງຢ່າງໃດກໍ່ຕາມ, ໃນສະພາບຕົວຈິງແລ້ວ, ພາຍຫຼັງໄດ້ຫລຸດລົງນ້ອຍໜຶ່ງໃນໄລຍະເກີດໂລກລະບາດໂຄວິດ -19, ສະພາບການປ່ອຍອາຍພິດໄດ້ເພີ່ມຂຶ້ນຄືນໃໝ່. ໃນປີ 2022, ລະດັບ ການປ່ອຍອາຍພິດເຮືອນແກ້ວໄດ້ຮັບຮູ້ໃນລະດັບສູງສະຖິຕິໃນປະຫວັດສາດ, ສູງກ່ວາ 50% ເມື່ອທຽບໃສ່ໄລຍະກ່ອນການປະຕິວັດອຸດສາຫະກຳ. ລະດັບການປ່ອຍອາຍພິດຈາກຂະແໜງພະລັງງານບັນລຸລະດັບສະຖິຕິໃໝ່ແມ່ນບັນລຸປະລິມານ CO2 37 ຕື້ໂຕນໃນປີ 2022.

        ເພື່ອນຳລະດັບປ່ອຍອາຍພິດລົງລະດັບ 0 ໃນປີ 2050, ແຕ່ນີ້ຮອດທ້າຍທົດສະວັດນີ້, ລະດັບປ່ອຍອາຍພິດຈາກຖ່ານຫີນກໍ່ຕ້ອງຫລຸດລົງປະມານ 67 – 82%, ລະດັບການຫັນປ່ຽນນຳໃຊ້ພະລັງງານສະອາດກ່ວາ ຄວນໄວກ່ວາທົບ 6 ເທົ່າ. ບັນຫາຕົ້ນຕໍ່ອື່ນອີກ ແມ່ນເຮັດແນວໃດເພື່ອໃຫ້ບັນດາປະເທດມີຄວາມສ່ຽງສູງກ່ວາເພິ່ນສາມາດກະກຽມຢ່າງດີກ່ວາໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ.

          ແຕ່ເຖິງຢ່າງໃດກໍ່ຕາມ, ປະຈຸບັນ, ບັນດາປະເທດພວມຖືກແບ່ງແຍກ, ລະຫວ່າງຝ່າຍຮຽກຮ້ອງຕ້ອງມີຂໍ້ຕົກລົງເພື່ອຄ່ອຍໆລົບລ້າງພະລັງງານເຊື້ອໄຟຟອກຊິວ ເຊິ່ງໄດ້ເຮັດໃຫ້ໜ່ວຍໂລກອຸ່ນຂຶ້ນ ແລະ ຝ່າຍໜຶ່ງແມ່ນບັນດາປະເທດເດັດດຽວໄດ້ຮັກສາບົດບາດຂອງຖ່ານຫີນ, ນ້ຳມັນ ແລະ ອາຍແກັດທຳມະຊາດ. ດັ່ງນັ້ນ, ບັນດາໝາກຜົນບັນລຸໄດ້ທີ່ກອງປະຊຸມສຸດຍອດກ່ຽວກັບດິນຟ້າອາກາດ ແລະ ພະລັງງານຢູ່ ແອັດສະປາຍ ໄດ້ປະກອບສ່ຽງເວົ້າໃຫ້ແກ່ບັ້ນເຄື່ອນໄຫວຕ້ານການປ່ຽນແປງຂອງດິນຟ້າອາກາດ, ຮຽກຮ້ອງບັນດາປະເທດພ້ອມກັນເພີ່ມທະວີການກະທຳ, ສະກັດກັ້ນສະພາບອຸ່ນຂຶ້ນຂອງໜ່ວຍໂລກ./.

ຕອບກັບ

ຂ່າວ/ບົດ​ອື່ນ