ເພີ່ມທະວີການຄຸ້ມຄອງຂໍ້ມູນຂ່າວສານທາງອິນເຕີແນັດ

(vovworld) - ສານ​ປະຊາຊົນ​ນະຄອນ ​ໂຮ່ຈິ​ມິນ ຫາ​ກໍ​ຕັດສິນລົງ​ໂທດ​ບາງ​ບຸກຄົນ​ ​ໄດ້​ສ້າງ blog ດ້ວຍ​ໂທດ​ຕ່າງໆ​ຄື: ​ໂຄສະນາ ຕ້ານ​ລັດ​ສັງຄົມ​ນິຍົມ, ຕາມ​ ມາດຕາ  88 ປະມວນ​ກົດໝາຍ​ອາຍາ. ກ່ອນ​ຫນ້າ​ນັ້ນ, ອົງການ​ປ້ອງ​ກັນ​ຄວາມ​ສະຫງົບ​ໄດ້​ພົບ​ເຫັນ​ຫນ້າ​ເວັບ​ຈຳນວນ​ຫນຶ່ງ​ມີ​ການ​ກະທຳ​ໂຄສະນາ​ຍຸແຍ່, ​ເສກ​ສັນ​ປັ້ນ​ແຕ່ງ​​ແຜນນະ​ໂຍບາຍ, ນະ​ໂຍບາຍຕ່າງໆຂອງ​ພັກ, ລັດ, ​ໃສ່​ຮ້າຍ​ປ້າຍ​ສີ, ​ເສກ​ສັນ​ປັ້ນ​ແຕ່ງ​ຂໍ້​ມູນ​ຂ່າວ​ສານສຳລັບ​ບັນດາ​ການ​ນຳ​ພັກ, ລັດ ຫວຽດນາມ. ບັນດາ​ຂໍ້​ມູນ​​ເສກ​ສັນ​ປັ້ນ​ແຕ່ງໃນ​ຫນ້າ​ເວັບ​ນັ້ນ​ໄດ້​ກໍ່​ຄວາມ​ອັນຕະລາຍ, ດັ່ງ​ນັ້ນ ຕ້ອງ​​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ທາງ​ເຄືອ​ຂ່າຍ​ອິນ​ເຕີ​ແນ​ັດກວ່າ​ອີກ ​ເພື່ອ​ຮັບປະກັນ​ລັດຖະທຳ​ມະນູນ, ກົດໝາຍ ​ເພື່ອ​ການ​ພັດທະນາ​ຂອງ​ປະ​ເທດ​  ຫວຽດນາມ.

        ຄື​ດັ່ງ​ໄດ້​ໃຫ້​ຂ່າວ​ໄປ​ແລ້ວ, ສານ​ພິພາກສາ bloger ຈຳນວນ​ຫນຶ່ງ​ທີ່​ໄດ້ລະ​ເມີດ​ມາດຕາ 88 ຂອງປະມວນ​ກົດໝາຍ​ອາຍາ ຫາ​ກໍ​ດຳ​ເນີນ​ໄປ​ໃນ​ອາທິດ​ຜ່ານ​ມາ​ຢູ່ ນະຄອນ ​ໂຮ່ຈິ​ມີນ. ກ່ອນ​ຫນ້າ​ນັ້ນ, ວັນ​ທີ 12/9, ຫ​້ອງວ່າການ​ລັດຖະບານ​ໄດ້​ແຈ້ງ​ຄຳ​ເຫັນ​ຂອງ​ນາຍົກລັດຖະມົນຕີ Nguyen Tan Dung ຊີ້ນ​ຳ​ໃຫ້​ບັນດາ​ອົງການ​ທີ່​ມີພາລະ​ຫນ້າທີ່​ສືບສວນ, ​ແກ້​ໄຂລົງ​ໂທດ​ບາງ​ຫນ້າ​ເວັບ​ເອ​ເລັກ​ໂຕ​ນິກ (blog, ​ເຄືອ​ຂ່າຍ​ສັງຄົມ) ​ທີ່ໄດ້​​ໃຫ້ຂໍ້​ມູນ​ຂ່າວສານ​ມີ​ເນື້ອ​ໃນ​ເສັກ​ສັນ​ປັ້ນ​ແຕ່ງ, ບິດ​​ເບືອ​ນຄວາມ​ຈິງ ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ກົງຈັກ​ການ​ນຳ​ຂອງ​ປະ​ເທດ​ຊາດ, ຍຸແຍ່​ການຕ້ານ​ພັກ ​ແລະ ລັດ ຫວຽດນາມ, ສ້າງ​ຄວາມ​ລະ​ແວງສົງ​​ໃສ ​ແລະ ກໍ່ຫາງ​ສຽງ​ບໍ່​ດີ​ໃນ​ສັງຄົມ. ນີ້​ແມ່ນ​ກົນອຸບາຍ​ໂຫດຮ້າຍ​ຂອງ​ບັນດາ​ອິດທິກຳລັງ​ເປັນ​ປໍ​ລະ​ປັກ ​ເພື່ອ​ຕ້ານ​ທຳລາຍ ຫວຽດນາມ ຄື​ດັ່ງຂໍ້​ສັງ​ເກດ​ຂອງ​ທ່ານ Nguyen Bac Son ລັດຖະມົນຕີ​ກະຊວງ​ຖະ​ແຫລ​ງຂ່າວ ​ແລະ ສື່ສານ ຫວຽດນາມ.

        “ ບັນດາ​ອິດທິກຳ​ລັງ​ທີ່ເປັນ​ປໍ​ລະ​ປັກ​ໄດ້​ສວຍ​​ໃຊ້ ອິນ​ເຕີ​ແນັດ ​ເພື່ອ​ໂຄສະນາ, ຕ້ານ​ທຳລາຍ ຫວຽດນາມ ​ໃນ​ຫລາຍ​ແນວ​ຮົບ, ຫລາຍ​ຂົງ​ເຂດ, ​ໃນ​ນັ້ນ​ນັບ​ທັງ​ການ​ເມືອງ, ​ເສດຖະກິດ ​ແລະ ​ແນວ​ຄິດ. ພວກ​ເຂົາ​​ໄດ້​ໃຊ້​ທຸກ​ກົນອຸ​ບາຍ​ເພື່ອ​ຈຸດປະສົງ​ໃສ່​ຮ້າຍ​ປ້າຍ​ສີ, ບິດ​ເບື່ອ​ນຄວາມ​ຈິງ, ຢາກ​ແບ່ງ​ແຍກ​ພາຍ​ໃນ, ຍຸແຍ່​ ທຳລາຍ​ບົດບາດ​ນຳພາ​ຂອງ​ການ​ນຳ​ພັກ, ລັດ, ​ເສັກ​ສັນ​ປັ້ນ​ແຕ່ງ​ປະ​ຫວັດ​ສາດ, ວັດທະນະ​ທຳ​ຂອງ​ຊາດ, ​ເສກສັນ​ປັ້ນ​ແຕ່ງ​ແນວທາງ, ​ແຜນ​ນະ​ໂຍບາຍ​ຂອງ​ພັກ ​ແລະ ລັດ. ອາດ​ຈະ​ເວົ້າ​ໄດ້​ວ່າ ນີ້​ແມ່ນ​ກົນອຸບາຍ​ສວຍ​ໃຊ້​ກິດຈະການ​ກໍ່ສ້າງ, ປັບປຸງ​ພັກ​ຂອງ​ພວກ​ເຮົາ​​ໃນ​ປະຈຸ​ບັນ ​ເພື່ອ​ກໍ​ຄວາມ​ຂັ​ດ​ແຍ່ງ​ພາຍ​ໃນ​ພັກ, ​ໂຄສະນາ​ຍຸແຍ່​ ​ເຮັດ​ໃຫ້​ປະຊາຊົນ​ບໍ່​ເຊື່ອ​ໝັ້ນ​ຕໍ່​ພັກ, ສະກັດ​ກັ້ນ​ຈຸດປະສົງ​ອັນ​ດີງາມ​ຂອງ​ມະຕິ​ສູນ​ກາງ​ພັກ​ຄັ້ງ​ທີ 4 ກ່ຽວ​ກັບ​ການ​ກໍ່ສ້າງ ປັບປຸງ​ພັກ.”

ເພີ່ມທະວີການຄຸ້ມຄອງຂໍ້ມູນຂ່າວສານທາງອິນເຕີແນັດ - ảnh 1
ພາບປະກອບ: internet

          ພາຍຫລັງ​ຫ້ອງ​ວ່າການ​ລັດຖະບານ ​​ເຜີຍ​ແຜ່ຄຳ​ເຫັນ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ ກ່ຽວ​ກັບ​ການ​ສະກັດ​ກັ້ນ​​ ຂໍ້​ມູນ​ຂ່າວສານທີ່ເສກ​ສັນ​ປັ້ນ​ແຕ່ງ​ ​ທາງ ອິນ​ເຕີ​ແນັດ,  ​ໃນ​ຫນ້າ​ເວັບ​ສັງຄົມ, blog ຈຳນວນ​ຫນຶ່ງ ພັດ​ປະກົດ​ມີ​ຂໍ້​ມູນຂ່າວສານ​ທີ່​ຖື​ວ່າ: ການ​ຂຽນ, ວິຈານ ທາງ​ອິ​ນ​ເຕີ​ແນັດ ​ແມ່ນ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ, ​ສິ​ດ​ເສລີ​ທາງ​ສື່ສານ”. ການ​ຄຸ້ມ​ຄອງ​ອິ​ນ​ເຕີ​ແນັດ ​ແມ່ນ​ການລະ​ເມີດ​ຄວາມ​ເສລີ​ໃນ​ການ​ປາກ​ເວົ້າ ​ແລະ ຄວາມ​ເສລີ​ດ້ານ​ສື່​ມວນ​ຊົນ. ກ່ຽວ​ກັບ​ການ​ເປີດ​ສານ​ພິພາກສາ​​ແກ້​ໄຂ​ລົງ​​ໂທດ ບັນດາ bloger, ອົງການ​ຈັດ​ຕັ້ງ​ຕ່າງປະ​ເທດ​ຈຳນວນ​ຫນຶ່ງ​ມີ​ຄວາມ​ວິຕົກ​ກັງວົນ​ຕໍ່​ສະພາບ​ສິດ​ເສລີ​ໃນ​ການ​ປາກ​ເວົ້າ ​ແລະ ສິດທິ​ມະນຸດ​ຂອງ ຫວຽດນາມ. ​ເຖິງ​ຢ່າ​ງ​ໃດ​ກໍ​ຕາມ,  ຈຳ​ເປັນ​ຕ້ອງ​ຢືນຢັນ​ວ່າ ບັນດາ​ຄວາມ​ວິຕົກ​ກັງວົນ​ດັ່ງກ່າວ​ແມ່ນ​ບໍ່​ມີ​ພື້ນຖານ​ດ້ານ​ວິທະຍາສາດ. ຢູ່ ຫວຽດນາມ ຫລື​ຢູ່​ຫລາຍ​ປະ​ເທດ​ອື່ນ​ໃນ​ໂລກ, ​ເລື່ອງ​ອອກ​ຂໍ້​ມູນ​ຂ່າວສານ​ທາງ​ອິ​ນ​ເຕີ​ແນ​ດ ລ້ວນ​ແຕ່​ຕ້ອງ​ປະຕິບັດ​ຕາມ​ຂໍ້​ກຳນົດ, ຫລັກການ​ລະອຽດ, ​ໃນ​ນັ້ນ ​ເຖິງ​ວ່າ​ຢູ່ປະ​ເທດພວມ​ພັດທະນາ​ຫລື​ບັນດາ​ປະ​ເທດ​ພັດທະນາ, ບັນດາ​ຂໍ້​ມູນ​ຂ່າວສານ​ອອກ​ທາງ​ອິນ​ເຕີ​ແນັດ ຕ້ອງ​ຮັບປະກັນ​ລັກສະນະ​ພາ​ວະ​ວິ​ໄສ, ຊັດ​ເຈນ. ບັນດາ​ຂໍ້​ມູນ​ຂ່າວສານ​ເສກ​ສັນ​ປັ້ນ​ແຕ່ງ, ​ໃສ່​ຮ້າຍ​ປ້າຍ​ສີ​ສ່ວນບຸກຄົນ, ອົງການຈັດ​ຕັ້ງ ລ້ວນ​ແຕ່​ແມ່ນ​ລະ​ເມີດ​ກົດໝາຍ ​ແລະ ຜູ້​ລະ​ເມີດ​ຕ້ອງ​ຮັບຜິດຊອບ​ຕໍ່ກົດໝາຍ. ​ເລື່ອງ​ເພີ່ມ​ທະວີ​ການ​ສືບສວນ, ​ແກ້​ໄຂ​ບັນດາ​ຫນ້າ​ເວັບ​ສັງຄົມ​ຕາມ​ການ​ຊີ້​ນຳ​ຂອງ​ນາຍົກລັດຖະມົນຕີ ຫລື ​ເລື່ອງ​ສານ​ພິພາກສາ​ຕັດສິນລົງ​ໂທດບັນດາ bloger ​ແມ່ນ​ນອນ​ໃນ​ວິວັດ​ການ​ເພີ່ມ​ທະວີ​ການ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ທາງ​ອິນ​ເຕີ​ແນັດ ຕາມ​ການ​ກຳນົດ​ຂອງລັດຖະທຳ​ມະນູນ, ກົດໝາຍ, ຮັບປະກັນ​ໃຫ້​ປະຊາຊົນ​ທຸກ​ຄົນ​ໄດ້​ຮັບ​ການ​ປະຕິບັດ​ບັນດາ​ສິດ​ຂອງ​ຕົນ​​ໃນ​ກອບ​ກົດໝາຍ​ຢ່າງ​ພຽງພໍ. ກ່ຽວ​ກັບ​ບັນຫາ​ນີ້, ທ່ານ Nguyen Bac Son ລັດຖະມົນຕີກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ຊີ້ແຈງວ່າ:

        “ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມ ໄດ້ສ້າງແຜນ​ຮ່າງ​​ປັບ​ປຸງ, ​ເພີ່ມ​ເຕີມ​ການ​ຄຸ້ມ​ຄອງ ​ແລະ ນຳ​ໃຊ້ບັນດາ​ຂໍ້​ມູນ​ຂ່າວສານ​ທາງ​ອິນ​ເຕີ​ແນັດ. ​ໃນ​ໄລຍະ​ຜ່ານ​ມາ, ກະຊວງຖະແຫລງຂ່າວ ແລະ ສື່ສານ ຫວຽດນາມກໍ​ໄດ້​ປະຕິບັດ​ຫລາຍ​ມາດ​ຕະການ​ເພື່ອ​ຄຸ້ມ​ຄອງ ​ແລະ ​ແກ້​ໄຂ​ຄວາມຜິດພາດ​​ໃນ​ການ​ອອກ​ຂ່າວ​ທາງ​ອິນ​ເຕີ​ແນັດຕາ​ມທິດ ຕັກ​ເຕືອນ, ຕຳນິ , ປັບ​ໄຫມ​ການ​ກະທຳ​ຜິດດ້ານ​ບໍລິຫານ, ຫລື​ຖອນ​ລະຫັດ​ອິນ​ເຕີ​ແນັດ, ຫນັງສື​ອະນຸຍາດຄືນ. ຖ້າ​ລ​ະ​ເມີດ​ກົດໝາຍ​ຂອງ​ລັດ ສົ່ງ​ເຖິງ​ບັນດາ​ອົງການ​ປົກ​ປ້ອງ​ກົດໝາຍ​ເພື່ອ​ແກ້​ໄຂ​ຕາມ​ທິດ​ຄວນ.”

        ຢູ່​ບັນດາ​ປະ​ເທດ​ພັດທະນາ ອຳນາດ​ການ​ປົກຄອງ​ປະ​ເທດ​​ເຫຼົ່ານີ້​ກໍ​ວາງ​ອອກ​ບັນດາ​ມາດຕາ​ລະອຽດ​ເພື່ອ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ທາງ​ອິນ​ເຕີ​ແນ​ັດ ​ແລະ ​ໄດ້​ມີຫລາຍ​ຄົນ, ອົງການ​ຈັດ​ຕັ້ງ​ລະ​ເມີດ​ຖຶກປັບ​ໄຫມ. ອີງຕາມລະບອບການເມືອງ ແລະ ເງືອ່ນໄຂສັງຄົມຂອງແຕ່ລະປະເທດ ຈະມີກຳນົດການຄຸ້ມຄອງ
ຂໍ້ມູນຂ່າວສານທາງອິນເຕີແນດທີ່ ແຕກຕ່າງກັນ, ​ແຕ່​ຫລັກການ​ລວມ​ແມ່ນບໍ່​ຮັບ​ຮູ້​ການ​ເສກ​ສັນ​ປັ້ນ​ແຕ່ງ, ​ໃສ່​ຮ້າຍ​ປ້າຍ​ສີ, ລ​ະ​ເມີດ​ສິດ, ຜົນ​ປະ​ໂຫຍ​ດອັນ​ຊອບ​ທຳ​ຂອງ​ບຸກຄົນ, ອົງການ​ຈັດ​ຕັ້ງ ​ແລະ ສູງ​ກວ່າ​ແມ່ນ​ລະ​ເມີດ​ຄວາມ​ສະຫງົບປອດ​ໄພ​ແຫ່ງ​ຊາດ. ສະ​ນັ້ນ ​ເລື່ອງ ລັດ​ຫວຽດນາມ ວາງ​ອອກ​ບັນດາ​ຂໍ້​ກຳນົດ​ຄຸ້ມ​ຄອງ​ຂໍ້​ມູນ​ຂ່າວສານ​ທາງ​ອິ​ນ​ເຕີ​ແນັດ ກໍ​ຄື​ການ​ປັບ​​ໃຫມ​ລົງ​ໂທດສ່ວນ​ບຸກຄົນ, ອົງການ​ຈັດ​ຕັ້ງ​ຈຳນວນ​ຫນຶ່ງ​ທີ່​ລະ​ເມີດ​ກົດໝາຍ ​ແມ່ນ​ສອດ​ຄອ່ງກັບ​ພຶດຕິ​ກຳ​ລວມ, ສອດ​ຄ່ອງ​ກັບ​ຂໍ້ກຳນົດ​ຂອງ​ກົດໝາຍ​ສາກົນ ​ແລະ ສິດທິ​ມະນຸດ, ​ໃນ​ນັ້ນ​ມີ​ສົນທິສັນຍາ​ສາກົນ ກ່ຽວ​ກັບ​ສິດ​ພົນລະ​ເຮືອນ, ການ​ເມືອງ.

Thu Hoa

 

 

 

 

 

 

 

 

ຕອບກັບ

ຂ່າວ/ບົດ​ອື່ນ